ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

​ລົດສຳ​​ຫຼວດ​ ອະ​ວະ​ກາດ ຂອງ​ຈີນ ​ກຳ​ລັງ​ ​​ແລ່ນກວດ​ກາ ພື້ນ​ທີ່ ​ໃນ​ຟາກ​ທີ່​ມືດ​ ຂອງດວງ​ຈັນ


​ພາບ​ຂອງ​ເນື້ອ​ທີ່ຢູ່​ຟາກ​ໄກໆ​ ຂອງດວງ​ຈັນ ທີ່​ຖ່າຍ​ໂດຍຍານ​ອະ​ວະ​ກາດ ຈາງ​ອີ 4 (Chang'e-4) ຂອງ​ຈີນທີ່​ສົ່ງມາ​ໃຫ້ ອົງ​ການ​ບໍ​ລິ​ຫານ​ດ້ານ​ອະ​ວະ​ກາດ​ຂອງ​ຈີນ ໃນ​ວັນ​ທີ 3 ມັງ​ກອນ 2019
​ພາບ​ຂອງ​ເນື້ອ​ທີ່ຢູ່​ຟາກ​ໄກໆ​ ຂອງດວງ​ຈັນ ທີ່​ຖ່າຍ​ໂດຍຍານ​ອະ​ວະ​ກາດ ຈາງ​ອີ 4 (Chang'e-4) ຂອງ​ຈີນທີ່​ສົ່ງມາ​ໃຫ້ ອົງ​ການ​ບໍ​ລິ​ຫານ​ດ້ານ​ອະ​ວະ​ກາດ​ຂອງ​ຈີນ ໃນ​ວັນ​ທີ 3 ມັງ​ກອນ 2019

ເຄື່ອງສຳ​ຫລວດ​ອະ​ວະ​ກາດ ເຈດ ຣັບ​ບິດ ຫລື​ກະ​ຕ່າຍ​ຢົກ 2 ຂອງ​ຈີນ ​ກຳ​ລັງ​ ແລ່ນກວດ​ກາຢູ່​ເທິງ​ພື້ນ​ທີ່ ທີ່​ອ່ອນໆ ຄື​ກັນ​ກັບ​ຫິ​ມະ ຢູ່​ໃນ​ຟາກ​ທີ່​ມືດ​ຂອງດວງ​ຈັນ.

ເຄື່ອງສຳ​ຫລວດ​ດັ່ງ​ກ່າວໄດ້​ຍື່ນ​ຂາບັນ​ໃດ​ຂອງ​ເຄື່ອງ​ລົງ​ຈອດ ອອກໄປ ແລະລົງ​ໄປ​ຫາ​ພື້ນ​ທີ່ ​ຂອງດວງ​ຈັນ ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້ ຊຶ່ງ​ເປັນ​ເວ​ລາ​ປະ​ມານ 12 ຊົ່ວ​ໂມງ​ພາຍ​ຫລັງ​ທີ່ຍານ​ອະ​ວະ​ກາດ ຈາງ​ອີ 4 (Chang'e-4) ໄດ້​ລົງ​ໄປ​ຈອດ​ຢູ່​ຟາກ​ໄກໆ​ ຂອງດວງ​ຈັນເປັນ​ຄັ້ງ​ທຳ​ອິດ ເທົ່າ​ທີ່​ເຄີຍ​ມີ​ມາ.

ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 3 ມັງ​ກອນ ແລະ​ເຜີຍ​ແຜ່​ອອກ​ໃນ​ວັນ​ທີ 4 ມັງ​ກອນ​ໂດ​ຍ​ອົງ​ການ​ອະ​ວະ​ກາດ​ຂອງ​ຈີນສະ​ແດງ​ໃຫ້​ເຫັນ​ຮອຍ​ແລ່ນ​ໄປ​ຂອງ​ເຄື່ອງສຳ​ຫລວດ​ອະ​ວະ​ກາດ ກະ​ຕ່າຍ​ຢົກ 2 ​ໃນ​ຂະ​ນະ​ທີ່​ມັນ​ອອກ​ໄປ​ຈາກ​ຍານ​ອະ​ວະ​ກາດ​ໄປ
ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 3 ມັງ​ກອນ ແລະ​ເຜີຍ​ແຜ່​ອອກ​ໃນ​ວັນ​ທີ 4 ມັງ​ກອນ​ໂດ​ຍ​ອົງ​ການ​ອະ​ວະ​ກາດ​ຂອງ​ຈີນສະ​ແດງ​ໃຫ້​ເຫັນ​ຮອຍ​ແລ່ນ​ໄປ​ຂອງ​ເຄື່ອງສຳ​ຫລວດ​ອະ​ວະ​ກາດ ກະ​ຕ່າຍ​ຢົກ 2 ​ໃນ​ຂະ​ນະ​ທີ່​ມັນ​ອອກ​ໄປ​ຈາກ​ຍານ​ອະ​ວະ​ກາດ​ໄປ

​ອົງ​ການ​ອະ​ວະ​ກາດ​ຂອງ​ຈີນໄດ້​ເອົາ​ຮູບ​ ທີ່​ສະ​ແດງ​ໃຫ້​ເຫັນ​ຮອຍ​ແລ່ນ​ໄປ​ຂອງ​ເຄື່ອງສຳ​ຫລວດ​ອະ​ວະ​ກາດນັ້ນ ​ໃນ​ຂະ​ນະ​ທີ່​ມັນ​ອອກ​ໄປ​ຈາກ​ຍານ​ອະ​ວະ​ກາດ​ໄປ ລົງໃສ່​ໃນ​ອິນ​ເຕີ​ແນັດ.

"ມັນ​ເປັນ​ບາດ​ກ້າວ​ອັນ​ນ້ອຍໆ ສຳ​ລັບເຄື່ອງສຳ​ຫລວດ​ອະ​ວະ​ກາດ ແຕ່​ວ່າ ມັນ​ກໍ​ເປັນ​ບາດ​ກ້າວ​ກະ​ໂດດ​ຂັ້ນ ​ຢ່າງ​ໃຫຍ່​ສຳ​ລັບ​ຊາດ​ຈີນ'' ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ວູ ວາຍ​ແຣນ (Wu Weiren) ຫົວ​ໜ້າ​ດ້ານ​ອອກ​ແບບ​ຂອງໂຄງ​ການສຳ​ຫລວດ​ດວງ​ຈັນ ທີ່​ກ່າວ​ຢູ່​ໃນ​ໂທ​ລະ​ພາບ​ແຫ່ງ​ຊາດ​ CCTV ຂອງ​ຈີນ ຊຶ່ງ​ໄດ້​ດັດ​ແປງ​ອອກ​ມາ​ຈາກຄຳ​ເວົ້າ​ທີ່​ໂດ່ງ​ດັງຂອງທ່ານ ນີ​ລ ອອລ​ເດນ ອາມ​ສ໌​ຕ​ຣັອງ (Neil Alden Armstrong), ນັກ​ອະ​ວະ​ກາດ​ຂອງ​ອາ​ເມ​ຣິ​ກາທີ່​ເວົ້າ​ວ່າ "ນັ້ນ​ຄືມັນ​ເປັນ​ບາດ​ກ້າວ​ອັນ​ນ້ອຍໆ ສຳ​ລັບຄົນຜູ້​ນຶ່ງ, ແຕ່​ວ່າ ມັນ​ກໍ​ເປັນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ຢ່າງ​ໃຫຍ່​ສຳ​ລັບມະ​ນຸດ​ຊາດ," ໃນ​ຕອນ​ທີ່​ເພິ່ນ ໄດ້ຍ່າງ​ຂາ​ລົງ​ໄປ​ໃນ​ພື້ນ​ພຽງ​ຂອງດວງ​ຈັນ​ໃນ​ວັນ​ທີ 20 ກໍ​ລະ​ກົດ 1969.

​ທ່ານ ວູ ວາຍ​ແຣນ ​ກ່າວ​ເພີ້ມ​ອີກວ່າ "ບາດ​ກ້າວ​ກະ​ໂດດ​ຂັ້ນ​ຢ່າງ​ໃຫຍ່ນີ້ ເປັນ​ການ​ເຄື່ອນ​ໄຫວ ​ທີ່​ມີ​ການ​ຕັດ​ສິນ​ໃຈ​ອັນແນ້​ວແນ່​ ສຳ​ລັບການ​ສໍ​າ​ຫລວດ​ອະ​ວະ​ກາດ​ຂອງ​ພວກ​ເຮົາ ແລະ​ການ​ເຂົ້າຄວບ​ຄຸມຈັກ​ກະ​ວານ.''

ເຄື່ອງສຳ​ຫລວດ​ອະ​ວະ​ກາດ ເຈດ ຣັບ​ບິດ 2 ມີ​ 6 ຕີນທີ່​ໃຊ້​ພະ​ລັງ​ງານ​ເປັນ​ສັດ​ສ່ວນ​ຂອງ​ໃຜ​ລາວ ສະ​ນັນ ມັນ​ສາ​ມາດ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ງານ​ໄປ ເຖິງໃນ​ກໍ​ລະ​ນີ​ທີ່​ວ່າ ມີ​ການ​ຕິດ​ຂັດ​ຂອງ​ຕີນ​ນຶ່ງ. ມັນ​ສາ​ມາດ​ທີ່ຈະ​ປີນ​ໄຕ່​ທີ່​ເນີນ​ໃນ​ລະ​ດັບ 20 ອົງ​ສາ ຫລື ປີນ​ຂ້າມ​ສິ່ງ​ກີດ​ຂວາງ​ໄດ້​ສູງ​ເຖິງ 20 ຊັງ​ຕີ​ແມັດ (ຫລື 8 ນີ້). ຄວາມ​ໄວ​ສູງ​ສຸດ​ຂອງ​ມັນ ແມ່ນ 200 ແມັດ​ຕໍ່​ຊົ່ວ​ໂມງ.

ສະ​ຫະ​ລັດ, ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ ແລະຈີນ ຊຶ່ງ​ເປັນ​ປະ​ເທດ​ຫາກໍ່​ເຮັດ​ເມື່ອມໍ່ໆ ມານີ້ ໄດ້​ສົ່ງ​ຍານ​ອະ​ວະ​ກາດ​ໄປ​ຍັງ​ຟາກ​ທີ່​ຢູ່​ໃກ້ກັບ​ໂລກ​ຂອງດວງ​ຈັນ ແຕ່​ວ່າ ການ​ໄປ​ຈອດຂອງ​ຈີນ​ໃນ​ຄັ້ງ​ຫລ້າ​ສຸດນີ້ ເປັນຄັ້ງ​ທຳ​ອິດ ທີ່​ໄປ​ຈອດຢູ່​ໃນ​ຟາກ​ທີ່​ໄກ​ຂອງດວງ​ຈັນ. ການສຳ​ຫລວດ​ດັ່ງ​ກ່າວຈະ​ດຳ​ເນີນ​ການ​ສຶກ​ສາ​ ແລະ​ການ​ສຳ​ຫລວດທາງ​ດ້ານ​ອະ​ວະ​ກາດ ຂອງ​ແຮ່​ທາດ ແລະ​ການ​ທົດ​ລອງ​ລັງ​ສີ​ຂອງ​ສ້ງ​ແວດ​ລ້ອມ​ອ້ອມ​ຂ້າງນັ້ນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG