ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂຄລິນ ພາວ ໄດ້ສ້າງນະໂຍບາຍ ສະຫະລັດ ທີ່ຍືນຍົງ ຕໍ່ ອາຟຣິກາ


ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໂຄລິນ ພາວ ຍ່າງລົງຈາກເຮືອບິນ ກັບພັນລະຍາຂອງທ່ານ ເວລາເດີນທາງຮອດສະໜາມບິນ ໂຈໂມ ເຄັນຢັດຕາ ຂອງນະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ. 26 ພຶດສະພາ, 2001.
ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໂຄລິນ ພາວ ຍ່າງລົງຈາກເຮືອບິນ ກັບພັນລະຍາຂອງທ່ານ ເວລາເດີນທາງຮອດສະໜາມບິນ ໂຈໂມ ເຄັນຢັດຕາ ຂອງນະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ. 26 ພຶດສະພາ, 2001.

ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໂຄລິນ ພາວ, ຜູ້ທີ່ໄດ້ເສຍຊີວິດໃນວັນຈັນທີ່ຜ່ານມາ, ແມ່ນໄດ້ຖືກລະນຶກເຖິງໃນ ອາຟຣິກາ ສຳລັບການສ້າງສັນຕິພາບ, ສະໜັບສະໜູນການຕໍ່ສູ້ກັບໂຣກ ເອດສ໌ ແລະ ໄດ້ໃຫ້ຄຳເຕືອນຕໍ່ການລ່ວງລະເມີດໃນສົງຄາມຕ່າງໆ.

ທ່ານ ແຄເມຣອນ ຮັດສັນ, ນັກວິໄຈອາວຸໂສຊົ່ວຄາວຢູ່ສູນກາງ ອາຟຣິກາ ຂອງສະພາ ແອັດແລນຕິກ ໄດ້ຫວນຄິດເຖິງອະດີດວ່າ ທ່ານ ພາວ ແມ່ນເຈົ້າໜ້າທີ່ ສະຫະລັດ ຄົນທຳອິດທີ່ໄດ້ປະກາດການຂ້າລ້າງເຜົ່າພັນໃນພາກພື້ນ ດາຟົວ ຂອງປະເທດ ຊູດານ ແລະ ໄດ້ມີສ່ວນຮ່ວມຢ່າງເລິກເຊິ່ງ ໃນຂໍ້ຕົກລົງສັນຕິພາບທີ່ໄດ້ສິ້ນສຸດສົງຄາມກາງເມືອງທີ່ແກ່ຍາວດົນນານຂອງ ຊູດານ, ເຊິ່ງໄດ້ສ້າງເສັ້ນທາງສຳລັບເອກະລາດຂອງປະເທດ ຊູດານໃຕ້.

ໃນປີ 2004, ທ່ານ ພາວ ໄດ້ໃຫ້ການຕໍ່ໜ້າຄະນະກຳມະການຄວາມສຳພັນກັບຕ່າງປະເທດ ສະພາສູງ ສະຫະລັດ ກ່ຽວກັບ ຄວາມຮຸນແຮງໃນເຂດ ດາຟົວ, ເຊິ່ງແມ່ນເຂດທີ່ປະສົບໄພໂດຍການປະ ທະກັນຢ່າງຮ້າຍແຮງເປັນເວລາຫຼາຍທົດສະວັດ, ແລະ ໄດ້ໃຊ້ຄຳວ່າ “ການຂ້າລ້າງເຜົ່າພັນ.”

ທ່ານ ຮັດສັນ ໄດ້ກ່າວຕໍ່ວີໂອເອໃນວັນຈັນທີ່ຜ່ານມາວ່າ “ນັ້ນແມ່ນຄັ້ງທຳອິດທີ່ຄຳສັບດັ່ງກ່າວໄດ້ຖືກໃຊ້ໃນຄວາມຂັດແຍ້ງນັ້ນ, ແລະ ມັນໄດ້ກາຍເປັນຄຳສັບທີ່ຖືກໃຊ້ໂດຍຄົນອື່ນໆໃນທົ່ວໂລກ ແລະ ແນ່ນອນພາຍໃນບັນດາຊຸມຊົນນັກ ເຄື່ອນໄຫວ ສະຫະລັດ. ແລະ ພວກທ່ານໄດ້ເຫັນ ສະຫະ ລັດ ມີສ່ວນຮ່ວມຢ່າງເລິກເຊິ່ງກົ່ວເກົ່າໃນຄວາມຂັດແຍ້ງຢູ່ທີ່ນັ້ນ.”

ທ່ານ ພາວ ຍັງໄດ້ມີບົດບາດເປັນຜູ້ນຳໜ້າໃນການເຈລະຈາທີ່ໄດ້ສິ້ນສຸດສົງຄາມກາງເມືອງໃນປະເທດ ຊູດານ ທີ່ໄດ້ແກ່ຍາວດົນກວ່າສອງທົດສະວັດ.

ທ່ານ ຮັດສັນ ໄດ້ກ່າວວ່າ “ເຈົ້າໄດ້ເຫັນ ການສ້າງຫ້ອງການ ຊູດານ ໃນກະຊວງການຕ່າງປະເທດພາຍໃຕ້ ທ່ານ ໂຄລິນ ພາວ, ເຈົ້າໄດ້ເຫັນການມີສ່ວນຮ່ວມໂດຍສ່ວນຕົວຂອງທ່ານໃນການເຈລະ ຈາທີ່ໄດ້ສະຫຼຸບການເຊັນຂໍ້ຕົກລົງສັນຕິພາບຮອບດ້ານປີ 2005 ໃນນະຄອນຫຼວງ ໄນໂຣບີ ປະ ເທດ ເຄັນຢາ, ເຊິ່ງ ທ່ານ ໂຄລິນ ພາວ ໄດ້ເດີນທາງໄປ ແລະ ເປັນສັກຂີພິຍານໃນຖານະຜູ້ຄ້ຳປະ ກັນຂໍ້ຕົກລົງນັ້ນ.”

ແລະ ໃນຂະນະທີ່ມູນເຊື້ອຂອງທ່ານ ພາວ ແມ່ນມັກຈະຖືກສານພັນກັບການສົ່ງເສີມຂອງທ່ານໃນສົງຄາມ ອີຣັກ ນັ້ນ, ທ່ານ ຮັດສັນ ກ່າວວ່າທ່ານໄດ້ຖືກລະນຶກເຖິງຢ່າງແຕກຕ່າງໃນ ອາຟຣິກາ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານ ໂຄລິນ ພາວ ໄດ້ສະທ້ອນໃຫ້ເຫັນວ່າ ມັນມີອົງປະກອບຂອງການສ້າງສັນຕິພາບທີ່ແຂງແກ່ນຫຼາຍພາຍໃນກະຊວງການຕ່າງປະເທດຂອງທ່ານ ຢ່າງແນ່ນອນໃນເວລານັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG