ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກລົງທຶນ ຈີນ ບໍ່ໄດ້ຈ່າຍເງິນ ຊົດເຊີຍ ໃຫ້ປະຊາຊົນ ລາວ ຢ່າງເປັນທຳ


ທີ່ດິນທີ່ຖືກສຳປະທານໃຫ້ນັກທຸລະກິດ ຈີນ.
ທີ່ດິນທີ່ຖືກສຳປະທານໃຫ້ນັກທຸລະກິດ ຈີນ.

ນັກທຸລະກິດ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳໃນແຂວງ
ບໍ່ແກ້ວ ຈ່າຍຄ່າຊົດເຊີຍຢ່າງບໍ່ເປັນທຳໃຫ້ກັບປະຊາຊົນທີ່ຖືກເວນຄືນທີ່ດິນ ທັງຍັງມີ
ຫຼາຍກໍລະນີທີ່ຍັງບໍ່ໄດ້ຮັບການຊົດເຊີຍ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີ
ການສັງຄົມ ໃຫ້ການຍອມຮັບວ່າໂຄງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມ
ຄຳ ຢູ່ທີ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍບໍລິສັດດອກງິ້ວຄຳຈາກ ຈີນ ຍັງບໍ່ສາມາດສ້າງ
ວຽກເຮັດງານທຳໃຫ້ກັບປະຊາຊົນ ລາວ ໃນທ້ອງຖິ່ນໄດ້ຢ່າງທີ່ຄວນ ເພາະການຈ້າງ
ງານສ່ວນໃຫຍ່ໃນເຂດນີ້ຍັງເປັນການຈ້າງຄົນ ຈີນ ດ້ວຍກັນ.

ຍິ່ງໄປກວ່ານັ້ນ ຜົນການກວດສອບການດຳເນີນງານຂອງຜູ້ລົງທຶນໃນເຂດເສດຖະກິດ
ສາມຫຼ່ຽມຄຳໃນໄລຍະຜ່ານມາ ກໍຍັງພົບວ່າໄດ້ມີການຈ່າຍຄ່າຊົດເຊີຍຢ່າງບໍ່ເປັນທຳ
ໃຫ້ກັບປະຊາຊົນ ລາວ ທີ່ຖືກເວນຄືນທີ່ດິນໄປໃຫ້ໂຄງການ ທັງຍັງປາກົດວ່າມີປະຊາ
ຊົນຈຳນວນນຶ່ງຍັງບໍ່ໄດ້ຮັບການຊົດເຊີຍເລີຍ ນັບແຕ່ທີ່ດິນຂອງພວກເຂົາເຈົ້າໄດ້ຖືກ
ເວນຄືນໄປໃຫ້ໂຄງການ ດັ່ງທີ່ທ່ານ ຄຳແພງ ໃຫ້ການຢືນຢັນວ່າ.

"ເຂດເສດຖະກິດພິເສດໄດ້ເອົາດິນຂອງປະຊາຊົນໄປແລ້ວ ກະການຊົດເຊີຍຖືວ່າຍັງ
ບໍ່ທັນສົມເຫດສົມຜົນ ແລະ ປະຊາຊົນດັ່ງກ່າວກໍບໍ່ມີວຽກເຮັດງານທຳ ອັນນີ້ພວກຂ້າພະ
ເຈົ້າຕ້ອງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ເພາະອັນນີ້ມັນມີຄະນະກຳ
ມະການເສດຖະກິດພິເສດ ອັນນີ້ກະຕ້ອງໄດ້ປຶກສາຫາລືກັນລະອຽດຕື່ມ ຊຶ່ງຂ້າພະ
ເຈົ້າກະໄດ້ໄປເຂດເສດຖະກິດພິເສດສາມຫຼ່ຽມຄຳນີ້ 2-3 ຄັ້ງແລ້ວ ກະຖືວ່າເຫັນມີ
ຄວາມຫຍຸ້ງຍາກສັບສົນ ແຕ່ວ່າຈຳນວນຫຼາຍກະແມ່ນແກ້ໄຂໄດ້ ແລະ ຍັງຈຳນວນນຶ່ງ
ທີ່ເຮົາຍັງບໍ່ທັນແກ້ໃຫ້ມັນໄດ້ເທົ່າທີ່ຄວນ."

ໂຄງການພັດທະນາເສດຖະກິດພິເສດສາມຫຼ່ຽມຄຳມີເນື້ອທີ່ສຳປະທານ 3,000 ເຮັກ
ຕາ ເລີ່ມແຕ່ປີ 2007 ເປັນຕົ້ນມາ ແລະ ມີອາຍຸສຳປະທານ 50 ປີ ໂດຍຈະນຳໃຊ້ເງິນ
ລົງທຶນລວມເຖິງ 2,250 ລ້ານໂດລາ ສຳລັບການກໍ່ສ້າງລະບົບພື້ນຖານໂຄງລ່າງ, ໂຮງ
ແຮມ, ບ້ານພັກຕາກອາກາດ, ໂຮງໝໍ, ສູນການຄ້າປອດພາສີ, ສູນກາງທາງການເງິນ-
ການທະນາຄານ, ສູນການຂົນສົ່ງສິນຄ້າ ແລະ ໂດຍສານ, ສະໜາມກ໋ອຟ, ສູການບັນ
ເທິງ ແລະ ທ່ອງທ່ຽວ, ສູນບໍລິການໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ, ເຂດອຸດສາຫະກຳແປຮູບສິນຄ້າກະສິກຳ ແລະ ລ້ຽງສັດ ແລະ ສິ່ງອຳນວຍຄວາມສະດວກ
ຕ່າງໆຢ່າງຄົບຊຸດ.

ທາງດ້ານທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່
ແຮ່ ໃຫ້ການຢືນຢັນວ່າການເກັບກຳຂໍ້ມູນ ກ່ຽວກັບ ປະຊາຊົນ ລາວ ທີ່ຖືກກະທົບຈາກ
ໂຄງການເຂື່ອນນໍ້າອູໃນໄລຍະຜ່ານມາຍັງເຮັດໄດ້ບໍ່ດີ ໂດຍສະເພາະແມ່ນການປະເມີນ
ຄ່າເສຍຫາຍທີ່ຈະຕ້ອງຊົດເຊີຍໃຫ້ກັບປະຊາຊົນທີ່ຖືກເວນຄືນທີ່ດິນ ແລະ ສິ່ງປູກສ້າງ
ນັ້ນ ຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດເທື່ອໃໝ່ ເພາະຍັງມີຫາງສຽງຈາກປະຊາຊົນທີ່
ຖືກກະທົບວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຊົດເຊີຍຢ່າງເປັນທຳ ຈຶ່ງເຮັດໃຫ້ກະຊວງ
ພະລັງງານ ແລະ ບໍ່ແຮ່ ພ້ອມກັບອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຈະຕ້ອງ
ຮ່ວມກັນສຳຫຼວດ ແລະ ເກັບກຳຂໍ້ມູນຢ່າງລະອຽດອີກເທື່ອໃໝ່ ເພື່ອນຳມາປະກອບການ
ພິຈາລະນາ ແລະ ປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ.

ໂດຍຈາກການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ພົບວ່າມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ໄດ້ຮັບຜົນກະທົບຈາກ
ໂຄງການກໍ່ສ້າງເຂື່ອນນໍ້າອູ ທັງ 7 ໂຄງການ ຊຶ່ງຜ່ານມາກໍມີລາຍງານວ່າກຸ່ມຜູ້ລົງທຶນ
ໃນໂຄງການໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວ ທີ່
ຖືກກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ແຕ່ວ່າຈາກການສຳຫຼວດ
ແລະ ເກັບກຳຂໍ້ມູນໂດຍອົງການແມ່ນໍ້າສາກົນ (International Rivers) ພົບວ່າຈະມີ
ປະຊາຊົນ ລາວ ໃນ 89 ບ້ານທັງໃນແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫຼວງ
ພະບາງ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນໍ້າອູ ຊຶ່ງສ່ວນໃຫຍ່ຍັງບໍ່ທັນໄດ້ຮັບ
ການຊົດເຊີຍຈາກຜູ້ລົງທຶນເລີຍ.

ທາງດ້ານກຸ່ມບໍລິສັດ Power China ຈຳກັດຈາກ ຈີນ ລາຍງາວ່າການກໍ່ສ້າງເຂື່ອນໄຟ
ຟ້ານໍ້າອູ ທັງ 7 ໂຄງການຈະແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານ ໂດຍທັງ 7 ໂຄງການຈະມີກຳລັງຕິດຕັ້ງລວມ 1,272 ເມກະວັດ ໂດຍຈະ
ຂາຍໃຫ້ລັດວິສາຫະກິດໄຟຟ້າ ລາວ (EDL) ໃນຕະຫຼອດໄລຍະສຳປະທານ 29 ປີ ນັບ
ຈາກປີທີ່ກໍ່ສ້າງແລ້ວສຳເລັດເປັນຕົ້ນໄປ ໂດຍການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ກໍໄດ້ສຳ
ເລັດແລ້ວ 3 ໂຄງການຄືເຂື່ອນໄຟຟ້ານໍ້າອູ 2, 5 ແລະ 6 ມີກຳລັງຕິດຕັ້ງລວມ 540
ເມກະວັດ ແລະ ໄດ້ສົ່ງກະແສໄຟຟ້າໃຫ້ກັບ EDL ແລ້ວ 1,100 ລ້ານກິໂລວັດ/ໂມງຕໍ່ປີ
ສ່ວນໂຄງການເຂື່ອນໄຟຟ້ານໍ້າອູ 1, 3, 4 ແລະ 7 ກໍຈະແລ້ວສຳເລັດພາຍໃນປີ 2020
ຊຶ່ງກໍຈະເຮັດໃຫ້ທັງ 7 ໂຄງການຜະລິດພະລັງງານໄຟຟ້າໄດ້ລວມກັນທັງໝົດ 2,590
ລ້ານກິໂລວັດ/ໂມງຕໍ່ປີ.

XS
SM
MD
LG