ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທະກັນ ລະຫວ່າງ ເຈົ້າໜ້າທີ່ລັດຖະບານກາງ ແລະພວກປະທ້ວງ ຈະຖືກກວດສອບ ໃນການພິຈາລະນາຂອງສະພາຕ່ຳ


ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ກ່າວຖະແຫລງໃນລະຫວ່າງ ພິທີ ທີ່ເອີ້ນວ່າ "Operation Legend: ການຕໍ່ສູ້ອາຊະຍາກຳກໍ່ຄວາມຮຸນແຮງ ໃນເມືອງຕ່າງໆຂອງອາເມຣິກາ," ຢູ່ໃນຫ້ອງກຳ້ຕະເວັນອອກຂອງທຳນຽບຂາວ, ວັນພຸດ ທີ 22, ກໍລະກົດ 2020, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)
ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ກ່າວຖະແຫລງໃນລະຫວ່າງ ພິທີ ທີ່ເອີ້ນວ່າ "Operation Legend: ການຕໍ່ສູ້ອາຊະຍາກຳກໍ່ຄວາມຮຸນແຮງ ໃນເມືອງຕ່າງໆຂອງອາເມຣິກາ," ຢູ່ໃນຫ້ອງກຳ້ຕະເວັນອອກຂອງທຳນຽບຂາວ, ວັນພຸດ ທີ 22, ກໍລະກົດ 2020, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)

ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ແມ່ນມີກຳນົດທີ່ຈະໄປໃຫ້ການຕໍ່ຄະນະກຳມະການດ້ານຕຸລາການຂອງສະພາຕ່ຳ ໃນວັນອັງຄານມື້ນີ້ ບ່ອນທີ່ບັນດາສະມາຊິກສະພາຄາດໝາຍວ່າ ຈະສອບຖາມທ່ານບາ ກ່ຽວກັບຫຼາຍໆເລື້ອງທີ່ພົວພັນກັບຄະນະລັດຖະບານທ່ານທຣຳ ລວມທັງການສົ່ງພວກເຈົ້າໜ້າທີ່ລັດຖະບານກາງໄປຮັບມືກັບພວກປະທ້ວງຢູ່ໃນນະຄອນພອດແລນລັດອໍເຣກອນ ທາງພາກຕະເວັນຕົກສຽງເໜືອຂອງປະເທດ.

ຂໍ້ຄວາມໃນບົດເປີດຖະແຫລງການຂອງທ່ານບາ ທີ່ໄດ້ຖືກເປີດເຜີຍກ່ອນໜ້າການພິຈາລະນາຮັບຟັງຄຳໃຫ້ການນັ້ນ ກ່າວວ່າ ການຕາຍເມື່ອທ່າຍເດືອນພຶດສະພາຂອງທ້າວຈອຣຈ໌ ຟຣອຍດ໌ ໃນລະຫວ່າງການຄວບຄຸມຕົວໂດຍຕຳຫຼວດນັ້ນ ເປັນເຫດການທີ່ “ໜ້າເສຍໃຈ” ທີ່ໄດ້ກໍ່ໃຫ້ເກີດມີການກວດສອບທີ່ຈຳເປັນໃນສາຍສຳພັນລະຫວ່າງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະຊາວອາເມຣິກັນເຊື້ອສາຍອາຟຣິກາຢູ່ໃນສະຫະລັດ.

ແຕ່ທ່ານບາ ກ່າວວ່າ ການປະທ້ວງທີ່ມີຢູ່ຢ່າງຕໍ່ເນື່ອງຢູ່ໃນນະຄອນພອດແລນ ແລະແຫ່ງອື່ນໆໄດ້ກາຍເປັນສິ່ງທີ່ບໍ່ກ່ຽວຂ້ອງກັບການເສຍຊີວິດຂອງທ້າວຟຣອຍດ໌.

ທ່ານບາ ເວົ້າວ່າ “ສ່ວນໃຫຍ່ແລ້ວສິ່ງທີ່ຂາດໄປຈາກເຫດການຂອງການທຳລາຍນັ້ນ ແມ່ນຄວາມພະຍາຍາມທີ່ເກີດຂຶ້ນໃນຜິວເຜີນໂດຍພວກຈະລາຈົນ ເພື່ອທີ່ຈະເຊື່ອມໂຍງການກະທຳຂອງພວກເຂົາເຈົ້າໃສ່ກັບການເສຍຊີວິດຂອງທ້າວຟຣອຍດ໌ ຫຼື ການຮຽກຮ້ອງໃຫ້ປະຕິຮູບທີ່ພວກເຂົາເຫັນວ່າເມາະສົມ.”

ທ່ານໄດ້ກ່າວຢ້ຳເຖິງກ່ານຕ້ອງຕິຕໍ່ບັນດາຜູ້ນຳໃນທ້ອງຖິ່ນຂອງຄະນະວລັດຖະບານທ່ານທຣຳ ຊຶ່ງພວກຜູ້ນຳເຫຼົ່ານັ້ນຫຼາຍຄົນ ໄດ້ສະເໜີຂໍ້ປະຕິເສດຂອງເຂົາເຈົ້າເອງໃນການຮັບມືຂອງລັດຖະບານກາງ ແລະຮຽກຮ້ອງຕໍ່ລັດຖະສະພາໃຫ້ກີດກັນການສົ່ງກອງກຳລັງຂອງລັດຖະບານກາງ ເຂົ້າໄປໃນເມືອງຕ່າງໆຂອງພວກເຂົາເຈົ້າ.

“ໃນຖານະທີ່ບັນດາສະມາຊິກສະພາຂອງລັດຖະບານກາງ ທີ່ເປັນສະມາຊິກຂອງຄະນະກຳມະການນີ້ ທັງໝົດ ບໍ່ວ່າຈະມີທັດສະນະໃນດ້ານການເມືອງ ຫຼືຄວາມຮູ້ສຶກກ່ຽວກັບຄະນະລັດຖະບານທ່ານທຣຳ ກໍຄວນກ່າວປະນາມການກະທຳຄວາມຮຸນແຮງຕໍ່ພວກເຈົ້າໜ້າທີ່ຂອງລັດຖະບານກາງ ແລະການທຳລາຍຊັບສິນຂອງລັດ” ທ່ານບາ ໄດ້ກ່າວໄປ ແລະກ່າວຕື່ມວ່າ “ສະນັ້ນສົມຄວນບໍ່ທີ່ ຜູ້ນຳຂອງລັດຂອງທ້ອງຖິ່ນທັງຫຼາຍຜູ້ທີ່ມີຄວາມຮັບຜິດຊອບເພື່ອຮັກສາຄວາມປອດໄພຂອງຊຸມຊົນ. ທີ່ເຫັນພ້ອມໃນການທຳລາຍແລະການກໍ່ຈະລາຈົນນັ້ນ ແມ່ນເປັນການປ່ອນປະລະເລີຍຕໍ່ຫລັກການຂອງກົດລະບຽບແລະກົດໝາຍ ທີ່ຄວນຈະສ້າງຄວາມສາມັກຄີໃຫ້ແກ່ພວກເຮົາເຖິງແມ່ນໃນເວລາທີ່ມີຄວາມແຕກແຍກໃນດ້ານການເມືອງກໍຕາມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG