ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມໍລະດົກ ເຄື່ອງດົນຕີທີ່ເກົ່າແກ່ ຈາກພາກກາງຂອງ ປະເທດຈີນ


Ancient Musical Treasures from Central China
please wait

No media source currently available

0:00 0:02:45 0:00

Nubia Gaona y sus dos hijos, David y Jeimmer Alejandro, saltaron a la fama hace un mes, cuando decidieron convertirse en youtubers, y contar sus anécdotas y aprendizajes a través de la plataforma digital.

ຄຳວ່າ ບີ​ອັນ​ຊົງ ໝາຍ​ຄວາມ​ວ່າ ລະຄັງສັ່ງ​ການ ຕ້ອນຮັບ​ຜູ້​ມາ​ຢ້ຽມຢາມ​ຢູ່​ທາງ​ເຂົ້າ​ຢູ່
​ບ່ອນ​ສະ​ແດງ​ພິ​ເສດ ທີ່​ເປັນ​ເຄື່ອງດົນຕີ​ຈີນ ​ທີ່​ແປ​ກໆ ຢູ່​ໃນ​ຫໍ​ພິພິດທະພັນ​ດົນຕີ ທີ່ນະ
ຄອນ​ຟິນິກ ລັດ​ອາຣີ​ໂຊ​ນາ. ລະຄັງທີ່​ເປັນ​ທອງ​ແດງ ປະມານ 2,600 ປີ ​ໄດ້​ຖືກ​ຂຸດ​ຄົ້ນ​
ຂຶ້ນ​ມາ ​ຈາກ​ຂຸມ​ຝັງ​ສົບ ຂອງ​ເຈົ້າ​ຂຸນ​ມຸນ​ນາຍ​ຈີນ.

ຜູ່້ຊ່ຽວຊານ​ວັດ​ຖຸໂບຮານ ຫໍ​ພິພິດທະພັນ ທ່ານໂຄ​ລິນ ​ເພຍສັນ ອະທິບາຍ​ວ່າ ​ນອກ
ນັ້ນ ​ລະຄັງດັ່ງກ່າວ ​ຍັງໃຊ້​ເປັນ​ເຄື່ອງ​ດົນຕີ​ພິ​ເສດ​ສຳລັບ​ເຊັງເຊັງນຳ.”

ນັກດົນຕີຄົນນຶ່ງ ຂອງຫໍພິພິດທະພັນຮີນານ ກຳລັງຫຼິ້ນເຄື່ອງດົນຕີ ບີອັນຊົງ.
ນັກດົນຕີຄົນນຶ່ງ ຂອງຫໍພິພິດທະພັນຮີນານ ກຳລັງຫຼິ້ນເຄື່ອງດົນຕີ ບີອັນຊົງ.

ການສະ​ແດງ​ໄດ້​ຮັບການຮ່ວມ​ມື ​ລະຫວ່າງ​ຫໍ​ພິພິດທະພັນ​ຟິນິກສ໌ ​ກັບ​ຫໍພິພິດທະພັນ
​ຮີ​ນານ ທີ່​ເປັນ​ນຶ່ງ​ຂອງ​ຫໍພິພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ ໃນ​ແຂວງ​ຮີ​ນານ. ການ​ສະ​ສົມ​ທີ່
​ຫຼາຍ​ກວ່າ 60 ສະ​ນິດ ​ທີ່​ແປກໆ ​ແລະ​ເປັນ​ເຄື່ອງ​ດົນຕີ​ປະວັດ​ສາດ ສ່ວນ​ໃຫຍ່​ໄດ້​ມາ​
ຈາກ​ການ​ຂຸດ​ຄົ້ນ​ຈາກບັນດາຂຸມ​ຝັງ​ສົບ ທີ່​ສ​ະ​ແດງ​ໃຫ້​ເຫັນ​ປະວັດ​ດົນຕີ​ ທັງ​ໝົດ​ຢູ່​
ພາກ​ກາງຂອງ​ຈີນ. ທັງ​ໝົດ​ນີ້ ​ບໍ່​ເຄີ​ຍ​ໄດ້​ນຳ ​ວາ​ງສະ​ແດງ​ຢູ່​ໃນ​ສະຫະ​ລັດ​ມາ​ກ່ອນ.

ບີອັນຊົງ (ໝາຍຄວາມວ່າ "ລະຄັງສັ່ງການ" ) ທີ່ເຫັນຈາການຊຸດຄົ້ນຂຶ້ນມາ ໃນຂຸມຝັງສົບເຈົ້າ​ຂຸນ​ມຸນ​ນາຍ​ຈີນ.
ບີອັນຊົງ (ໝາຍຄວາມວ່າ "ລະຄັງສັ່ງການ" ) ທີ່ເຫັນຈາການຊຸດຄົ້ນຂຶ້ນມາ ໃນຂຸມຝັງສົບເຈົ້າ​ຂຸນ​ມຸນ​ນາຍ​ຈີນ.

ພວກ​ເຄື່ອງ​ດົນຕີ​ທີ່​ເກົ່າ​ແກ່​ທີ່​ສຸດ ​ແມ່ນ​ຂຸ່ຍ​ທອງ​ແດງ​ນ້ອຍໆ ທີ່​ໄດ້​ເຮັດ​ລະຫວ່າງ​ທ້າຍ
ສະ​ໄໝຫີນ​ ຫຼືສະ​ໄໝ​ວັດທະນາ​ທຳເປ​ລີ​ແກງ 7,000 ຫາ 9,000 ປີ​ກ່ອນ.

ຮູບປັ້ນຈາກດິນດາກ ສະແດງໃຫ້ເປັນຄວາມມ່ວນຊື່ນ ຂອງວັດທະນາທຳພື້ນເມືອງໂບຮານ ສະໄໝເສັ້ນທາງສາຍໄໝ ປະມານ 1,990 - 2,220 ປີກ່ອນ.
ຮູບປັ້ນຈາກດິນດາກ ສະແດງໃຫ້ເປັນຄວາມມ່ວນຊື່ນ ຂອງວັດທະນາທຳພື້ນເມືອງໂບຮານ ສະໄໝເສັ້ນທາງສາຍໄໝ ປະມານ 1,990 - 2,220 ປີກ່ອນ.

ທ່ານ​ເພຍສັນ ກ່າວ​ວ່າ “ພວກ​ນັກ​ຂຸດຄົ້ນວັດ​ຖຸ​ ໂບຮານ​ໄດ້​ພົບ​ເຫັນ​ຂຸ່ຍຫຼາຍ​ຢ່າງ​ທີ່​
ເຮັດ​ດ້ວຍ​ກະດູກ​ນົກ ຢູ່​ບ່ອນ​ຝັງ​ສົບ​ເປ​ລີ​ແກງ. ນີ້​ເປັນ​ການສະ​ສົມ​ເຄື່ອງ​ດົນຕີ​ທີ່​ເກົ່າ​
ແກ່​ທີ່​ສຸດ​ທັງ​ໝົດໃ​ນຈີນ.”

ເຄື່ອງດົນຕີນີ້ສະແດງໃຫ້ເຫັນຢູ່ໃນຮູບຮ່າງ "ຜິສາງ" ປະສົມກັບຫົວນາກ ສີຂຽວ ມີຂາ ແລະຮ່າງເປັນເສືອ ທີ່ມີນົກແກະສະລັກໃສ່.
ເຄື່ອງດົນຕີນີ້ສະແດງໃຫ້ເຫັນຢູ່ໃນຮູບຮ່າງ "ຜິສາງ" ປະສົມກັບຫົວນາກ ສີຂຽວ ມີຂາ ແລະຮ່າງເປັນເສືອ ທີ່ມີນົກແກະສະລັກໃສ່.

ຈາກ​ຂຸ່​ຍທີ່​ເຮັດ​ດ້ວຍ​ກະ​ດູກ​ນົກ ການສະ​ແດ​ງກ້າ​ວໜ້າ​ເຂົ້າ​ສູ່​ສະ​ໄໝ​ທັງ​ໝົດ​ທີ່​ສຳຄັນ
​ຂອງ​ຈີນ ຜ່ານ​ການວາງສະ​ແດງທີ່​ເປັນ​ເຄື່ອງ​ດົນ​ຕີຈີນ ຫຼື​ສິນລະ​ປະ​ທີ່​ສະ​ແດງ​ໃຫ້​
ເຫັນ​ການ​ໃຊ້​ເຄື່ອງ​ດົນຕີ​ສະ​ແດງ ທີ່​ສິ້​ນສຸດ​ລົງ​ໃນ​ສັດຕະວັດ​ທີ 20.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG