ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊໂກແລັດ ຊ່ວຍປັບປຸງ ຄວາມຊົງຈຳ ແລະ ສຸຂະພາບ ຂອງຫົວໃຈ (ວີດີໂອ ຮຽນພາສາອັງກິດ)


ສານ Flavanol, ຕາມທຳມະຊາດແລ້ວ ມີສານທີ່ຕ້ານອະນຸມູນອິດສະຫຼະ ຫຼື antioxidants ທີ່ພົບເຫັນໃນໝາກໂຄກາ ຊຶ່ງມັນສາມາດຕ່າວປີ້ນ ຄວາມຊົງຈຳທີ່ລົດນ້ອຍຖອຍລົງ ທີ່ກ່ຽວພັນກັບອາຍຸແກ່ຂຶ້ນ ໃນບັນດາຜູ້ເຖົ້າຜູ້ແກ່ນັ້ນ ອິງຕາມການສຶກສາ ເມື່ອບໍ່ນານມານີ້. (ຮູບພາບ ຂອງ ບໍລິສັດ Mars, Inc., ເປັນບໍລິສັດຜະລິດໂຊໂກແລັດ ຜູ້ທີ່ໃຫ້ທຶນການສຶກສາ.)
ສານ Flavanol, ຕາມທຳມະຊາດແລ້ວ ມີສານທີ່ຕ້ານອະນຸມູນອິດສະຫຼະ ຫຼື antioxidants ທີ່ພົບເຫັນໃນໝາກໂຄກາ ຊຶ່ງມັນສາມາດຕ່າວປີ້ນ ຄວາມຊົງຈຳທີ່ລົດນ້ອຍຖອຍລົງ ທີ່ກ່ຽວພັນກັບອາຍຸແກ່ຂຶ້ນ ໃນບັນດາຜູ້ເຖົ້າຜູ້ແກ່ນັ້ນ ອິງຕາມການສຶກສາ ເມື່ອບໍ່ນານມານີ້. (ຮູບພາບ ຂອງ ບໍລິສັດ Mars, Inc., ເປັນບໍລິສັດຜະລິດໂຊໂກແລັດ ຜູ້ທີ່ໃຫ້ທຶນການສຶກສາ.)

ອັນດັບຕໍ່ໄປນີ້ ໄຊ ຈະເລີນສຸກ ຈະນຳເອົາສາລະຄະດີການແພດ
ຈາກລາຍ ການວີໂອເອ ຮຽນພາສາອັງກິດ ມາສະເໜີທ່ານ ເຊີນ
ຮັບຟັງໄດ້.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ

ລິງໂດຍກົງ

ການກິນຂະໜົມ chocolate ທຸກໆມື້ ສາມາດຊ່ວຍ
ປ້ອງກັນ ການສູນເສຍຄວາມຊົງຈຳ ເວລາມີອາຍຸແກ່ຂຶ້ນ ໄດ້ແທ້ຫຼືບໍ່?

ຄຳຕອບກໍແມ່ນວ່າ ບໍ່.

ການ​ກິນ​ເຄກ chocolate ​ເປັນ​ອາຫານ ໃນ​ຕອນ​ເຊົ້າ ​ຕອນສວຍ ​ແລະ​ຕອນ ແລງ​ນັ້ນ ສາມາດ​ເປັນ​ຜົນດີ ​ຕໍ່ໝາກຫົວໃຈຂອງທ່ານ ຫຼືບໍ່?

ອີກ​ເທື່ອ​ໜຶ່ງ ຄຳ​ຕອບ​ກໍ​ແມ່ນ​ວ່າ ບໍ່.

ນັ້ນອາດ​ເປັນ​ເລື້ອງ​ທີ່​ດີ​ເກີນ​ໄປ ທີ່​ຈະ​ເປັນຄວາມຈິງ​ໄດ້.

ສຳຫລັບບັນດາທ່ານຜູ້ທີ່ບໍ່ເຄີຍເຫັນດ້ານໃນຂອງໝາກໂຄກາ ອັນນີ້ ແມ່ນສຳຫລັບທ່ານທັງຫຼາຍ!
ສຳຫລັບບັນດາທ່ານຜູ້ທີ່ບໍ່ເຄີຍເຫັນດ້ານໃນຂອງໝາກໂຄກາ ອັນນີ້ ແມ່ນສຳຫລັບທ່ານທັງຫຼາຍ!

​ແຕ່​ວ່າ ການຄົ້ນຄວ້າ​ໃໝ່ ສະ​ແດງໃຫ້​ເຫັນ​ວ່າ ຈຳນວນ​ອັນ​
ຫລວງຫຼາຍຂອງ​ສານ flavanols ທີ່​ພົບ​ເຫັນ​ຢູ່​ໃນ ໝາກໂຄ​ກາ
ຊາ ​ແລະ​ ຜັກບາງຊະນິດນັ້ນ ອາດສາມາດ ຕ່າວປີ້ນ ການ​ສູນ​
ເສຍ​ຄວາມ​ຊົງ​ຈຳ ທີ່ພົວພັນກັບອາຍຸ​ໄດ້. ການ​ສຶກສາ​ອີກ​ດ້ານ​ໜຶ່ງ
​ແມ່ນ​ຄົ້ນຄວ້າເບິ່ງ​ວ່າການມີສານ flavanols ​ສູງໃນ​ໝາກ​ໂຄ​ກາ
ສາມາດ​ຊ່ວຍ​ປ້ອງ​ກັນບໍ່ໃຫ້ເປັນຫົວ​ໃຈ​ວາຍ ​ແລະ ເປັນລົມສາລະ
ບາດໄດ້ ຫລືບໍ່.

​ສານ flavanols ທີ່​ພົບ​ເຫັນ​ຢູ່​ໃນ ​ໂຊ​ໂກ​ແລັດດຳ ແມ່ນເປັນ​ທີ່​ຮູ້​
ກັນດີວ່າ ​ຊ່ວຍເພີ້​ມການໄຫລໄປມາຂອງ​ເລືອດ​ ໃນ​ສ່ວນ​ຂອງ​ສະໝອງ​ທີ່​ຄວບ​ຄຸມ​ຄວາມ​ຊົງ​ຈຳ.

ພວກ​ສານ​ດັ່ງ​ກ່າວ ຍັງ​ຊ່ວຍ​ປ້ອງ​ກັນບໍ່ໃຫ້ເປັນໂຣກຫົວ​ໃຈ ​ໂດຍ​ການ​ລົດຄວາມດັນ​ຂອງ​
ເລືອດ ແລະ ລົດ ​ໄຂມັນ ຫຼື cholesterol ທີ່ “ບໍ່​ດີ” ລົງ.

ການ​ສຶກສາ​ໃໝ່ ທີ່​ພິມເຜີຍ​ແຜ່​ທາງ​ອອນ​ລາຍ ​ໃນຫົວ​ຂໍ້ ວິທະຍາສາດລະ​ບົບ ເສັ້ນປະສາດ
ທຳ​ມະ​ຊາດ ​ໄດ້​ພົບ​ເຫັນ​ວ່າ ສານ flavanols ຂອງ​ໝາກ​ໂຄ​ກາ ສາມາດ ຕ່າວປີ້ນ ການ​ສູນ
​ເສຍ​ຄວາມ​ຊົງ​ຈຳໄດ້ໜ້ອຍນຶ່ງ ​ໃນ​ບັນດາຜູ້​ມີ​ອາຍຸ​ສູງ. ບໍລິສັດ​ໜຶ່ງ​ທີ່​ຜະລິດ ​ໂຊ​ໂກ​ແລັດ ​ໄດ້​
ຊ່ວຍ​ໃນ​ການ​ໃຫ້​ທຶນ ສຳ​ຫລັບ​ການ​ສຶກສາ​ນີ້.

ໂຊ​ໂກ​ແລັດ ສາມາດ ສົ່ງ​ເສີມ​ຄວາມ​ຊົງ​ຈຳ ໄດ້ບໍ່?

ຂັ້ນຕອນການເຮັດວຽກຂອງສະໝອງແມ່ນຫລຸດ​ລົງ ​ໃນ​ຂະນະ​ທີ່​ພວກ​ເຮົາມີອາຍຸ​ແກ່​ຂຶ້ນ.
​ໃນ​ເວ​ລາທີ່​ພວກ​ເຮົາ ​ມີອາຍຸລະຫວ່າງ 50 ​ຫາ 60 ປີ ນັ້ນ ພວກ​ເຮົາ​ອາດ​ມີ​ບັນຫາໃນການ​
ຈື່​ຈຳ​ສິ່ງ​ຕ່າງໆ ທີ່​ງ່າຍໆ ​ເຊັ່ນ​ວ່າ ຊື່​ຂອງ​ຄົນ​ທີ່​ຫາ​ກໍ​ພົບ​ໃໝ່ໆ ຫຼື ບ່ອນທີ່​ພວກ​ເຮົາວາງ​ກະ​
ແຈ​ລົດຂອງພວກ​ເຮົາ​ໄວ້ນັ້ນ.

ດຣ. Scott Small ຜູ້ອຳນວຍການສູນຄົ້ນຄ້ວາພະຍາດ Alzheimer ຫຼື ພະຍາດຄວາມຈຳເສື່ອມ ຢູ່ທີ່ມະຫາວິທະຍາໄລ ໂຄລຳເບຍ.
ດຣ. Scott Small ຜູ້ອຳນວຍການສູນຄົ້ນຄ້ວາພະຍາດ Alzheimer ຫຼື ພະຍາດຄວາມຈຳເສື່ອມ ຢູ່ທີ່ມະຫາວິທະຍາໄລ ໂຄລຳເບຍ.

ດຣ. Scott Small ​ເປັນ​ສາດສະດາ​ຈານ ຝ່າຍ ການ​ສຶກສາ
ລະ​ບົບ​ເສັ້ນປະສາດ
ຫຼື neurology ຢູ່​ທີ່ມະຫາວິທະຍາ​ໄລ
​ໂຄ​ລຳ​ເບຍ ​ໃນ​ນະຄອນ​ນິວຢອກ​ຊີ​ຕີ. ທ່ານເປັນ​ຜູ້ນຳໃນການ
ຂຽນ​ເອກະສານ​ຄົ້ນຄວ້າ ອະທິບາຍເຖິງ ຜົນ​ຕ່າງໆ​ຂອງ​ສານ
flavanols ໃນໝາກ​ໂຄ​ກາ ທີ່ມີຕໍ່​ກິດຈະກຳຂອງສະໝອງ.

ການ​ສຶກສາ​ດັ່ງກ່າວ​ນີ້ ພົວພັນ​ກັບ​ພວກອາສາ​ສະໝັກ ຈຳນວນ
37 ຄົນ ທີ່​ມີ​ອາຍຸ ລະຫວ່າງ 50 ຫາ 69 ປີ. ບັນດາ​ນັກຄົ້ນຄວ້າ ​
ໃຫ້​ພວກ​ເຂົາ​ເຈົ້າດື່ມ ເຄື່ອງດື່ມທີ່​ເຮັດ​ມາ​ຈາກ​ໝາກໂຄກາ ທີ່​
ມີ​ສານ flavanols ສູງ ຫຼືເຄື່ອງດື່ມ ທີ່ ມີລະດັບ flavanols ຕ່ຳ.
ພາຍໃນລະຍະ​ເວລາ 3 ​ເດືອນ ອາສາ​ສະໝັກ​ບາງ​ຄົນ ​ໄດ້​ຮັບ
ສານ flavanol 900 ມີ​ລີ​ກຣາມຕໍ່​ມື້. ​ອີກ​ຈຳນວນ​ໜຶ່ງ ​ໄດ້​ຮັບ
ສານ flavanol 10 ມີ​ລີກຣາມ ຕໍ່​ມື້.

ໄດ້ມີການຖ່າຍພາບ​ຂອງ​ສະໝອງ ​ແລະການ​ທົດ​ສອບ​ຄວາມ​
ຊົງ​ຈຳຂອງອາສາສະໝັກແຕ່ລະຄົນ ກ່ອນ​ໜ້າ ​ແລະ ຫຼັງຈາກ​
ການ​ສຶກສາ. ດຣ​. Small ກ່າວ​ວ່າ ບັນດາອາສາ​ສະໝັກ ຜູ້​ທີ່ໄດ້
​ດື່ມເຄື່ອງດື່ມ ທີ່​ມີ​ສານ flavanol ສູງ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ
ມີການ​ປັບ​ປຸງ​ດີຂຶ້ນຫຼາຍ ໃນ​ການ​ທົດ​ສອບ​ຄວາມ​ຊົງ​ຈຳ.

ການສຶກສາ​ໄລຍະ 4 ປີ ​ເພື່ອ​ລົງ​ເລິກ​ ກ່ຽວກັບ​ອຳນາດໃນການ​ປິ່ນປົວຂອງ​ສານ flavanol

ບັນດາ​ນັກຄົ້ນຄວ້າ ​ເຕືອນ​ວ່າ ຍັງ​ມີ​ວຽກຫຼາຍຢູ່ ​ທີ່ຈະຕ້ອງໄດ້​ເຮັດ ​ເພາະວ່າ ການ​ສຶກສາ​ນີ້ ​
ແມ່ນ​ໄດ້​ປະຕິບັດ​ຕໍ່ຜູ້ຄົນ​ກຸ່ມນ້ອຍໆເທົ່າ​ນັ້ນ. ບັນດາ​ນັກຄົ້ນຄວ້າ ຢູ່​ທີ່ ​Brigham ​ແລະ
ໂຮງໝໍ​ສຳ​ຫລັບ​ຜູ້ຍິງ ​ໃນ​ນະຄອນ​ບອສຕັນ ລັດມາດສະ​ຈູ​ແສດ​ສ໌ ​ໄດ້​ປະກາດເມື່ອ​ບໍ່​ດົນ​ມາ​ນີ້
ກ່ຽວກັບແຜນການ​ ທີ່​ຈະ​ຄົ້ນຄວ້າດັ່ງທີ່​ໄດ້​ກ່າວ​ມາ​ແລ້ວນັ້ນ.

ດຣ. JoAnn Manson ສາດສະດາຈານ ຢູ່ທີພະແນກລະບາດວິທະຍາ ຈາກມະຫາວິທະຍາໄລ Harvard ດ້ານສາທາລະນະສຸກ.
ດຣ. JoAnn Manson ສາດສະດາຈານ ຢູ່ທີພະແນກລະບາດວິທະຍາ ຈາກມະຫາວິທະຍາໄລ Harvard ດ້ານສາທາລະນະສຸກ.

ດຣ. JoAnn Manson ​ເປັນ​ຜູ້ນຳ​ໃນ​ການຄົ້ນຄວ້າ ຂອງ​ການ​
ສຶກສາໄລຍະ 4 ປີ ທີ່​ພົວພັນ​ກັບ ຜູ້​ໃຫຍ່ຈຳນວນ 18,000 ຄົນ.
ການ​ສຶກສາ​ນີ້ ຈະ​ນຳ​ໃຊ້ ເມັດຢາ ຫຼື capsules ທີ່ມີສານ
​flavanol ​ໃນນັ້ນ.

ດຣ. Manson ​ເວົ້າວ່າ “ ​ເມັດ​ຢາ​ຂອງ​ສານ flavanols
ຈາກ​ໝາກ​ໂຄ​ການີ້ ຈະຫລີກລ້ຽງ ການ​ມີສານ​ພະລັງງານ
​ແລະນຳ​ຕານ ​ແລະ ​ໄ​ຂມັນ​ທີ່​ອິ່ມ​ຕົວ ​ເຫຼົ່ານັ້ນ ທີ່​ພົບ​ເຫັນ​
ຢູ່​ໃນ​ໂຊ​ໂກ​ແລັດ.”

ບັນດາອາສາ​ສະໝັກທີ່​ເຂົ້າ​ຮ່ວມ​ການ​ສຶກສານີ້ ຈະ​ຖືກ​ແບ່ງ​
ອອກ​ເປັນ​ສອງ​ກຸ່ມ ​ແລະ ຈະ​ກິນ​ຢາ 2 ​ເມັດ​ຕໍ່​ມື້. ​ເມັດ​ຢາ​ຈະ​
ເບິ່ງ​ຄື​ກັນ​ທັງ​ໝົດ. ​ແຕ່ເມັດ​ຢາ​ຂອງ ກຸ່ມ​ໜຶ່ງນັ້ນ ຈະບັນຈຸສານ
flavanols. ສ່ວນ​ອີກ​ກຸ່ມ​ໜຶ່ງ​ນັ້ນ ຈະ​ກິນ ເມັດ​ຢາທີ່​ບັນຈຸ​ສານ
​ທີ່​ບໍ່​ມີ​ປະຕິກິລິຍາຫຍັງ
ຫຼື ​ເອີ້ນ​ວ່າເມັດຢາທຽມ placebo ນັ້ນ.

ດຣ. Manson ກ່າວ​ວ່າ ຄົນ​ຜູ້​ໜຶ່ງ ຕ້ອງ​ໄດ້​ກິນຢ່າງປົກກະຕິ​ໃນຈຳນວນ​ 10 ​ເທົ່າ​ ເພື່ອ​ທີ່​
ຈະ​ໄດ້​ຮັບ​ສານ flavanols ທຽບ​ເທົ່າ​ກັບ ຢາພຽງເມັດດຽວ​ທີ່​ບັນຈຸ​ສານ flavanols ນັ້ນ.

ດຣ. Manson ​ເວົ້າ​ວ່າ “ຈຳນວນ​ຂອງ​ໂຊ​ໂກແລັດທີ່​ຈະ​ຕ້ອງ​ໄດ້​ກິນ ​ເພື່ອທີ່ທຽບເທົ່າ​
​ກັບ ຈຳນວນ​ຂອງສານ flavanols ​ໃນ​ໝາກ​ໂຄ​ກາ ນັ້ນ ​ແມ່ນຫຼາຍ​ເກີນ​ກວ່າ 10
​ເທົ່າ ຂອງ​ຈຳນວນ​ທີ່​ຄົນ​ຈະຕ້ອງ​ກິນ​ໂຊ​ໂກ​ແລັດ​ຕາມ​ທຳ​ມະ​ດາ.”

​ແຕ່ ດຣ. Small ກ່າວ​ວ່າ ຄົນ​ທັງຫຼາຍ ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເລີ້ມ​ກິນ​ໂຊ​ໂກ​ແລັດຫຼາຍຂຶ້ນ.
ທ່ານ ກ່າວ​ຕໍ່​ໄປ​ວ່າ ຄົນ​ຜູ້​ໜຶ່ງ ຈະ​ຕ້ອງ​ກິນ ​ໂຊ​ໂກ​ແລັດ​ໃນ​ຈຳນວນ​ຫລວງຫຼາຍ ​ເພື່ອ​ທີ່​ຈະ​
ໃຫ້​ມີ​ລະດັບ​ຂອງສານ flavanol ​ທີ່​ໃຫ້​ກັບ​ບັນດາ​ຜູ້​ສະໝັກ​ໃນ​ການທົດ​ສອບ​ນັ້ນ. ທ່ານ​ຍັງ​
ກ່າວ​ອີກ​ວ່າ ບັນດາ​ຜູ້​ຜະລິດ ສິນຄ້າຫຼາຍໆ​ແຫ່ງ ​ໄດ້​ເອົາ​ສານ flavanols ອອກ​ຈາກຜະລິດ
​ຕະພັນ ​ໂຊ​ໂກ​ແລັດ​ຕ່າງໆຂອງ​ເຂົາ​ເຈົ້າ.

ດຣ. Small ກ່າວ​ວ່າ ສານ flavanol ທີ່ ສະກັດ​ອອກ​ມາ​ ຫຼື extract ຈາກ ​ ໝາກ​ໂຄ​ກາ ນັ້ນ ອາດ​ສາມາດຜະລິດ​ຂຶ້ນມາ​ໄດ້ ໃນ​ອະນາຄົດ. ທ່ານ​ກ່າວ​ວ່າ ຍັງ​ຈະ​ຕ້ອງ​ໄດ້​ທຳ​ການ​ສຶກສາຕື່ມ​ອີກ ​ເພື່ອ​ເບິ່ງ​ວ່າ ຈຳນວນ​ສານ flavanol ​ໃນປະລິມານເທົ່າ​ໃດ ​ເປັນຈຳນວນ​
ທີ່​ດີ​ ສຳ​ຫລັບ​ສຸຂະພາບ​ຂອງ​ມະນຸດ.

ເບິ່ງວີດີໂອຂອງພະແນກຮຽນພາສາອັງກິດ ເລື້ອງໂຊໂກແລັດ ຊ່ວຍປັບປຸງ ຄວາມຊົງຈຳ ແລະ ສຸຂະພາບ ຂອງໝາກຫົວໃຈ

Ingredient in Chocolate May Aid Memory and Heart
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ

ເບິ່ງວີດີໂອ ລາຍງານກ່ຽວກັບຜົນປະໂຫຍດ ຂອງໂຊໂກແລັດ

Researchers: Raw, Organic Chocolate May Provide Better Health Benefits
please wait

No media source currently available

0:00 0:02:42 0:00


Chocolate Improves Memory and Heart Health

From VOA Learning English, this is the Health Report.

Can eating a chocolate bar every day really prevent age-related memory loss?

No.

Can eating chocolate cake for breakfast, lunch and dinner be good for your heart?

Again, the answer is no.

That would be too good to be true.

But new research shows that large amounts of flavanols, substances found in cocoa, tea and some vegetables, may reverse age-related memory failure. Another study is looking to see if high levels of cocoa flavanols can help prevent heart attacks and strokes.

​ Flavanols found in dark chocolate are known to increase blood flow in the part of the brain that controls memory. They also help prevent heart disease by lowering blood pressure and “bad” cholesterol.

A new study published online in Nature Neuroscience found that cocoa flavanols reverse minor memory loss in older adults. A company that makes chocolate helped to pay for the study.

Can chocolate improve memory?

Brain processes decrease as we age. By the time we reach our 50s and 60s we may have trouble remembering simple things such as the names of new people we meet or where we put our car keys.

Dr. Scott Small is a professor of neurology at Columbia University in New York City. He is the lead writer of a research paper describing the effects of cocoa flavanols on brain activity.

The study involved 37 volunteers aged between 50 and 69. Researchers gave them a high-level flavanol drink made from cocoa beans or a low-level flavanol drink. For a period of three months, some subjects got 900 milligrams of flavanol a day. The others got 10 milligrams of flavanol each day.

Brain imaging and memory tests were given to each study subject before and after the study. Dr. Small says that the subjects who had the high-level flavanol drink showed much improvement on memory tests.

Four-year study to dig deeper into healing powers of flavanol

The researchers warn that more work is needed because this study was performed on a small group. Researchers at Brigham and Women’s Hospital in Boston, Massachusetts recently announced plans to do just that.

Dr. JoAnn Manson is the lead researcher of a four-year study involving 18,000 adults. This study will use flavanol capsules.

“This capsule of cocoa flavanols will avoid having the calories and the sugar and the saturated fat found in chocolate.”

The study subjects will be divided into two groups and will take two pills a day. The capsules will all look the same. But, one group’s capsules will contain flavanols. The other group will take capsules made of an inactive substance, or placebo.

Dr. Manson says that a person would have to eat ten times a normal amount to get the flavanols in just one flavanol pill.

“The amount of chocolate that it would take in order to have this amount of cocoa flavanols would be more than ten times the amount that people would ordinarily eat.”

But Dr. Small says people should not necessarily start eating more chocolate. He says a person would have to eat a huge amount of chocolate to get the level of flavanol given to the test subjects. He also says many manufacturers remove the flavanols from their chocolate products.

Dr. Small says a cocoa-based flavanol extract may be developed in the future. He says that more studies are needed to see how much flavanol is good for human health.

______________________________________________________________

Words in This Story

reverse – v. to cause (something, such as a process) to stop or return to an earlier state

cholesterol – n. a substance that is found in the bodies of people and animals

neurology – n. the scientific study of the nervous system especially in respect to its structure, functions, and abnormalities

capsule n. a very small container that is filled with medicine and swallowed whole

placebo – n. a pill or substance that is given to a patient like a drug but that has no physical effect on the patient

extract n. a substance that you get from something by using a machine or chemicals

Now it’s your turn to use these Words in this Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.

XS
SM
MD
LG