ປະເທດໂຄລອມເບຍ ໄດ້ເອົາບາດກ້າວທີ່ສຳຄັນ ເພື່ອກ້າວໄປສູ່ ການມີສັນຕິພາບ
ອັນຄົບຖ້ວນ ໃນວັນອັງຄານວານນີ້ ເມື່ອພວກກະບົດກຳລັງປະກອບອາວຸດປະຕິວັດ
ໂຄລອມເບຍ ຫຼື FARC ໄດ້ປົດອາວຸດເປັນທີ່ສຳເລັດ ພາຍໃຕ້ຂໍ້ຕົກ ລົງສັນຕິພາບ
ຂອງປີກາຍນີ້.
ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ແລະຜູ້ບັນຊາການ
Rodrigo Londono ຂອງກຸ່ມ FARC ຜູ້ທີ່ຮູ້ຈັກກັນ ໃນອີກຊື່ນຶ່ງ ວ່າ Timoshenko
ນັ້ນ ໄດ້ເຂົ້າຮ່ວມເບິ່ງການມອບປືນ ກະບອກສຸດທ້າຍໃຫ້ແກ່ ບັນດາຜູ້ສັງເກດການ
ຂອງອົງການ ສະຫະປະຊາຊາດ ຢູ່ທີ່ຄ້າຍແຫ່ງນຶ່ງຂອງພວກກະບົດ ໃນເມືອງ
Mesetas.
ປະທານາທິບໍດີ ແຊນໂຕສ ໄດ້ກ່າວວ່າ “ຈົ່ງລຸກຂຶ້ນມາຮ່ວມມືກັນເພື່ອຮັບມືກັບ
ບັນຫາທ້າທາຍ ໃນການມີສັນຕິພາບ ທີ່ພວກເຮົາໄດ້ບັນລຸນຳກັນ. ຈົ່ງລຸກຂຶ້ນມາ
ຮ່ວມມື ເພື່ອຮັບມືກັບບັນຫາທ້າທາຍ ໃນການເຮັດໃຫ້ຄວາມໄຝ່ຝັນຂອງລູກຫຼານ
ພວກເຮົາ ຜູ້ທີ່ໃນມື້ນີ້ ເຫັນສາຍຕາຂອງພວກທ່ານ ທີ່ເຕັມໄປດ້ວຍຄວາມຫວັງ.”
ທ່ານກ່າວຕື່ມວ່າ “ຈົ່ງຢ່າໃຫ້ໂອກາດນີ້ ຫຼື ຜົນສຳເລັດນີ້ ທີ່ເປັນຂອງໝົດທຸກຄົນ
ຂອງຊາວໂຄລອມເບຍທັງມວນ ສູນເສຍໄປ.”
ສ່ວນທ່ານ Londono ໄດ້ກ່າວວ່າ ກຸ່ມ FARC ຈະບໍ່ຫາຍໄປໃສ. ແຕ່ຫາກວ່າ ຈະ
ຫັນປ່ຽນຕົນເອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເປັນພັກການເມືອງທີ່ເປັນປະຊາ
ທິປະຕິໄຕ ເພື່ອສືບຕໍ່ການຕໍ່ສູ້ ໂດຍປາດສະຈາກຄວາມຮຸນແຮງ.
ທ່ານ Londono ໄດ້ປະກາດອີກວ່າ “ລາກ່ອນອາວຸດທັງຫຼາຍ ລາກ່ອນສົງຄາມ
ຍິນດີຕ້ອນຮັບສັນຕິພາບ.”
ປືນຫຼາຍກວ່າ 7,100 ກະບອກ ແລະ ອາວຸດອື່ນໆ ທີ່ພວກນັກລົບ ກຸ່ມກະບົດຖືຕິດໂຕ
ໄດ້ຖືກມອບໃຫ້ແກ່ ອົງການສະຫະປະຊາຊາດ. ສ່ວນຈຳນວນອາວຸດ ຂະໜາດໃຫຍ່
ແລະ ວັດຖຸລະເບີດຕ່າງໆ ແມ່ນກຳລັງຖືກເກັບກຳເອົາໄວ້ຢູ່.
ກຸ່ມກະບົດ FARC ຈະຮັກສາອາວຸດຈຳນວນນຶ່ງໄວ້ ເພື່ອຮັກສາຄວາມປອດໄພ ຢູ່ທີ່
ຄ້າຍຂອງຕົນ 26 ແຫ່ງ ກ່ອນທີ່ຄ້າຍເຫຼົ່ານັ້ນ ຈະຖືກປິດລົງຢ່າງຄົບຖ້ວນ ໃນວັນທີ 1
ເດືອນສິງຫານີ້.
ໂຄລອມເບຍ ແລະ ກຸ່ມກະບົດ FARC ໄດ້ລົງນາມ ໃນສັນຍາສັນຕິພາບສະບັບນຶ່ງ
ເມື່ອປີກາຍນີ້ ໂດຍເປັນການສິ້ນສຸດ ການລຸກຮືຂຶ້ນຕໍ່ຕ້ານລັດຖະບານໂຄລອມເບຍ
ມາຕະຫຼອດໄລຍະ 50 ປີ. ສົງຄາມກອງໂຈນ ໄດ້ເອົາຊີວິດ ປະ ຊາຊົນ ຫຼາຍກວ່າ
220,000 ຄົນແລ້ວ.
ສ່ວນນຶ່ງຂອງສັນຍາດັ່ງກ່າວ ກໍຄືວ່າ ພວກທີ່ເຄີຍເປັນກະບົດ ຫຼາຍຄົນ ຈະບໍ່ຖືກ
ຈຳຄຸກ ໃນຂະນະທີ່ ພວກເຂົາເຈົ້າ ຫັນປ່ຽນມາດຳລົງຊີວິດ ເປັນພົນລະເຮືອນ.
ລັດຖະບານໂຄລອມເບຍ ຍັງໄດ້ເປີດການເຈລະຈາສັນຕິພາບ ກັບ ກຸ່ມກະບົດທີ່
ໃຫຍ່ອັນດັບສອງອີກກຸ່ມນຶ່ງຂອງປະເທດ ຄືກຸ່ມກອງທັບປົດປ່ອຍແຫ່ງຊາດ.