ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sanders ຊະນະ ການປະຊຸມປ່ອນບັດ ຢູ່ສອງລັດ ສ່ວນພັກຣີພັບບລິກັນ ແບ່ງຄະແນນກັນ


ຜູ້ສະໝັກປະທານານາທິບໍດີ ພັກເດໂມແຄຣັດ ທ່ານ Bernie Sanders.
ຜູ້ສະໝັກປະທານານາທິບໍດີ ພັກເດໂມແຄຣັດ ທ່ານ Bernie Sanders.

ບັນດາ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ​ ທີ່ຈະ​ຖືກສະ​ເໜີຊື່ ​ໃຫ້ເປັນຜູ້​ສະໝັກ​
ລົງ​ແຂ່ງຂັນ​ເອົາ ຕຳ​ແໜ່​ງ​ປະທານາທິບໍດີ ທັງ​ຂອງ​ພັກ​ເດໂມ​ແຄ
ຣັດ ​ແລະຣີພັບ​ບລິ​ກັນ ​ແບ່ງປັນ​ຄະ​ແນນ​ກັນ ກັບ​ບັນດາ​ຄູ່່​ແຂ່ງ​
ຂອງພວກ​ທ່ານໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ທີ່​ບັນດາ ລັດ​ທາ​ງພາກ
​ຕາ​ເວັນ​ຕົກຂອງ​ສະຫະລັດ.

ທ່ານ Donald Trump ທີ່ສັງກັດ​ພັກຣີພັບ​ບລິ​ກັນ ​ໄດ້ຮັບໄຊຊະ
ນະ​ຢ່າງ​ງ່າຍ​ດາຍ ​ຢູ່​ທີ່​ລັດ Arizona ​ແລະ​ໄດ້ຮັບ​ຜູ້ຕາງໜ້າ​ທັງ​
ໝົດ 58 ຄົນ​ ​ໂດຍ​ໄດ້​ເອົາຊະນະ​ສະມາຊິກ​ສະພາ​ສູງ ຈາກລັດ
Texas ທ່ານ Ted Cruz ຫລາຍ​ກວ່າ 20 ​ເປີ​ເຊັນ.

​ແຕ່ທ່ານ Cruz ກໍ​ໄດ້​ຮັບໄຊຊະນະຢູ່​ທີ່​ລັດ Utah ຊຶ່ງທ່ານ​ໄດ້​ຮັບຄະແນນສຽງ​ ຫລາຍ​
ກວ່າ​ເຄິ່ງ​ ​ຈຶ່ງເຮັດໃຫ້​ທ່ານ​ໄດ້ຮັບ​ຜູ້ຕາງໜ້າ​ຂອງ​ລັດ Utah ທັງໝົດ 40 ຄົນແລະ​ປະຕິ
​ເສດ​ບໍ່​ໃຫ້​ທ່ານ Trump ​ໄດ້​ຮັບ​ພາກສ່ວນ​ໃດໆເລີຍ. ທ່ານ Cruz ​ແລະ​ຜູ້​ສະໝັກອີກ​ຄົນ​
ໜຶ່ງ​ທີ່​ຍັງ​ເຫລືອ​ຢູ່​ຂອງພັກ​ຣີພັບ​ບລິ​ກັນ ຄືຜູ້​ປົກຄອງ​ລັດ Ohio ທ່ານ John Kasich
ກຳລັງ​ພະ​ຍາຍາມ ​ຫາ​ທາງ​ປ້ອງ​ກັນ ​ບໍ່​ໃຫ້​ທ່ານ Trump ​ໄດ້​ຮັບ​ຈຳນວນ​ຜູ້ຕາງໜ້າ​
1,237 ຄົນຕາມທີ່​ຕ້ອງການ​ເພື່ອ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່ຈາກ​ພັກ ກ່ອນ​ກອງ​ປະຊຸມ​
ໃຫຍ່ ​ໃນ​ເດືອນ​ກໍ​ລະ​ກົດ​ຈະ​ມາ​ເຖິງ​ນີ້.

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.

ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ທ່ານ Bernie Sanders ​ໄດ້​ຮັບໄຊຊະນະ
ທີ່ຕ້ອງການທີ່​ສຸດ​ ໃນ​ການແຂ່ງ​ຂັນ​ຂອງພັກ​ເດ​ໂມ​ແຄຣັດ ​ໂດຍ​ໄດ້​ຮັບ​ໄຊຊະນະ ກອງ
​ປະຊຸມປ່ອນ​ບັດ​ ​ຢູ່ໃນ​ສອງ​ລັດຄື Idaho ​ແລະ Utah ຫລາຍ​ກວ່າ 70 ​ເປີ​ເຊັນ​ຂອງ​ການ​
ລົງ​ຄະ​ແນນ​ສຽງ​ລື່ນ​ອະ​ດີດ​ລັດຖະມົນຕີການ​ຕ່າງ ປະ​ເທດ ທ່ານ​ນາງ Hillary Clinton.

ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump

ພັກ​ເດ​ໂມ​ແຄຣັດ ​ແບ່ງປັນ​ບັນດາ​ຜູ້ຕາ​ງໜ້າ​ເຂົາ​ເຈົ້າຕາມສັດ​ສ່​ວນ​ເພາະສະ​ນັ້ນ ທ່ານ Sanders ຕ້ອງ​ໄດ້​ຮັບ​ໄຊຊະນະຢ່າງ​ໃຫຍ່ຈຶ່ງ​ຈະ​ມີ​ຄະ​ແນນ​ສຽງ​ໃກ້ຄຽງ ກັບ​ທ່ານ​ນາງ Clinton ທີ່ເປັນຜູ້​ນຳ​ໜ້າໃນ​ເວລາ. ທ່ານ​ນາງ​ໄດ້​ຮັບ​ໄຊຊະນະໃນການ​ແຂ່ງຂັນຂອງ​ພັກ​ເດ​ໂມ​ແຄຣັດໃນ​ວັນ​ອັງຄານ​ວານນີ້​ຢູ່​ທີ່​ລັດ Arizona ​ໂດຍ​ມີ​ຄະ​ແນນ​ສຽງລື່ນ​ທ່ານ Sanders ຢ່າງ​ຫຼວງຫຼາຍ.

US Politics
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG