ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຈີນ ຕັ້ງເປົ້າໝາຍທີ່ຈະເໜືອກວ່າ ກອງທັບສະຫະລັດ ແລະຣັດເຊຍ


ທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ເດີນຂະບວບຜ່ານຈັດຕຸລັດ ທຽນອັນເໝິນ (Tiananmen Square) ໃນລະຫວ່າງການເດີນຂະບວນຂອງກອງທັບ ເນື່ອງໃນໂອກາດວັນຄົບຮອບ 70 ປີຂອງການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ, ໃນວັນຊາດ ທີ່ນະຄອນຫລວງປັກກິ່ງ, ວັນທີ 1 ຕຸລາ, ປີ 2019.
ທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ເດີນຂະບວບຜ່ານຈັດຕຸລັດ ທຽນອັນເໝິນ (Tiananmen Square) ໃນລະຫວ່າງການເດີນຂະບວນຂອງກອງທັບ ເນື່ອງໃນໂອກາດວັນຄົບຮອບ 70 ປີຂອງການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ, ໃນວັນຊາດ ທີ່ນະຄອນຫລວງປັກກິ່ງ, ວັນທີ 1 ຕຸລາ, ປີ 2019.

ມັນເປັນພຽງແຕ່ເລື້ອງຂອງເວລາເທົ່ານັ້ນ ກ່ອນທີ່ແຜນການຂອງຈີນຈະຂຶ້ນມາແທນສະຫະລັດໃນຖານະເປັນກອງທັບຊັ້ນນ້ຳຂອງໂລກໄດ້ນັ້ນ ຈະກາຍເປັນຄວາມແທ້ຈິງ ນາຍພົນລະດັບສູງຂອງສະຫະລັດໄດ້ກ່າວເຕືອນ ໂດຍຮຽກຮ້ອງຕໍ່ວໍຊິງຕັນ ແລະບັນດາພັນທະມິດຂອງຕົນ ເພື່ອໃຫ້ເລັ່ງຄວາມພະຍາຍາມທີ່ຈະຕອບໂຕ້ແຜນການເປັນເຈົ້າມະຫາອຳນາດຂອງປັກກິງ.

ນາຍພົນຈອນ ໄຮເທັນ ຮອງເສນາທິການຮ່ວມ ແລະເປັນເຈົ້າໜ້າທີ່ທະຫານຜູ້ອະວຸໂສອັນດັບສອງຂອງວໍຊິງຕັນ ໄດ້ເອີ້ນການຂະຫຍາຍຕົວທາງດ້ານທະຫານຢ່າງວ່ອງໄວຂອງປັກກິ່ງນັ້ນວ່າ “ໜ້າອັດສະຈັນ.”

“ໄລຍະເວລາທີ່ພວກເຂົາເຄື່ອນໄຫວ ແລະເປົ້າໝາຍທີ່ພວກເຂົາມຸ້ງໜ້າໄປ ກໍຈະກາຍຣັດເຊຍ ແລະສະຫະລັດ ຖ້າພວກເຮົາບໍ່ເຮັດສິ່ງໃດສິ່ງນຶ່ງເພື່ອປ່ຽນມັນ” ນັ້ນແມ່ນຄຳເວົ້າຂອງທ່ານໄຮເທັນ ທີ່ໄດ້ກ່າວຕໍ່ກຸ່ມບັນດານັກຂຽນດ້ານການປ້ອງກັນ ຫຼື Defense Writers Group ໃນວັນພະຫັດວານນີ້ ຊຶ່ງເປັນການຕອບຄຳຖາມຈາກວີໂອເອ.

ທ່ານກ່າວຕື່ມ ວ່າ “ພວກເຮົາຕ້ອງໄດ້ເຮັດແນວໃດແນວນຶ່ງ.”

ຄຳເຕືອນຈາກທ່ານໄຮເທັນ ຜູ້ທີ່ມີກຳນົດຈະກະສຽນໃນເດືອນໜ້ານີ້ ໄດ້ມີຂຶ້ນນຶ່ງວັນຫຼັງຈາກເຈົ້າໜ້າທີ່ທະຫານຂັ້ນສູງຂອງສະຫະລັດ ໄດ້ຢືນຢັນຢ່າງເປີດເຜີຍວ່າ ການທົດລອງລະບົບອາວຸດທີ່ໄວກວ່າສຽງຂອງຈີນໃນເດືອນກໍລະກົດ ໂດຍການສົ່ງຍານເຫີນທີ່ບໍ່ມີຄົນຂັບອ້ອມໂລກຫ້າຮອບໄດ້ດ້ວຍຄວາມໄວທີ່ໄວກວ່າສຽງ.

ນາຍພົນ ມາກ ມີລລີ ຫົວໜ້າເສນາທິການຮ່ວມສະຫະລັດ ໄດ້ກ່າວຕໍ່ລາຍ ການໂທລະພາບຂອງ Bloomberg ໃນວັນພຸດວານນີ້ວ່າ “ສິ່ງທີ່ພວກເຮົາໄດ້ເຫັນແມ່ນເຫດການທີ່ສຳຄັນຍິ່ງຂອງການທົດລອງລະບົບອາວຸດທີ່ໄວກວ່າສຽງ.”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ມັນເປັນຊ່ວງເວລາແບບດຽ​ວ​ກັນກັບ Sputnik ຫລືບໍ່ ແຕ່ຂ້າພະເຈົ້າຄຶດວ່າ ມັນກໍຊ່ຳໆກັນກັບອັ້ນນັ້ນແຫຼະ” ໂດຍເອີ່ຍເຖິງກາກສົ່ງດາວທຽມຂອງຣັດເຊຍໜ່ວຍທຳອິດຂອງໂລກຂຶ້ນສູ່ວົງໂຄຈອນໃນຊຸມປີ 1950 ຊຶ່ງໄດ້ກະຕຸ້ນໃຫ້ມີການແຂ່ງຂັນທາງດ້ານອະວະກາດ ທີ່ໄດ້ຄອບງຳປະເທດທັງສອງມາໄດ້ຫຼາຍທົດສະວັດ. ທ່ານກ່າວຕໍ່ໄປວ່າ “ມັນໄດ້ດຶງເອົາຄວາມສົນໃຈຂອງພວກເຮົາທັງໝົດ.”

ຄືກັບທ່ານມີລລີ ທ່ານໄຮເທັນ ກໍໄດ້ປະຕິເສດ ທີ່ຈະໃຫ້ລາຍລະອຽດໃດໆກ່ຽວກັບການທົດລອງອາວຸດທີ່ໄວກວ່າສຽງຂອງຈີນ ໂດຍກ່າວວ່າ ຂໍ້ມູນຍັງຄົງເປັນເລື້ອງລັບຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG