ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະ​ດັບ​ອາຍ​ແກັ​ສ ​ເຮືອນ​ແກ້ວ ທີ່​ເກີດ​ຈາກ​ການ​ປ່ຽນ​ແປງ​ ​ດິນ​ຟ້າ​ອາ​ກາດ ​ເພີ້ມສູງຂຶ້ນ​ຢ່າງ​ ເປັນ​ປະ​ຫວັດ​ການ​


ເຄື່ອງກວດ​ອາ​ຍ​ແກ​ັ​ສ​ເຮືອ​ແກ້ວທີ່ນັກ​ຄົ້ນ​ຄວ້າ ເອົາ​ຕິດ​ໃສ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ ຢູ່​ໃກ້​ເມືອງ Gillette, ລັດ​ວາຍ​ໂອ​ມິງ, ເພື່ອ​​ສຶກ​ສາຫາ​ວິ​ທີ​ກວດ​ເບິ່ງ​ອາຍຄາ​ບອນ ໄດອອກ​ໄຊ​ດ໌, ວັນ​ທີ 27 ກໍ​ລະ​ກົດ, 2018
ເຄື່ອງກວດ​ອາ​ຍ​ແກ​ັ​ສ​ເຮືອ​ແກ້ວທີ່ນັກ​ຄົ້ນ​ຄວ້າ ເອົາ​ຕິດ​ໃສ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ ຢູ່​ໃກ້​ເມືອງ Gillette, ລັດ​ວາຍ​ໂອ​ມິງ, ເພື່ອ​​ສຶກ​ສາຫາ​ວິ​ທີ​ກວດ​ເບິ່ງ​ອາຍຄາ​ບອນ ໄດອອກ​ໄຊ​ດ໌, ວັນ​ທີ 27 ກໍ​ລະ​ກົດ, 2018

ລະ​ດັບ​ບັນ​ຍາ​ກາດ​ຂອງ​ອາຍ​ແກັ​ສ​ເຮືອນ​ແກ້ວທີ່​ເກີດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຖີບ​ຕົວຂຶ້ນ​ສູງ​ຢ່າງ​ເປັນ​ປະ​ຫວັດ​ການ​ໃນ​ປີ 2018 ຜ່ານ​ມາ “ໂດຍ​ທີ່​ບໍ່​ມີ​ຮ່ອງ​ຮອຍ​ສະ​ແດງໃຫ້​ເຫັນ​ວ່າ​ຈະ​ຊັກ​ຊ້າ​ລົງເລີຍຊຶ່ງຍັງບໍ່ຕ້ອງ​ເວົ້າ​ເຖິງ​ເລື້ອງ ວ່າ​ມັນ​ຈະຫລຸດໄດ້,” ອີງ​ຕາມ​ອົງ​ການອຸ​ຕຸ​ນິ​ຍົມ​ໂລກ.

ໃນ​ບົດ​ລາຍ​ງານ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ຈັນ​ວານນີ້, ອົງ​ການອຸ​ຕຸ​ນິ​ຍົມ​ໂລກ ຫລື WMO ເວົ້າ​ວ່າເຖິງ​ແມ່ນຈະ​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາຢູ່​ພາຍ​ໃຕ້​ຂໍ້​ຕົກ​ລົງ​ປາ​ຣີ ກໍ​ຕາມ ລະ​ດັບ​ຂອງ​ອາຍ​ຄາບອກໂມ​ໂນ​ຊາຍ​ດ໌, ອາຍ​ມີ​ເທນ ແລະອາ​ຍໄນ​ທ​ຣັ​ສ ອອ​ກໄຊ​ດ໌ ໃນ​ປີ 2018 ລ້ວນ​ແຕ່​ຖີບ​ຕົວ​ສູງ​ຂຶ້ນ​ໃນ​ປະ​ລິ​ມານ​ສູງກວ່າ​ລະ​ດັບ​ສະ​ເລ່ຍຂອງ​ທົດ​ສະ​ວັດ​ຜ່ານ​ມາ.

ລະ​ດັບ​ສະ​ເລ່ຍການ​ຮວມ​ຕົວ​ຂອງ​ອາຍ​ຄາ​ບອນ ໄດ​ອອກ​ໄຊ​ດ໌ ​ໃນ​ໂລກຖີບ​ຕົວ​ຂຶ້ນ​ເຖິງ 407.8 ສ່ວນ​ຕໍ່ນຶ່ງລ້ານ ໃນ​ປີ 2018, ເພີ້ມ​ຂຶ້ນ​ຈາກ 405.5 ສ່ວນ​ຕໍ່ນຶ່ງລ້ານໃນ​ປີ 2017, ອີງ​ຕາມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ການ​ຮວມ​ຕົວ​ຂອງ​ອາຍ​ມີ​ເທນ​ແມ່ນ​ຖີບ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ຢ່າງ​ເປັນ​ປະ​ຫວັດ​ການ​ນັບ​ແຕ່​ປີ 1998 ເປັນ​ຕົ້ນ​ມາ ໃນ​ຂະ​ນະ​ທີ່​ລະ​ດັບ​ຂອງ​ອາຍໄນ​ທ​ຣັ​ສ ອອກ​ໄຊ​ດ໌ ທີ່​ເຮັດ​ໃຫ້​ຊັ້ນ​ໂອ​ໂຊນ​ເຊື່ອມ​ລົງ​ນັ້ນ ແມ່ນ​ສູງ​ສຸດ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ.

ອີງ​ຕາມ​ການ​ສະ​ຫລຸບ​ຂອງບົດ​ລາຍ​ງານ​ດັ່ງ​ກ່າວ "ທ່າ​ອ່ຽງ​ທີ່​ຕໍ່​ເນື່ອງ​ເປັນ​ໄລ​ຍະ​ຍາວ ໝາຍ​ຄວາມ​ວ່າ ຮຸ້ນຄົນ​ໃນອະ​ນາ​ຄົດ ຈະ​ປະ​ເຊີນ​ໜ້າ​ກັບ​ການ​ກະ​ທົບ​ທີ່ ຮ້າຍ​ແຮງ​ຈາກການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ ລວມ​ທັງອຸນ​ຫະ​ພູມ​ທີ່​ເພີ້ມ​ສູງ​ຂຶ້ນ, ນ້ຳ​ຫລຸດ​ລົງ, ການ​ເພີ້ມ​ຂຶ້ນ​ຂອງ​ລະ​ດັບ​ນ້ຳ​ທະ​ເລ ແລະ​ການ​ລົບ​ກວນ ຕໍ່​ລະ​ບົບ ນິ​ເວດ​ວິ​ທະ​ຍາຂອງ​ທະ​ເລ ແລະ​ຂອງ​ດິນ.”

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ຖືກ​ເຜີຍ​ແຜ່​ອອກ​ມາ​ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້ານີ້ ຢູ່​ນະ​ຄອນ​ຫລວງ ມາດ​ຣິດ ຂອງສະ​ເປນ.

ທ່ານ ເພັດ​ເທີ​ຣີ ທາ​ລັ​ສ (Petteri Taalas), ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ ອຸ​ຕຸ​ນິ​ຍົມ​ໂລກ ເວົ້າ​ວ່າ "ມັນ​ເໝາະ​ສົມ​ທີ່​ຈະ​ຫວນ​ຄືນ​ໄປ​ເບິ່ງ​ຄັ້ງ​ແລ້ວນີ້ ທີ່​ໂລກ ປະ​ເຊີນ​ກັບ​ການ​ຮວມ​ຕົວ​ຂອງ​ຄາ​ບອນ ໄດ​ອອກ​ໄຊ​ດ໌ ໃນ​ລະ​ດັບ 3-5 ລ້ານ​ປີ​ກ່ອນ​ໜ້ານີ້."

ທ່ານ​ເວົ້າ​ວ່າ ໃນ​ຕອນນັ້ນ, ອຸນ​ຫະ​ພູມ​ຂອງ​ໂລກ​ແມ່ນ​ຮ້ອນ​ຂຶ້ນເຖິງ 5 ອົງ​ສາ ແລະ​ ລະ​ດັບ​ນ້ຳ​ທະ​ເລ​ສູງກວ່າ​ລະ​ດັບ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນຢູ່ 65 ຟຸດ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG