ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການລົງທຶນຂອງຈີນ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍກວມເອົາເກີນກວ່າ 1 ໃນ 3 ຂອງການລົງທຶນທັງໝົດຂອງຕ່າງປະເທດໃນລາວ


ພິທີເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເມື່ອວັນທີ 3 ທັນວາ 2021 ຢູ່ທີ່ສະຖານີໃນນະຄອນວຽງຈັນ.
ພິທີເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເມື່ອວັນທີ 3 ທັນວາ 2021 ຢູ່ທີ່ສະຖານີໃນນະຄອນວຽງຈັນ.

ການລົງທຶນຂອງຈີນ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍກວມເອົາເກີນກວ່າ 1 ໃນ 3 ຂອງການລົງທຶນທັງໝົດຂອງຕ່າງປະເທດໃນລາວ ໂດຍສະເພາະແມ່ນການລົງທຶນດ້ານພະລັງງານແລະຂຸດຄົ້ນບໍ່ແຮ່ນັ້ນ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຖະແຫລງວ່າ ໃນຊ່ວງປີ 1988-2021 ລັດຖະບານລາວ ໄດ້ອະນຸມັດການລົງທຶນຂອງບັນດາບໍລິສັດຕ່າງປະເທດໃນລາວຈຳ ນວນທັງໝົດ 4,775 ໂຄງການຄິດເປັນມູນຄ່າລົງທຶນລວມເກີນກວ່າ 45,000 ລ້ານໂດລາ ໃນນີ້ເປັນການລົງທຶນຂອງບັນດາບໍລິສັດຈີນ ເຖິງ 821 ໂຄງການ ທີ່ມີມູນຄ່າລົງທຶນລວມ ກວ່າ 16,000 ລ້ານໂດລາ ຫຼືກວມເອົາເກີນກວ່າ 35 ເປີເຊັນ ຂອງການລົງທຶນທັງໝົດຂອງຕ່າງປະເທດໃນລາວ.

ໂດຍເຖິງແມ່ນວ່າ ລາວຍັງຕ້ອງປະເຊີນກັບການລະບາດຂອງພະຍາດໄວຣັສໂຄວິດ-19 ກໍຕາມ ແຕ່ໃນປີ 2021 ຍັງປາກົດມີການລົງທຶນຂອງຈີນເພີ້ມຂຶ້ນ 28 ໂຄງການ ມີມູນຄ່າການລົງທຶນລວມເກີນກວ່າ 2,500 ລ້ານໂດລາ ຊຶ່ງເຮັດໃຫ້ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ໂດຍສະເພາະແມ່ນການລົງ ທຶນໃນດ້ານພະລັງງານແລະການຂຸດຄົ້ນແຮ່ທາດນັ້ນ ທັງເຊື່ອໝັ້ນວ່າ ບັນດາບໍລິສັດຈີນ ຈະຫລັ່ງໄຫລເຂົ້າມາລົງທຶນໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໃນປີ 2022 ນີ້ ເພາະ​ຫລິງເຫັນຜົນປະໂຫຍດທີ່ໄດ້ຮັບຈາກລົດໄຟລາວ-ຈີນ ແລະໄດ້ຮັບການສົ່ງເສີມການລົງທຶນເປັນກໍລະນີພິເສດຈາກລັດຖະບານລາວ ທີ່ມອງວ່າ ການລົງທຶນຂອງຈີນ ຍັງໄດ້ປະກອບສ່ວນ ເຂົ້າໃນການພັດທະນາທ້ອງຖິ່ນ ໃນລາວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ:

“ສຳລັບນັກທຸລະກິດຈີນມາລົງທຶນນີ້ ພວກເຮົາກະໄດ້ຊຸກຍູ້ໃຫ້ບໍລິສັດທີ່ມີການລົງ ທຶນຢູ່ນີ້ ມີເງິນ ຖືວ່າຊ່ວຍພັດທະນາທ້ອງຖິ່ນ ໂດຍສະເພາະບ້ານ ປະຊາຊົນ ໂຮງຮຽນ ໂຮງໝໍ ສຸກສາລາ ອັນນີ້ ກະຖືວ່າ ແຕ່ລະບໍລິສັດ ກະປີນຶ່ງກະຫຼາຍເດ້ ອັນນີ້ ເປັນເງິນພັດທະນາທ້ອງຖິ່ນ ໂດຍສະເພາະແມ່ນຂົງເຂດສຶກສາ ຂົງ ເຂດສາທາລະນະສຸກ ນ້ຳສະອາດ ນ້ຳໃຊ້ ນ້ຳກິນຂອງປະຊາຊົນ ເອີ້ນວ່າ ເຮັດແນວໃດ ເຮັດໃຫ້ໂຄງການລົງທຶນນີ້ ປະຊາຊົນກະມີຜົນປະໂຫຍດຮ່ວມ ນອກ ຈາກເປັນກຳມະກອນຫັ້ນເນາະ.”

ສ່ວນຜູ້ຊ່ຽວຊານດ້ານການລົງທຶນໃນລຸ່ມແມ່ນ້ຳຂອງ ຢືນຢັນວ່າ ການທີ່ກຸ່ມທຸລະກິດຈີນ ເປັນຜູ້ລົງທຶນອັນດັບ 1 ໃນລາວນັ້ນ ໃນດ້ານນຶ່ງຍ່ ອມຈະສົ່ງຜົນດີ ຕໍ່ການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍຕົວເພີ້ມຂຶ້ນນັບມື້ ແຕ່ໃນອີກດ້ານນຶ່ງ ກໍໄດ້ສ້າງບັນຫາແລະຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດໃນລາວ ເພີ້ມຂຶ້ນດ້ວຍເຊັ່ນກັນ ໂດຍສະເພາະແມ່ນບໍລິສັດຈີນ ທີ່ລົງທຶນດ້ານກະສິກຳນັ້ນ ເປັນພາກສ່ວນທີ່ສ້າງບັນຫາ ແລະຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວຢ່າງໜັກໜ່ວງ ເພາະມີການໃຊ້ສານເຄມີຢ່າງຫຼວງຫຼາຍ ຊຶ່ງເຫັນໄດ້ຈາກການປູກກ້ວຍ ທີ່ມີການໃຊ້ສານເຄມີກວ່າ 100 ຊະນິດ.

ທາງດ້ານຜູ້ປະສານງານ ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ເປີດເຜີຍວ່າ ບັນຫາທີ່ມີຄວາມຫຍຸ້ງຍາກ ແລະເກີດຂຶ້ນຢ່າງກວ້າງຂວາງຢູ່ໃນລາວ ຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນລາວ ກັບພາກລັດ ແລະຜູ້ລົງງທຶນໃນໂຄງການ ໂດຍມີສາເຫດມາຈາກການທີ່ພາກເອກະຊົນລາວ ໄດ້ຂາຍຕໍ່ສຳປະທານໃຫ້ບໍລິສັດຕ່າງຊາດ ແຕ່ພະນັກງານລັດທີ່ກ່ຽວຂ້ອງ ມອງວ່າ ເປັນການປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງເປັນຄະດີຢູ່ໃນສານ ແລະໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງປະຊາຊົນລາວ ທີ່ຢູ່ໃນເຂດສຳປະທານທີ່ຂັດແຍ້ງກັນດັ່ງກ່າວ ດ້ວຍນັ້ນເອງ.

ໂດຍໃນໄລຍະຜ່ານມາ ໄດ້ສຳຫຼວດພົບແຮ່ທາດໃນລາວ ຫຼາຍກວ່າ 570 ແຫ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ໃນນີ້ທາງການລາວ ໄດ້ອະນຸຍາດສຳປະທານໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການທົ່ວປະເທດ ສ່ວນແຫລ່ງຜະລິດໄຟຟ້າ 90 ແຫ່ງ ທີ່ມີກຳລັງຕິດຕັ້ງ ເກືອບ 11,000 ເມກາວັດ ແລະໄດ້ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດນັ້ນ ກໍສ້າງລາຍຮັບໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ວ່າ ລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວ ກໍຄືສ່ວນທີ່ນຳໃຊ້ເພື່ອຊຳລະໜີ້ເງິນກູ້ຈາກຕ່າງປະເທດ ທັງນີ້ໂດຍພາກພະລັງງານ ແລະບໍ່ແຮ່ໃນລາວ ມີມູນຄ່າເກີນກວ່າ 31,468 ຕື້ກີບໃນປີ 2021 ທີ່ຜ່ານມາ.

ສ່ວນເຄືອຂ່າຍການພັດທະນາແບບເປີດ (Open Development Network) ລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນ ໃຫ້ກັບນັກທຸລະກິດຕ່າງຊາດ 1,756 ໂຄງການ ມີພື້ນທີ່ສຳປະທານລວມກວ່າ 11 ລ້ານເຮັກຕາ ແຕ່ນຳໃຊ້ຈິງພຽງ 5.5 ແສນເຮັກຕາ ຊຶ່ງບໍ່ເຖິງ 5 ເປີເຊັນ ຂອງພື້ນທີ່ສຳປະທານທັງໝົດ.

XS
SM
MD
LG