ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາ​ຄານ​ໂລກ ເພິ່ມ​ການ​ຊ່ວຍ​ເຫຼືອ ​ໃຫ້​ປະ​ເທດ ທີ່​ທຸກ​ຍາກ ເພື່ອ​ປັບ​ຕົວ​ເຂົ້າ​ກັບ ​ສະ​ພາບ​ອາ​ກາດ ​ປ່ຽນ​ແປງ


ຊາວ​ນາ​ຄົນ​ນຶ່ງ​ຢືນ​ຢູ່​ດິນ​ທີ່​ແຫ້ງແຕກແຫງ ຢູ່​ນາ​ຂອງ​ລາວ​ໃນ​ເມືອງ ກ​ຣູ​ທ ມ​າ​ຣີ​ໂຄ, ປະ​ເທດ ອາ​ຟ​ຣິ​ກາ​ໃຕ້. 12 ພະ​ຈິກ, 2015.
ຊາວ​ນາ​ຄົນ​ນຶ່ງ​ຢືນ​ຢູ່​ດິນ​ທີ່​ແຫ້ງແຕກແຫງ ຢູ່​ນາ​ຂອງ​ລາວ​ໃນ​ເມືອງ ກ​ຣູ​ທ ມ​າ​ຣີ​ໂຄ, ປະ​ເທດ ອາ​ຟ​ຣິ​ກາ​ໃຕ້. 12 ພະ​ຈິກ, 2015.

ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ຂະ​ຫຍາ​ຍ​ທຶນ​ຂອງ​ເຂົາ​ເຈົ້າ
ເປັນສອງເທົ່າ ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກ ໃນການປັບຕົວເຂົ້າກັບພາວະໂລກ
ຮ້ອນ ເປັນ 200 ຕື້ໂດລາ ໃນໄລຍະ 5 ປີຂ້າງໜ້າ.

ຫົວ​ໜ້າ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຂອງທະ​ນາ​ຄານດ່ັງກ່າວ ທ່ານ ຈອນ ຣູມ ໄດ້​ກ່າວ​ຕໍ່
ອົງການຂ່າວຝຣັ່ງວ່າ “ຖ້າພວກເຮົາບໍ່ຫຼຸດຜ່ອນການປ່ອຍຄວັນພິດ ແລະ ທຳການປັບ
ຕົວເຂົ້າໃນຕອນນີ້, ພວກເຮົາຈະມີຄົນຫຼາຍກວ່າ 100 ລ້ານຄົນຕົກຢູ່ໃນຄວາມທຸກ
ຍາກພາຍໃນປີ 2030.”

ທ່ານ​ ຣູມ ເຕືອນວ່າ “ແລະ ພວກ​ເຮົາ​ຍັງ​ຮູ້​ວ່າ ຍິ່ງພວກ​ເຮົາ​ແກ້​ໄຂ​ບັນ​ຫານີ້​ໜ້ອຍ​ລົງ
ໃນພຽງແຕ່ສາມພາກພື້ນ ຄື ອາຟຣິກາ, ເອເຊຍໃຕ້ ແລະ ລາຕິນອາເມຣິກາ ເທົ່ານັ້ນ,
ພວກເຮົາກໍຈະມີຜູ້ຍົກຍ້າຍຖິ່ນຖານ ຍ້ອນສະພາບອາກາດ ຫຼາຍເຖິງ133 ລ້ານຄົນ.”

ການ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ທຸກ​ຍາກ ​ໃຫ້​ປັບ​ຕົວ​ເຂົ້າ​ກັບ​ສິ່ງ​ແວດ​ລ້ອມ​ທີ່​ອຸ່ນ​ຂຶ້ນ ແລະ ສະ
ພາບອາກາດຮຸນແຮງທີ່ມາກັບມັນ ແມ່ນລວມມີ ການສ້າງເຮືອນທີ່ແຂງແຮງຂຶ້ນ, ຫາ
ແຫລ່ງນ້ຳຈືດໃໝ່ໆ ແລະ ສິ່ງທີ່ທະນາຄານເອີ້ນວ່າ “climate smart argriculture.”

ການ​ປະ​ກາດ​ຂອງ​ທະ​ນາ​ຄານ​ ໄດ້​ມີ​ຂຶ້ນ ​ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ຂອງ 200 ປະ​ເທດ
ໄດ້ເລີ່ມກອງປະຊຸມ 2 ສັບປະດາ ເລື້ອງສະພາບອາກາດປ່ຽນແປງ ໃນເມືອງ ຄາໂຕ
ວີສ, ປະເທດ ໂປແລນ.

ໄພ​ຂົ່ມ​ຂູ່​ຈາກ​ພາ​ວະ​ໂລກ​ຮ້ອນ “ແມ່ນ​ບໍ່​ເຄີຍ​ຮ້າຍ​ແຮງກວ່ານີ້,” ອີງ​ຕາມ​ການ​ກ່າວ​
ຂອງຫົວໜ້າພະແນກສະພາບອາກາດ ອົງການສະຫະປະຊາຊາດ

ທ່າ​ນນາງ ແພັດ​ທ​ຣີ​ເຊຍ ເອັ​ສ​ປີ​ໂນ​ຊາ ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ​ນາງ​ໄດ້​ເວົ້າ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ປີນີ້​ແມ່ນ​ຄົງ​ຈະ​ເປັນ​ນຶ່ງ​ໃນ 4 ປີ​ທີ່​ຮ້ອນ​ທີ່​
ສຸດເປັນສະຖິຕິ. ຜົນກະທົບຂອງສະພາບອາກາດປ່ຽນແປງ ແມ່ນບໍ່ເຄີຍຮ້າຍແຮງ
ກວ່ານີ້. ຄວາມເປັນຈິງນີ້ ແມ່ນກຳລັງບອກພວກເຮົາວ່າ ພວກເຮົາຕ້ອງເຮັດຫຼາຍຂຶ້ນ
ກວ່ານີ້.”

ບັນ​ດາ​ຜູ້​ແທນ​ຈະ​ເຈ​ລະ​ຈາ​ກັນ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ ປາ​ຣີ 2015 ທີ່​ມີ​ຄວາມ
ສຳຄັນ. ຜູ້ລົງນາມໃນຂໍ້ຕົກລົງດັ່ງກ່າວນັ້ນ ໄດ້ສັນຍາວ່າ ຈະຕັດການປ່ອຍແກ໊ສເຮືອນ
ແກ້ວ ແລະ ຈຳກັດການເພີ່ມຂຶ້ນ ຂອງອຸນຫະພູມໂລກລົງ ໃຫ້ໜ້ອຍກວ່າ 2 ອົງສາ
ແຊລຊຽສ ພາຍໃນປີ 2030.

ຮອງ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຂອງ ໂປ​ແລນ ທ່ານ ມິ​ຄາ​ລ ເ​ກີ​ຕີ​ກາ ໄດ້​ກ່າວ​ຕໍ່​ອົງ​
ການຂ່າວ AP ໃນສັບປະດາຜ່ານມາວ່າ “ເບິ່ງຈາກທັດສະນະພາຍນອກ, ມັນເປັນວຽກ
ງານທີ່ເປັນໄປບໍ່ໄດ້.”

ທ່ານ​ໄດ້​ກ່າວ​ວ່າ “ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ແມ່ນ​ອາ​ໄສ​ໃຫ້​ພວກ​ເຮົາ​ທຸກ​
ຄົນປະຕິບັດ. ມັນບໍ່ແມ່ນແຜນ ບີ.”

ການ​ເຈ​ລະ​ຈາ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ໄດ້​ຮັບ​ແຮງ​ກະ​ຕຸ້ນ ໃນ​ເວ​ລາ​ທີ່ 19 ປະ​ເທດ​
ຈາກ 20 ປະເທດຂອງບັນດາປະເທດ G-20 ທີ່ປະຊຸມກັນຢູ່ ໃນນະຄອນ ຫຼວງ
ບູເອນອສ ແອເຣັສ ໄດ້ຢືນຢັນຄຳໝັ້ນສັນຍາຂອງເຂົາເຈົ້າອີກຄັ້ງນຶ່ງ ເພື່ອຕໍ່ສູ້ກັບສະ
ພາບອາກາດປ່ຽນແປງ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG