ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສື່ມວນຊົນຈີນ ຊົມເຊີຍ ການຢ້ຽມຢາມ ສະຫະລັດ ຂອງທ່ານ ຊີ ຈິ້ນຜິງ (ເບິ່ງວີດີໂອ)


ຮອງປະທານປະເທດຈີນ ທ່ານ ຊີ ຈິ້ນຜິງ ແລະປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ທໍານຽບ ຂາວ.

ເມື່ອ​ວັນ​ພຸດ​ມື້​ນີ້​ ສື່​ມວນ​ຊົນ​ລັດ​ຂອງ​ຈີນໄດ້​ລົງ​ຂ່າວ​ການ​ຢ້ຽມຢາມນະຄອນຫລວງວໍ​ຊິງ​ຕັນ​
ຢ່າງ​ເປັນທາງ​ການ​ລະດັບ​ສູງ​ຂອງ​ຮອງ​ປະທານປະ​ເທດ​ຈີນ ທ່ານ ຊີ ຈິ້ນຜິ​ງ​ໂດຍ​ອະທິບາຍ
ວ່າ ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ​ແລະ ​ຈີນ​ນັ້ນ ຖື​ວ່າ​ສໍາຄັນ​ທີ່​ສຸດ​ໃນ​ໂລກ.

ໜັງສືພິມ Global Times ທີີ່ມີ​ອິດ​ທິພົນ​ສູງ​ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ການພົບ​ປະກັນ​ເມື່ອ
ວັນ​ອັງຄານວານ​ນີ້​ຂອງ​ຮອງ​ປະທານ​ຊີ ຈິ້ນຜິ​ງ ກັບ​ປະທານາທິບໍດີ​ສະຫະລັດ ​ທ່ານ​ບາຣັກ
ໂອ​ບາ​ມາ ​ແມ່ນ​ຖືກ​ມື້​ວັນ​ແຫ່ງ​ຄວາມ​ຮັກ ຫລືວັນວາ​ເລັນ​ທາຍພໍດີໂດຍ​ກ່າວ​ວ່າໄລຍະ​ເວລາ
ດັ່ງກ່າວ​ໄດ້ແນະ​ໃຫ້​ເຫັນ ບັນຍາກາດ​ມິດຕະພາບຮັກ​ແພງ​ກັນ​ທົ່ວຂົງ​ເຂດ​ມະຫາ​ສະມຸດ​ປາ
ຊິ​ຟິກ.

ລັດຖະບານ​ຂອງ​ຮອງ​ປະທານ​ປະ​ເທດ​ຊີ ຈິ້ນຜິ​ງ ມີ​ຄວາມ​ລະອາຍ​ໃຈ​ຢ່າງເລິກ​ເຊິ່ງ ຈາກ
ເຫດການ​ຈູດ​ເຜົາ​ຕົນ​ເອງ​ໂດຍ​ຊາວ​ທິ​ເບ​ດ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ ​ການ​ປົກຄອງ​ຕ່າງໆ
ຂອງ​ຈີນ​ນັ້ນ ​ແຕ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ທໍານຽບຂາວ​ຂອງ​ທ່ານ​ຊີ ຈິ້ນຜິ​ງ​ເມື່ອ​ວັນ​ອັງ
ຄານ​ວານ​ນີ້ ຜູ້​ທີ່​ຈະ​ເປັນ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ຈີນ​ກ່າວ​ວ່າ ປະ​ເທດ​ຊາດ​ຂອງ​ທ່ານ ຈະ​ສືບ​ຕໍ່
ສ້າງຄວາມ​ກ້າວ​ໜ້າໃຫ້​ແກ່ຄວາມ​ສໍາ​ເລັດ​ຜົນຢ່າງໃຫຍ່​ຫຼວງ ​ແລະມີ​ການຮັບ​ຮູ້​ກັນ ກ່ຽວ
ກັບເລື່ອງສິດ​ມະນຸດ ທີ່​ຕົນ​ໄດ້​ດຳ​ເນີນໃນ​ໄລຍະ​ບໍ່​ເທົ່າໃດ​ທົດ​ສະ​ວັດ​ຜ່ານ​ມານີ້.

ຄາດ​ວ່າ ບັນຫາ​ຕ່າງໆ​ດ້ານ​ເສ​ດຖະກິດ ຈະເປັນຫົວ​ຂໍ້​ສຳຄັນໃນ​ລະດັບ​ນໍາ​ໜ້າ​ໃນ​ວັນ​ພຸດ​
ມື້​ນີ້ ​ເວລາຮອງ​ປະທານປະ​ເທດ ຊີ ຈິ້ນຜິ​ງ ກ່າວ​ຄໍາ​ປາໄສທີ່​ຖື​ວ່າມີ​ຄວາມສໍາຄັນ​ເປັນ​ພິ​ເສດ
ທາງ​ດ້ານ​ນະ​ໂຍບາຍ​ ໃນການ​ຢ້ຽມຢາມເປັນ​ເວລາ 4 ມື້ຂອງ​ທ່ານ ຕໍ່​ສະພາ​ທຸລະ​ກິດ​ສະ
ຫະລັດ​ແລະ​ຈີນທີ່​ນະຄອນ ຫລວງ​ວໍ​ຊິງ​ຕັນ. ບັນດາ​ຜູ້​ນໍາ​ບໍລິສັດ​ໃຫຍ່ໆ​ທີ່​ມີ​ຊື່​ສຽງ​ທີ່​ສຸດ
ຂອງ​ຈີນ ກໍ​ໄດ້ ຮ່ວມ​ຕິດຕາມຮອງ​ປະທານ​ປະ​ເທດ​ຊີ ຈິ້ນຜິ​ງ ​ໃນ​ການ​ຢ້ຽມຢາມ​ສະຫະ
ລັດ ຄັ້ງນີ້.

ໃນ​ວັນ​ພຸດ​ມື້​ນີ້ ຮອງ​ປະທານ​ຊີ ຈິ້ນຜິ​ງ ມີ​ກໍານົດ​ຈະ​ເດີນທາງ​ໄປ​ລັດ​ໄອ​ໂອວາ ທີ່ຢູ່​ພາກ​ຕາ
ເວັນ​ຕົກ​ຕອນກາງຂອງ​ສະຫະລັດ ​ແລະຈາກ​ນັ້ນ​ກໍ​ຈະ​ເດີນ​ທາງ​ຕໍ່​ໄປ​ຍັງ​ລັດ​ຄາ​ລີ​ຟໍ​ເນຍ
ກ່ອນ​ກັບ​ຕ່າວ​ຄືນ​ຈີນ​ໃນ​ວັນ​ມື້ສຸກ.

XS
SM
MD
LG