ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໃຫ້​ເງິນ​ກູ້​ຢືມ​ ຂອງ​ຈີນ ແກ່​ອາ​ຟ​ຣິ​ກາ ຫຼຸດ​ລົງ ໃນ​ຕອນ​ຕົ້ນໆ​ຂອງ​ໂຣກ​ລະ​ບາດ


ແຟ້ມ - ທາງ​ລົດ​ໄຟ​ທີ່​ສ້າງ​ໂດຍ​ຈີນ ​ມູນ​ຄ່າເກືອບ 3 ພັນ 300 ລ້ານ​ໂດ​ລາ ໄດ້​ເປີດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ເຄັນ​ຢັດ​ຕາ ແຫ່ງ​ເຄັນ​ຢາ ຊຶ່ງ​ເປັນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ນັບ​ແຕ່​ໄດ້​ຮັບ​ເອກ​ກະ​ລາດ​ມາ ທີ່​ເມືອງ​ມົມ​ບາ​ສ​ຊາ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2017.
ແຟ້ມ - ທາງ​ລົດ​ໄຟ​ທີ່​ສ້າງ​ໂດຍ​ຈີນ ​ມູນ​ຄ່າເກືອບ 3 ພັນ 300 ລ້ານ​ໂດ​ລາ ໄດ້​ເປີດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ເຄັນ​ຢັດ​ຕາ ແຫ່ງ​ເຄັນ​ຢາ ຊຶ່ງ​ເປັນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ນັບ​ແຕ່​ໄດ້​ຮັບ​ເອກ​ກະ​ລາດ​ມາ ທີ່​ເມືອງ​ມົມ​ບາ​ສ​ຊາ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2017.

ການ​ໃຫ້​ເງິນ​ກູ້​ຢືມ​ຂອງຈີນ​ແກ່​ບັນ​ດາ​ລັດ​ຖະ​ບານ​ຂອງ​ປະ​ເທດ​ໃນອາ​ຟ​ຣິ​ກາ​ໄດ້​ຕົກ​ຮວບ​ລົງ​ຫຼາຍກວ່າ​ສາມ​ສ່ວນ​ສີ່ ໃນ​ປີ​ທຳ​ອິດ​ຂອງ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ ເມື່ອ​ທຽບ​ໃສ່ນຶ່ງ​ປີ​ກ່ອນ​ໜ້ານັ້ນ ອີງ​ຕາມ​ການ​ພົບ​ເຫັນ​ຂອງ​ພວກ​ນັກ​ຄົ້ນ​ຄວ້າ ໂດຍ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃໝ່​ສຳ​ລັບ​ການ​ກູ້​ຢືມ​ໃນ​ປີ 2020 ແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ໃນ​ຮອບ 16 ປີ.

ນັ້ນ​ແມ່ນ​ອາດ​ເນື່ອງ​ມາ​ຈາກ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຈີນ ໄດ້​ມີ​ຄວາມ​ລະ​ມັດ​ລະ​ວັງ​ຫຼາຍ​ຂຶ້ນ​ໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ໂຣກ​ລ​ະ​ບາດ ແລະ​ເພັ່ງ​ເລັງ​ໃສ່​ບູ​ລິ​ມະ​ສິດ​ພາຍ​ໃນ​ປະ​ເທດ ພ້ອມ​ກັນ​ກັບ​ທີ່​ບັນ​ດາ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ​ມີ​ຄວາມ​ເຕັມ​ໃຈ​ໜ້ອຍ​ລົງ​ທີ່​ຈະ​ທຳ​ການ​ກູ້​ຢືມ ອີງ​ຕາມ​ການ​ພົບ​ເຫັນ​ໃນ​ການ​ສຶກ​ສາ ​ໂດຍ​ສູນ​ກາງ​ພັດ​ທະ​ນາ​ນະ​ໂຍ​ບາຍ​ຂອງ​ໂລກ ຂອງ​ມະ​ຫາ​ວິ​ທ​ະ​ຍາ​ໄລ​ບອ​ສ​ຕັນ.

ການ​ໃຫ້​ເງິນ​ກູ້​ຢືມ​ຂອງ​ຈີນ​ໃນ​ປີ 2020 ໄດ້​ຕົກ​ລົງ​ມາ​ເປັນ 1 ພັນ 900 ລ້ານ​ໂດ​ລາ ອີງ​ຕາມ​ການ​ສຶກ​ສາ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ອາ​ທິດນີ້​ໄດ້​ສະ​ແດງ​ໃຫ້​ເຫັນ ໂດຍ​ມີ​ການ​ກູ້​ຢືມ​ໃໝ່ບັນ​ທຶກ​ພຽງ​ແຕ່ 11 ລາຍ​ເທົ່າ​ນັ້ນ ເມື່ອ​ສົມ​ທຽບ​ໃສ່​ກັບ​ການ​ກູ້​ຢືມ 32 ລາຍ ທີ່​ໄດ້​ມີ​ການ​ເຊັນ​ກັນ​ໃນ​ປີ 2019 ຊຶ່ງ​ມີ​ມູນ​ຄ່າ​ທັງ​ໝົດ 8 ພັນ 200 ລ້ານ​ໂດ​ລາ.

ລາຍ​ງານ​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ໂຣກ​ລະ​ບາດ​ແກ່​ຍາວ​ອອກ​ໄປ ມັນ​ໄດ້​ທຳ​ລາຍ​ຊີ​ວິດ​ການ​ເປັນ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ເອງແລະ​ສະ​ຖາ​ນະ​ພາບ​ດ້ານ​ໜີ້​ສິນ​ຂອງ​ບາງ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ ໄດ້​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ຊະ​ນິດ​ຂອງ​ເງິນ​ແລະ​ແຫຼ່ງ​ທີ່​ມາ​ຊຶ່ງ​ມີ​ການ​ຄາດ​ກັນ​ໃນ​ອະ​ນາ​ຄົດ​ສຳ​ລັບ​ການ​ເງິນ​ຂອງ​ຈີນ​ຕໍ່​ອາ​ຟ​ຣິ​ກາ.

ຈີນ​ເປັນ​ເຈົ້າ​ໜ້າ​ໜີ້​ທີ່​ໃຫຍ່​ທີ່​ສຸດ ​ພຽງ​ລາຍ​ດຽວເທົ່າ​ນັ້ນ ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ

​ເຂດໃຕ້​ທະ​ເລ​ຊາຍ​ຊາ​ຮາ​ຣາ​ລົງ​ໄປ ແລະ​ໃນ​ໄລ​ຍະ​ສອງ​ທົດ​ສະ​ວັດ ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ ຊຶ່ງ​ໄດ້​ເຊັນ​ການ​ໃຫ້​ເງິນ​ກູ້​ຢືມ​ທັງ​ໝົດ 1,188 ລາຍ ທີ່​ມີ​ມູນ​ຄ່າ 160 ພັນ​ລ້ານ​ໂດ​ລາ ກັບ​ລັດ​ຖະ​ບານ​ຂອງ 49 ປະ​ເທດ​ໃນ​ອາ​ຟ​ຣິ​ກາ ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ລະ​ດັບ​ພູ​ມີ​ພາກ.

ເຖິງ​ແມ່ນ​ໄດ້​ມີ​ປະ​ລິ​ມານ​ທີ່​ຫຼຸດ​ລົງ​ກໍ​ຕາມ ແຕ່​ທ່ານ​ໂອ​ຢິ​ນ​ຕາ​ເຣ​ລາ​ໂດ ໂມ​ເຊ​ສ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາ​ຜູ້​ຂຽນ​ກ່ຽວ​ກັບ​ການ​ສຶກ​ສາ​ຄັ້ງ​ນີ້ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ໃຫ້​ເງິນ​ກູ້​ຢືມ​ຂອງ​ຈີນແກ່​ອາ​ຟ​ຣິ​ກາ ມີ​ທ່າ​ທາງວ່າ​ຈະ​ເພີ້ມ​ຂຶ້ນ​ ໃນ​ໄລ​ຍະ​ຫຼັງ​ໂຣກ​ລະ​ບາດ “ໃນ​ຂະ​ນະ​ທີ່ແຫຼ່ງການ​ເງິນ​ນອກ​ເໜືອ​ໄປ​ຈາກ​ການໃຫ້​ເງິນກູ້​ຢືມ​ທີ່​ເຄີຍ​ມີ​ມາ​ຕາມ​ປົກ​ກະ​ຕິນັ້ນກໍ​ເພີ້ມ​ຂຶ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG