ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ການປ່ຽນແປງ ຂອງດິນຟ້າອາກາດ ແກ່ຍາວ ໄປອີກ 1 ມື້ (ສະໄລດ໌)


ທ່ານ Dan Morrell, ປະທານ ແລະເຈົ້າໜ້າທີ່ບໍລິຫານຂອງ ອົງການ CHANT, ເຂົ້າຮ່ວມກອງຜະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງສະຫະປະຊາຊາດ ທີ່ນະ ຄອນ Doha ປະເທດ Qatar (Photo by Spenser Style)
ທ່ານ Dan Morrell, ປະທານ ແລະເຈົ້າໜ້າທີ່ບໍລິຫານຂອງ ອົງການ CHANT, ເຂົ້າຮ່ວມກອງຜະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງສະຫະປະຊາຊາດ ທີ່ນະ ຄອນ Doha ປະເທດ Qatar (Photo by Spenser Style)
ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະ
ຫະປະຊາຊາດ ທີ່ນະ ຄອນ Doha ປະເທດ Qatar ໄດ້ແກ່
ຍາວມາຈົນຮອດວັນເສົາມື້ນີ້ ເພາະວ່າບັນດາຜູ້ແທນທີ່ເຂົ້າ
ຮ່ວມກອງປະຊຸມ ແມ່ນມີຄວາມເຫັນແຕກຕ່າງກັນ ກ່ຽວກັບ
ວີທີທີ່ຈະສະກັດກັ້ນບໍ່ໃຫ້ດິນຟ້າອາກາດມີການປ່ຽນແປງ ແລະວິທີການໃຊ້ຈ່າຍໃນການປະຕິບັດການ ແນວນັ້ນ ຕະຫລອດທັງວິທີການແກ້ໄຂຄວາມເຫັນແຕກຕ່າງກັນ.

ການພົບປະສົນທະນາກັນ ທີ່ຈິງມີກໍານົດສິ້ນສຸດລົງໃນວັນສຸກ
ວານນີ້ ແຕ່ວ່າບັນດານັກເຈ ລະຈາທັງຫລາຍບໍ່ສາມາດຕົກ ລົງກັນໄດ້ແມ່ນແຕ່ບັນຫາທີ່ນ້ອຍໄປກວ່ານັ້ນອີກ.

ບັນດາປະເທດກໍາລັງພັດທະນາຢາກໃຫ້ມີການຕໍ່ອາຍຸສົນທິສັນຍາ Kyoto ທີ່ບັງຄັບ​ໃຫ້ ບັນດາປະເທດທີ່ພັດທະນາແລ້ວ ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ສັນຍາດັ່ງ ກ່າວຈະໝົດອາຍຸລົງໃນວັນທີ 31 ທັນວາ ກໍຄືທ້າຍເດືອນນີ້.

ພ້ອມກັນນັ້ນບັນດາປະເທດທີ່ທຸກຈົນ ກໍຢາກໃຫ້ປະເທດທີ່ມີເສດຖະກິດຮັ່ງມີ ໃຫ້ຄໍາໝັ້ນ ສັນຍາຢ່າງແນ່ນອນວ່າ ຈະເພີ້ມການຊ່ວຍເຫລືອແກ່ພວກປະເທດຕົນຂຶ້ນ ເປັນ 100 ຕື້ໂດລາ ໃນແຕ່ລະປີ ພາຍໃນປີ 2020 ຊຶ່ງເປັນການໃຫ້ຄໍາໝັ້ນສັນຍາໂດຍທົ່ວໄປທີ່ໄດ້ ໃຫ້ໄວ້ເມື່ອ 3 ປີກ່ອນ. ແຕ່ວ່າພວກປະເທດຮັ່ງຊໍ້າພັດບໍ່ມີຍິນດີ ທີ່ຈະໃຫ້ຄໍາມຸ້ງໝັ້ນ​ເປັນ ຕົວເລກເປົ້າໝາຍສະເພາະເຈາະຈົງ ໃນເວລານີ້ ໂດຍອ້າງ​ເຫດຜົນວ່າ ສະພາບຊຸດໂຊມ ທາງການເງິນຂອງໂລກ ແລະຄວາມຫຍຸ້ງຍາກດ້ານງົບປະມານຂອງປະເທດເຂົາເຈົ້າ.

ສະໄລດ໌ພາບຂອງກອງປະຊຸມດ້ານດິນຟ້າອາກາດ ທີ່ນະຄອນໂດຮາ:
XS
SM
MD
LG