ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານຊີ ຈິ້ນຜິງ ສິ້ນສຸດ ການຢ້ຽມຢາມ ສະຫະລັດ ເປັນເວລາ 4 ມື້ (ເບິ່ງວີດີໂອທີ່ກ່ຽວຂ້ອງ)


ທ່ານ ຊີ ຈິ້ນຜິງ(ນັ່ງປິ່ນຫລັງ) ເຂົ້າພົບຄະນະຜູ້ນໍາລັດຖະສະພາສະຫະລັດ, ວັນທີ 15 ກຸມພາ 2012. (Official Photo by Bryant Avondoglio)
ທ່ານ ຊີ ຈິ້ນຜິງ(ນັ່ງປິ່ນຫລັງ) ເຂົ້າພົບຄະນະຜູ້ນໍາລັດຖະສະພາສະຫະລັດ, ວັນທີ 15 ກຸມພາ 2012. (Official Photo by Bryant Avondoglio)

ຮອງ​ປະທານ​ປະ​ເທດ​ຈີນ ທ່ານ​ຊີ ຈິ້ນ​ຜິງ ​ໄດ້​ມ້ວນທ້າຍ​ການ​ຢ້ຽມຢາມ​ສະຫະລັດເປັນ​ເວລາ
4 ມື້ ​ໂດຍ​ກ່າວ​ວ່າ ຊາວ​ອາ​ເມຣິກັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ມີຄວາ​ມສຳພັນ​ກັບ​ຈີນ.

ທ່ານ​ຊີ ຈິ້ນ​ຜິງກ່າວ​ຕໍ່​ສະພາ​ເສດຖະກິດ​ການ​ຄ້າ​ຈີນ-ສະຫະລັດ ທີ່​ນະຄອນ​ລອສ​ແອນ​ເຈີ​ລິ​ສ ​
ໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ປະ​ເທດ​ຈີນ​ທີ່​ອຸດົມ​ຮັ່ງມີ​ແລະ​ມີສະຖຽນລະ​ພາບ​ນັ້ນ ຈະ​ບໍ່ເປັນ​ໄພ​ຂົ່ມ
ຂູ່​ຕໍ່​ປະ​ເທດ​ໃດໆ​ທັງ​ໝົດຊຶ່ງທ່ານ​ເວົ້າວ່າ ມີ​ແຕ່​ຈະ​ເປັນ​ກຳລັງ​ໃນ​ທາງ​ບວກຕໍ່​ສັນຕິພາບ​ແລະ​
ການ​ພັດທະນາ.

ທ່ານ​ຊີ ຈິ້ນ​ຜິງ ຊຶ່ງ​ຄາດ​ວ່າ​ ຈະ​ໄດ້​ເປັນ​ປະທານ​ປະ​ເທດ​ຈີນ​ໃນ​ປີໜ້າ​ນີ້ ຍັງ​ໄດ້​ໄປຢ້ຽມ​ໂຮງ
ຮຽນ​ແຫ່ງ​ນຶ່ງ ​ໃນ​ນະຄອນ​ລອສ​ແອນ​ເຈີ​ລິ​ສ ​ໃນ​ມື້ວັນ​ສຸກ​ວານ​ນີ້ ຮ່ວມກັບ​ຮອງ​ປະທານາທິ
ບໍດີ​ສະຫະລັດ ທ່ານ​ໂຈ ​ໄບ​ເດັນ.

ທ່ານ​ໄບ​ເດັນ​ກ່າວ​ຕໍ່​ພວກ​ນັກຮຽນ ທີ່​ຊ່ຽວຊານ​ການ​ສຶກສາ​ດ້ານ​ເອ​ເຊຍ​ວ່າ ຄວາມສຳພັນ
ລະຫວ່າງ​ສະຫະລັດ​ກັບ​ຈີນ ​ເປັນຄວາມ​ສຳພັນ​ທີ່​ສຳຄັນ​ສຸດ ​ໃນ​ສັດຕະວັດ ທີ 21.

ນອກ​ນັ້ນ ​ໃນ​ມື້ວານ​ນີ້ ຫ້ອງ​ສ້າງ​ຮູບ​ເງົາ​ສະຫະລັດ DreamWorks Animation ​ໄດ້​ປະ
ກາດ​ທີ່​ຈະ​ຮ່ວມທຶນ 330 ລ້ານ​ໂດ​ລາ​ກັບ 3 ບໍລິສັດ​ຈີນ​ໂດຍ​ກ່າວ​ວ່າ ບໍລິສັດ​ທີ່​ເປັນ​ພາຄີ​
ຈະ​ສ້າງ​ຫ້ອງ​ຜະລິດ​ຮູບ​ເງົານຶ່ງ​ຂຶ້ນທີ່​ນະຄອນ​ຊຽງ​ໄຮ້.

ເຖິງ​ແມ່ນ​ວ່າ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ກໍ​ຕາມ ແຕ່​ພວກ​ຜູ້ນຳ​ຂອງ​ສະຫະລັດລະເວັ້ນ
ຈາກ​ການ​ຍົກ​ເອົາ​ບັນຫາ​ທີ່​ຫຼໍ່​ແຫຼມຕ່າງໆ​ຂຶ້ນມາ​ໂອ້​ລົມກັນ. ທັງ​ທ່ານ​ໄບ​ເດັນ​ແລະປະທານາ
ທິບໍດີບາຣັກ ​ໂອ​ບາ​ມາ ຕ່າງ​ກໍ​ໄດ້​ຍົກບັນຫາ​ຄວາມ​ວິຕົກກັງວົນ​ດ້ານ​ສິດທິ​ມະນຸດຂຶ້ນມາ​ຫາ
ລື ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບທ່ານ​ຊີ ຈິ້ນ​ຜິງ ທີ່​ທຳນຽບຂາວ ​ໃນ​ມື້ວັນອັງຄານ​ຜ່ານ​ມາ.

ເບິ່ງວີດີໂອ ລາຍງານເລື່ອງຊາວຈີນເຜົ່າວີເກີ້ທໍາການປະທ້ວງຈີນ ເລື່ອງສິດທິມະນຸດ
ຢູ່ຕໍ່ໜ້າທໍານຽບຂາວ ໃນລະຫວ່າງການຢ້ຽມຢາມຂອງທ່ານ ຊີ ຈິ້ນຜິງ:

XS
SM
MD
LG