ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢ້ຽມຢາມຫວຽດນາມ ແນ​ໃສ່​ເພື່ອ​​ຍົກ​ລະ​ດັບ​ຄວາມ​ສຳ​ພັນ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຜູ້ທີສອງຈາກຊ້າຍ, ພັນລະຍາຂອງທ່ານ ທ່ານນາງເຜັງ ລີຢວນ, ຊ້າຍ, ເລຂາທິການໃຫຍ່ພັກຄອມມູນິສຫວຽດນາມ ທ່ານຫງຽນ ຟູ ຈອງ, ຜູ້ທີສອງຈາກຂວາ, ແລະພັນລະຍາຂອງທ່ານ ເຂົ້າຮ່ວມພິທີຕ້ອນຮັບ ຢູ່ທີ່ທໍານຽບປະທານາທິບໍດີໃນນະຄອນຫຼວງຮ່າໂນ່ຍ, ວັນທີ 12 ທັນວາ 2023.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຜູ້ທີສອງຈາກຊ້າຍ, ພັນລະຍາຂອງທ່ານ ທ່ານນາງເຜັງ ລີຢວນ, ຊ້າຍ, ເລຂາທິການໃຫຍ່ພັກຄອມມູນິສຫວຽດນາມ ທ່ານຫງຽນ ຟູ ຈອງ, ຜູ້ທີສອງຈາກຂວາ, ແລະພັນລະຍາຂອງທ່ານ ເຂົ້າຮ່ວມພິທີຕ້ອນຮັບ ຢູ່ທີ່ທໍານຽບປະທານາທິບໍດີໃນນະຄອນຫຼວງຮ່າໂນ່ຍ, ວັນທີ 12 ທັນວາ 2023.

ປະ​ທານ​ປະ​ເທດ​ຈີນ​ ທ່ານ​ສີ ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຮອດ​ປະ​ເທດ​ຫວຽດ​ນາມ​ໃນ​ວັນ​ອັງ​ຄານ​ວານ​ນີ້​ ເພື່ອ​ພາລະກິດ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ເພື່ອນ​ບ້ານເອເຊຍຄອມ​ມູ​ນິສ​ ​ແລະຕອບ​ໂຕ້ຕໍ່ການ​ພົວພັນ​ທີ່ເພີ້ມ​ຂຶ້ນ ຂອງຮາ​ໂນ່ຍ ກັບບັນດາປະ​ເທດ​ຕາ​ເວັນ​ຕົກ.

ປະທານ​ປະ​ເທດຈີນ ທ່ານສີ ​ແລະ ພັນ​ລະ​ຍາ​ ທ່ານນາງເຜັງ ລີຢວນ (Peng Liyuan) ​ໄດ້​ຮັບການ​ຕ້ອນຮັບຢູ່ທີ່ສະໜາມບິນຮາໂນ່ຍ ໂດຍ​ນາຍົກລັດຖະມົນຕີ ຫວຽດນາມ ທ່ານຟາມ ມິນ ຊິນ ​ເພື່ອເລີ້​ມຕົ້ນ​ການ​ຢ້ຽມຢາມ​ເປັນ​ເວລາ 2 ວັນ​ຂອງ​ ທ່ານສີ, ໂດຍ​ເປັນ​ຄັ້ງ​ທຳ​ອິດ​ຂອງທ່ານໃນການມາຫວຽດນາມ ນັບຕັ້ງ​ແຕ່​ປີ 2017. ທ່ານຈະຈັດ​ການ​ພົບ​ປະ​ກັບປະທານ​ປະ​ເທດຫວຽດນາມ ທ່ານຫວໍ ວັນເທືອງ, ພ້ອມດ້ວຍ​ນາຍົກລັດຖະມົນຕີ ທ່ານ ຊິນ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ຫວຽດນາມຢ່າງເປັນທາງການ ເຊິ່ງຈະມີການ​ລົງ​ນາມ​ໃນ​ສັນຍາ​ການຮ່ວມ​ມື​ດ້ານ​ເສດຖະກິດ​ຈຳນວນ​ໜຶ່ງ, ​ໃນ​ນັ້ນ ລວມ​ມີ​ການຍົກ​ລະດັບການເຊື່ອມຕໍ່​ເສັ້ນ ທາງ​ລົດ​ໄຟ​ທີ່​ມີ​ຢູ່​ແລ້ວ.

ການ​ຢ້ຽມ​ຢາມ​ຂອງ ​ທ່ານສີ ມີ​ຂຶ້ນສາມ​ເດືອນລຸນ​ຫຼັງ ຮາ​ໂນ່ຍ ໄດ້ອະ​ນຸ​ມັດ​ສະ​ຖາ​ນະ​ພາບ​ທາງ​ການ​ທູດ​ລະ​ດັບ​ສູງ​ສຸດໃຫ້​ແກ່ ສະຫະລັດ ເຊິ່ງຮ້ອງວ່າ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ” ໃນ​ລະຫວ່າງ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີສະຫະລັດ ທ່ານໂຈ ໄບເດັນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກໍມີການ​ອຸ​ນຸ​ມັດ​ແບບ​ດຽວ​ກັນ​ນີ້ ​ໃຫ້​ແກ່​ຍີ່​ປຸ່ນເຊັ່ນກັນ, ເຊິ່ງ​ໄດ້ເຮັດໃຫ້​ທັງ​ສອງ​ປະ​ເທດ​ ມີ​ສະຖາ ນະພາບດຽວ​ກັນ ທີ່ຕົນໃຊ້​ກັບ​ຈີນ.

ປະທານ​ປະ​ເທດ​ຈີນ ​ໄດ້​ປະກາດ​ໃນ​ວັນ​ອັງຄານວານນີ້ ຢູ່​ທີ່​ກອງ​ປະຊຸມກັບເລຂາທິການ​ໃຫຍ່​ຂອງ​ພັກ​ຄອມ​ມູນິສ​ຫວຽດນາມ ທ່ານຫງວຽນ ​ຟູ ຈອງ ວ່າ ຕັ້ງແຕ່ບັດນີ້ໄປ ທັງສອງປະ​ເທດ ​ຈະ​ດໍາເນີນງານ​ໄປ​ສູ່ "ປະຊາ​ຄົມ​ຈີນ-ຫວຽດນາມ ດ້ວຍການມີຍຸດທະສາດທີ່ສໍາຄັນສໍາລັບອະນາຄົດ​ຮ່ວມ​ກັນ."

Chinese President Xi Jinping arrived in Vietnam Tuesday on a mission to improve ties between the Asian Communist neighbors and counter Hanoi’s increasing outreach to Western nations.

President Xi and his wife Peng Liyuan were greeted at the Hanoi airport by Vietnamese Prime Minister Pham Minh Chinh at the start of Xi’s two-day trip, his first to Vietnam since 2017. He will hold meetings with President Vo Van Thuong, Prime Minister Chinh and other Vietnamese officials, and will sign a number of economic cooperation agreements, including one to upgrade existing railway links.

Xi’s visit comes three months after Hanoi granted its highest diplomatic status, “comprehensive strategic partnership,” to the United States during President Joe Biden’s official visit. The same designation was also recently given to Japan, elevating both countries to the same status it uses for China.

China’s president announced Tuesday in a meeting with Vietnam's Communist Party General Secretary Nguyen Phu Trong that the two countries would henceforth work toward a "China-Vietnam community with a shared future of strategic significance."

XS
SM
MD
LG