ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະນະ ກຳມາທິການ ແຮງງານສາກົນ ເວົ້າວ່າ ຄົນງານ ຕ້ອງມາກ່ອນເຄື່ອງຈັກ ຫຼືຫຸ່ນຍົນ


ຫຸ່ນຍົນເຮັດວຽກຢູ່ໃນໂຮງງານລົດ Fiat Chrysler ໃນລັດມິຊີແກນ ເມື່ອວັນທີ 22 ຕຸລາ ປີ 2018.
ຫຸ່ນຍົນເຮັດວຽກຢູ່ໃນໂຮງງານລົດ Fiat Chrysler ໃນລັດມິຊີແກນ ເມື່ອວັນທີ 22 ຕຸລາ ປີ 2018.

ໂລກແຫ່ງວຽກງານ ຈະດຳເນີນໄປ ຜ່ານການປ່ຽນແປງຫຼາຍຂັ້ນຕອນ. ຄວາມກ້າວ
ໜ້າທາງດ້ານເທັກໂນໂລຈີ ພວມປະດິດຄິດສ້າງວຽກເຮັດງານທຳແນວໃໝ່ຂຶ້ນມາ ຊຶ່ງໃນຂະນະດຽວກັນ ກໍຈະປະປ່ອຍຫຼາຍຄົນ ໄວ້ເບືອງຫຼັງ ເພາະວ່າຄວາມຮູ້ຄວາມ
ຊຳນານຂອງພວກເຂົາເຈົ້າ ຈະໝົດຄວາມຕ້ອງການ. ການສຶກສາໃໝ່ຂອງຄະນະ
ກຳມາທິການໂລກ ກ່ຽວກັບອະນາຄົດຂອງວຽກງານປະຈຳອົງການແຮງງານສາກົນ
ໄດ້ເວົ້າເຖິງຄວາມບໍ່ແນ່ນອນຫຼາຍຢ່າງທີ່ມີຂຶ້ນຈາກຄວາມຈິງອັນໃໝ່ນີ້. Lisa
Schlein ສົ່ງລາຍງານເລື້ອງນີ້ ມາຈາກສູນກາງໃຫຍ່ ທີ່ນະຄອນເຈນີວາ ດັ່ງສາລີ ຈະສະເໜີທ່ານໃນອັນດັບຕໍ່ໄປ.

ຄົນສ່ວນຫຼາຍ ຈະພາກັນຄິດວ່າ R2D2 ຫຸ່ນຍົນໂຣລີ-ໂພລີ ໃນຮູບເງົາສົງຄາມດວງ
ດາວ ຫຼືື Star Wars blockbuster ເປັນຕາຮັກ. ແຕ່ແລ້ວ ຄວາມໜ້າຮັກຂອງ
R2D2 ກໍໄດ້ຈືດຈາງຫາຍໄປຢ່າງວ່ອງໄວ ເວລາຫຼາຍໆຄົນ ໄດ້ສູນເສຍວຽກງານໃຫ້
ພວກຫຸ່ນຍົນ ທີ່ເຮັດວຽກອັນດຽວກັນຢ່າງມີປະສິດທິຜົນກວ່າ ແລະສິ້ນເປືອງລາຍ
ຈ່າຍໜ້ອຍກວ່າ.

ອົງການແຮງງານສາກົນເຫັນພ້ອມວ່າ ຄວາມສະຫລາດຊ່ອງໃສ ແບບບໍ່ທຳມະຊາດ ແບບອັດຕະໂນມັດ ແລະເປັນຫຸ່ນຍົນ ຈະນຳໄປສູ່ການສູນເສຍວຽກງານ ເວລາຄວາມ
ຮູ້ຄວາມຊຳນານຂອງພວກເຂົາເຈົ້າລ້າສະໄໝໄປ. ແຕ່ມັນກໍກ່າວວ່າ ຄວາມກ້າວໜ້າ
ອັນດຽວກັນນີ້ ໄປພ້ອມໆກັບຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດ ກໍແມ່ນຈະສ້າງ
ໜ້າວຽກໃໝ່ຂຶ້ນມາ ເປັນຫຼາຍໆລ້ານໜ້າວຽກ.

ປະທານຮ່ວມຂອງຄະນະກຳມາທິການໂລກ ຂອງອົງການແຮງງານສາກົນ ຫຼື ໄອແອລ
ໂອ ກ່ຽວກັບອະນາຄົດຂອງວຽກງານ ປະທານາທິບໍດີ ອາຟຣິກາໃຕ້ ຊີຣຽລ ຣາມາໂຟ
ຊາ ກ່າວວ່າ ຄວາມກ້າວໜ້າທີ່ວ່ານີ້ ເປີດໂອກາດໄວ້ໃຫ້ຫຼາຍໆອັນ. ແຕ່ທ່ານໄດ້ເຕືອນ
ວ່າ ຜູ້ຄົນຈະຕ້ອງໄດ້ຄວບຄຸມແລະນຳໃຊ້ເທັກໂນໂລຈີໃໝ່ທີ່ວ່ານັ້ນ ສຳລັບໂລກແຫ່ງ
ວຽກງານ ແລະຈະບໍ່ໃຫ້ອະນາຄົດແປງຮູບໂສມຂອງວຽກງານ. ທ່ານຣາມາໂຟຊາເວົ້າ
ວ່າ“ໃນສັດຕະວັດທີ 20 ພວກເຮົາໄດ້ຈັດໃຫ້ແຮງງານ ວ່າບໍ່ໃຫ້ເປັນວັດຖຸ ຫຼືຂອງສິນຄ້າ. ໃນສັດຕະວັດທີ 21 ນອກຈາກນັ້ນແລ້ວ ເຮົາຍັງຈະຕ້ອງໄດ້ເຮັດໃຫ້ແນ່ໃຈວ່າ ແຮງງານ
ບໍ່ແມ່ນຫຸ່ນຍົນ. ພວກເຮົາເວົ້າວ່າ ໃຫ້ມະນຸດເປັນຜູ້ຄວບຄຸມເພື່ອໃຫ້ແນ່ໃຈວ່າ ເທັກໂນ
ໂລຈີ ຈະຊ່ອຍທົດແທນແຮງງານຄົນ ທັງຈະປັບປຸງຄຸນນະພາບຂອງວຽກ ແທນທີ່ຈະໄປ
ຜ່ອນເບົາການຄວບຄຸມຂອງພວກເຂົາເຈົ້າລົງ.”

ທ່ານຣາມາໂຟຊາເວົ້າວ່າ ການປ່ຽນແປງ ແມ່ນເປັນສິ່ງທີ່ຫຼີກບໍ່ມົ້ມ ແລະຈະເປັນໄປ ບໍ່
ວ່າເຂົາເຈົ້າຈະມັກຫຼືບໍ່ກໍຕາມ ຊຶ່ງທ່ານເວົ້າວ່າ“ພວກເຮົາເຊື່ອວ່າ ພວກເຮົາຈະນຳໜ້າ
ທາງເດີນ ແທນທີ່ຈະເດີນຕາມຫຼັງ ແລະໃຫ້ມັນມີການພັດທະນາໄປ ແບບບໍ່ເຄີຍມີມາ
ກ່ອນ ເຮັດໃຫ້ພວກເຮົາເຂົ້າຮູບເຂົ້າຮອຍ ແລະນຳພາພວກເຮົາ. ພວກເຮົາຈຳເປັນຈະ
ຕ້ອງເດີນອອກໜ້າ ເພື່ອວ່າພວກເຮົາຈະສາມາດເຮັດໃຫ້ຮູບໂສມຂອງວຽກງານເປັນ
ໄປຕາມທີ່ພວກເຮົາຢາກເຫັນ.”

ໃນການສຶກສາດັ່ງກ່າວ ສະມາຊິກຂອງຄະນະກຳມາທິການ 27 ທ່ານໄດ້ຮັບເອົາວິທີ
ທີ່ຖືເອົາມະນຸດເປັນຫຼັກ. ໃນເວລານີ້ ທີ່ມີການປ່ຽນແປງແບບບໍ່ເຄີຍມີມາກ່ອນທ່ານ
ເລຂາທິການໃຫຍ່ຂອງ ໄອແອລໂອ Guy Ryder ກ່າວວ່າ ມີຜູ້ຄົນຢູ່ໃນຈຸດໃຈກາງ
ຂອງການສົນທະນາປາໄສກັນນີ້ ເປັນສິ່ງທີ່ຈຳເປັນເພື່ອໃຫ້ບັນລຸ ອະນາຄົດຂອງວຽກ
ງານທີ່ເໝາະສົມ. ທ່ານ Ryder ເວົ້າວ່າ“ຂ້າພະເຈົ້າຄິດວ່າ ພວກຜູ້ຄົນ ພວກຄອບຄົວ
ພວກປະເທດຕ່າງໆຢູ່ທົ່ວໂລກແນ່ນອນ ແມ່ນຈະຍາດເອົາໂອກາດອັນທ້າທາຍອັນນີ້ ແລະໂອກາດແຫ່ງການປ່ຽນແປງວຽກງານ ທັງຄວາມທະເຍີທະຍານ ຂອງຄະນະກຳ
ມາທິການຂອງພວກເຮົາ ໃນທາງທີ່ແນ່ຊັດ ແລະແຈ້ງຂາວທີ່ສຸດ ແລະຂ້າພະເຈົ້າຄິດ
ວ່າ ກ່ອນອື່ນໝົດ ແມ່ນບົດບາດທີ່ເປັນແນວທາງທີ່ໄດ້ຮຽນຮູ້ກັນ ເພື່ອວາງທິດທາງ
ເດີນ ວ່າພວກເຮົາຈະຍຶດເອົາໂອກາດອັນໃດ ແລະຮັບມືກັບການທ້າທາຍທີ່ວ່ານັ້ນ
ແບບໃດ.”

ລຸນຫຼັງການເຮັດວຽກງານມາເປັນເວລາ 15 ເດືອນແລ້ວ ກຳມາທິການດັ່ງກ່າວກໍໄດ້
ມີຄຳສະເໜີແນະ 10 ຂໍ້ ເພື່ອໃຫ້ໄດ້ຮັບວຽກງານທີ່ດີແລະມີຄວາມຄົງທົນຖາວອນ. ຄຳ
ແນະນຳດັ່ງກ່າວປະກອບດ້ວຍຄຳຮຽກຮ້ອງໃຫ້ມີການຮັບປະກັນດ້ານແຮງງານທົ່ວຈັກ
ກະວານ ເພື່ອປ້ອງກັນສິດທິຂອງພວກຄົນງານ ຄ່າແຮງງານໃຫ້ພໍຢູ່ພໍກິນ ແລະບ່ອນ
ເຮັດວຽກທີ່ປອດໄພ.

ຄະນະກຳມາທິການດັ່ງກ່າວສະເໜີວ່າ ໃຫ້ມີມາດຕະການປົກປ້ອງດ້ານສັງຄົມມາແຕ່
ເກີດໄປຈົນເຖິງອາຍຸແກ່. ມັນເວົ້າວ່າ ການປ່ຽນແປງທາງດ້ານເທັກນິກ ຈະຕ້ອງມີການ
ບໍລິຫານ ເພື່ອສົ່ງເສີມວຽກງານຢ່າງເໝາະສົມ. ມັນເວົ້າວ່າ ຊ່ອງວ່າງທາງເພດ ຈະຕ້ອງ
ບໍ່ໃຫ້ມີແລະຄວາມສະເໝີພາບກໍຕ້ອງໃຫ້ບັນລຸຢູ່ໃນບ່ອນເຮັດວຽກເຮັດການ.ທ່ານ
Ryderເວົ້າວ່າ ລາຍງານດັ່ງກ່າວໄດ້ເນັ້ນໜັກໃສ່ການຮຽນຮູ້ໃນໄລຍະຍາວແລະການ
ຮື້ຟື້ນເປັນປະຈຳ ໄປຕະຫຼອດຊີວິດ.

ທ່ານ ຣາຍເດີ ໃຫ້ຂໍ້ສັງເກດວ່າ ວຽກງານຫຼາຍຢ່າງໃນອະນາຄົດ ຈະບໍ່ຂຶ້ນກັບເທັກໂນ
ໂລຈີອັດຕະໂນມັດແຕ່ຢ່າງດຽວ. ທ່ານເວົ້າວ່າ ອັນນັ້ນ ມັນຂຶ້ນຢູ່ກັບທາງເລືອກຂອງຜູ້
ວາງນະໂຍບາຍ.

ການສຶກສາຄົ້ນຄວ້າຂອງຄະນະກຳມາທິການແຈ້ງໃຫ້ຊາບວ່າ ມັນມີເຫດຜົນພໍ ທີ່ຈະ
ຖືວ່າ ມະນຸດກັບຫຸ່ນຍົນຈະຢູ່ຮ່ວມໂລກກັນໄດ້ຢ່າງລາບລື້ນຖ້າປ່ອຍໃຫ້ມະນຸດເຮົາ
ຄວບຄຸມເທັກໂນໂລຈີສິ່ງຂອງ ໃຫ້ກ້າວໜ້າເດີນໄປ.

ເຊີນອ່ານເລື້ອງນີ້ຕ່ືມເປັນພາສາອັງກິດ

XS
SM
MD
LG