ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ບໍລິສັດ​ຈາກ​ຈີນ ທີ່​ລົງທຶນ​ ໃນ​ເຂດ​ເສດຖະກິດ ສາມຫລ່ຽມ​ຄຳ ດັດແກ້ ສັນຍາ​ສຳ​ປະທານໃໝ່


ການ​ລົງ​ນາມ​ໃນ​ສັນຍາ​ສຳ​ປະທານ​ສະບັບດັດ​ແກ້​ໃໝ່ ຂອງ​ເຂດ​ເສດຖະກິດ​ສະ​ເພາະ​ສາມຫລ່ຽມ​ຄຳ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອໄວໆ​ມາ​ນີ້ ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງກຸ່ມບໍລິສັດ ຈາກຈີນ ແລະ ລັດຖະບານລາວ.
ການ​ລົງ​ນາມ​ໃນ​ສັນຍາ​ສຳ​ປະທານ​ສະບັບດັດ​ແກ້​ໃໝ່ ຂອງ​ເຂດ​ເສດຖະກິດ​ສະ​ເພາະ​ສາມຫລ່ຽມ​ຄຳ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອໄວໆ​ມາ​ນີ້ ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງກຸ່ມບໍລິສັດ ຈາກຈີນ ແລະ ລັດຖະບານລາວ.

ກຸ່ມ​ບໍລິສັດ​ຈາກ​ຈີນ ທີ່​ລົງທຶນ​ໃນ​ເຂດ​ເສດຖະກິດ​ສະ​ເພາະ​
ສາມຫລ່ຽມ​ຄຳ ​ໄດ້​ດັດ​ແກ້​ສັນຍາ​ສຳ​ປະທານ ​ໂດຍ​ທາງ​ການ
​ລາວ​ ອະນຸຍາດໃຫ້​ຂະ​ຫຍາ​ຍພື້ນ​ທີ່​ ຈາກ 827 ​ເຮັກຕາ ​ເປັນ
3,000 ​ເຮັກຕາ.

ການ​ລົງ​ນາມ​ໃນ​ສັນຍາ​ສຳ​ປະທານ​ສະບັບດັດ​ແກ້​ໃໝ່ ຂອງ​ເຂດ​ເສດຖະກິດ​ສະ​ເພາະ​
ສາມຫລ່ຽມ​ຄຳ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ
​ໂດຍ​ເປັນ​ການລົງນາມ​ຮ່ວມ​ກັນ ລະຫວ່າງ​ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ
ກະຊວງແຜນການ​ ແລະການ​ລົງທຶນ ກັບ​ທ່ານ​ເຈົ້າ ​ເຫ​ວີ່ຍ ປະ​ທານ​ກຸ່ມ​ບໍລິສັດ Kings
Roman International ຈຳກັດ​ຈາກ​ຈີນ ​ໂດຍ​ມີ ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ
ຮອງ​ນາຍົກລັດຖະມົນຕີ ຜູ້ຊີ້​ນຳ​ຂົງ​ເຂດເສດຖະກິດການ​ຜະລິດ ​ແລະ​ການ​ຈະລາຈອນ
ໃນ​ຖານະ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ນັ້ນ ​ເປັນ​ສັກຂີ​ພະຍານ.

​ໂດຍ​ສັນຍາ​ສຳ​ປະທານ​ສະບັບ​ດັດ​ແກ້​ໃໝ່​ນີ້ ​ໄດ້​ມີ​ການ​ຂະ​ຫຍາ​ຍພື້ນ​ທີ່​ໃນ​ເຂດ​ສຳປະທານ ​ເພີ້​ມຂຶ້ນຈາກ 827 ​ເຮັກຕາ​ເປັນ​ທັງ​ໝົດ 3,000 ​ເຮັກຕາ ກໍ​ຄື​ເພີ້​ມຂຶ້ນຈາກເດີມ​ເຖິງ 2,173 ​ເຮັກຕາ ທີ່​ຈະ​ຮອງ​ຮັບ​ໂຄງການ​ພັດທະນາ​ຕ່າງໆ ຈຳນວນ​ທັງ​ໝົດ 14 ​ໂຄງການ ​ເຊັ່ນ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ສາ​ກົນ ສະໜາມ​ກອຟ໌ ​ໂຄງການ​ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ​ຢູ່​ດອນ​ຊາວ ການ​ພັດທະນາ​ເຂດ​ທີ່​ເຊື່ອມ​ຕໍ່​ເມືອງ​ເກົ່າ​ສຸວັນນະ​ໂຄມ​ຄຳ ​ແລະ​ໂຄງການ​ອື່ນໆ ດ້ວຍ​ເງິນ​ລົງທຶນ​ລວມ​ເຖິງ 1,000 ລ້ານ​ດອນ​ລາ ຫຼື 8,000 ຕື້​ກີບ.

ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ສາມ​ຫລ່ຽມ​ຄຳ​ເປັນ​ການ​ຮ່ວມ​ທຶນ ລະຫວ່າງ​
ບໍລິສັດ​ຈາກ​ຈີນ ກັບ​ທາງ​ການ​ລາວ​ໃນ​ສັດສ່ວນ 80 ​ເປີ​ເຊັນ ​ແລະ 20 ​ເປີ​ເຊັນ ຫາກ​ແຕ່​
ສຳ​ຫລັບ​ພື້ນ​ທີ່​ສຳ​ປະທານ ​ທີ່​ເພີ້​ມຂຶ້ນຕາມ​ການ​ດັດ​ແກ້​ສັນຍາ​ໃນ​ຄັ້ງນີ້ ​ໃຫ້​ຖື​ເປັນ​ສັນຍາ​
ສະ​ເພາະ​ແຍກ​ຕ່າງຫາກ ທີ່ຢູ່​ບົນ​ພື້ນຖານ​ການ​ຮັບປະກັນ​ສິດທິ ​ແລະ​ຜົນ​ປະ​ໂຫຍ​ດຂອງ​
ປະຊາຊົນ​ລາວ ລັດຖະບານ​ລາວ ​ແລະ​ຜູ້​ລົງທຶນ​ຢ່າງ​ຍຸດຕິ​ທຳ.

ພາບຈຳລອງ​ ໂຄງການ​ພັດທະນາ​ຕ່າງໆ ໃນເຂດ​ເສດຖະກິດ​ສະ​ເພາະ​ ສາມຫລ່ຽມ​ຄຳ ຊຶ່ງເປັນການລົງທຶນ ສ່ວນໃຫຍ່ ຂອງກຸ່ມບໍລິສັດ King Roman International ຈຳກັດຈາກຈີນ.
ພາບຈຳລອງ​ ໂຄງການ​ພັດທະນາ​ຕ່າງໆ ໃນເຂດ​ເສດຖະກິດ​ສະ​ເພາະ​ ສາມຫລ່ຽມ​ຄຳ ຊຶ່ງເປັນການລົງທຶນ ສ່ວນໃຫຍ່ ຂອງກຸ່ມບໍລິສັດ King Roman International ຈຳກັດຈາກຈີນ.

ນອກຈາກ​ນັ້ນ ການ​ດັດແກ້​ສັນຍາ​ສຳ​ປະທານ​ໃນ​ຄັ້ງນີ້ ກໍ​ຍັງ​ໄດ້
​ມີ​ການຈັດຕັ້ງຄະນະ​ບໍລິຫານ ທີ່​ປະກອບ​ດ້ວຍ​ຜູ້​ຕ່າງ​ໜ້າ​ຂອງ
​ຝ່າຍ​ລັດຖະບານ​ລາວ ກັບ​ຝ່າຍ​ຜູ້​ລົງທຶນ​ຂຶ້ນມາ​ຮ່ວມ​ກັນ​ຮັບຜິດ
ຊອບ​ການ​ບໍລິຫານ ​ແລະ​ການ​ຄຸ້ມ​ຄອງ​ໂຄງການ​ທີ່​ມີ​ຄວາມ
​ຄ່ອງ​ໂຕ ມີ​ຄວາມ​ໂປ່​ງ​ໄສທີ່​ສາມາດ​ກວດ​ສອບ​ໄດ້ ​ແລະ​ແບ່ງ​
ຄວາມ​ຮັບ​ຜິດ​ຊອບ ​ໃນ​ຂອບ​ເຂດ​ສິດທິ ​ແລະ​ພາລະ​ບົດບາດ
ຢ່າງ​ຊັດ​ເຈນ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ມີ​ລາຍ​ງານ​ກ່ອນ​ໜ້າ​ນີ້ວ່າ ກຸ່ມ​ບໍລິສັດ​ຈາກ​
ຈີນໄດ້​ໃຫ້ການ​ຢືນຢັນ​ ຕໍ່​ຄະນະ​ລັດຖະບານ​ລາວ​ ຢ່າງ​ເປັນ​
ທາງ​ການ​ແລ້ວ​ວ່າ ຂະ​ບໍ່​ເປັນ​ຜູ້​ລົງທຶນ 100 ​ເປີ​ເຊັນ ​ໃນ​ການ​ກໍ່ສ້າງ​ສະໜາມ​ບິນ​ນາໆ​ຊາດ​ຢູ່​ໃນເຂດ​ເສດຖະກິດ​ສະ​ເພາະ​ສາມຫລ່ຽມ​ຄຳ ​ແຕ່​ຈະ​ຂໍ​ເປັນ​ຜູ້​ຮ່ວມ​ລົງທຶນ ​ໃນ​ສັດ​ສ່ວນ​ບໍ່​ເກີນ 30 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ເທົ່າ​ນັ້ນ.

​ໂດຍ​ພ້ອມ​ກັບ​ການ​ຢືນຢັນ​ດັ່ງກ່າວ​ນີ້ ກຸ່ມ​ບໍລິສັດ​ຈາກ​ຈີນ​ຍັງ​ໄດ້​ສະ​ເໜີ​ໃຫ້​ລັດຖະບານລາວ ​ເປັນ​ຝ່າຍ​ທີ່​ຈະ​ຕ້ອງ​ລົງທຶນ​ໃນ​ສັດສ່ວນ​ບໍ່​ຕ່ຳ​ກວ່າ 70 ​ເປີ​ເຊັນ ​ໃນ​ໂຄງການ​ ທີ່​ຈະ​ຕ້ອງ​ລົງທຶນ​ລວມ​ເຖິງ 500 ລ້ານ​ດອນ​ລາ ​ແລະ​ຖ້າ​ຫາກ​ວ່າ​ ລັດຖະບານ​ລາວ​ ບໍ່​ມີ​ເງິນ​ທຶນ ທາງ​ກຸ່ມ​ບໍລິສັດ​ຈາກ​ຈີນ ກໍ​ພ້ອມ​ຈະ​ໃຫ້ການ​ສະໜັບສະໜຸນ ​ເງິນ​ທຶນ​ກູ້​ຢືມລະຍະ​ຍາວ ​ໃນ​ມູນ​ຄ່າ​ລວມບໍ່​ເກີນ 350 ລ້ານ​ດອນ​ລາ​ຕໍ່ໄປ.

ທັງນີ້ ​ໂດຍ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ທາງ​ການ​ລາວ​ຈະ​ຍິນ​ຍອມ​ຕາມ​ເງື່ອນ​ໄຂ​ດັ່ງກ່າວ
ຂອງ​ກຸ່ມ​ບໍລິສັດ​ຈາກ​ຈີນ ​ເພາະ​ລັດຖະບານ​ລາວ​ຖືກ​ສະ​ຖາ​ບັນ​ການ​ເງິນ​ຕ່າງ​ຊາດ​ຈຳກັດ
​ການ​ກູ້​ຢືມ ​ເນື່ອງ​ຈາກ​ມີ​ໜີ້​ຕ່າງປະ​ເທດ​ເກີນ​ກວ່າ 45 ​ເປີ​ເຊັນ ຂອງ​ຍອດ​ຜະລິດ​ຕະພັນ
​ລວມພາຍ​ໃນ​ແລ້ວ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ​ໄດ້​ຊີ້​ແຈງ​ວ່າ:

“ຍັງ​ມີ​ສິ່ງ​ທ້າ​ທາຍ ​ແລະ​ຂໍ້​ຫຍຸ້ງຍາກຫຼາຍ ອັນ​ທາງ​ດ້ານ​ການ​ລົງທຶນ ສະພາບ​ແວດ​
ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ​ການ​ລົງທຶນ​ຢູ່​ໃນ​ລາວ​ນີ້ ຍັງຢູ່​ໃນ​ລະດັບ​ຕ່ຳ ຖ້າ​
ທຽບ​ໃສ່​ປະ​ເທດ​ອື່ນໆ​ໃນ​ໂລກ ບັນຫາ​ທີ່​ຕົ້ນຕໍ​ທີ່​ໄດ້​ສະ​ແດງ​ຈາກ​ນັກທຸລະກິດ​ອັນ​
ດັບ​ທີ​ໜຶ່ງ ​ແມ່ນ​ບັນຫາ​ໃນ​ການ​ເລີ້ມ​ຕົ້ນທຸລະ​ກິດ ​ແລະ​ຄວາມ​ຫຍຸ້ງຍາກ​ໃນ​ການ​
ເຈາະ​ຫາ​ແຫ​ລ່ງທຶນ.”

ທາງ​ດ້ານ​ນັກ​ການ​ທະນາຄານ​ຕ່າງ​ຊາດ​ໃນ​ລາວ ​ໄດ້​ໃຫ້​ທັດສະນະ​ວ່າ ກ່ານ​ສະ​ເໜີ​ເງື່ອນ​
ໄຂດັ່ງກ່າວ​ນີ້ ນັບ​ເປັນຄວາມ​ສະຫລາດ​ຂອງ​ກຸ່ມ​ບໍລິສັດ​ຈາກ​ຈີນ ທີ່​ສວຍ​ໃຊ້​ໂອກາດ ທີ່​
ລັດຖະບານລາວ ​ກຳລັງ​ຕົກ​ຢູ່​ໃນ​ສະພາບ​ການ ຂາດ​ເຂີນ​ງົບປະມານ​ນັ້ນ ມາ​ເປັນ​ຂໍ້​ໄດ້​
ປຽບ​ໃນ​ການ​ຕໍ່​ລອງ​ທາງທຸລະ​ກິດ ທັງໆ​ທີ່​ສະໜາມ​ບິນ​ ທີ່​ມີແຜນການ​ຈະ​ກໍ່ສ້າງ​ດັ່ງກ່າວ​ນີ້
ຖື​ເປັນ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ຂອງ​ກຸ່ມ​ບໍລິສັດ​ຈາກ​ຈີນ ​ເພາະວ່າ​ຄົນ​ທີ່​ຈະ​ໃຊ້​ບໍລິການ​
ສະໜາມ​ບິນ ກໍ​ຄື​ຊາວ​ຕ່າງ​ຊາດ ​ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ ​ແລະ​ຫລິ້ນ​ການ​ພະນັນ​ ຢູ່​ໃນ​
ເຂດ​ເສດຖະກິດ​ສະ​ເພາະ​ສາມ​ຫລ່ຽມ​ຄຳ ທີ່​ລົງທຶນ​ໂດຍ​ກຸ່ມ​ບໍລິສັດ​ຈາກ​ຈີນ​ນັ້ນ​ເອງ.

XS
SM
MD
LG