ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປ່ຽນແປງ ຂອງດິນຟ້າອາກາດ ເຮັດໃຫ້ ແບບແຜນ ການເດີນທາງ ຂອງນົກ ໃນຊ່ວງ ລະດູໜາວ ປ່ຽນໄປ


Climate Change Changing Winter Plans For Thousands of Birds
please wait

No media source currently available

0:00 0:01:51 0:00

ພວກນົກ ຫຼາຍພັນໂຕ ແມ່ນຕາມປົກກະຕິແລ້ວ ແມ່ນຍົກຍ້າຍ ໄປຍັງອາຟຣິກາ ໃນຊ່ວງເດືອນທີ່ມີອາກາດໜາວ ແລະດຽວນີ້ ໄດ້ເອົາອິສຣາແອລ ເປັນບ້ານໃໝ່ຂອງພວກເຂົາ.

ພວກ​ນົກຈຳນວນ​ຫຼາຍ​ພັນ​ຕົວ ທີ່​ປົກກະຕິ​ຍົກຍ້າຍບ່ອນຢູ່​ໄປ​ຍັງ​ອາ​ຟຣິກາ ​ໃນ​ຊ່ວງ​
ເດືອນ​ທີ່​ມີ​ອາກາດ​ໜາວ​ເຢັນນັ້ນ ມາບັດນີ້ ກໍຈະພາກັນບິນໄປຍັງອິສຣາ​ແອ​ລ ເອົາ
ທີ່ນັ້ນເປັນ​ບ່ອນຢູ່ອາໄສ​ແຫ່ງ​ສຸດ​ທ້າຍຂອງພວກເຂົາ​ສຳລັບ​ລະດູ​ໜາວ​. ນັກ​ຊ່ຽວຊານ
​ດ້ານພວກ​ສັດປີກກ່າວ​ວ່າ ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ​ ເປັນສາ​ເຫດ ​ແລະ​
ກິດຈະ​ກຳ​ຂອງ​ມະນຸດທີ່​ພົວພັນກັບ​ພວກນົກ​ບາງ​ຊະໜິດ ກໍ​ແມ່ນ​ເປັນ​ບັນຫາ​ທີ່ສຳຄັນ
ກວ່າ​ເມື່ອ​ກ່ອນ ຊຶ່ງວັນນະສອນ ຈະ​ນຳເອົາລາຍ​ລະອຽດ ຈາກນັກ​ຂ່າວ​ຂອງ VOA Robert Raffaele ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

​ໃນ​ເຂດ​ຮ່ອມພູ ​ຮູ​ລາ ​ຂອງອິສຣາ​ແອ​ລ ພວກ​ນົກຍາງຈຳນວນ​ຫຼາຍ​ພັນ​ໂຕພວມພາກັນ
ຖືວ່າ​ ​ເຂດ​ປຽກ​ຊຸ່ມແຫ່ງ​ນີ້ ເປັນ​ບ່ອນ​ພັກ​ພິງ​ຊົ່ວຄາວ​ຂອງ​ພວກ​ມັນ ​ແທນ​ທີ່ຈະ​ພາກັນ
​ຍົກຍ້າຍ​ປະຈຳ​ປີ​ໄປ​ຍັງ​ທົ່ງຮາບໃນທະວີບອາ​ຟຣິກາ.

ເຫດຜົນ​ແມ່ນຫຽັງ? ພວກ​ນັກ​ຊ່ຽວຊານດ້ານ​ສະພາບ​ແວດ​ລ້ອມ ​ໄດ້​ຖິ້ມ​ໂທດ​ໃສ່ການ​
ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ທ່ານ ​ເຊ ອາກ​ໂມນ (Shay Agmon) ​ແມ່ນ​ເຈົ້າ​ໜ້າ​ທີ່
​ປະສານ​ງານ​ເລື່ອງ​ພວກ​ສັດ​ປີກ​ຂອງ​ອຸດທະຍານ​ດິນ​ຊຸ່ມ ຂອງອາກາ​ໂມນ ຮູລາ ບ່ອນ​ທີ່
​ພວກ​ພະນັກງານ​າ​ສິ້ງຊອມ​ເບິ່ງ​ແລະ​ເກືອ​ພວກນົກ​ເຫຼົ່າ​ນີ້. ທ່ານ​ກ່າວ​ວ່າ ສະພາບຄວາມ​
ແຫ້ງ​ແລ້ງ​ທີ່ເພີ່ມ​ຂຶ້ນ ໃນ​ທົ່ວອາ​ຟຣິກາ​ ໄດ້ດຶງດູດເອົາພວກນົກຫຼາຍຊະໜິດ ​ເຂົ້າ​ໄປ​ຍັງ
ອຸດທະຍານ ທີ່​ມີ​ອາກາດ​ເຢັນ​ສະບາຍ​ກວ່າ ບ່ອນທີ່ອຸດົມສົມບູນກວ່າ.

ທ່ານ ອາກ​ໂມນ ເຈົ້າ​ໜ້າ​ທີ່​ປະສານ​ງານ​ເລື່ອງ​ພວກ​ສັດ​ປີກ​ ກ່າວ​ວ່າ “ພວກ​ນົກ​ເກືອບ
​ວ່າ​ທຸກໆ​ສາຍ​ພັນ ​ແມ່ນ​ພະຍາຍາມ​ທີ່​ຈະ​ໜີ​ອອກ​ຈາກ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ
ຈາກ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ເອ​ເຊຍ
​ໄປ​ຍັງອາ​ຟຣິກາ ຕ້ອງໄດ້ມາ​ຜ່ານ​ບ່ອນໜີ້​ ​ແລະ​ມາຢຸດແຫ​ວ່​ຢູ່ໜີ້ເປັນ​ເວລາ​ສັ້ນໆ ​
ເພື່ອເພີ່ມນ້ຳ​ໜັກ​ ​ ເພື່ອກິນອາຫານ​ ​ເພື່ອເພີ່ມກຳລັງ​. ທຸກມື້​ນີ້ ທະ​ເລ​ຊາຍ​ແມ່ນ​ຍາວ​
ອອກ​ໄປ ກວ້າງອອກ​ໄປ ຫຼາຍ​ກວ່າທີ່​ເຄີຍ​ເປັນຢູ່.”

ອາຈານ​ສອນວິຊາສັດຕະວະສາດກ່ຽວກັບສວນສັດ ທ່ານ​ໂຢຊຊິ ຈາກ​ມະຫາວິທະຍາ​
ໄລ ​ແລັສ​ແຮມ ແຫ່ງແທລະວີ​ບ ກ່າວ​ວ່າ ການປ່ຽນ​ແປງຂອງ​ການຍ້າຍຖິ່ນ ​ແມ່ນ​ກະທົບ
​ໂດຍ​ກົງ ​ຕໍ່​ພວກ​ຊາວ​ກະສິກອນ ຊຶ່ງ​ທ່ານ​ກ່າວ​ວ່າ: “ພວກ​ນົກ​ນ້ອຍໆ​ ພວກ​ນີ້ ​ມັນພາ
​ກັນເຂົ້າ​ໄປ​ຍັງຢູ​ໂຣບ ​ແລ້ວຈະໄປ​ກິນ​ພວກ​ແມງ​ໄມ້ ທີ່​ທຳລາຍພື​ດຜົນ. ຖ້າ​ພວກ​ມັນ
​ບໍ່​ໄປຫັ້ນ ພວກ​ກະສິກອນ ກໍ​ຈຳເປັນຕ້ອງໄດ້​ໃຊ້​ຢາຂ້າ​ແມງ​ໄມ້ເພີ່ມ​ຂຶ້ນ ​ໝາຍ​ຄວາມ
ວ່າ​ຈ່າຍ​ເງິນຂຶ້ນ​ຕື່ມ ​ນັ້ນ​ບໍ່ພຽງ​ແຕ່ເປັນການ​ຂ້າພວກ​ນົກ​ ​ແຕ່ມັນເປັນການຂ້າຄົນ​ນຳ.”

ທ່ານ ອາກ​ໂມນ ກ່າວ​ວ່າ ການ​ທີ່​ພວກ​ນົກ​ໄດ້​ພາກັນຍ້າຍຖິ່ນໄປ​ທາງ​ພາກ​ເໜືອ​
ກໍໝາຍຄວາມ​ວ່າ ​ມະນຸດມີບົດບາດ​ສຳຄັນຕື່ມຂຶ້ນ ຊຶ່ງ​ທ່ານ ກ່າວ​ວ່າ“ຈາກ​ນີ້ໄປ
ເກືອບວ່າທຸກໆພາກສ່ວນ​ຂອງ​ການ​ອະນຸລັກທຳ​ມະ​ຊາດ​ ​ແມ່ນ​ຈະ​ຕົກ​ຢູ່​ໃນກຳ​ມື
ຂອງ​ມະນຸດ. ພວກ​ເຮົາຈະຕ້ອງໄດ້​ກຳກັບ​ມັນ​ຕະຫຼອດ​ເວລາ. ພວກ​ເຮົາ ຈະຕ້ອງ
​ເປັນ​ຜູ້​ກຳກັບນຳ​ສຸກຂະພາບ ​ແລະ​ການຢູ່ດີກິນດີຂອງມັນ​ທຸກໆ​ຊະໜິດ ຢູ່​ຮອບ​ຂ້າງ​
ພວກ​ເຮົາ.”

ທ່ານ ອາກ​ໂມນ ກ່າວ​ວ່າ ນັບ​ຕັ້ງ​ແຕ່​ຊຸມ​ປີ 1950 ​ເປັນ​ຕົ້ນ​ມາ ຈຳນວນ​ນົກ​ທີ່ຢາກຢູ່​ໃນ​
ອິສຣາ​ແອ​ລ ໄປຈົນຮອດ​ທ້າຍເດືອນມີນາ ​ແມ່ນ​ມີ​ເພີ່ມ​ຂຶ້ນໄປ​ເລື້ອຍໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG