ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳພັກຝ່າຍຄ້ານ ກຳປູເຈຍ ຖືກປ່ອຍຕົວ ດ້ວຍການປະກັນຕົວອອກ


ອະດີດຜູ້ນຳຝ່າຍຄ້ານ ທ່ານ ເຄມ ໂຊກາ ນັ່ງຢູ່ສານອຸທອນ ໃນລະຫວ່າງການໃຫ້ປາກຄຳ ກ່ຽວກັບ ການຂໍປະກັນໂຕ
ໃນແຂວງພະນົມເປັນ, ກຳປູເຈຍ. 1 ກຸມພາ, 2018.
ອະດີດຜູ້ນຳຝ່າຍຄ້ານ ທ່ານ ເຄມ ໂຊກາ ນັ່ງຢູ່ສານອຸທອນ ໃນລະຫວ່າງການໃຫ້ປາກຄຳ ກ່ຽວກັບ ການຂໍປະກັນໂຕ ໃນແຂວງພະນົມເປັນ, ກຳປູເຈຍ. 1 ກຸມພາ, 2018.

ທ່ານ ເຄມ ໂສກາ (Kem Sokha) ຜູ້ນໍາອະດີດພັກກູ້ຊາດຂອງກໍາປູເຈຍ ຫລື CNRP
ໄດ້ຖືກປ່ອຍໂຕອອກຈາກຄຸກແບບປະກັນໂຕ ໃນວັນຈັນມື້ນີ້. ຜູ້ສໍາຄັນໃນຝ່າຍຕໍ່ຕ້ານ
ລັດຖະບານໄດ້ຕິດຄຸກໃນຂໍ້ຫາຂາຍຊາດ ໃນນຶ່ງປີກ່ອນໜ້ານີ້.

"ທ່ານຖືກປ່ອຍໂຕອອກມາແບບປະກັນໂຕ ແລະຖືກຕິດຕາມໂດຍສານ," ນັ້ນຄືຄໍາເວົ້າ
ຂອງໂຄສົກລັດຖະບານຄົນນຶ່ງ ທີ່ກ່າວຕໍ່ອົງການຂ່າວຣອຍເຕີ.

ອົງການຂ່າວຣອຍເຕີ ອ້າງເຖິງຄໍາເວົ້າຂອງລູກສາວທ່ານວ່າ ທ່ານ ເຄມ ໂສກາ ທີ່ເປັນ
ນັກໂທດການເມືອງ ອາຍຸ 65 ປີທ່ານນີ້ ກໍາລັງຢູ່ພາຍໃຕ້ການກັກບໍລິເວນ ແລະມີສຸຂະ
ພາບບໍ່ແຂງແຮງ.

ນາຍົກລັດຖະມົນຕີຮຸນ ເຊນ ຂອງລັດຖະບານກໍາປູເຈຍ ທີ່ໄດ້ກໍາອໍານາດມາເປັນເວລາ
ນານ 33 ປີແລ້ວນັ້ນ ເລີ້ມທັບມ້າງພວກພັກຝ່າຍຄ້ານ ຊຶ່ງລວມທັງໃຫ້ສານສູງສຸດຂອງ
ກໍາປູເຈຍຍຸຍພັກ CNRP ກ່ອນການເລືອກຕັ້ງຈະຖືກຈັດຂຶ້ນໃນເດືອນກໍລະກົດທີ່ຜ່ານ
ມາ.

ໂດຍການບໍ່ມີຄູ່ແຂ່ງທີ່ສໍາຄັນ, ພັກປະຊາຊົນກໍາປູເຈຍຂອງທ່ານຮຸນເຊນ ຈຶ່ງໄດ້ຮັບໄຊ
ຊະນະຢ່າງຂາດລອຍ ຢູ່ໃນການປ່ອນບັດເລືອກຕັ້ງ ທີ່ຖືກຕໍາໜິຢ່າງກວ້າງຂວາງ ວ່າ
ມີຄວາມຜິດພາດ ແລະບໍ່ມີປະຊາທິປະໄຕ.

ຫລັງຈາກການເລືອກຕັ້ງແລ້ວ ຄົນສໍາຄັນໃນພັກຕໍ່ຕ້ານລັດຖະບານ ທີ່ຖືກຈໍາຄຸກຢູ່ໃນ
ເວລາກ່ອນໜ້າປະກາດຜົນການເລືອກຕັ້ງນັ້ນ ກໍໄດ້ຖືກປ່ອຍໂຕ ຊຶ່ງລວມທັງສະມາຊິກ
ຂອງພັກ CNRP 14 ຄົນນຳ ໃນທ້າຍເດືອນແລ້ວນີ້.

Former Cambodia National Rescue Party (CNRP) leader Kem Sokha was released on bail Monday. The opposition figure was jailed on treason charges a year ago.

"He was released on bail and he is under monitoring by the court," a government spokesman told Reuters.

Reuters also quoted Kem Sokha's daughter as saying the 65-year-old political prisoner is under house arrest and in ill health.

The government of Prime Minister Hun Sen, who has ruled for 33 years, began a crackdown late last year on opposition parties, including having the Cambodian Supreme Court dissolve the CNRP, ahead of elections in July.

With no significant challengers, Hun Sen's Cambodian People’s Party claimed a sweeping victory in a vote widely criticized as flawed and anti-democratic.

Following the election, opposition figures jailed in the run-up to the vote have been released, including 14 CNRP members late last month.

XS
SM
MD
LG