ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທເປັນເຈົ້າພາບ ກອງປະຊຸມ CITES ຄັ້ງທີ 16 (ວີດິໂອກ່ຽວຂ້ອງ)


ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຂຶ້ນໄປກ່າວ ຄໍາປາໄສໄຂກອງປະຊຸມ CITES ຄັ້ງທີ 16 ຢູ່ບາງກອກ, ວັນທີ 3 ຫາ 14 ມີນາ 2013.
ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຂຶ້ນໄປກ່າວ ຄໍາປາໄສໄຂກອງປະຊຸມ CITES ຄັ້ງທີ 16 ຢູ່ບາງກອກ, ວັນທີ 3 ຫາ 14 ມີນາ 2013.
ກອງປະຊຸມສອງອາທິດຂອງອົງການສົນທິສັນຍາວ່າດ້ວຍການ
ຄ້າສັດປ່າທີ່ໃກ້ຈະສູນ ພັນ ລະຫວ່າງຊາດ ຫຼື the Convention
on International Trade in Endangered Species ​ເອີ້​ນ
ຫຍໍ້ວ່າ CITES ທີ່ໄດ້ໄຂຂຶ້ນເມື່ອວັນອາທິດທີ 3 ​ເດືອນນີ້ ປະເຊີນ
ກັບການອະພິປາຍກັນກ່ຽວກັບຂໍ້ສະເໜີ 70 ກວ່າຂໍ້ ເພື່ອຍົກ​ສູງ
ການພິທັກປົກ ປ້ອງສັດປ່າແລະພືດພັນ.

ຂໍ້ສະເໜີດັ່ງກ່າວມີໂຮມທັງ ການສະຫງວນຮັກສາແລະຊົມໃຊ້
​ແບບຍືນຍົງ ຈໍາພວກສັດທະ​ເລ​ ໂດຍສະເພາະປາສະຫຼາມ
ຊະນິດຕ່າງໆ ພ້ອມດ້ວຍ ໄມ້ທ່ອນ ເຕົ່ານໍ້າຈືດ ກົບ ແຂ້ ແລະ
ສັດ vicuna ຂົນຍາວຊຶ່ງເປັນສັດພື້ນເມືອງຂອງປະເທດອີກົວດໍ.

ປາສະຫຼາມຫຼາຍຊະນິດ ທີ່ຕົກຢູ່ພາຍໃຕ້ການຂົ່ມຂູ່ ​ໄດ້ຖືກຈົດ
ເຂົ້າໃນບັນຊີພິທັກປົກ ປ້ອງ. ອົງການອາຫານແລະການກະເສດ ຂອງສະຫະປະຊາຊາດເວົ້າວ່າ ປາສະຫຼາມຫຼາຍເຖິງ 100 ລ້ານ
ໂຕຖືກຂ້າໃນແຕ່ລະປີ ສ່ວນໃຫຍ່ແມ່ນຂ້າ ເພື່ອເອົາຫູມັນ​ ໄປ​
ເຮັດ​ແກງ​ຫູ​ປາສະຫຼາມ.

ກອງ​ປະຊຸມຍັງຈະພະຍາຍາມ ​ໃຫ້ມີ​ການ​ດໍາ​ເນີນ​ການເພີ່ມ
ຕຶ່ມ​ເພື່ອ​ພິທັກ​ປົກ​ປ້ອງໝີຂາວ ທີ່ກໍາລັງປະເຊີນກັບໄພຂົ່ມຂູ່ ຈາກດິນຟ້າອາກາດປ່ຽນແປງ ແລະຖືກຂ້າໂດຍພວກນາຍພານລ່າສັດ.

ແຕ່ການເຂັ່ນຂ້າຊ້າງອາຟຣິກາແລະ​ໂຕແຮດຢ່າງ​ຜິດ​ກົດໝາຍ ທີ່ເພີ່ມທະວີ ຂຶ້ນນັບມື້ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການໃນຕະຫຼາດເອເຊຍນັ້ນ ​ໄດ້​ພາໃຫ້ບັນດານັກ ເຄື່ອນໄຫວແລະລັດຖະບານຕ່າງໆ ​ເລ່ງລັດຮຽກຮ້ອງໃຫ້ປະຕິບັດການປາບປາມໃນ
ເລຶ່ອງນີ້ ​ໂດຍ​ໄວ.

Adam Roberts ສະມາຊິກຄົນນຶ່ງຂອງກຸ່ມຈັດ​ຕັ້ງ​ປະສົມຂອງ​ອົງການ​ນາໆ​ຊາດ​ຈາກ​
ທົ່ວ​ໂລກ ທີ່​ຊື່ວ່າເຄືອຂ່າຍການຢູ່ລອດຂອງສັດປ່າ ​ທັງ​ເປັນ​ສະມາຊິກຂອງກຸ່ມສະຫງວນ
ສັດຢູ່ໃນສະຫະລັດກຸ່ມ​ນຶ່ງ ກ່າວວ່າກອງປະຊຸມ ທີ່​ກໍາລັງ​ມີ​ຂຶ້ນຢູ່ໄທ​ໃນ​ຂະນະ​ນີ້ ແມ່ນຈະ
ຕ້ອງຫາທາງແກ້ໄຂໃນສິ່ງທີ່ທ່ານ ເວົ້າວ່າ ການຫຼຸດນ້ອຍ​ລົງ​ຢ່າງ​ໄວຂອງພວກສັດປ່າ.

ທ່ານໂຣເບີດສ໌ ເວົ້າວ່າ: “ເມື່ອພວກເຮົາສຶກສາເບິ່ງສະພາບການຂອງການ
ສະຫງວນສັດປ່າຢູ່ໃນທົ່ວໂລກໃນປັດຈຸບັນນີ້ ແລະຮູ້ດີວ່າ ມີແຮດພຽງປະ
ມານ 21.000 ໂຕ ຍັງເຫຼືອຢູ່ໃນຂົງເຂດອາຟຣິກາ ແລະ​ເສືອພຽງປະມານ
3
.500 ໂຕ ຍັງເຫຼືອຢູ່ໃນຂົງເຂດເອເຊຍໃນປັດຈຸບັນນີ້​ແລ້ວ ສະນັ້ນ ພວກ
ເຮົາກໍຕ້ອງ​ໄດ້​ເຄື່ອນ​ໄຫວໂດຍໄວ ໃນ​ໄລຍະສອງອາທິດນີ້ ເພື່ອປ້ອງກັນ
ການຫຼຸດລົງຢ່າງ​ໄວວາ​ ທີ່ພວກສັດແລະພືດປ່າຈໍານວນຫຼວງຫຼາຍປະເຊີນ
ຢູ່ໃນຂະນະນີ້.”

ໄທຖືວ່າເປັນປະເທດທາງຜ່ານທີ່ສໍາຄັນແຫ່ງນຶ່ງ ສໍາລັບການຄ້າງາຊ້າງຜິດກົດໝາຍ. ໃນຕອນກ່າວໄຂກອງປະຊຸມຄັ້ງນີ້ ທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ
ເວົ້າວ່າ ປະເທດຂອງທ່ານນາງຈະບັງຄັບກົດໝາຍ ທ້ອງຖິ່ນໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ໃນຄວາມພະຍາຍາມ ເພື່ອຍຸຕິການຄ້າງາຊ້າງນັ້ນ.

ອົງການ CITES ເວົ້າວ່າ ໃນຂົງເຂດອາຟຣິກາ ບັນດາກຸ່ມປະກອບອາວຸດຢູ່ທາງພາກ ເໜືອຂອງປະເທດ Cameroon ແລະສາທາລະນະລັດຄອງໂກ ມີສ່ວນພົວພັນໃນການ
ຂ້າຊ້າງ ໃນລະດັບກວ້າງຂວາງ.

John Scanlon ເລຂາທີການໃຫຍ່ຂອງ CITES ເວົ້າວ່າ ສະພາບ​ການ ​ໂດຍ​ທົ່ວ​ໄປ ​ແມ່ນຍັງຮ້າຍແຮງຢູ່ ສໍາລັບຊ້າງອາຟຣິກາ.

ທ່ານ Scanlon ເວົ້າວ່າ: “ໃນປີ 2001 ການປະເມີນຂອງພວກເຮົາ ອີງຕາມ
ຂໍ້ມູນແລະການວິເຄາະທີ່ພວກເຮົາປະຕິບັດນັ້ນ ກໍແມ່ນວ່າ ຊ້າງອາຟຣິກາ

ຈໍານວນ 25.000 ໂຕ ຫຼືປະມານນັ້ນ ແມ່ນຖືກຂ້າຢ່າງຜິດກົດໝາຍຢູ່ໃນ
ທະວີບອາຟຣິກາໃນປີ 2011. ຂະນະນີ້
ພວກເຮົາກໍຍັງສຶກສາວິໄຈຈໍານວນ
ຂອງປີ 2012 ນັ້ນຢູ່ ແຕ່ກໍເບິ່ງຄືວ່າ
ຈະບໍ່ດີຂຶ້ນແລະອາດຊໍ້າຮ້າຍລົງໄປ
ກວ່ານີ້ອີກ. ສະນັ້ນ
ກໍ​ແມ່ນ​ວ່າ ພວກເຮົາກໍາລັງປະສົບກັບ​ບັນ​ຫາອັດຕາ
ການຂ້າສັດປ່າ ຜິດກົດໝາຍ
ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະພວກເຮົາ
ຕ້ອງ
​ໄດ້ເອົາມາດຕະການອັນ​ໃຫຍ່​ຫລວງທີ່ສຸດເພື່ອຢຸດການຂ້າສັດປ່າ
ນີ້ໃຫ້ໄດ້.”


ໃນປີ 2011 ການເອົາບາດກ້າວຕ່າງໆເພື່ອ ປາບປາມການລັກລອບຂົນສົ່ງສັດປ່າ ​ໄດ້​ສົ່ງຜົນໃຫ້ມີການກໍ່ຕັ້ງສະມາຄົມລະຫວ່າງຊາດກ່ຽວກັບການປາບ ປາມອາຊະຍາກໍາທີ່​
ພົວພັນ​ກັບສັດປ່າ ທີ່ປະກອບດ້ວຍຫ້າອົງການລັດຖະບານລະຫວ່າງຊາດ ອັນມີອົງການ
CITES, ອົງການຕໍາຫຼວດສາກົນ Interpol, ຫ້ອງການຢາເສບຕິດແລະອາຊະຍາກໍາ
ຂອງສະຫະປະຊາຊາດ UNODC, ອົງການພາສີໂລກ WCO ແລະທະນາຄານໂລກ WB.

ທ່ານ Scanlon ເວົ້າອີກວ່າ ການປະສານງານກັນຖືວ່າຈໍາເປັນ ​ແຕ່​ວ່າ ຄວາມຕັ້ງໃຈ
ທາງການເມືອງທີ່ໃຫຍ່ຫຼວງກວ່າ​ເກົ່າ ຈາກຝ່າຍລັດຖະບານຕ່າງໆນັ້ນ ກໍຕ້ອງໃຫ້ມີຄືກັນ
ເພື່ອປາບປາມການຄ້າສັດປ່າດັ່ງກ່າວ.

ທ່ານ Scanlon ເວົ້າວ່າ:ຖ້າ​ມີ​ສອງ​ຢ່າງ​ນີ້ ກໍສະແດງວ່າພວກເຮົາມີການ​
ຕອບ​ໂຕ້​ທີ່​ໄດ້
ສັດສ່ວນ ກັບຂອບເຂດຂອງບັນຫາ ຊຶ່ງກໍຍັງຕ້ອງໃຊ້ເວລາ
ອີກດົນນານ ໃນເລຶ່ອງນີ້. ພວກເຮົາເຊື່ອວ່າ ພວກເຮົາຮູ້ໃນສິ່ງທີ່ພວກເຮົາ
ຕ້ອງປະຕິບັດ. ບັນຫາກໍຄືວ່າລັດຖະບານຕ່າງໆມີຄວາມຕັ້ງໃຈພ້ອມ ພໍຫຼືບໍ່
ທີ່ຈະ
ຈັດການກັບ​ເລື່ອງ​ນີ້ ​ໃນ​ວິທີ​ທາງ​ທີ່​ເຮົາຈໍາເປັນຕ້ອງ​ໄດ້​ເຮັດ ຖ້າຫາກ
ວ່າ ພວກເຮົາຈະເອົາ ຊະນະມັນ​ໃຫ້ໄດ້.”

ບັນດານັກເຄື່ອນໄຫວເວົ້າວ່າ ເບິ່ງຄືວ່າກອງປະຊຸມບັ້ນນີ້ ຈະຮັບຮອງ​ເອົາຂໍ້ສະເໜີສໍາ
ລັບການພິທັກປົກປ້ອງພືດແລະສັດປ່າຫຼາຍຂຶ້ນນັ້ນ ​ເປັນ​ສ່ວນໃຫຍ່ ​ແຕ່ການໄຫວໄປສູ່
ການສະໜອງການພິທັກປົກປ້ອງຫຼາຍຂຶ້ນ ສໍາລັບປາສະຫຼາມນັ້ນ ແມ່ນຈະຖືກຕ້ານຢັນ
ຢ່າງໃຫຍ່ ໂດຍສະເພາະຈາກຍີ່ປຸ່ນ ແລະຈີນ.

ວີດິໂອລາຍງານ ເລື້ອງພວກເຂົ້າຮ່ວມປະຊຸມ ຮຽກຮ້ອງໃຫ້ ໄທຍັບຍັ້ງການຄ້າງາຊ້າງ:

Thailand Urged To Curb Illegal Ivory Trade
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG