ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ເລື້ອງດິນຟ້າອາກາດກັບ ມາເປີດຄືນອີກ ໃນທາງອອນລາຍ ຂະນະທີ່ມີຄວາມກົດດັນ ໃຫ້ລົງມືປະຕິບັດສູງ


ປະທານຂອງ COP26, ທ່ານ ອາລົກ ຊາມາ (ຊ້າຍ) ລົມກັບ ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ, ທ່ານ ຊິນນິຈີໂຣ ໂຄອິຊຸມິ (ຂວາ), ທີ່ນະຄອນໂຕກຽວໃນວັນທີ 19 ເມສາ, 2021. (ພາບໂດຍ AP Photo/Koji Sasahara)
ປະທານຂອງ COP26, ທ່ານ ອາລົກ ຊາມາ (ຊ້າຍ) ລົມກັບ ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ, ທ່ານ ຊິນນິຈີໂຣ ໂຄອິຊຸມິ (ຂວາ), ທີ່ນະຄອນໂຕກຽວໃນວັນທີ 19 ເມສາ, 2021. (ພາບໂດຍ AP Photo/Koji Sasahara)

ເປັນຄັ້ງທຳອິດນັບແຕ່ປີ 2019 ເປັນຕົ້ນມາ ແລະພາຍຫລັງທີ່ມີຄຳໝັ້ນສັນຍາທີ່ໃຫ້ການປ່ອຍອາຍຄາບອນສະເລ່ຍໃຫ້ຍັງເທົ່າສູນ ຫລື net-zero ຈາກບັນດາປະເທດທີ່ປ່ອຍອາຍພິດທີ່ໃຫຍ່ທີ່ສຸດຂອງໂລກນັ້ນ, ການເຈລະຈາກ່ຽວກັບດິນຟ້າອາກາດຂອງສະຫະປະຊາຊາດກໍຈະເລີ່ມຂຶ້ນໃນວັນຈັນມື້ນີ້ ໃນຮູບແບບການປະຊຸມທາງອອນລາຍໃນເວລາພຽງແຕ່ 6 ເດືອນ ກ່ອນຈະມີກອງປະຊຸມສຸດຍອດ COP26, ອີງຕາມການລາຍງານຂອງອົງການຂ່າວ AFP ຈາກນະຄອນປາຣີ.

ການເຈລະຈາດັ່ງກ່າວ ທີ່ເປັນເຈົ້າພາບຈັດຂຶ້ນໃນນາມຂອງໂຄງການການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດທີ່ນະຄອນ ບັອນ ຂອງເຢຍຣະມັນ, ທັງໝົດຈະບໍ່ແມ່ນເປັນທາງການ, ໝາຍຄວາມວ່າຈະບໍ່ມີການຕັດ ສິນໃຈໃດໆ ໃນການເຈລະຈາເປັນໄລຍະ 3 ອາທິດນີ້.

ແຕ່ໂດຍທີ່ມີຄຳເຕືອນທີ່ຮ້າຍແຮງເພີ້ມຂຶ້ນຈາກບັນດານັກວິທະຍາສາດວ່າຈັງຫວະເພີ້ມຂຶ້ນຂອງພາວະໂລກຮ້ອນເອົ້າ ແມ່ນເກີນແຜນການທີ່ດີທີ່ສຸດຂອງມະນຸດແລ້ວໃນເລື້ອງຫລຸດການປ່ອຍອາຍພິດ, ຊຶ່ງເປັນຄວາມກົດດັນອັນສູງເພື່ອໃຫ້ມີຄວາມຄືບໜ້າໃນບັນຫາທີ່ເປັນຂວາກໜາມຫລາຍຢ່າງ.

ໃນປີ 2018, ຫຼາຍປະເທດໄດ້ເຫັນພ້ອມນໍາກັນຕໍ່ຫລາຍອົງປະກອບຂອງຂໍ້ຕົກລົງປາຣີ ຊຶ່ງເປັນ “ປຶ້ມກົດລະບຽບ”, ທີ່ຄວບຄຸມວິທີການຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດເປົ້າໝາຍຂອງຕົນ.

ແຕ່ບັນຫາຈຳນວນນຶ່ງ ຍັງບໍ່ໄດ້ຮັບການແກ້ໄຂ, ລວມທັງກົດລະບຽບກ່ຽວກັບຄວາມໂປ່ງໃສ, ຕະ ຫຼາດອາຍຄາບອນ ແລະກຳນົດເວລາທີ່ເປັນເອກະພາບກັນ ສຳລັບທຸກປະເທດທີ່ໃຫ້ສັດຕະຍາບັນຕໍ່ການຫລຸດການປ່ອຍອາຍພິດເຮືອນແກ້ວ ອອກ.

ໃນກອງປະຊຸມສຸດຍອດດິນຟ້າອາກາດສະຫະປະຊາຊາດຄັ້ງຜ່ານມາໃນເດືອນທັນວາ 2019 ນັ້ນ, ຫຼາຍປະເທດບໍ່ສາມາດເຫັນຢ່າງເປັນເອກະພາບກັນໄດ້ກ່ຽວກັບລະບົບທົ່ວໄປ ສຳລັບການລາຍງານການເງິນໃນດ້ານດິນຟ້າອາກາດ.

ທ່ານ ເນຕານ ຄອກສແວລ (Nathan Cogswell), ສະມາຄົມຄົ້ນຄ້ວາທີ່ສະຖາບັນຊັບພະຍາກອນໂລກກ່າວວ່າ ຂໍ້ຕົກລົງກ່ຽວກັບຄວາມໂປ່ງໃສທີ່ຫຼາຍກວ່າເກົ່າແມ່ນ "ອົງປະກອບໃຈກາງຂອງການຈັດຕັ້ງປະຕິບັດຂໍ້ຕົກລົງປາຣີຢ່າງມີປະສິດທິຜົນ".

"ກອງປະຊຸມທີ່ຈະມາເຖິງນີ້ຫວັງວ່າຈະຊ່ວຍໃຫ້ບັນດາຝ່າຍຕ່າງໆ ໄດ້ຫຍັບເຂົ້າໃກ້ເປົ້າໝາຍນັ້ນໄດ້ຫລາຍກວ່າເກົ່າ."

ນຶ່ງໃນການຖົກຖຽງກັນທີ່ໜັກໜ່ວງທີ່ສຸດໃນລະຫວ່າງການເຈລະຈາກ່ຽວກັບດິນຟ້າອາກາດຂອງອົງການສະຫະປະຊາຊາດທີ່ຜ່ານມາ ແມ່ນມາດຕາ 6 ຂອງຂໍ້ຕົກລົງປາຣີ, ເຊິ່ງກ່ຽວຂ້ອງກັບສິ່ງແລກປ່ຽນກັບການຫຼຸດຜ່ອນການປ່ອຍອາຍພິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG