ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ​ກ​ຊ ​ການ​ຄ້າກ່າວ​ວ່າ: ສ​ຫລ ກຳ​ລັງ​ພິ​ຈາ​ລະ​ນາ ຍົກ​ເລີກ ​ພາ​ສີ​ຕໍ່​ສິນ​ຄ້າ​ບາງ​ຢ່າງ​ຂອງ​ຈີນ ເພ​ື່ອຕໍ່​ສູ້​ກັບ​ໄພ​ເງິນ​ເຟີ້


ຄອນ​ເທັນ​ເນີ​ສິນ​ຄ້າ​ຈາກ​ຈີນ ກອງ​ກັນ​ຂຶ້ນ​​ໄວ້ຢູ່​ດ່ານທ່າ​ເຮືອ​ສາ​ກົນ Portsmouth ໃນ​ລັດ​ເວີ​ຈີ​ເນຍ, 10 ພຶດ​ສະ​ພາ, 2019.
ຄອນ​ເທັນ​ເນີ​ສິນ​ຄ້າ​ຈາກ​ຈີນ ກອງ​ກັນ​ຂຶ້ນ​​ໄວ້ຢູ່​ດ່ານທ່າ​ເຮືອ​ສາ​ກົນ Portsmouth ໃນ​ລັດ​ເວີ​ຈີ​ເນຍ, 10 ພຶດ​ສະ​ພາ, 2019.

ລັດຖະມົນຕີກະ​ຊວງການຄ້າສະຫະລັດທ່ານນາງຈີນາ ເຣມອນໂດ (Gina Raimondo) ກ່າວໃນວັນອາທິດວານນີ້ວ່າ ປະທານາທິບໍດີໂຈ ໄບ​ເດັນໄດ້ ບອກໃຫ້ທີມງານຂອງທ່ານ ກວດເບິ່ງທາງເລືອກຕ່າງໆໃນການຍົກເລີກອັດຕາ ພາສີບາງຢ່າງຕໍ່ຈີນ ທີ່ວາງອອກໂດຍອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ເພື່ອ ຕ້ານກັບອັດຕາໄພເງິນເຟີ້ທີ່ສູງຢູ່ໃນ​ເວ​ລານີ້, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

"ພວກເຮົາກໍາລັງກວດ​ເບິ່ງມັນຢູ່. ທີ່​ຈິງ​ແລ້ວ ທ່ານປະທານາທິບໍດີ ໄດ້ຂໍໃຫ້ພວກເຮົາໃນທີມງານຂອງທ່ານວິເຄາະເບິ່ງ​ບັນ​ຫານັ້ນ. ແລະສະນັ້ນແຫລະ ພວກ ເຮົາກຳ​ລັງຢູ່ໃນຂັ້ນ​ຕອນຂອງ​ການເຮັດເຊັ່ນນັ້ນໃຫ້ທ່ານ ແລະທ່ານຈະຕ້ອງຕັດ ສິນໃຈໃນເລື້ອງນີ້ເອງ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງເຣມອນໂດ ທີ່​ກ່າວ​ຕໍ່ໂທ​ລະ​ພາບ CNN ຢູ່ໃນການໃຫ້ສໍາພາດໃນ​ວັນ​ອາທິດ​ວານ​ນີ້ ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ວ່າ ລັດ​ຖະ​ບານຂອງທ່ານໄບ​ເດັນ ​ໄດ້​ຊັ່ງຊາເບິ່ງ​ການ​ຍົກເລີກ​ອັດຕາ​ພາສີ​ຕໍ່​ຈີນບໍ່ ​ເພື່ອ​ຫລຸດຜ່ອນ​ໄພ​ເງິນ​ເຟີ້.

ທ່ານນາງກ່າວວ່າ "ມີຜະລິດຕະພັນຕ່າງໆ - ເຊັ່ນເຄື່ອງໃຊ້ໃນຄົວເຮືອນ, ລົດຖີບ, ແລະອື່ນໆ - ແລະ ມັນອາດຈະເປັນ​ເລື້ອງສົມເຫດສົມຜົນ" ​ທີ່​ຈະ ຊັ່ງຊາການຍົກເວັ້ນ​ການ​ເກັບພາສີຕໍ່​ສິນ​ຄ້າເຫຼົ່ານັ້ນ. ທ່ານນາງກ່າວຕື່ມວ່າ, ຄະ​ນະລັດ​ຖະບານໄດ້ຕັດສິນໃຈ ທີ່ຈະຮັກສາອັດຕາພາສີບາງສ່ວນຂອງເຫຼັກກ້າ ແລະອາລູມິນຽມ ເພື່ອປົກປ້ອງຄົນ​ງານ​ແລະ​ອຸດ​ສາ​ຫະ​ກໍາ​ເຫຼັກ​ຂອງສະຫະລັດ.​

ທ່ານໄບ​ເດັນກ່າວວ່າ ທ່ານກຳລັງພິຈາລະນາ ຍົກ​ເລີກການ​ເກັບພາສີຂາ​ເຂົ້າ​ຕໍ່ສິນຄ້າຈີນບາງ​ອັນ ທີ່ມີມູນຄ່າຫຼາຍຮ້ອຍຕື້ໂດລາ ທີ່​ວາງ​ອອກໂດຍຜູ້ດຳ​ລົງ​ຕຳ​ແໜ່ງກ່ອນທ່ານໃນປີ 2018 ແລະ 2019 ທ່າມກາງສົງຄາມການຄ້າ ທີ່ຂົມຂື່ນ ລະຫວ່າງ 2 ປະເທດທີ່​ມີເສດຖະກິດໃຫຍ່ທີ່ສຸດໃນໂລກ.

ຈີນ​ຍັງ​ໄດ້​ໂຕ້ແຍ້ງວ່າ ການ​ຫຼຸດ​ພາ​ສີ​ຈະຊ່ວຍ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃຫ້​ຜູ້​ບໍລິ​ໂພ​ກ ຊາວ​ອາ​ເມ​ຣິ​ກັນ.

ທ່ານ​ນາງເຣມອນໂດຍັງບອກກັບ CNN ອີກວ່າ ທ່ານນາງຮູ້ສຶກວ່າ ການຂາດ ແຄນເຊ​ມີຄອນ​ດັກ​ເຕີ (semiconductor) ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່ນີ້ ອາດຈະສືບຕໍ່ ຂາດ​ແຄນໄປ​ອີກຈົນຮອດ​ປີ 2024.

ລັດຖະມົນຕີກະ​ຊວງການຄ້າສະຫະລັດທ່ານນາງຈີນາ ເຣມອນໂດ ກ່າວ​ໃນ​ລະ​ຫວ່າງ​ກ່າວ​ກອງ​ປະ​ຊຸມລາຍ​ງານ​ຫຍໍ້ທີ່​ທຳ​ນຽບ​ຂາວ, ວັນ​ທີ 7 ເມ​ສາ, 2021.
ລັດຖະມົນຕີກະ​ຊວງການຄ້າສະຫະລັດທ່ານນາງຈີນາ ເຣມອນໂດ ກ່າວ​ໃນ​ລະ​ຫວ່າງ​ກ່າວ​ກອງ​ປະ​ຊຸມລາຍ​ງານ​ຫຍໍ້ທີ່​ທຳ​ນຽບ​ຂາວ, ວັນ​ທີ 7 ເມ​ສາ, 2021.

ນາງກ່າວຕື່ມວ່າ "ມີວິ​ທີແກ້ໄຂອັນນຶ່ງ (ຕໍ່ກັບການຂາດແຄນເຊມີຄອນ​ດັກ​ເຕີ)." "ລັດ​ຖະ​ສະ​ພາຕ້ອງໄດ້ປະຕິບັດການ ແລະຮັບ​ຮອງ​ເອົາຮ່າງກົດ​ໝາຍ​ກ່ຽວ​ກັບ ຊິບ​ສ໌ (Chips). ຂ້າພະເຈົ້າບໍ່ຮູ້ວ່າເປັນຫຍັງພວກເພິ່ນຈຶ່ງຊັກຊ້າ."

ນິ​ຕິ​ກຳ​ດັ່ງກ່າວ ​ມີ​ຈຸດ​ປະ​ສົງແນ​ໃສ່ເພີ່ມ​ທະວີ​ການ​ຜະລິດ​ເຊມີ​ຄອນ​ດັກ​ເຕີ​ຂອງ​ສະຫະລັດ ​ເພື່ອເຮັດ​ໃຫ້​ສະຫະລັດ​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງແຂ່ງ​ຂັນກັບ​ຈີນໄດ້.

ທ່ານ​ນາງເຣມອນໂດ ກ່າວ​ວ່າ ທ່ານນາງ​ບໍ່​ເຫັນ​ດີ​ກັບ​ລັກ​ສະ​ນະ​ທີ່​ວ່າ ​ແຜນ​ການ​ຊ່ອຍ​ເຫຼືອ​ຊາວອາ​ເມ​ຣິ​ກັນ​ທີ່​ມີ​ມູນ​ຄ່າ 1.9 ພັນ​ຕື້​ໂດ​ລາ​ ຂອງ​ທ່ານໄບ​ເດັນ ໄດ້​ປະກອບສ່ວນ​ເຂົ້າ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ສູງຂຶ້ນ​ໃນ​ປັດຈຸບັນນີ້. ລັດຖະສະພາ ໄດ້ຮັບ​ຮອງ​ເອົາແຜນການບັນເທົາທຸກດ້ານ​ໂຄວິດ-19 ນຶ່ງປີກ່ອນ ກ່ອນທີ່ມັນ ຈະໄດ້ຮັບການລົງນາມໃຫ້​ເປັນກົດໝາຍ ຊຶ່ງເປັນຂີດໝາຍຂອງ​ຜົນ​ງານທີ່​ສຳ​ຄັນ ຢູ່ໃນການ​ດຳ​ລົງ​ຕຳ​ແໜ່ງປີທຳອິດຂອງທ່ານໄບ​ເດັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG