ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ກ່າວວ່າ ທ່ານນາງ ຈະບໍ່ໄປຢາມ ເມັກຊິໂກ ລະຫວ່າງໂຄສະນາຫາສຽງ

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ເດີນທາງອອກມາ ຈາກງານຊຸມນຸມ ເພື່ອເປັນກຽດແກ່ແຮງງານ ປະຈຳປີ ຄັ້ງທີ 49 ຫຼັງການກ່າວຄຳປາໄສແລ້ວ ຢູ່ທີ່ ສວນແຄມນ້ຳ Illiniwek ໃນເມືອງ Hampton ລັດ Illinois, ວັນທີ 5 ກັນຍາ 2016.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວວ່າ ທ່ານນາງຈະບໍ່ໄປຢ້ຽມຢາມເມັກຊິໂກກ່ອນການເລືອກຕັ້ງໃນເດືອນພະຈິກ.

ທ່ານ Donald Trump ຄູ່ແຂ່ງຈາກພັກຣີພັບບລີກັນຂອງທ່ານນາງ ໄດ້ໄປ​ເມັກ​ຊິ​ໂກ ເມື່ອ ສັບປະດາແລ້ວນີ້ ຫຼັງຈາກທີ່ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ໄດ້ ເຊື້ອເຊີນທັງສອງທ່ານ ຜູ້ທີ່ອາດຈະໄດ້ເປັນຜູ້ນຳສະຫະລັດ ໃນອະນາຄົດ ເພື່ອການປຶກ ສາຫາລື ສາຍສຳພັນລະຫວ່າງປະເທດເພື່ອນບ້ານນີ້.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໂບກມື ຂະນະທີ່ ທ່ານໄດ້ຍ່າງໄປກັບຜູ້ສະໝັກເປັນຮອງປະທານາທິບໍດີ ຄືຜູ້ປົກຄອງລັດ Indiana ຈາກພັກຣີພັບບລີກັນ ທ່ານ Mike Pence, ໃນລະຫວ່າງການຢ້ຽມຢາມ ງານຕະຫຼາດນັດ ຂອງເມືອງ Canfield ຄັ້ງທີ 170, ວັນທີ 5 ກັນຍາ 2016, ໃນລັດ Ohio.

ທ່ານນາງ Clinton ໄດ້ກ່າວຕໍ່ອົງການຂ່າວ ABC News ໃນວັນຈັນວ່ານນີ້ ວ່າ ທ່ານນາງ ຈະເພັ່ງເລັງຄວາມພະຍາຍາມຂອງທ່ານນາງ ໃນເວລານີ້ ໃສ່ເລື່ອງ ການສ້າງວຽກເຮັດ ງານທຳ ຢູ່ໃນປະເທດ. ເມື່ອຕອນເຊົ້າວັນຈັນວານນີ້ ທ່ານນາງ ໄດ້ເອີ້ນ ການເຈລະຈາ ຂອງທ່ານ Trump ກັບ ທ່ານ Pena Nieto ວ່າ “ເປັນເຫດການທີ່ຂາຍໜ້າ ລະຫວ່າງ ຊາດ” ແລະ ໄດ້ກ່າວວ່າ ທ່ານ Trump ບໍ່ຮູ້ຈັກ ວິທີການເຈລະຈາທີ່ມີປະສິດທິພາບ ກັບຜູ້ນຳຂອງປະເທດ ເລີຍ.

ທ່ານນາງ Clinton ຍັງໄດ້ບອກຕໍ່ພວກຜູ້ສະໜັບສະໜູນ ໃນນະຄອນ Cleveland ຂອງ ລັດ Ohio ວ່າ ລັດຖະບານຂອງທ່ານນາງ ຈະຕໍ່ສູ້ເພື່ອສິດທິ ແລະ ກຽດສັກສີ ຂອງພວກ ຄົນງານ ຂະນະທີ່ທ່ານນາງ ໂຈມຕີປະຫວັດການເຮັດທຸລະກິດຫຼາຍຢ່າງ ທີ່ລົ້ມລະລາຍ ຂອງທ່ານ Trump ແລະ ຂໍ້ກ່າວຫາຕ່າງໆ ຂອງການກະທຳທີ່ຂີ້ຮ້າຍ ຕໍ່ພວກພະນັກງານ ຂອງທ່ານເອງ. ທ່ານນາງໄດ້ກ່າວວ່າ “ການເວົ້າແຮງໆ ແລະ ການກ່າວອ້າງ ທີ່ບໍ່ມີມູນ ຄວາມຈິງ ນັ້ນ” ຈະບໍ່ສາມາດຢືນຢູ່ໄດ້ ຕໍ່ການກວດສອບ.

ຫຼັງຈາກນັ້ນ ທ່ານນາງ ໄດ້ບອກຕໍ່ບັນດານັກຂ່າວ ຢູ່ເທິງເຮືອບິນການໂຄສະນາຫາສຽງ ຂອງທ່ານນາງວ່າ ທ່ານນາງ ມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ຂໍ້ຫາທີ່ວ່າມີ “ການ ແຊກແຊງເຂົ້າ ໃນການເລືອກຕັ້ງ ຂອງພວກເຮົາ ໂດຍລັດຖະບານຣັດເຊຍ.”

ທ່ານນາງ ໄດ້ກ່າວອີກວ່າ “ພວກເຮົາຈະຕ້ອງຮັບເອົາໄພຂົ່ມຂູ່ ແລະ ການໂຈມຕີ ເຫຼົ່ານັ້ນ ເປັນເລື່ອງທີ່ຮ້າຍແຮງຢ່າງຈິງຈັງ. ທ່ານນາງຍັງໄດ້ຕຳໜິ ທ່ານ Trump ສຳລັບ “ການຊຸກ ຍູ້ໃຫ້ພວກຣັດເຊຍ ລັກເຈາະຂໍ້ມູນຫຼາຍຂຶ້ນ” ອັນເປັນການອ້າງເຖິງ ຄຳເຫັນຂອງທ່ານ Trump ເຊິ່ງທ່ານໄດ້ຂໍໃຫ້ພວກຣັດເຊຍ ຊອກຫາ e-mails ຂອງທ່ານນາງ Clinton ທີ່ຫາຍສາບສູນໄປ.

ຣັດເຊຍເປັນຜູ້ຕ້ອງສົງໄສ ຂອງການລັກເຈາະເຂົ້າໄປໃນລະບົບຄອມພິວເຕີ້ ຂອງຄະນະ ກຳມະການ ແຫ່ງຊາດຂອງພັກເດໂມແຄຣັດ ຫຼື DNC ເມື່ອຕົ້ນປີນີ້ ທີ່ໄດ້ເຜີຍແບວ່າ ເຈົ້າ ໜ້າທີ່ ຂອງ DNC ບາງສ່ວນ ໄດ້ນິຍົມທ່ານນາງ Clinton ຫຼາຍກວ່າ ຄູ່ແຂ່ງທີ່ສຳຄັນ ຄື ທ່ານ Bernie Sanders ໃນການເລືອກຕັ້ງຂັ້ນຕົ້ນຂອງພັກ.

ທ່ານ Trump ແມ່ຍຍັງຢູ່ໃນລັດ Ohio ໃນວັນຈັນວານນີ້ ໂດຍໄດ້ພົບປະກັບ ບັນດາ ສະມາຊິກກຳມະບານ ແລະ ໄດ້ຖິ້ມໂທດໃສ່ປະທານາທິບໍດີ ບາຣັກ ໂອບາມາ ສຳລັບ ການອະນຸຍາດ ໃຫ້ບັນດາບໍລິສັດຂອງສະຫະລັດ ເຄື່ອນຍ້າຍວຽກງານ ໄປເມັກຊິໂກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG