ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະສະພາ ໂຄລອມເບຍ ໄດ້ຮັບຮອງເອົາ ຂໍ້ຕົກລົງ ສັນຕິພາບ ລະຫວ່າງ ລັດຖະບານ ແລະ ກຸ່ມກະບົດ


ພວກສະໜັບສະໜູນ ຂໍ້ຕົກລົງສັນຕິພາບ ລະຫວ່າງ ພວກກະບົດ ຂອງກຳລັງປະກອບອາວຸດ ປະຕິວັດ ໂຄລອມເບຍ, FARC, ກັບລັດຖະບານ ພາກັນແນມເບິ່ງ ການອະພິປາຍ ຢູ່ໃນສະພາແຫ່ງຊາດ ໃນນະຄອນ Bogota, ວັນທີ 29 ພະຈິກ 2016.
ພວກສະໜັບສະໜູນ ຂໍ້ຕົກລົງສັນຕິພາບ ລະຫວ່າງ ພວກກະບົດ ຂອງກຳລັງປະກອບອາວຸດ ປະຕິວັດ ໂຄລອມເບຍ, FARC, ກັບລັດຖະບານ ພາກັນແນມເບິ່ງ ການອະພິປາຍ ຢູ່ໃນສະພາແຫ່ງຊາດ ໃນນະຄອນ Bogota, ວັນທີ 29 ພະຈິກ 2016.

ລັດຖະສະພາຂອງໂຄລອມເບຍ ໃນວັນພຸດວານນີ້ ໄດ້ຮັບຮອງເອົາ ຂໍ້ຕົກລົງສັນຕິພາບ ລະຫວ່າງ ລັດຖະບານ ແລະ ກຸ່ມກະບົດ ທີ່ຮູ້ຈັກກັນ​ໃນ​ຊື່ ກຳລັງ​ປະກອບອາວຸດ​ປະຕິວັດ​ ໂຄ​ລອມ​ເບຍ ຫຼື FARC ເພື່ອຍຸຕິສົງຄາມທີ່ແກ່ຍາວມາໄດ້ຫຼາຍກວ່າ 50 ປີ.

ສະພາຕ່ຳ ໄດ້ລົງຄະແນນສຽງ 130 ຕໍ່ 0 ໃນການເຫັນພ້ອມ ກັບຂໍ້ຕົກລົງດັ່ງກ່າວ ໜຶ່ງມື້ ຫລັງຈາກບັນດາສະມາຊິກສະພາສູງ ໄດ້ສະໜັບສະໜູນ ຂໍ້ຕົກລົງນັ້ນ ດ້ວຍຄະແນນສຽງ 75 ຕໍ່ 0.

ພວກຝ່າຍຄັດຄ້ານ ຂໍ້ຕົກລົງສັນຕິພາບ ລະຫວ່າງ ພວກກະບົດ ຂອງກຳລັງປະກອບອາວຸດ ປະຕິວັດ ໂຄລອມເບຍ, FARC, ກັບລັດຖະບານ ໄດ້ເຕົ້າໂຮມກັນ ຢູ່ດ້ານນອກລັດຖະສະພາ ໃນນະຄອນ Bogota, Colombia, ວັນທີ 30 ພະຈິກ 2016.
ພວກຝ່າຍຄັດຄ້ານ ຂໍ້ຕົກລົງສັນຕິພາບ ລະຫວ່າງ ພວກກະບົດ ຂອງກຳລັງປະກອບອາວຸດ ປະຕິວັດ ໂຄລອມເບຍ, FARC, ກັບລັດຖະບານ ໄດ້ເຕົ້າໂຮມກັນ ຢູ່ດ້ານນອກລັດຖະສະພາ ໃນນະຄອນ Bogota, Colombia, ວັນທີ 30 ພະຈິກ 2016.

ບັນດາສະມາຊິກພັກ ຂອງອະດີດ ປະທານາທິບໍດີ Alvaro Uribe ໄດ້ຍ່າງອອກຈາກ ກອງປະຊຸມ ທັງສອງສະພາ ເພື່ອເປັນການປະທ້ວງ. ທ່ານ Uribe ໄດ້ຕຳນິ ຂໍ້ຕົກລົງ ສັນຕິພາບ ວ່າເປັນການຜ່ອນຜັນໂທດ ຫຼາຍເກີນໄປ ຕໍ່ພວກສະມາຊິກຂອງກຸ່ມ​ກະບົດ FARC ໂດຍສະເພາະພວກ​ຜູ້ນຳຂອງກຸ່ມ ພ້ອມກັນນັ້ນ ຍັງເປັນການໃຫ້ອຳນາດ​ແບບ ຂາດໂຕ ແກ່ບັນດາສະມາຊິກສະພາ ເພື່ອຮັບຮອງເອົາຂໍ້ຕົກລົງສະບັບນີ້ ແທນທີ່ຈະ ໃຫ້ມີການຮັບຮອງເອົາ ດ້ວຍການລົງປະຊາມະຕິ​ໃນທົ່ວປະເທດ.

ຂໍ້ຕົກລົງສະບັບກ່ອນໜ້ານີ້ ບໍ່ຜ່ານການລົງປະຊາມະຕິ ໃນເດືອນຕຸລາ ຜ່ານມາ ຊຶ່ງ​ພາໃຫ້ມີການປ່ຽນແປງ ຫຼາຍກວ່າ 50 ຂໍ້ຂອງເອກກະສານ.

ການຮັບຮອງເອົາໂດຍລັດຖະສະພາ ເຮັດໃຫ້ມີການຈັດຕັ້ງຂັ້ນຕອນ ໄລຍະ 6 ເດືອນ ຊຶ່ງໃນຊ່ວງເວລາດັ່ງກ່າວນັ້ນ ພວກກະບົດ FARC ຫຼາຍກວ່າ 7,000 ຄົນ ຈະມອບ
ອາວຸດ ຂອງພວກເຂົາເຈົ້າໃຫ້​ແກ່ທາງການ.

“ມື້ອື່ນ ຍຸກໃໝ່ ຈະເລີ່ມຕົ້ນຂຶ້ນ” ນັ້ນແມ່ນຄຳເວົ້າຂອງ ປະທານາທິບໍດີ Juan
Manuel Santos ຜູ້ທີ່ໄດ້ຮັບລາງວັນ Nobel ຂະ​ແນ​ງສັນຕິພາບ ໃນເດືອນຕຸລາ ຜ່ານມາ ​ໃນຄວາມພະຍາຍາມຂອງທ່ານ ກ່ຽວ​ກັບການເຈລະຈາຢຸດຍິງ.

ສ່ວນທ່ານ Huberto de la Calle ຫົວໜ້າໃນການເຈລະຈາຂອງລັດຖະບານ ໄດ້ຊຸກຍູ້ໃຫ້ບັນດາສະມາຊິກສະພາ ຮັບຮອງເອົາຂໍ້ຕົກລົງດັ່ງກ່າວ ໂດຍກ່າວວ່າ ສັນຕິພາບໃນປັດຈຸບັນນີ້ ຢູ່ໃນໂຄລອມເບຍ ແມ່ນບອບບາງ ແລະ ວ່າ ອັນນີ້ ເປັນ “ເວລາທີ່ສຳຄັນຍິ່ງ” ສຳລັບປະເທດຊາດ.

ການເຈລະຈາສັນຕິພາບ ແກ່ຍາວມາໄດ້ 4 ປີແລ້ວ ໃນຄວາມພະຍາຍາມ​ເພື່ອຍຸຕິ ການຂັດແຍ່ງ ທີ່ເຮັດໃຫ້ປະຊາຊົນຫຼາຍກວ່າ 220,000 ຄົນ ໄດ້ເສຍຊີວິດ ແລະ ຫຼາຍລ້ານຄົນ ຖືກຍົກຍ້າຍຈາກຖິ່ນຖານ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG