ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຈີນທີ່ອົບພະຍົບຫລົບໜີໄປຢູ່ ໄທພາກັນຢ້ານກົວຫລາຍ ເມື່ອໄທ ໃຫ້ຄວາມຮ່ວມມື ກັບຈີນເພີ້ມຂຶ້ນ


ຊາວຈີນທີ່ຕໍ່ຕ້ານລັດຖະບານ ທີ່ຂໍບໍ່ບອກຊື່ຂອງເຂົາເຈົ້າ ໃຫ້ການສໍາພາດກັບນັກຂ່າວ ຢູ່ໃນນະຄອນຫລວງບາງກອກ ໃນວັນທີ 2 ກຸມພາ, 2016
ຊາວຈີນທີ່ຕໍ່ຕ້ານລັດຖະບານ ທີ່ຂໍບໍ່ບອກຊື່ຂອງເຂົາເຈົ້າ ໃຫ້ການສໍາພາດກັບນັກຂ່າວ ຢູ່ໃນນະຄອນຫລວງບາງກອກ ໃນວັນທີ 2 ກຸມພາ, 2016

ພວກຕໍ່ຕ້ານລັດຖະບານຊາວຈີນທີ່ຫລົບໜີອອກໄປຢູ່ຕ່າງປະເທດໄດ້ໃຊ້ໄທເປັນ ເພື່ອເປັນເສັ້ນທາງສຳລັບຫລົບໜີຈາກການກົດຂີ່ຢູ່ໃນປະເທດຕົນມາເປັນເວລາດົນນານແລ້ວ. ໃນຊຸມປີມໍ່ໆມານີ້, ລັດຖະບານຂອງໄທ ໄດ້ໃຫ້ການຮ່ວມມືຫຼາຍຂຶ້ນກັບການດໍາເນີນຄວາມພະຍາຍາມຂອງປັກກິ່ງໃນການຕາມຫາພວກຕໍ່ຕ້ານລັດຖະບານຢູ່ຕ່າງປະເທດ, ເຮັດໃຫ້ພວກເຂົາຕົກຢູ່ໃນຄວາມສ່ຽງ.

ຫລາຍໆກໍລະນີສະແດງໃຫ້ເຫັນວ່າ ຕຳຫຼວດຈີນກຳລັງເຮັດວຽກຜ່ານອົງການບັງຄັບໃຊ້ກົດໝາຍຂອງໄທ ຫລື ແມ່ນກະທັ້ງເດີນທາງໄປຍັງປະເທດໄທດ້ວຍຕົນເອງເພື່ອພະຍາຍາມຊອກຫາຜູ້ທີ່ຫຼົບໜີ ແລະນຳເອົາພວກເຂົາເຈົ້າກັບຄືນປະເທດຈີນ.

ທ່ານ ຈຽນ ຊິງໄດ້ຫລົບໜີໄປປະເທດໄທໃນປີ 2015 ຫລັງຈາກໄດ້ອາສາສະໝັກ ເຮັດເວັບໄຊທ໌ສິດທິພົນລະເມືອງຈີນ ແລະເວົ້າຢ່າງເປີດເຜີຍກ່ຽວກັບການສໍ້ລາດບັງຫຼວງຢູ່ໃນລັດຖະບານທ້ອງຖິ່ນ.

ທ່ານກ່າວຕໍ່ວີໂອເອວ່າກ່ອນທີ່ລາວຈະມີສະຖານະເໝາະສົມໃຫ້ຍ້າຍໄປຢູ່ປະເທດນິວຊີແລນໃນປີ 2019, ເຈົ້າໜ້າທີ່ຕຳຫຼວດ 4 ຄົນ ໄດ້ມາເຮືອນຂອງລາວ ຢູ່ທີ່ປະເທດໄທ ແລະຍຶດເອົາເຄື່ອງຂອງຂອງລາວໄປໂດຍບໍ່ມີໜັງສືສັ່ງໃຫ້ກວດຄົ້ນເຮືອນເລີຍ.

ທ່ານ ຊິງ ກ່າວວ່າ“ ພວກເຂົາໄດ້ບອກຂ້ອຍວ່າພວກເຂົາສາມາດຂ້າຂ້ອຍຢູ່ປະເທດໄທໄດ້ ແລະກໍຈະບໍ່ມີໃຜຮູ້ເລີຍ.”

ທ່ານ ຢົງ ຫົວ, ນັກສິລະປິນພັດຖິ່ນຄົນນຶ່ງທີ່ໄດ້ຫລົບໜີອອກຈາກໄທໄປໃນປີ 2019 ຫຼັງຈາກຖືກຕິດຕາມ, ຖືກຈັບ ແລະຖືກສົ່ງໄປທີ່ສູນດັດສ້າງໂດຍເຈົ້າໜ້າທີ່ຈີນ ຊຶ່ງທ່ານເວົ້າວ່າ ເປັນຍ້ອນທ່ານໄດ້ອອກປາກອອກສຽງຄັດຄ້ານສິ່ງທີ່ລັດຖະບານຈີນໄດ້ເຮັດຕໍ່ປະຊາຊົນຂອງຕົນໃນຫລາຍປີຜ່ານມາ. ທ່ານຈໍາໄດ້ເຖິງ ສະພາບທີ່ວ່າທ່ານຕ້ອງໄດ້ໄປລີ້ຊ່ອນຢູ່ຕະຫລອດເພື່ອຫລີກພວກນັກສືບຈີນທີ່ຈ້າງໂດຍລັດຖະບານ.

ທ່ານ Hua ກ່າວຕໍ່ວີໂອເອວ່າບັນຊີທວີດເຕີ (Twitter) ທີ່ບໍ່ມີຜູ້ຕິດຕາມເລີຍໄດ້ສົ່ງວິດີໂອທາງ YouTube ໃຫ້ລາວໃນວັນທີ 28 ສິງຫາ ທີ່ກ່າວວ່າ, "ສະພາການຄ້າຈີນໃນໄທ" ໄດ້ສະເໜີລາງວັນ 1,600 ໂດລາ (50,000 ບາດ) ສຳລັບໃຜທີ່ໄປ ແຈ້ງໃຫ້ຮູ່ກ່ຽວກັບລາວ, ໂດຍກ່າວຫາລາວວ່າ ໄດ້ສໍ້ໂກງເງິນ ແລະກ່າວວ່າພວກເຂົາຈະປະກາດ "ການແຈ້ງການວ່າຕ້ອງການຕົວລາວ" ພ້ອມກັບຮູບຖ່າຍຂອງລາວພິມໃສ່ໃນຫັ້ນເອົາຕິດໄວ້ ໃນບາງກອກແລະບ່ອນອື່ນໆອີກ.

ທ່ານຫົວເວົ້າວ່າ "ຂ້ອຍບໍ່ຮູ້ວ່າອັນທີ່ເອີ້ນວ່າສະພາການຄ້ານັ້ນແມ່ນແທ້ຫລືບໍ?" ທ່ານກ່າວອີກວ່າ "ຂ້ອຍສົງໄສວ່າ ພວກເຂົາເປັນນັກສອດແນມຂອງຈີນ."

ຜູ້ສື່ຂ່າວວີໂອເອໄດ້ໂທຫາເບີໂທລະສັບທີ່ຂຽນຢູ່ໃນແຈ້ງການດັ່ງກ່າວ, ແຕ່ບໍ່ມີໃຜຕອບ.
ພວກຕໍ່ຕ້ານລັດຖະບານບາງຄົນກ່າວວ່າ ສະຖານະການຢູ່ໃນໄທໄດ້ກັບກາຍເປັນນັບ ມື້ນັບຍາກຫຼາຍຈົນວ່າພວກເຂົາເຈົ້າບາງຄົນກໍໄດ້ເລືອກທີ່ຈະກັບຄືນໄປຈີນແບບສະໝັກໃຈພາຍໃຕ້ຄວາມກົດດັນຈາກລັດຖະບານໄທ ແລະຈີນ. ທ່ານ ຊິງປະຕິເສດບໍ່ຍອມກັບ.

ທ່ານກ່າວວ່າ“ ຂ້ອຍໄດ້ບອກພວກເຂົາວ່າ ຖ້າທ່ານແນລະເທດຂ້າພະເຈົ້າແບບ ບັງຄັບ ແລ້ວທ່ານກໍຈະແຕ່ສົບຂອງຂ້າພະເຈົ້າໄປເທົ່ານັ້ນ.”

ເຫດການຂອງທ່ານ ຊິງເຮັດໃຫ້ເກີດຄວາມແຕກຕື່ນໃນບັນດາຊາວອົບພະຍົບຈີນທີ່ຕົກຄ້າງຢູ່ໄທ. ຊາວອົບພະຍົບຄົນອື່ນໆ ໄດ້ສົ່ງວິດີໂອຂອງຕຳຫຼວດຢູ່ໃນບ້ານ ຂອງທ່ານຊິງໄປຫາອົງການຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ ຫລື UNHCR ເພື່ອຂໍຄວາມຊ່ວຍເຫລືອ. ໃນຕອນນັ້ນ, ທ່ານ ຊິງ ໄດ້ຖືກສົ່ງໄປສູນຄຸມຂັງຄົນເຂົ້າເມືອງແລ້ວ ເພື່ອລໍຖ້າສົ່ງກັບຄືນປະເທດຈີນ. ໃນທີ່ສຸດ, ທ່ານກໍໄດ້ຮັບການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນ ແລະໄດ້ໄປຕັ້ງຖິ່ນຖານ ໃໝ່ຢູ່ໃນນິວຊີແລນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG