ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການໂຈມຕີໃນວັນຄຣິສມັສຢູ່ ກາເມຣູນ ເນັ້ນເຖິງການຂົ່ມຂູ່ຈາກ ພວກຫົວຮຸນແຮງ ໂບໂກ ຮາຣາມ


ຮູບພາບຂອງວັນທີ 17 ເດືອນກຸມພາ ປີ 2015 ສະແດງໃຫ້ ເຫັນ ວ່າທະຫານຄົນນຶ່ງ ຍ່າງຢູ່ເມືອງ Fotokol ປະເທດ Cameroon.
ຮູບພາບຂອງວັນທີ 17 ເດືອນກຸມພາ ປີ 2015 ສະແດງໃຫ້ ເຫັນ ວ່າທະຫານຄົນນຶ່ງ ຍ່າງຢູ່ເມືອງ Fotokol ປະເທດ Cameroon.

ໄນຈີເຣຍໄດ້ປະກາດໃຫ້ເຫັນອັນທີ່ອາດພິສູດວ່າເປັນກະແຈດອກສຳຄັນທີ່ຈະເອົາໄຊຊະນະຕ້ານ ກຸ່ມການກໍ່ການຮ້າຍ Boko Haram ໄດ້. ປະທານາທິບໍດີ Muhammadu Buhari ກ່າວ ວ່າ ພວກຫົວຮຸນແຮງ ໄດ້ຖືກທັບມ້າງ ຢູ່ທີ່ໝັ້ນອັນແຂງແກ່ນຍາວນານຂອງພວກເຂົາຢູ່ ໃນປ່າ Sambisa ທາງພາກ ຕາເວັນອອກສຽງເໜືອຂອງໄນຈີເຣຍ. ພຽງແຕ່ຂ້າມຊາຍ
ແດນໄປ​ ຫາທ້ອງຖິ່ນໃນພາກເໜືອຂອງ Cameroon ກໍຈະເຫັນວ່າມີການໂຈມຕີຢ່າງ
ຕໍ່ເນືືື່ອງໃນ ວັນຄຣິສມັສ ດຳເນີນຂົ່ມຂູ່ສ້າງຄວາມເສຍຫາຍ. Moki Edwin Kindzeka ລາຍງານຈາກ Yaounde ຊຶ່ງ ກິ່ງສະຫັວນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ຜູ້ປົກຄອງແຂວງ Midjiyawa Bakari ຢູ່ພາກເໜືອທີ່ຫ່າງໄກຂອງ Camaroon ກ່າວວ່າ ບັນດາສະມາຊິກຂອງກຸ່ມປ້ອງກັນຕົນເອງປະຈຳ​ທ້ອງຖິ່ນໄດ້ຮູ້ເຫັນຜູ້ຕ້ອງສົງໄສກໍ່​ການ​ຮ້າຍ Boko Haram ຄົນນຶ່ງຂີ່ລົດຖີບໄປສູ່ເຂດບ່ອນທີ່ຊາວຄຣິສ ໄດ້ເຕົ້າໂຮມກັນເພື່ອ
ສູດມົນ​ວັນຄຣິສມັສໃນວັນອາທິດທີ່​ຜ່ານ​ມາ ຢູ່່ໃນເມືອງ Mora ທາງພາກເໜືອ Camaroon ທີ່ມີຊາຍແດນຕິດກັບ Nigeria.

ທ່ານ Bakari ກ່າວວ່າເວລາບັນດາຜູ້ມີໜ້າທີ່ສິ້ງຊອມພະຍາຍາມຊອກຄົ້ນໂຕຊາຍຄົນນັ້ນ ໃນທັນໃດລາວກໍໄດ້ບີບຄະນວນລະເບີດໂຕລາວເອງ ຂ້າໂຕເອງຕາຍ ລວມທັງພົນລະ
ເຮືອນຄົນນຶ່ງມີຊື່ວ່າ Ibrahim Maharra.

ເພິ່ນກ່າວວ່າ ສະມາຊິກສອງຄົນຂອງກຸ່ມປ້ອງກັນຕົນເອງກໍໄດ້ເສຍຊີວິດເຊັ່ນກັນ. ຄົນນຶ່ງ
ໄດ້ເສຍຊີວິດຢູ່ຄາທີ່ ແລະອີກຄົນນຶ່ງໄດ້ໄປເສຍຊີວິດຢູ່ໂຮງໝໍ.

ຜູ້ປົກຄອງແຂວງຜູ້ນັ້ນກ່າວວ່າ ຢ່າງໜ້ອຍອີກແປດຄົນໄດ້ຮັບບາດເຈັບໃນການວາງລະ
ເບີດໂຈມຕີຂ້າໂຕຕາຍ.

ນອກນັ້ນ ສື່ມວນຊົນທ້ອງຖິ່ນຍັງໄດ້ລາຍງານວ່າ ການໂຈມຕີປະກອບອາວຸດສາມຄັ້ງໄດ້ ເກີດຂຶ້ນຢູ່ເມືອງ Fotokol Belgede ແລະ Madam ທັງໝົດຢູ່ທາງພາກເໜືອ ຊາຍແດນ
ຂອງ Camaroon ຕິດກັບ Nigeria. ລາຍງານເວົ້າວ່າ ການໂຈມຕີດັ່ງກ່າວໄດ້ ເຮັດໃຫ້
ຫລາຍຄົນບາດເຈັບ.

ຄວາມຮຸນແຮງໃໝ່ໄດ້ເກີດຂຶ້ນສອງມື້ຫລັງຈາກ Nigeria ໄດ້ປະກາດວ່າ ຕົນໄດ້ໄລ່ພວກ
ຫົວຮຸນແຮງ Boko Haram ອອກຈາກທີ່ໝັ້ນສຳຄັນຂອງພວກເຂົາ ຢູ່ໃນປ່າ Sambisa. ປ່າດັ່ງກ່າວເປັນເຂດຊາຍແດນລະຫວ່າງ Cameroon ກັບ Nigeria.

ທີ່ Cameroon ຜູ້ປົກຄອງແຂວງ ທ່ານ Bakari ກ່າວວ່າ ເຖິງແມ່ນຈະມີຜົນສຳເລັດທາງ
ທະຫານກໍຕາມ ແຕພວກຫົວຮຸນແຮງ Bodo Haram ກໍຍັງປາກົດໂຕຢູ່ ເລາະຕາມເຂດ
ຊາຍແດນ.

ທ່ານ Bakari ກ່າວວ່າ Cameroon ຍັງສູ້ລົບ​ໃນສົງຄາມຕ້ານພວກຫົວຮຸນແຮງ Boko Haram ຢູ່ ແລະພວກຊາວບ້ານຕ້ອງດຳເນີນເປັນຫູເປັນຕາຊ່ອຍກັນ.

ດັ່ງໂຕຢ່າງເຊັ່ນ ທ່ານກ່າວວ່າ ຜູ້ວາງລະເບີດສະລະຊີບອາດໄດ້ໂຈມຕີໂບດແລ້ວ ຖ້າຫາກ ລາວບໍ່ໄດ້ຖືກພົບເຫັນກ່ອນ ແລະຢຸດຢັ້ງໂດຍກຸ່ມປ້ອງກັນຕົນເອງປະຈຳທ້ອງຖິ່ນ.

ໃນຕົ້ນເດືອນນີ້ ເຖິງຢ່າງໃດກໍດີ Cameroon ແລະ Nigeria ໄດ້ຊີ້ແນະທີ່ຈະເປີດ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດຄືນໃໝ່ລະຫວ່າງສອງປະເທດ ເປັນ​ເທື່ອ​ທຳ​ອິດ​ໃນ​ສາມ​ປີ​ທີ່
​ຜ່ານ​ມາ​ອັນ​ເປັນ​ສັນຍານ​ຄວາມ​ກ້າວໜ້າ​ຕ້ານ​ພວກ​ກໍ່​ການ​ຮ້າຍ Boko Haram.

​ການ​ກໍ່ການ​ຮ້າຍ ຂອງພວກ Boko Haram ໃນຫົກປີຂອງຄວາມຮຸນແຮງ ໄດ້ເຮັດໃຫ້
ຫລາຍກວ່າ 25,000 ຄົນເສຍຊີວິດ ແລະບໍ່ມີບ່ອນຢູ່ອາໄສເກືອບ 2 ລ້ານ 3 ແສນຄົນ ອີງຕາມບັນດາກຸ່ມສິດທິມະນຸດ ແລະສະຫະປະຊາຊາດ.

The governor of the Far North region of Cameroon says a local self-defense group was able to prevent an attack by Boko Haram against Christians getting ready to celebrate Christmas, a sign that the militant group remains a danger in the region.

Governor Midjiyawa Bakari said members of a self-defense group detected a suspected Boko Haram fighter riding his bicycle toward an area in the town of Mora, on Cameroon's northern border with Nigeria, where Christians were assembling for Christmas Mass on Sunday.

Bakari said when the vigilantes tried to search the man, he immediately detonated his explosives, killing himself and a nearby civilian by the name of Ibrahim Mahama.

He said two members of the self-defense group were also killed. One died at the scene while another died later at a hospital. He said at least eight other people were also wounded in the suicide bomb attack.

Northern Cameroon
Northern Cameroon

Local media also reported three other armed attacks occurred on Sunday at Fotokol, Belgede and Madam, all on Cameroon’s northern border with Nigeria. The attacks reportedly left several wounded.

The fresh violence comes two days after Nigeria President Muhammadu Buhari announced troops had chased Boko Haram militants out of their key remaining base in the Sambisa forest. The forest straddles Cameroon’s border with Nigeria.

FILE - This photo taken on May 14, 2016 shows Nigerian President Muhammadu Buhari speaking during a press conference at the Presidential Palace in Abuja.
FILE - This photo taken on May 14, 2016 shows Nigerian President Muhammadu Buhari speaking during a press conference at the Presidential Palace in Abuja.

While Buhari said the militants have been crushed in northeast Nigeria, towns just across the border in northern Cameroon saw a string of attacks, underscoring the continued threat, Bakari said.

FILE - Women and children rescued by Nigeria soldiers from Islamist extremists at Sambisa forest arrive at a camp in Yola, Nigeria, May. 2, 2015.
FILE - Women and children rescued by Nigeria soldiers from Islamist extremists at Sambisa forest arrive at a camp in Yola, Nigeria, May. 2, 2015.

He urged residents to remain vigilant to the threat posed by Boko Haram and used as an example the string of attacks.

Bakari said the suicide bomber would have attacked a church had he not been identified and stopped by the local self-defense group.

However, in a sign of progress against the Boko Haram militants, Cameroon and Nigeria earlier this month pointed to the reopening of the border between the two countries — for the first time in three years.

Boko Haram's six-year insurgency has killed more than 25,000 people and displaced nearly 2.3 million, according to rights groups and the United Nations.

XS
SM
MD
LG