ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດຂົນສົ່ງສິນຄ້າຂອງບັນດາບໍລິສັດຈີນ ທີ່ບັນທຸກເກີນອັດຕາ ເຮັດໃຫ້ເສັ້ນທາງຄົມມະນາຄົມຂົນສົ່ງ ເກີດການເປ່ເພຢ່າງໜັກໜ່ວງ


ຂະບວນລົດບັນທຸກຂອງຈີນ.
ຂະບວນລົດບັນທຸກຂອງຈີນ.

ລົດຂົນສົ່ງສິນຄ້າຂອງບັນດາບໍລິສັດຈີນ ທີ່ບັນທຸກເກີນອັດຕາ ເຮັດໃຫ້ເສັ້ນທາງຄົມມະນາຄົມຂົນສົ່ງ ເກີດການເປ່ເພຢ່າງໜັກໜ່ວງ ທັງຍັງສົ່ງຜົນກະທົບຕໍ່ປະ
ຊາຊົນຢ່າງກວ້າງຂວາງໃນທົ່ວປະເທດລາວ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານເຄືອຂ່າຍອະນຸລັກສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ ເປີດ ເຜີຍວ່າ ການລົງທຶນ ແລະການດໍາເນີນທຸລະກິດຢ່າງຮອບດ້ານຂອງບັນດາບໍລິສັດຈີນໃນລາວ ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ຕ່າງໆນັ້ນ ນອກຈາກຈະໄດ້ສົ່ງຜົນກະທົບຕໍ່ຊັບພະຍາກອນ ແລະສິ່ງແວດລ້ອມຕ່າງໆທໍາມະຊາດໃນລາວແລ້ວ ກໍຍັງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກ້ວາງຂວາງດ້ວຍ ເພາະວ່າການຂຸດຄົ້ນ ແລະການຂົນສົ່ງແຮ່ທາດຈາກລາວໄປຈີນໃນຕະຫຼອດໄລຍະທີ່ຜ່ານມານັ້ນໄດ້ເຮັດໃຫ້ຖະໜົນໃນລາວມີການເປ່ເພຢ່າງໜັກໜ່ວງໃນທົ່ວປະເທດ ຍ້ອນວ່າໄດ້ມີການບັນທຸກນໍ້າໜັກ ເກີນອັດຕາກໍານົດ, ໃນຂະນະທີ່ສະພາບຖະໜົນໃຫຍ່ໃນລາວກໍບໍ່ໄດ້ມາດຕະຖານສາກົນ ຈຶ່ງເກີດການເປ່ເພໄດ້ຢ່າງງ່າຍດາຍເມື່ອມີການບັນທຸກເກີນອັດຕາດັ່ງກ່າວ ອັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະ ຊາຊົນຢ່າງກວ້າງຂວາງ ເພາະວ່າລັດຖະບານລາວຍັງບໍ່ມີງົບປະມານສໍາລັບການສ້ອມແປງຈົນເຖິງປັດຈຸບັນນີ້ ໂດຍສະເພາະແມ່ນ ການເປ່ເພຢ່າງໜັກໃນຕະຫຼອດເສັ້ນທາງເລກ 13 ນັ້ນ, ດັ່ງທີ່ຜູ້ປະສານງານຢືນຢັນວ່າ:

“ສະພາບເສັ້ນທາງເປ່ເພໜັກຫຼາຍ ໄລຍະປັດຈຸບັນນີ້ ກະແມ່ນພາຫະນະຂົນສົ່ງນິມີຈໍານວນໜາແໜ້ນຂຶ້ນກວ່າແຕ່ກ່ອນຫຼາຍເທົ່າ ລົດໜັກເພີ້ມຂຶ້ນ ຈາກພວກເຮົາມີ ໃນເມື່ອກ່ອນ 10 ລໍ້ ມາຮອດປັດຈຸບັນກໍ 22 ລໍ້, ລົດແກ່ແຮ່, ລົດຂົນສົ່ງສິນຄ້າຕ່າງໆລະແມ່ນໜັກ, ສະນັ້ນແຫຼະ ການຮອງຮັບປະລິມານການສັນຈອນທີ່ແໜ້ນແບບນີ້ ມາດຕະຖານເຕັກນິກຊໍ່ານີ້ກະເປັນໄປໄດ້ຍາກ, ແຕ່ວ່າ ໄລຍະເວລາຜ່ານມາ ພວກເຮົາກະໄດ້ປຸກລະດົມພໍ່ແມ່ປະຊາຊົນຫັ້ນແຫຼະ ເຊິ່ງວ່າພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມທາງ 13 ນີ້ ເຂົາເຈົ້າກະໄດ້ນໍາໃຊ້ທຶນຮອນຂອງບ້ານເອງ ເອົາດິນແດງມາຖົມ ປະສົມຊີມັງຖົມ ແຕ່ວ່າມັນກະຢູ່ບໍ່ໄດ້ດົນ.”

ໂດຍຈາກການກວດກາ ໃນໄລຍະທີ່ຜ່ານມາພົບວ່າ ການບັນທຸກເກີນອັດຕາຂອງບັນດາລົດບັນທຸກຂອງບໍລິສັດຈີນທີ່ຂົນສົ່ງແຮ່ທາດຈາກລາວໄປຈີນ ໄດ້ເຮັດໃຫ້ຖະໜົນໃນແຂວງພາກເໜືອຂອງລາວເກີດການເປ່ເພຢ່າງໜັກ ຄິດເປັນໄລຍະທາງຍາວຫຼາຍພັນກິໂລແມັດ ທັງຍັງເຮັດໃຫ້ຂົວຫັກຫຼາຍກວ່າ 80 ແຫ່ງອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູ ງໃນກະຊວງໂຍທາທິການ ແລະຂົນສົ່ງໄດ້ໃຫ້ການຢືນຢັນວ່າ:“ການຂົນສົ່ງນີ້ ບັນທຸກນໍ້າໜັກເກີນຈາກບັນດາໂຄງການຂະໜາດໃຫຍ່ ໂດຍສະ ເພາະໂຄງການຂຸດຄົ້ນບໍ່ແຮ່ ເຊິ່ງກໍເປັນບັນຫາຜົນກະທົບຢ່າງໃຫຍ່ຫຼວງ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດ ໂດຍສະເພາະປະເທດເພື່ອນບ້ານເຮົານີ້ຖືວ່າເປັນສາເຫດໃຫ້ແກ່ການຂົນສົ່ງແຮ່ທາດ ຫຼືວ່າສິນຄ້າ ກໍຖືວ່າເຮັດໃຫ້ຕາໜ່າງເສັ້ນທາງຫຼວງຂອງເຮົາໃນຂອບເຂດທົ່ວປະເທດ ກໍຖືວ່າມີການເປ່ເພ ເຊິ່ງໂດຍລວມແລ້ວໃນໄລຍະ 2-3 ປີຜ່ານມານີ້ກໍຖືວ່າ ກວມເອົາຫຼາຍພັນກິໂລແມັດ ຈໍານວນຂົວຫັກ ກໍຖືວ່າມີຫຼາຍ ປະມານ 70 ຫາ 80 ແຫ່ງ ໃນຂອບເຂດທົ່ວປະເທດ.”

ນອກຈາກນີ້ ລັດຖະບານລາວ ຍັງໄດ້ຈັດສັນທີ່ດິນ ໃນຕະຫຼອດແລວທາງລົດໄຟ ລາວ-ຈີນໃນລາວ ທັງ 2 ເບື້ອງ ເພື່ອຮອງຮັບການລົງທຶນຂອງບັນດາບໍລິສັດຈີນ ທີ່ຄິດເປັນພື້ນທີ່ລວມ ຫຼາຍກວ່າ 537,000 ເຮັກຕ້າ ໃນເຂດແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະວຽງຈັນ ທັງຍັງໄດ້ຈັດສັນທີ່ດິນເກືອບ 2 ລ້ານເຮັກຕ້າເພື່ອຮອງຮັບການລົງທຶນຕາມແລວທາງເສດຖະກິດຕາເວັນຕົກ-ຕາເວັນອອກໃນ 13 ແຂວງ, ສ່ວນການພັດທະນາພື້ນຖານໂຄງລ່າງຕ່າງໆໃນລາວນັ້ນ ກໍເປັນພາກ ສ່ວນທີ່ຈະຕ້ອງຈັດສັນທີ່ດິນໄວ້ ເພື່ອຮອງຮັບຢ່າງກວ້າງຂວາງດ້ວຍເຊັ່ນກັນ ໃນນີ້ກໍລວມເຖິງສະຫງວນທາງຫຼວງທີ່ມີໄລຍະທາງຍາວຫຼາຍກວ່າ 49,000 ກິໂລແມັດໃນທົ່ວປະເທດ ທີ່ຕ້ອງກໍານົດຂອບເຂດທາງຫຼວງເບື້ອງລະ 5-25 ແມັດຂອງແຕ່ລະປະເພດທາງຫຼວງນໍານັ້ນ ຄິດເປັນເນື້ອທີ່ທັງໝົດປະມານ 105,000 ເຮັກຕ້າ ໂດຍຍັງບໍ່ລວມເຂດສະຫງວນທາງໃນເຂດໂຕເມືອງແຕ່ແນວໃດ ເຊິ່ງທີ່ດິນທັງໝົດນີ້ຈະຕ້ອງຈັດສັນໃຫ້ກັບຜູ້ທີ່ລົງທຶນພັດທະນາທາງດ້ວນໃນລາວເປັນສໍາຄັນ ກໍຄືບັນດາບໍລິສັດຈີນທີ່ໄດ້ຮັບສິດສໍາປະທານການລົງທຶນໃນຕະຫຼອດແລວທາງລົດໄຟໃນລາວນັ້ນເອງ.

ສ່ວນຜູ້ປະສານງານກຸ່ມປະຕິບັດການທາງດ້ານຂໍ້ມູນທີ່ດິນໃນລຸ່ມແມ່ນໍ້າຂອງ (Land Information Working Group) ເປີດເຜີຍວ່າ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມສາມາອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ພຽງ 36,000 ກວ່າຕອນ ຫຼື ຄິດເປັນພຽງ 12 ເປີເຊັນເທົ່ານັ້ນ ຂອງແຜນການໃນປີ 2023 ທັງຍັງປາກົດອີກວ່າ ມີປະຊາຊົນລາວຫຼາຍກວ່າ 628,000 ຄົວເຮືອນທີ່ຖືຄອງທີ່ດິນຢູ່ໃນເຂດປ່າສະຫງວນ ຂອງລັດຖະບານລາວ ເຊິ່ງຈະຕ້ອງຖອນສິດ ການຖືຄອງດັ່ງກ່າວ ທັງຍັງຈະຕ້ອງຖືກໂຍກຍ້າຍໄປຢູ່ເຂດຈັດສັນໃໝ່ທີ່ລັດຖະບານລາວ ກໍຄືກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມນັ້ນ ຈະເປັນພາກສ່ວນຮັບຜິດຊອບ ໃນການຈັດສັນໃຫ້ເປັນພື້ນທີ່ຮອງຮັບ ໃນໄລຍະຕໍ່ໄປອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG