ໄດ້ຖືກເລືອກຕັ້ງຄືນອີກສະໄໝນຶ່ງ ໃນວັນອາທິດວານນີ້
ໃນອັນທີ່ເປັນການສະໜັບສະໜຸນຢ່າງຈະແຈ້ງຂອງປະຊາ
ຊົນ ຕໍ່ການເຈລະຈາສັນຕິພາບຂອງທ່ານ ກັບພວກກະບົດ
ນິຍົມຊ້າຍນັ້ນ.
ຫຼັງຈາກມີການນັບບັດເລືອກຕັ້ງສ່ວນໃຫຍ່ ໃນການບ່ອນປັດ
ຮອບຊີ້ຂາດໃນວັນອາທິດວານນີ້ ບັນດາເຈົ້າໜ້າທີ່ເລືອກຕັ້ງ
ກ່າວວ່າ ທ່ານ Santos ໄດ້ຊະນະຄູ່ແຂ່ງນິຍົມຂວາ ທ່ານ
Oscar Ivan Zuluaga ດ້ວຍຄະແນນສຽງລື່ນກັນ ປະມານ
5 ເປີເຊັນ. ທ່ານ Zuluaga ໄດ້ຮັບຄະແນນສຽງຫລາຍກວ່າ
ໝູ່ ໃນການເລືອກຕັ້ງຮອບທຳອິດ ເມື່ອ 3 ສັບປະດາກ່ອນ.
ທ່ານ Zuluaga ໄດ້ຕຳໜິຕິຕຽນ ອັນທີ່ທ່ານເອີ້ນວ່າ ການເຈລະຈາສັນຕິພາບທີ່
ດຳເນີນໄປຢ່າງຊ້າໆ ກັບພວກກະບົດ FARCແລະຢາກວາງເງື່ອນໄຂທີ່ເຂັ້ມງວດ
ຂຶ້ນສຳຫລັບການເຈລະຈານັ້ນ.
ປະທານາທິບໍດີ Santos ເອີ້ນການເລືອກຕັ້ງນີ້ວ່າ ເປັນທາງເລືອກລະຫວ່າງພວກ
ທີ່ຢາກຍຸດຕິສົງຄາມ ແລະພວກທີ່ຢາກໃຫ້ສົງຄາມນີ້ດຳເນີນຕໍ່ໄປໂດຍບໍ່ວັນສິ້ນສຸດ.
ທ່ານກ່າວຕື່ມວ່າ:
“ມັນເປັນຄວາມຈິງ ທີ່ວ່າມັນຈະບໍ່ເປັນການງ່າຍ ມີອຸບປະສັກເລື້ອຍໆ
ແລະມີສັດຕູໃນທຸກໆຍາມ. ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງ
ນັ້ນ ປະຊາຊົນຫລາຍຄົນໄດ້ສະແດງຄວາມບໍ່ແນ່ໃຈ ກ່ຽວກັບຄວາມເປັນ
ໄປໄດ້ໃນການບັນລຸສັນຕິພາບ ແລະຄວາມຢ້ານກົວທີ່ວ່າ ມັນຈະມີຂຶ້ນ
ໂດຍບໍ່ຄຳນຶງວ່າຈະມີຄ່າເສຍຫາຍເທົ່າໃດກໍຕາມນັ້ນ. ພວກເຮົາໄດ້ຮັບ
ສານຂອງພວກທ່ານແລ້ວ. ມັນຈະບໍ່ເປັນເຊັ່ນນັ້ນ ແລະຂ້າພະເຈົ້າໄດ້
ເວົ້າມາໂດຍຕະຫຼອດວ່າ ຈະບໍ່ມີສັນຕິພາບໂດຍປາດສະຈາກການຍົກ
ເວັ້ນໂທດ ແຕ່ຈະມີສັນຕິພາບ ດ້ວຍຄວາມຍຸຕິທຳ.”