ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນຢວນຂອງຈີນ ມີອິດທິພົນ ຕໍ່ສະພາບການ ທາງເສດຖະກິດ ການຄ້າ ແລະການລົງທຶນ ໃນລາວເພີ້ິມຂຶ້ນນັບມື້


ເງິນຢວນຂອງຈີນ.
ເງິນຢວນຂອງຈີນ.

ເງິນຢວນຂອງຈີນ ໄດ້ມີອິດທິພົນຕໍ່ສະພາບການທາງເສດຖະກິດ ການຄ້າ ແລະການລົງທຶນ ໃນລາວເພີ້ິມຂຶ້ນນັບມື້ ທັງເຊື່ອວ່າເງິນຢວນຈະມີອິດທິພົນສູງກວ່າ ເງິນໂດລາໃນຕໍ່ໜ້າຢ່າງແນ່ນອນ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ຊ່ຽວຊານດ້ານເງິນຕາຕ່າງປະເທດ ຂອງທະນາຄານແຫ່ງປະເທດໄທ ຢືນຢັນ ວ່າ ການທີ່ລັດຖະບານລາວ ແລະຈີນ ໂດຍທະນາຄານແຫ່ງຊາດຂອງທັງ 2 ປະເທດ ໄດ້ປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການສົ່ງເສີມ ການໃຊ້ສະກຸນເງິນ ທ້ອງຖິ່ນໃນການຄ້າລະຫວ່າງກັນ ກໍຄືການໃຊ້ເງິນຢວນແລະເງິນກີບ ເພື່ອຊຳ ລະລາຄາສິນຄ້າ ແລະບໍລິການ ລະຫວ່າງຫົວໜ່ວຍທຸລະກິດ ລາວ ແລະ ຈີນ ນັບແຕ່ເດືອນມັງກອນ ປີ 2020 ເປັນຕົ້ນມານັ້ນ ໄດ້ເປັນຜົນເຮັດໃຫ້ເງິນຢວນ ຂອງຈີນ ກາຍເປັນສະກຸນເງິນທີີ່ມີອິດທິພົນ ຕໍ່ເສດຖະກິດການຄ້າ ແລະການ ລົງທຶນໃນລາວເພີ້ມຂຶ້ນນັບມື້ ໂດຍເຫັນໄດ້ຈາກການຄ້າລະຫວ່າງລາວກັບຈີນ ທີ່ເພີ້ມຂຶ້ນຈາກ 3,780 ລ້ານໂດລາ ສະຫະລັດ ໃນປີ 2019 ເປັນຫຼາຍກວ່າ 4,100 ລ້ານໂດລາສະຫະລັດແລະເກີນກວ່າ 4,500 ລ້ານໂດລາສະຫະລັດ ໃນປີ 2020 ແລະປີ 2021 ຕາມລຳດັບ ຊຶ່ງເມື່ອສົມທົບກັບລັດຖະບານລາວ ເປັນໜີ້ເງິນກູ້ຢືມຈາກລັດຖະບານຈີນ ຄິດເປັນມູນຄ່າລວມເກີນກວ່າ 38,000 ລ້ານຢວນໃນປັດຈຸບັນ ຈຶ່ງເຊື່ອວ່າເງິນຢວນ ຈະມີອິດທິພົນຕໍ່ເສດຖະກິດລາວ ສູງກວ່າເງິນໂດລາສະຫະລັດໃນຕໍ່ໜ້າ ດັ່ງທີ່ຜູ້ຊ່ຽວຊານຂອງທະນາຄານແຫ່ງ ຊາດໄທຢືນຢັນວ່າ:

“ພໍມີວິກິດທາງເສດຖະກິດຊ່ວງທີ່ຜ່ານມານີ້ ທຸກຄົນກໍເຫັນວ່າໂດລາ ອາດຈະບໍ່ ແມ່ນເປົ້າໝາຍແລ້ວ ແລະຈີນກໍມີຄວາມຄິດແບບນີ້ລະ ວ່າຈັ່ງໃດກໍຈະຕ້ອງໃຊ້ ຢວນເປັນຫລັກເລີຍ ເພື່ອໃຫ້ເກີດຄວາມໝັ້ນຄົງ ໃຫ້ກັບໂຕເອງ ເພາະສະນັ້ນເຂົາກໍພະຍາຍາມ ທີ່ຈະມີອິດທິພົນຕໍ່ບ່ອນນີ້ ແຕ່ວ່າ ການທີ່ຈະເອົາເງິນຢວນ ເປັນສະກຸນຫລັກ ໃນການແລກປ່ຽນນີ້ ເຮົາກໍຍັງຄຳນວນບໍ່ຖືກວ່າອີກຈັກປີນະ ວັນນີ້ ໃຊ້ເງິນຢວນເປັນຫລັກແດ່ ຫຼືເປັນອັດຕາແລກປ່ຽນແດ່ ອັນນີ້ ກໍເປັນໄປ ໄດ້ ເປັນແຕ່ລະໂຄງການໄປ.”

ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານລາວມີໜີ້ສິນເພີ້ມຂຶ້ນດັ່ງກ່າວ ກໍເຮັດໃຫ້ມີພາລະ ຈະຕ້ອງຊຳລະຄືນເພີ້ມຂຶ້ນດ້ວຍເຊັ່ນກັນ ໂດຍໃນແຜນການງົບປະມານ ປະຈຳ ປີ 2022 ນີ້ ລັດຖະບານລາວຍັງຈະຕ້ອງກູ້ຢືມເງິນຈາກສະຖາບັນການ ເງິນຕ່າງປະເທດ ໃນມູນຄ່າລວມເກີນກວ່າ 15,000 ຕື້ກີບ ສຳລັບນຳໃຊ້ເພື່ອ ການຊຳລະຄືນໜີ້ສິນ ທີ່ຄົບກຳນົດ ແລະບໍ່ສາມາດທີ່ຈະຂໍເລື່ອນການຊຳລະໄດ້ ອີກແລ້ວ ໂດຍເງິນກູ້ມູນຄ່າດັ່ງກ່າວນີ້ ຄິດເປັນ 8 ເປີເຊັນ ຂອງມູນຄ່າຜະລິດ ຕະພັນລວມ (GDP) ໃນປີ 2022 ຈຶ່ງບໍ່ແມ່ນເລື້ອງງ່າຍທີ່ຈະໄດ້ຮັບການຕອບ ສະໜອງຢ່າງຄົບຖ້ວນ ຈາກສະຖາບັນການເງິນຕ່າງປະເທດດັ່ງກ່າວ ອັນເຮັດ ໃຫ້ລັດຖະບານລາວ ຈະຕ້ອງກູ້ຢືມຈາກແຫຼ່ງອື່ນດ້ວຍ ໂດຍສະເພາະ ແມ່ນຈາກການກູ້ຢືມຈາກລັດຖະບານຈີນນັ້ນເອງ.

ພ້ອມກັນນີ້ ທາງການລາວກໍຈະເລັ່ງການເຈລະຈາກັບເຈົ້າໜີ້ ເພື່ອຂໍປັບຫລົດມູນໜີ້ລົງ ໃຫ້ໄດ້ຫຼາຍທີ່ສຸດ ໂດຍຈະຈັດຕັ້ງປະຕິບັດ ໃນ 6 ມາດຕາການດ້ວຍກັນ ຊຶ່ງໃນນີ້ກໍລວມເຖິງການອອກພັນທະບັດລັດຖະບານ ແລະການຈັດເກັບລາຍຮັບ ຈາກຄ່າສຳປະທານໂຄງການຕ່າງໆໃຫ້ໄດ້ເພີ້ມຂຶ້ນ ໂດຍສະເພາະແມ່ນການຈັດ ເກັບລາຍຮັບຈາກຄ່າສຳປະທານ ທີ່ດິນເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ລວມເຖິງການຫັນໜີ້ ແລະສິນຊັບຂອງລັດ ເປັນທຶນອີກດ້ວຍ.

ນອກຈາກນີ້ລັດຖະບານລາວຈະໃຫ້ການສົ່ງເສີມເອກກະຊົນລາວ ແລະຕ່າງປະເທດ ເພື່ອໃຫ້ເຂົ້າມາລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານໃຫ້ ຫຼາຍຂຶ້ນ ເພາະວ່າລັດຖະບານລາວບໍ່ມີງົບປະມານຢ່າງພຽງພໍ ອັນເປັນຜົນກະ ທົບ ຈາກການລະບາດພະຍາດໄວຣັສໂຄວິດ-19 ຈຶ່ງເຮັດໃຫ້ການຈັດເກັບຮັບ ບໍ່ໄດ້ຕາມແຜນການ ແລະຕ້ອງໂຈະ ໂຄງການພັດທະນາຂະໜາດໃຫຍ່ ເຖິງ 184 ໂຄງການໃນປີ 2021 ດັ່ງນັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ຢ່າງເປັນຮູບປະທຳ ນາຍົກລັດຖະມົນຕີລາວຈຶ່ງມີຄຳສັ່ງແຕ່ງຕັ້ງຄະນະສະເພາະ ກິດ ສົ່ງເສີມການລົງທຶນທັງໃນຮູບແບບການຮ່ວມທຶນລະຫວ່າງລັດກັບເອກກະ ຊົນ (PPP) ແລະຮູບແບບເອກກະຊົນລົງທຶນ ແລະເກັບເອົາຜົນປະໂຫຍດຈົນ ຄົບສັນຍາ ຈຶ່ງໂອນໃຫ້ລັດ (BOT) ໂດຍສະເພາະ ແມ່ນການລົງທຶນດ້ານ Logistics ຕາມແລວທາງລາວຈີນໃນລາວ ຊຶ່ງເປົ້າໝາຍຂອງລັດຖະບານລາວ ກໍຄືບັນດາບໍລິສັດຈາກຈີນ ໂດຍໃນປີ 2021 ກໍປາກົດວ່າບໍລິສັດຈີນໄດ້ລົງທຶນ ເພີ້ມໃນລາວໃນ 28 ໂຄງການ ມີມູນຄ່າລົງທຶນລວມເກີນກວ່າ 2,500 ລ້ານໂດ ລາສະຫະລັດ ອັນເຮັດໃຫ້ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ທີ່ມີມູນ ຄ່າການລົງທຶນເກີນກວ່າ 16,000 ລ້ານໂດລາສະຫະລັດ ໃນ 815 ໂຄງການ.

XS
SM
MD
LG