ບໍ່ເທົ່າໃດວັນຫຼັງຈາກທີ່ທ່ານວລາດີເມຍ ປູຕິນ ໄດ້ຖືກເລືອກໃຫ້ເປັນປະທານາ ທິບໍດີຂອງປະເທດອີກຄັ້ງນຶ່ງໃນປີ 2018, ອະດີດເຈົ້າໜ້າທີ່ຂັ້ນສູງຂອງວັງ ເຄຣັມລິນທ່ານນຶ່ງໄດ້ຊີ້ແຈງອອກມາໃຫ້ວີໂອເອເຫັນວ່າ ສາຍພົວພັນໄດ້ເຕັມໄປດ້ວຍໄພອັນຕະລາຍຫລາຍຊ່ຳໃດ ລະຫວ່າງປະເທດຕາເວັນຕົກແລະຣັດເຊຍ. ໃນການສົນທະນາກ່ຽວກັບຫຼາຍໆເລື້ອງນັ້ນ ເກືອບວ່າຈະເປັນການຄາດໄວ້ລ່ວງໜ້າໃຫ້ເຫັນເຖິງສະພາບການໃນປັດຈຸບັນນີ້ ຂອງການປະທະກັນທີ່ມີຄວາມສຳຄັນສູງ ລະຫວ່າງວັງເຄຣັມລິນແລະອົງການເນໂຕ້ ກ່ຽວກັບຢູເຄຣນ ຊຶ່ງທ່ານ ໄດ້ກ່າວວ່າ ທ່ານປູຕິນເຊື່ອວ່າ ການແຕກຫັກກັນລະຫວ່າງຣັດເຊຍ ແລະບັນດາ ປະເທດມະຫາອຳນາດຕາເວັນຕົກ ແມ່ນບໍ່ສາມາດປົວແປງໃຫ້ດີຄືນອີກໄດ້.
ແລະເຈົ້າໜ້າທີ່ທ່ານນີ້ ໄດ້ລະບຸເຖິງການຂະຫຍາຍໂຕຂອງອົງການເນໂຕ້ ອອກໄປທາງພາກຕາເວັນອອກນັ້ນ ເປັນເຫດຜົນສຳຄັນອັນນຶ່ງ. ທ່ານກ່າວວ່າ ຜົນເສຍຫາຍຄັ້ງສຸດທ້າຍສຳລັບທ່ານປູຕິນ ໄດ້ເກີດຂຶ້ນໃນຊ່ວງປີ 2013 ຫາ 2014 ດ້ວຍການລຸກຮືຂຶ້ນຂອງປະຊາຊົນໃນຢູເຄຣນທີ່ຮູ້ຈັກກັນດີວ່າ ມາຍແດນ (Maidan) ນັ້ນ ໄດ້ນຳໄປສູ່ການໂຄ່ນລົ້ມປະທານາທິບໍດີຂອງຢູເຄຣນ ທ່ານ ວິກຕໍ ຢານູໂຄວິກຈ໌ ທີ່ເປັນພັນທະມິດຂອງທ່ານ.
ຜູ້ທີ່ຢູ່ວົງໃນຂອງວັງເຄຣັມລິນ ທີ່ດຳລົງຕຳແໜ່ງຂັ້ນສູງໃນລັດຖະບານຂອງອະດີດປະທານາທິບໍດີ ບໍຣິສ ແຢລຊິນ ແລະໄດ້ກາຍເປັນສະມາຊິກແກນຫຼັກຂອງ ທີມງານທ່ານປູຕິນ ໄດ້ຕຳໜິປະເທດຕາເວັນຕົກວ່າ ພາໃຫ້ຄວາມໄວ້ເນື້ອເຊື່ອໃຈພັງທະລາຍລົງ ແລະການຂາດຄວາມຄິດເຫັນທີ່ມີຮ່ວມກັນ. ທ່ານເວົ້າວ່າ “ບາງທີ ສິ່ງທີ່ຈະສາມາດເຮັດໄດ້ ກໍມີແຕ່ເຮັດສິ່ງເລັກໆນ້ອຍໆນຳກັນ ກ່ອນ ເພື່ອພະຍາຍາມສ້າງຄວາມໄວ້ວາງໃຈກັນຄືນໃໝ່.” ທ່ານເວົ້າຕໍ່ໄປວ່າ “ຖ້າພວກ ເຮົາບໍ່ສາມາດເຮັດອັນນັ້ນໄດ້ ບາງທີເມື່ອພວກເຮົາຈະຕື່ນຂຶ້ນມາໃນມື້ນຶ່ງ ແລະມີຜູ້ໃດຜູ້ນຶ່ງຈະຍິງລູກສອນໄຟນິວເຄລຍກໍເປັນໄດ້.”
ມາເຖິງປັດຈຸບັນນີ້ ແລະບັນດາເຈົ້າໜ້າທີ່ວັງເຄຣັມລິນໄດ້ຂົ່ມຂູ່ຢ່າງເປີດເຜີຍ ໃນ ບໍ່ເທົ່າໃດວັນມໍ່ໆມານີ້ ທີ່ຈະໃຊ້ອາວຸດນິວເຄລຍທາງກົນລະຍຸດ ທ່າມກາງຄວາມ ຢ້ານກົວທີ່ສູງຂຶ້ນນັບມື້ ທີ່ວ່າ ທ່ານປູຕິນ ກຳລັງພິຈາລະນາບຸກໂຈມຕີທາງ ທະຫານຕໍ່ຢູເຄຣນຕື່ມອີກ. ອັນນີ້ ຈະເປັນການຊ້ຳຮອຍຂອງການຍຶດເອົາແຫຼມ ຄຣາຍເມຍ ມາເປັນຂອງຣັດເຊຍ ໃນປີ 2014 ແລະການເຂົ້າຍຶດເອົາພື້ນທີ່ສ່ວນໃຫຍ່ຂອງຂົງເຂດດອນບັສໃນພາກຕາເວັນອອກຂອງຢູເຄຣນ ທີ່ມີຊາຍແດນຕິດ ກັບຣັດເຊຍ.
“ຈະມີການປະເຊີນໜ້າກັນ” ນັ້ນຄືຄຳເວົ້າຂອງຮອງລັດຖະມົນຕີການຕ່າງປະ ເທດຂອງຣັດເຊຍ ທ່ານເຊີເກ ຣີຢາຄັອຟ ທີ່ກ່າວໄປ ບໍ່ດົນຫຼັງຈາກປະທານາທິ ບໍດີສະຫະລັດ, ທ່ານໂຈ ໄບເດັນ ແລະທ່ານປູຕິນ ໄດ້ຈັດກອງປະຊຸມຜ່ານທາງ ວີດີໂອເປັນເວລາສອງຊົ່ວໂມງ ໃນວັນທີ 18 ທັນວາ, ທີ່ໄດ້ແນໃສເພື່ອຫລຸດ ຜ່ອນວິກິດການທີ່ກຳລັງເກີດຂຶ້ນຈາກການເຄື່ອນໄຫວທາງທະຫານຂອງຣັດເຊຍຢູ່ໃກ້ຊາຍແດນຂອງຢູເຄຣນ ແລະການເສີມກຳລັງທະຫານຂະໜາດໃຫຍ່ ປະມານ 100,000 ຄົນ.