ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວສວນກາເຟແຂວງ ຈຳປາສັກ ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ຈາກການໃຊ້ສານເຄມີ ຢ່າງກວ້າງຂວາງ ຂອງບໍລິສັດ ຈີນ


ບັນດາກະສິກອນທີ່ປູກກາເຟຢູ່ໃນແຂວງຈຳປາສັກ ກຳລັງປະເຊີນກັບບັນຫາດິນເສື່ອມຄຸນນະພາບຫຼາຍຂຶ້ນນັບມື້ ໂດຍມີສາເຫດມາຈາກການໃຊ້ປຸຍ ແລະສານເຄມີຕ່າງໆ
ບັນດາກະສິກອນທີ່ປູກກາເຟຢູ່ໃນແຂວງຈຳປາສັກ ກຳລັງປະເຊີນກັບບັນຫາດິນເສື່ອມຄຸນນະພາບຫຼາຍຂຶ້ນນັບມື້ ໂດຍມີສາເຫດມາຈາກການໃຊ້ປຸຍ ແລະສານເຄມີຕ່າງໆ

ຊາວສວນກາເຟນແຂວງຈຳປາສັກ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການໃຊ້ສານເຄມີຢ່າງກວ້າງຂວາງເພື່ອເພີ້ມຜົນຜະລິດກະສິກຳ ທີ່ສົ່ງຜົນເຮັດໃຫ້ຄຸນນະພາບຂອງດິນເສື່ອມລົງນັບມື້.

ທ່ານວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ຖະແຫລງວ່າ ບັນດາກະສິກອນທີ່ປູກກາເຟຢູ່ໃນແຂວງຈຳປາສັກ ກຳລັງປະເຊີນກັບບັນຫາດິນເສື່ອມຄຸນນະພາບຫຼາຍຂຶ້ນນັບມື້ ໂດຍມີສາເຫດມາຈາກການໃຊ້ປຸຍ ແລະສານເຄມີຕ່າງໆ ເພື່ອເພີ້ມຜົນຜະລິດກະສິກຳສຳລັບຕອບສະໜອງທັງຕະຫຼາດພາຍໃນແລະຕ່າງປະເທດ ທີ່ມີຄວາມຕ້ອງການສິນຄ້າກະສິກຳຂອງລາວ ເພີ້ມຂຶ້ນເລື້ອຍໆນັ້ນ ໂດຍສະເພາະແມ່ນມັນຕົ້ນທີ່ມີການປູກຢ່າງກວ້າງຂວາງໃນແຂວງຈຳປາສັກ ແຕ່ໃນຂະນະດຽວກັນ ການປູກມັນຕົ້ນ ກໍໄດ້ມີການໃຊ້ປຸຍແລະສານເຄມີຕ່າງໆຢ່າງຫລວງຫລາຍດ້ວຍນັ້ນ ຈຶ່ງເກີດບັນຫາການຕົກຄ້າງຂອງສານເຄມີ ແລະເຮັດໃຫ້ຄຸນນະພາບຂອງດິນເສື່ອມລົງນັບມື້ ທັງຍັງເກີດການຮົ່ວໄຫລຂອງສານເຄມີເຂົ້າໄປໃນສວນກາເຟອີກດ້ວຍ ດັ່ງທີ່ ທ່ານວິໄລວົງ ໃຫ້ການຢືນຢັນວ່າ:

“ດຽວນີ້ ດິນປາກຊ່ອງນີ້ ຄວາມເຂັ້ມຂອງດິນມັນຫລຸດລົງໄປເຄິ່ງນຶ່ງ ມັນຈະບໍ່ງາມແລ້ວ ຂ້າພະເຈົ້າເຄີຍເຮັດທົດລອງກັບຍີ່ປຸ່ນປູກຖົ່ວຂຽວເນາະ ຄວາມເຂັ້ມຂອງດິນມັນລົງມາເຫຼືອແຕ່ 5-4 ຄວາມເຂັ້ມແລ້ວມັນກະປູກໄດ້ແຕ່ມັນຕົ້ນ ຄັນເຮົາເບິ່ງໃນແງ່ວິຊາການ ເຮົາສິກວດຄືແນວໃດ ມັນສິແມ່ນຍ້ອນອັນນັ້ນບໍ່ ຍ້ອນຄວາມເຂັ້ມຂອງດິນ ດິນມັນຊຸດໂຊມຫຼາຍ ມັນຈຶ່ງເກີດຕົ້ນກາເຟມີບັນຫາ ເພາະວ່າຍີ່ປຸ່ນມາທົດລອງປູກຖົ່ວຂຽວຫັ້ນ ເບື້ອງຕົ້ນຫັ້ນແມງໄມ້ມັນກິນໃບຕໍ່ມາມັນກິນຮາກ ຢູ່ປາກຊ່ອງເຂົາເຈົ້າຫລະເອົາດິນຫັ້ນໄປວິເຄາະວິໄຈ ເຫັນວ່າເສື່ອມໂຊມຫຼາຍ.”

ປັດຈຸບັນ ຊາວກະສິກອນລາວປູກກາເຟໃນເນື້ອທີ່ລວມປະມານ 100,000 ເຮັກຕາທົ່ວປະເທດ ຊຶ່ງເກີນກວ່າ 85 ເປີເຊັນ ເປັນກາເຟທີ່ປູກຢູ່ເຂດບໍລະເວນໃນພື້ນທີ່ 3 ແຂວງພາກໃຕ້ຂອງລາວ ກໍຄື ສາລະວັນ ຈຳປາສັກ ເຊກອງ ແລະທາງການລາວຍັງໄດ້ສົ່ງເສີມການປູກກາເຟໄປໃນ 8 ແຂວງໃນພາກເໜືອອີກດ້ວຍ ເພາະເຫັນວ່າ ກາເຟລາວເປັນທີ່ຕ້ອງການຂອງຕະຫຼາດໃນຕ່າງປະເທດເພີ້ມຂຶ້ນ ໂດຍສະເພາະແມ່ນໃນປີ 2017 ນັ້ນ ນັບເປັນປີທີ່ລາວສົ່ງອອກກາເຟຫຼາຍທີ່ສຸດ ກໍຄື 41,088 ໂຕນ ແຕ່ວ່າການສົ່ງອອກກາເຟຂອງລາວ ກໍລົດລົງເປັນ 20,654 ໂຕນ ແລະ 17,692 ໂຕນໃນປີ 2018-2019 ຕາມລໍາດັບ ໂດຍມີສາເຫດຈາກລາຄາກາເຟທີ່ມີທ່າອຽງຕົກຕໍ່າລົງນັບຈາກປີ 2018 ທີ່ສົມທົບດ້ວຍຜົນຜະລິດກາເຟລາວເລີ້ມມີບັນຫາການປົນເປື້ອນຈາກສານເຄມີດັ່ງກ່າວ ຈຶ່ງເຮັດໃຫ້ຄວາມຕ້ອງການກາເຟລາວໃນຕະຫຼາດຕ່າງປະເທດຫລຸດລົງດ້ວຍ.

ພວກຄົນງານຢູ່ສວນປູກກ້ວຍແຫ່ງນຶ່ງໃນລາວ ພາກັນເກັບກ່ຽວໝາກກ້ວຍ ເພື່ອສົ່ງໄປຕະຫຼາດພາຍໃນແລະຕ່າງປະເທດ.
ພວກຄົນງານຢູ່ສວນປູກກ້ວຍແຫ່ງນຶ່ງໃນລາວ ພາກັນເກັບກ່ຽວໝາກກ້ວຍ ເພື່ອສົ່ງໄປຕະຫຼາດພາຍໃນແລະຕ່າງປະເທດ.

ທາງດ້ານ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍ້ອມຮັບວ່າ ການລັກລອບນຳເຂົ້າສານເຄມີຜິດກົດໝາຍ ໄດ້ເກີດຂຶ້ນໃນລາວຢ່າງກວ້າງຂວາງ ໂດຍສະເພາະສານເຄມີ ທີ່ໃຊ້ໃນການຜະລິດກະສິກຳນັ້ນ ໄດ້ມີການລັກລອບນຳເຂົ້າມາລາວຢ່າງຫລວງຫລາຍ ທັງທີ່ວ່າ ໄດ້ມີຄຳສັ່ງໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ເຂັ້ມງວດໃນການຄວບຄຸມ ແລະກວດກາການນຳເຂົ້າສານເຄມີຕ້ອງຫ້າມໃນທົ່ວປະເທດແລ້ວກໍຕາມ ແຕ່ການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ກໍຍັງບໍ່ມີປະສິດທິພາບ ເພາະບໍ່ໄດ້ຮັບການຮ່ວມມືຈາກທ້ອງຖິ່ນຢ່າງແທ້ຈິງ ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ກະຊວງກະສິກໍາ ກະຊວງການຄ້າ ກະຊວງທີ່ກ່ຽວຂ້ອງ ຫ້າມນໍາເຂົ້າຝຸ່ນເຄມີຮ້າຍແຮງ ຢາຂ້າຫຍ້າ ຫ້າມແລ້ວຜັດຍັງນຳເຂົ້າມາຕິດໆຢູ່ ສະມາຊິກສະພາທ້ອງຖິ່ນກວດກາໃຫ້ແດ່ ຜູ້ໃດລະເມີດໃຫ້ມີມາດະການ ຈັກໜ້ອຍດິນຂອງພວກເຮົາທີ່ໂຄສະນາວ່າ ເປັນດິນທີ່ອຸດົມສົມບູນ ຍັງເປັນດິນປອດສານພິດຢູ່ ສິກາຍເປັນເຄມີໝົດແລ້ວ ຄັນພວກເຮົາບໍ່ພະຍາຍາມປ້ອງກັນ.”

ສ່ວນອົງການ Land Information Working Group ລາຍງານວ່າ ການຜະລິດທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດໃນລາວຢ່າງກວ້າງຂວາງທີ່ສຸດ ກໍຄືພື້ນທີ່ສຳປະທານການປູກກ້ວຍຂອງບັນດານກທຸລະກິດຈີນ ໂດຍສະເພາະແມ່ນຢູ່ແຂວງບໍ່ແກ້ວ ອຸດົມໄຊ ຫລວງນ້ຳທາ ນັ້ນ ເປັນເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະບັນດານັກທຸລະກິດຈີນ ໄດ້ພາກັນລັກລອບນຳເຂົ້າ ແຮະນຳໃຊ້ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ຢາປາບສັດຕູພືດອີກ 19 ຊະນິດ ທີ່ເປັນອັນຕະລາຍຕໍ່ສຸຂະພາອະນາໄມຂອງປະຊາຊົນລາວ ທັງຍັງກະທົບຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ ສັດລ້ຽງ ທີ່ດິນນາ ແລະພືດຜົນຕ່າງໆຂອງປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ.

XS
SM
MD
LG