ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

16 ຄົນໄດ້ຮັບບາດເຈັບ ໃນຂະນະທີ່ພວກກະບົດຮູຕີ ໃຊ້ເຮືອບິນບໍ່ມີຄົນຂັບ ໂຈມຕີສະໜາມບິນ ຊາອຸດີ


ຮູບພາບນີ້ເຜີຍແຜ່ໂດຍ ສູນກາງຂ່າວ Ansarullah Media Centre ໃນວັນທີ 15 ກຸມພາ 2022 ສະແດງໃຫ້ເຫັນ ບໍ່ຮູ້ເຖິງວັນທີ່​ຍິງ​ໂດ​ຣນ ຫຼື​ເຮືອ​ບິນບໍ່ມີຄົນຂັບ..
ຮູບພາບນີ້ເຜີຍແຜ່ໂດຍ ສູນກາງຂ່າວ Ansarullah Media Centre ໃນວັນທີ 15 ກຸມພາ 2022 ສະແດງໃຫ້ເຫັນ ບໍ່ຮູ້ເຖິງວັນທີ່​ຍິງ​ໂດ​ຣນ ຫຼື​ເຮືອ​ບິນບໍ່ມີຄົນຂັບ..

ສິບຫົກຄົນ ຮວມທັງຊາວຕ່າງປະເທດ ໄດ້ຮັບບາດເຈັບ ຢູ່ໃນຊາອຸດີອາຣາເບຍ ເວລາຣາຊະອານາ
ຈັກ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ເພື່ອ​ໂຈມ​ຕີສະໜາມບິນ ໂດຍພວກກະບົດເຢເມນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ກຳ​ລັງ​ແນວ​ໂຮມ ທີ່ນຳພາໂດຍຊາອຸດີ ໄດ້ກ່າວໃນວັນຈັນວານນີ້.

ນີ້ເປັນເທື່ອທີສອງ ຂອງການໂຈມຕີສະໜາມບິນ ໃນ​ເວ​ລາ​ບໍ່​ຮອດສອງອາທິດທີ່​ມີ​ການ​ຖີ້ມໂທດໃສ່ ຫຼືອ້າງເອົາ​ຄວາມ​ຮັບ​ຜິດ​ຊອບ ໂດຍພວກຫົວກະບົດຮູຕີ ທີ່​ອີ​ຣ່ານ​ເປັນ​ຜູ້​ໜຸນ​ຫຼັງ.

ພວກກະບົດທຳການໂຈມຕີເປັນປະຈຳ​ຕໍ່ຊາອຸດີອາຣາເບຍ ຊຶ່ງເປັນເວລາ​ເປັນ​ເວລາເຈັດປີແລ້ວ ໄດ້
ນຳພາກຳລັງແນວ​ໂຮມ ເຂົ້າ​ແຊກ​ແຊງ​ເພື່ອໃຫ້ການສະໜັບສະໜູນລັດຖະບານເຢເມນ ​ທ່າມ​ກາງ​ການ​ບຸກ​ຄືບໜ້າຂອງ​ພວກ​ກະ​ບົດຮູຕີ.

“ເຮືອບິນບໍ່ມີຄົນຂັໍບລຳນຶ່ງ ໄດ້ສົ່ງຂຶ້ນໃນທິດທາງຂອງສະໜາມບິນ ກະ​ສັດ ອັບດູລລາ ຢູ່​ເມືອງຈາຊານ ໄດ້ຖືກທຳລາຍ ໂດຍມີຊາກຕົກລົງມາໃສ່ໃນສະໜາມບິນ” ອີງ​ຕາມ​ຄຳ​ເວົ້າ​ຂອງ​ກຳ​ລັງ​ແນວ​ໂຮມ​ທີ່ໄດ້ກ່າວ​ໄວ້ ດັ່ງທີ່ໄດ້ລາຍງານໂດຍອົງການຂ່າວ ທາງການຊາອຸດີ.

“ພົນລະເຮືອນສິບຫົກຄົນຂອງຫຼາຍສັນຊາດໄດ້ຮັບບາດເຈັບ” ລາຍງານໄດ້ກ່າວ ຫາກະ​ບົດຮູຕີ “ອີກເທື່ອນຶ່ງທີ່ໄດ້ທຳ​ການ​ໂຈມ​ຕີ​ຂ້າມຊາຍແດນ ຕໍ່ສະໜາມບິນຊານາ​ອາ.”

ສະໜາມບິນ ແລະນະ​ຄອນຫຼວງຂອງຊານາ​ອາ ໄດ້ຖືກຍຶດໂດຍ​ພວກ​ກະ​ບົດຮູຕີ ຜູ້ທີ່ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີ ຊຶ່ງ​ໄດ້​ມີຂຶ້ນໃນວັນທີ 10 ກຸມ ພາທີ່ຜ່ານມາ ພ້ອມທັງຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງ ຊາອຸດີອາຣາເບຍ ໃກ້ກັບເຢເມນ.

Sixteen people including foreigners were injured in Saudi Arabia when the kingdom destroyed a drone launched against an airport by Yemeni rebels, the Saudi-led coalition said Monday.

It is the second airport attack in less than two weeks blamed on, or claimed by, the Iran-backed Houthi insurgents.

The rebels regularly launch attacks against Saudi Arabia which has for seven years led the military coalition which intervened to support Yemen's government in the face of Houthi advances.

"A drone launched in the direction of King Abdullah Airport in Jazan was destroyed, with debris falling inside the airport," the coalition said, as reported by the official Saudi Press Agency.

"Sixteen civilians of different nationalities were injured," it said, accusing the Houthis of "again launching cross-border attacks from Sanaa airport."

The airport, and the Yemeni capital city of Sanaa, are held by the Houthis, who claimed responsibility for an attack that took place on February 10, also in Saudi Arabia's southwest near Yemen.

XS
SM
MD
LG