ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ຊິ ຈິ້ນ​ຜິ​ງ ມ້ວນທ້າຍ ການຢ້ຽມຢາມ ສະຫະລັດ ທີ່ນະຄອນລອສແອນເຈີລິສ (ເບິ່ງສະໄລດ໌ກັບວີດີໂອ)


ຮອງປະທານປະເທດຈີນ ທ່ານຊິ ຈິ້ນຜິງ ມ້ວນທ້າຍການຢ້ຽມຢາມ ສະຫະລັດ ທີ່ນະຄອນ Los Angeles, California.
ຮອງປະທານປະເທດຈີນ ທ່ານຊິ ຈິ້ນຜິງ ມ້ວນທ້າຍການຢ້ຽມຢາມ ສະຫະລັດ ທີ່ນະຄອນ Los Angeles, California.

ຮອງ​ປະທານ​ປະ​ເທດ​ຈີນ ທ່ານຊິ ຈິ້ນ​ຜິ​ງ ກໍາລັງ​ຢ້ຽມຢາມ​ນະຄອນລອສ​ແອນ​ເຈີ​ລິ​ສ
ຊຶ່ງ​ເປັນບ່ອນ​ຢຸດ​ແວ່​ແຫ່ງ​ສຸດ​ທ້າ​ຍ ຂອງ​ການເດີນ​ທາງ​ມາຢ້ຽມຢາມສະ​ຫະລັດທີ່​ແນ​ໃສ່
ເພື່ອ​ເປັນ​ການ​ຢືນຢັນ​ເຖິງ​ຄວາມສຳພັນດ້ານ​ເສດຖະກິດແລະວັດທະນາ​ທໍາລະຫວ່າງ​
ປະ​ເທດ​ທັງ​ສອງ.

ທ່ານ​ຊິ ​ໄດ້​ເດີນທາງໄປ​ເຖິງ​ນະຄອນ​ລອສ​ແອນ​ເຈີ​ລິດ ໃນ​ວັນ​ພະຫັດ ​ແລະ​ໄດ້​ມຸ້​ງໜ້າໄປ​
ຍັງທ່າ​ເຮືອ​ຂອງ​ນະຄອນ​ດັ່ງກ່າວ ຊຶ່ງ​ເປັນ​ສູນ​ກາງໃຫ່ຍຂອງ​ການ​ສົ່ງສີນ​ຄ້າ​ເຂົ້າອອກ
ລ​ະຫວ່າງ​ຈີນແລະສະຫະລັດ. ທ່ານ​ຊິ​ ​ໄດ້​ຖືກຕິດຕາມ​ດ້ວຍ​ຜູ້ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ
ທ່ານ Jerry Brown ​ແລະ​ເຈົ້າ​ຄອງ​ນະຄອນລອສ​ແອນ​ເຈີ​ລິ​ສ ທ່ານ Antonio
Villaraigosa. ທ່ານ​ຊິ​ໄດ້ໄປ​ຢ້ຽມ​ບ່ອນ​ເກັບ​ສິນຄ້າ​ຂອງ​ບໍລິສັດຂົນ​ສົ່ງທາງ​ທະ​ເລ​ຂອງ
ຈີນ ​ຊຶ່ງ​ກໍາລັງ​ທໍາ​ການ​ຂະຫຍາຍ​ເປັນ​ການ​ໃຫຍ່.

ທ່ານ Villaraigosa ​ແລະ ທ່ານ Brown ​ໄດ້​ກ່າວ​ເຖິງ​ຈຸດ​ສໍາ​ຄັນກ່ຽວກັບ​ຄວາມ​ກ້າວໜ້າ
ທັນ​ສະ​ໄໝຂອງທ່າ​ເຮືອທີ່ປົກ​ປ້ອງ​ກັນສິ່ງ​ແວດ​ລ້ອມວ່າ “ທ່າ​ເຮືອ​ທີ່ມີລະ​ບົບປັກ​ສຽບ​ພະລັງ​
ໄຟຟ້າ​ໃຫ້​ແກ່​ເຮືອ​ຊຶ່ງຕິດ​ຕັ້ງຢູ່ຂ້າງບ່ອນ​ຈອດ​ເຮືອ” ​ແທນ​ທີ່​ຈະໄຊ້ນໍ້າມັນກາ​ຊວນໃນ​ເວລາ
ທີ່​ເຮືອ​ກໍາລັງຈອດ​ຢູ່​ນັ້ນ.

ທ່ານ​ຊິ ​ຊຶ່ງ​ຄາດ​ວ່ວາ​ຈະ​ເປັນ​ປະທານ​ປະ​ເທດ​ຈີນ​ໃນ​ປີໜ້າ​ນີ້ ​ໄດ້​ກ່າວ​ຕໍ່ຝູງ​ຊົນ​ທີ່​ໄປ​ຕ້ອນຮັບ
ວ່າ ທ່ານ​ມີ​ຄວາມປະ​ທັບ​ໃຈ. ທ່ານ​ກ່າວຕື່ມ​ອີກ​ວ່າ ທ່າ​ເຮືອ ​ແລະ​ການ​ເສີມ​ຂະຫຍາຍ​ນັ້ນ
ແມ່ນ “ພື້ນຖານ​ອັນ​ໜາ​ແໜ້ນ” ຂອງການ​ຮ່ວມ​ມືໃນ​ອານາ​ຄົດທາງ​ດ້ານ​ເສດຖະກິດ ລະ​
ຫວ່າງ​ສອງ​ປະ​ເທດ.

ໃນ​ມື້​ວັນ​ສຸກ​ນີ້ ທ່ານ​ຊິ ຈະໄດ້​ກ່າວ​ຢູ່ໃນກອງ​ປະ​ຊຸ​ມ ສະພາ​ເສດ​ຖະ​ກິດ ຈີນ-ສະຫະລັດ ​
ແລະເຂົ້າ​ຮ່ວມ​ກິດ​ຈະ​ການ​ອື່ນໆທີ່​ເຈາະ​ຈົງ​ໄສ່ດ້ານ​ການ​ຄ້າ ​ແລະການ​ລົງ​ທືນ. ທ່ານ​ຊິ
ຈະ​ໄດ້​ເຂົ້າ​ຮ່ວມກັບ​ຮອງ​ປະທານາທິບໍດີ ສະຫະລັດ​ທ່ານ Joe Biden ອີກ​ຄັ້ງ​ນຶ່ງຊຶ່ງ​ເປັນ
ເຈົ້າ​ພາບ​ຕ້ອນຮັບ​ການ​ມາ​ຢ້ຽມຢາມ​ສະຫະລັດຂອງ​ທ່ານ​ນັ້ນ. ທ່ານ​ຊິຈະ​ມ້ວນທ້າຍ​ການ​
ຢ້ຽມຢາມ​ດ້ວຍ​ການ​ໄປ​ເບິ່ງ​ການ​ແຂ່ງຂັນກິລາບານບ້ວງ​ມື​ອາ​ຊິ​ບ ຄື​ທີ​ມ the Los Ange-
les Lakers.

XS
SM
MD
LG