ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຕິດຕໍ່ສື່ສານ ລະຫວ່າງ ຈຸລິນຊີ ໃນຮ່າງກາຍ ຂອງພວກເຮົາ


ຄວາມຄິດເຫັນຂອງສິນລະປິນ ທີ່ວາດຮູບ microbes ໃນໄສ້ຂອງມະນຸດ ທີ່ປ່ຽນແປງໃນສະໝອງ ທີ່ນຳໄປສູ່ໂຣກ ສັ່ນເຊັນ.
ຄວາມຄິດເຫັນຂອງສິນລະປິນ ທີ່ວາດຮູບ microbes ໃນໄສ້ຂອງມະນຸດ ທີ່ປ່ຽນແປງໃນສະໝອງ ທີ່ນຳໄປສູ່ໂຣກ ສັ່ນເຊັນ.

ທິດ​ສະ​ດີວິວັດທະນາ​ການ​ຂອງ Charles Darwin ກ່າວ​ວ່າ ມະນຸດ​ເຮົາ​ແມ່ນ​ຄ່ອຍໆ​ພັດ
ທະນາ​ໄປ​ໃນ​ແບບ​ສະບັບ​ຂອງ​ມະນຸດຊາດ​ທີ່​ແຍກ​ອອກ​ມາ​ຕ່າງຫາກ. ​ແຕ່​ວ່າ ວິທະຍາ
ສາດ​ສະ​ໄໝ​ໃໝ່ ທີ່​ພວກ​ດຮົາຮູ້ຈັກ ຮວມກັນ​ກັນ​ມະນຸດຊາດ​ສາຍ​ພັນ​ອື່ນໆ ​ແມ່ນ​ອາ​ໄສ
ຢູ່ຮ່ວມ​ກັນກັບສິ່ງ​ທີ່​ມີ​ຊີວິດ ທີ່​ປະກອບ​ດ້ວຍ microbes ຫຼື ​ຈຸລິນ​ຊີ ທີ່ຢູ່ພາຍ​ໃນ​ແລະ
​ພາຍ​ນອກ​ຂອງຮ່າ​ງກາຍ​ຂອງ​ພວກ​ເຮົາ ທີ່​ເອີ້ນ​ວ່າ holobiont. George Putic ນັກ​ຂ່າວ
​ຂອງ VOA ​ໄດ້​ໂອ້​ລົມກັບ​ນັກວິທະຍາສາດ ຜູ້​ຊຶ່ງ​ກ່າວ​ວ່າ ຄວາມ​ຈິງ​ແລ້ວ ການ​ທີ່​ພວກ​ເຮົາ​ວິວັດທະນາ​ການ​ໄປ​ດ້ວຍ​ກັນ ທີ່ຮຽກຮ້ອງ​ເຖິງ ການ​ທວນຄືນ​ຂອງ​ມູມຂອງ​ຂອງທິດ​ສະ​ດີ
Darwin ຂຶ່ງວັນນະ​ສອນ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ທິດ​ສະ​ດີ​ຂອງ hologenome ​ແມ່ນ​ວິທີ​ການ​ໃໝ່​ໃນ​ການ​ເບິ່ງ​ວິວັດທະນາ​ການ
ທີ່​ຂະຫຍາຍອອກ​ໄປ​ໄກ​ກວ່າ ທິດ​ສະ​ດີ Darwin ຊຶ່ງທິດ​ສະ​ດີ ທີ່​ວ່າ​ນີ້ ປະກົດ​ໃຫ້​ເຫັນ
​ໃນ​ຕົ້ນໆ​ສັດ​ຕະວັດທີ 21 ຕອນ​ທີ່​ພວກ​ນັກ​ຄົ້ນ​ຄວ້າ ພິສູດ​ໃຫ້​ເຫັນ​ວ່າ ຮ່າງກາຍ​ມະນຸດ​
ທີ່ສົມບູນ ​ແມ່ນ​ມີ​ພວກ​ແບັກເທຍ​ເຣຍ ນັບ​ພັນໆ​ລ້ານ​ໂຕ ທີ່​ຮູ້​ກັນ​ດີ ວ່າ​ microbiota
ຂອງ​ມະນຸດ.

Microbes ປະກົດ​ຕົວ​ໃນ​ໂລກ​ມະນຸດ​ຂອງ​ເຮົາ ກ່ອນ​ທີ່​ມີຄມະນຸດ​ດ້ວຍ​ຊ້ຳ ​ແລະ​ທິດ​ສະ​ດີ​
ອັນ​ໃໝ່​ນີ້​ສະຫຼຸບວ່າ ທີ່​ວ່າ​ພວກ​ເຮົາ​ວິວັດທະນາ​ການ​ໄປ​ດ້ວຍ​ກັນ.

ດຣ. William Miller ນັກຊີວະວິທະຍາ ຈາກ Evolutionary ກ່າວ​ຜ່ານ​ທາງ Skype
ວ່າ “ມັນ​ໝາຍ​ຄວາມ​ວ່າ ​ແທນ​ທີ່​ຈະ​ເປັນການ​ແຂ່ງຂັນ​ແບບ​ດຸ​ແດືອດ ​ແລະ​ການ​ເລືອກ
ແບບທຳ​ມະ​ຊາດ ທີ່​ນຳພາ​ພວກ​ເຮົາ​ມາ​ຍັງ​ຈຸດທີ່​ພວກ​ເຮົາຢູ່​ດຽວ​ນີ້ ​ເວົ້າ​ຕາມ​ຄວາມ​
ຈິງ​ນັ້ນກໍ​ແມ່ນ​ການປະສານ​ງານ​ລະຫວ່າງ ​ຈຸລິນ​ຊີ ກັບ​ພວກ​ມະນຸດ​ເຮົາ. ​ແມ່ນກ່ຽວ​ກັບ​
ແຊ​ລ ພວກ​ແຊ​ລທີ່​ເປົ້າ​ແລະ​ຈຸດປະສົງ ​ແລະ​ຮວມຕົວ​ກັນ​ແລ້ວ ພວກ​ເຂົາສ້າງພວກ​ເຮົາ
ໃຫ້​ເປັນເຊັ່ນ​ນີ້.”

ດຣ. Miller ນັກຟີຊິກ ທີ່​ມີ​ປະສົບ​ການ 30 ປີ ​ໃນ​ດ້ານ​ເອກ​ກະ​ຊົນ ​ແລະ​ນັກ​ຂຽນ​ປື້​ມ​
ເຫຼັ້ມ​ໃໝ່ ​“ພາຍ​ໃນ Microcosm,” ກ່າວ​ວ່າ​ ນັກວິທະຍາສາດ ຄົນ​ພົບ​ວ່າ ​ແຊ​ລຂອງ
​ພວກ​ເຮົາ ​ແລະ​ຈຸລິນ​ຊີ ​ແມ່ນ​ມີ​ຄວາມ​ສະຫຼາດ​ຫຼາຍ.

ດຣ. Miller ກ່າວ​ຕໍ່ VOA ​ຜ່ານ​ທາງ Skype ວ່າ “​ຈຸລິນ​ຊີ ແລະ ​ແຊ​ລຂອງ​ພວກ​ເຮົາ
ແມ່ນ​ເປັນ​ກົນ​ໄກ​ທີ່​ສາມາດ​ແກ້​ໄຂບັນຫາ​ແລະ​ສ້າງ​ສິ່ງ​ໃໝ່ໆ ທີ່​ແຕກ​ຕ່າງ​ອອກ​ໄປ​ອີກ ​
ເພາະສະ​ນັ້ນ ຄວາມ​ຄິດ​ຂອງຂ້າພະ​ເຈົ້າ ຄື​ວ່າ​ພວກ​ເຮົາ​ມີ​ພັນທະ​ມິດ​ທີ່​ອາ​ໄສ​ຢູ່​ພາຍ​
ໃນຮ່າງກາຍ​ຂອງ​ເຮົາ ນຳ​ເຮົາສນິດ​ສະໜົມ​ກົມກືນ​ຢູ່​ກັບ​ເຮົາ ທີ່​ເຮັດ​ໃຫ້​ເຮົາ​ເປັນ​ຕົວ​
ຂອງເຮົາໃນທຸກ​ມື້​ນີ້, ​ແລະ​ມັນ​ກໍ​ແຕກ​ຕ່າງ​ຈາກ​ພວກ​ເຮົາ​ທັງ​ໝົດ ທີ່​ພວກ​ເຮົາ​ບໍ່​ຮູ້
ຫຍັງ​ເລີຍ ວ່າ​ເຮົາ​ຕິດ​ຕໍ່​ນຳ​ກັນ​ຢ່າງໃດ.​”

ທ່ານ Miller ກ່າວວ່າ ພວກ​ເຮົາ​ຢູ່​ໃນ​ສະຖານະ​ແບບ​ລິ​ເລີ່​ມ​ໃນ​ການ​ເຂົ້າ​ໃຈ ​ເຖິງ​ຈຸລິນ​ຊີ​
ໃນ​ຮ່າງກາຍ​ຂອງ​ມະນຸດ​ເຮົາ ມີ​ຜົນ​ກະທົບ​ຕໍ່ ການ​ເຜົາ​ຜານ​ໃນ​ຮ່າງກາຍ​ຂອງ​ເຮົາ
ລະບົບ​ພູມ​ຕ້ານ​ທານ​ຂອງ​ເຮົາ ​ເຖິງ​ແມ່ນ​ແຕ່​ຄວາມ​ຮູ້ສຶກ ຄວາມອ່ອນ​ໄຫວຕ່າງໆ.

ທ່ານ Miller ກ່າວຕໍ່​ໄປວ່າ “ຕອນ​ທີ່​ພວກ​ເຮົາ​ສຳ​ຫຼວດ​ໃນ​ສິ່ງ​ນີ້ ​ແລະ​ຕອນ​ທີ່​ພວກ​ເຮົາ​
ໄດ້​ເຂົາ​ໃຈ​ເຖິງ​ພວກ​ເຂົາ​ແລ້ວ ຫຼາຍໆ​ໂຣກ​ເຮື້ອ​ຮັງ​ຂອງ​ມວ​ນມະນຸດ​ເຮົາ ຈະ​ປະກອບ
​ຂຶ້ນໃນ​ຮູບ​ແບບ​ທີ່​ດີກ​ວ່າ​ເກົ່າ ຫຼື​ບໍ່ ກໍ​ຫຼີກ​ເວັ້ນ​ໄດ້ ຊີວິດ​ຂອງ​ພວກ​ເຮົາ ກໍ​ຈະ​ຍືນຍາວ
​ອອກໄປ​ອີກ, ​ແຕ່​ວ່າ ​ແນ່ນອນ ຄຸນ​ນະພາ​ບຂອງ​ຊີວິດ​ພວກ​ເຮົາ ຈະ​ຄ່ອຍ​ດີໆ​ຂຶ້ນ
ຖ້າ​ຫາກ​ວ່າພວກ​ເຮົາສື່ສານ​ຊຶ່ງກັນ​ແລະ​ກັນ ໃຫ້​ດີກ​ວ່າ​ເກົ່າ.”

Microbes ຕິດ​ຕໍ່​ສື່ສານ ຜ່ານ​ທາງ​ໂມ​ໂລກູລທີ່​ສະ​ລັບ​ສັບ​ຊ້ອນ ແຕ່​ກັບ​ແສງ​ສະ​ຫວ່າງ
ສຽງ ຫຼື​ແມ່ນ​ແຕ່ ການ​ເກີດ​ຮູບ​ປະ​ທຳ​ຢ່າງ​ຈິງໆ ​ເຊັ່ນ quantum entanglement ​
ໃນ​ລະດັບ​ທີ່​ບາງ​ເສດ​ສ່ວນ ​ແມ່ນ​ບໍ່​ສາມາດ​ທີ່​ຈະ​ອະທິບາຍ​ໄດ້ ປາດ​ສະ​ຈາກ​ການ​ຢູ່​
ຮວມກັນ​ເປັນ​ຄູ່​ກັນ ​ເຖິງ​ແມ່ນ​ວ່າ ພວກ​ມັນ​ຈະ​ຢູ່​ໄກ​ກັນ​ປານ​ໃດ​ກໍ​ຕາມ.

ທ່ານ Miller ຍັງກ່າວຕື່ມຕໍ່​ໄປອີກວ່າ “ປະສົບ​ການ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ມີ
​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ວ່າ​ຈຸລິນ​ຊີ ​ຮູ້ຈັກ​ການ​ຄວບ​ຄຸມ ທາງ​ໃດ​ທາງ​ນຶ່ງ​ໃນ​ການ​
ສື່ສານດ້ວຍ​ວິທີ​ຂອງ​ມັນ ​ແລະ​ພວກ​ເຮົາ​ກໍ​ບໍ່​ຮູ້ເຖິງ​ສາ​ເຫດ​ນັ້ນ.”

ທ່ານ Miller ກ່າວວ່າ ການ​ຮຽນ​ຮູ້​ທີ່​ຈະ​ສື່ສານ​ກັບ​ຈຸລິນ​ຊີ ອາດ​ຈະ​ຊ່ອຍ​ພວກ​ເຮົາໄດ້​
ເຖິງ​ຊີວິດ​ໄປ​ໄກ​ເຖິງ​ໂລກ​ຈັກກະວານອື່ນ ທີ່​ມັນ​ອາດ​ເປັນ​ໄປ​ໄດ້ ທີ່ຈະ​ຢູ່​ໃນ​ລະດັບ
ຈຸລິນ​ຊີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Communicating With Our Microbes
please wait

No media source currently available

0:00 0:02:51 0:00

XS
SM
MD
LG