ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຂັດແຍ້ງ ດ້ານການປະມົງ ກໍ່ໃຫ້ເກີດ ຄວາມເຄັ່ງຕຶງ ຄັ້ງໃໝ່ ລະຫວ່າງ ອິນໂດເນເຊຍ ແລະ ຈີນ


ຊາກຫັກພັງຂອງພວກເຮືອຫາປາ ຈາກຕ່າງປະເທດ ທີ່ຖືກຍຶດ ມາໄດ້ ກຳລັງເປື່ອຍລະລາຍ ຢູ່ໃນປາກອ່າວນ້ຳຕື້ນ ໃກ້ກັບ ເກາະ Penagi ຂອງ Natuna Besar, ວັນທີ 8 ກໍລະກົດ 2014.
ຊາກຫັກພັງຂອງພວກເຮືອຫາປາ ຈາກຕ່າງປະເທດ ທີ່ຖືກຍຶດ ມາໄດ້ ກຳລັງເປື່ອຍລະລາຍ ຢູ່ໃນປາກອ່າວນ້ຳຕື້ນ ໃກ້ກັບ ເກາະ Penagi ຂອງ Natuna Besar, ວັນທີ 8 ກໍລະກົດ 2014.

ຄວາມເຄັ່ງຕຶງ ​ແມ່ນກຳລັງເພີ້ມທະວີຂຶ້ນ ລະຫວ່າງຈີນ ແລະ
ປະເທດເພື່ອນບ້ານ ອິນໂດເນເຊຍ ຫຼັງຈາກ​ໄດ້​ເກີດ​ການ​ຂັດ
​ແຍ້​ງກັນ​ ກ່ຽວ​ກັບ ການຫາປາ ໄດ້ສ່ອງແສງໃຫ້ເຫັນເຖິງການ
ອ້າງເອົາກຳມະສິດກວມ​ກັນ ​ໃນເຂດນ່ານນ້ຳຫຼາຍກວ່າ 200
ມາຍທາງທະເລ ອັນເປັນເຂດເສດຖະກິດສະເພາະ ຫຼື EEZ
ອ້ອມເກາະ Natuna ນັ້ນ ຊຶ່ງຕັ້ງຢູ່ທາງພາກຕາເວັນຕົກສຽງ
ເໜືອ ຂອງເກາະ Borneo ຢູ່ໃນທະເລຈີນໃຕ້ ທີີ່ເປັນບັນຫາ
ຂັດແຍ້ງກັນ.

ບັນດານັກວິເຄາະ ກ່າວວ່າ ຈີນ ໃນຂະນະທີ່ມີຈຸດຢືນ ຢ່າງໜັກ
ແໜ້ນ ຕໍ່ການອ້າງເອົາກຳມະສິດທາງທະເລ ຈະຫລີກລ່ຽງຈາກ
ການສ້າງ​ຄວາມ ບໍ່​ພໍ​ໃຈໃຫ້​ແກ່ອິນໂດເນເຊຍຊຶ່ງຂົ່ມຂູ່ຈະນຳເອົາປັກກິ່ງຂຶ້ນສານສາກົນ
ເພື່ອແກ້ໄຂບັນຫາ ​ເພື່ອຂໍຄວາມກະຈ່າງແຈ້ງກ່ຽວກັບ ສະຖານະການ ຂອງເກາະ Natuna.

ແຜນທີ່ສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງ ໃນການອ້າງເອົາກຳມະສິດ ເຂດເກາະໃນທະເລຈີນໃຕ້ ບົນພື້ນຖານຂອງແຜນທີ່ ສ້າງຂຶ້ນ ໂດຍຈີນ ໃນປີ 1947 ແລະ 2009.
ແຜນທີ່ສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງ ໃນການອ້າງເອົາກຳມະສິດ ເຂດເກາະໃນທະເລຈີນໃຕ້ ບົນພື້ນຖານຂອງແຜນທີ່ ສ້າງຂຶ້ນ ໂດຍຈີນ ໃນປີ 1947 ແລະ 2009.

ພວກນັກວິເຄາະກ່າວຕື່ມວ່າ ແຕ່ອັນນັ້ນ ກໍບໍ່ໝາຍຄວາມວ່າ ຈີນພ້ອມທີ່ຈະຍິນຍອມ
ຜ່ອນສັ້ນຜ່ອນຍາວຕື່ມອີກ ຫຼັງຈາກທີ່ໄດ້ຮັບຮູ້ເຖິງສິດທິ ອະທິປະໄຕຂອງອິນໂດເນເຊຍ
ໄປແລ້ວຢ່າງເປີດເຜີຍ ຕໍ່ເກາະດັ່ງກ່າວ.

Jakarta ໄດ້ອ້າງເມື່ອ ກາງເດືອນມີນາ ວ່າ ເຮືອຫາປາຂອງຈີນ ໄດ້ຫາປາຢູ່ໃນເຂດນ່ານ
ນ້ຳ ພຽງ 4 ກິໂລແມັດ ນອກຝັ່ງຂອງເກາະ Natuna ຢ່າງຜິດກົດໝາຍ ແລະ ຢູ່ໃນນ່ານນ້ຳ
ທີ່ອິນໂດເນເຊຍ ອ້າງວ່າ ເປັນເຂດເສດຖະກິດສະເພາະນັ້ນ.

ເຮືອຫາປາລຳນຶ່ງ ກຳລັງແລ່ນ ເຂົ້າຝັ່ງ ຢູ່ທາງທິດຕາເວັນອອກ ຂອງເກາະ Natuna Besar.
ເຮືອຫາປາລຳນຶ່ງ ກຳລັງແລ່ນ ເຂົ້າຝັ່ງ ຢູ່ທາງທິດຕາເວັນອອກ ຂອງເກາະ Natuna Besar.

ໜ່ວຍທະຫານຍາມຝັ່ງ ອິນໂດເນເຊຍ ໄດ້ຈັບກຸມ ພວກຊາວປະມົງຈີນ 8 ຄົນ ກ່ອນທີ່ເຮືອ
ທະຫານຍາມຝັ່ງຂອງຈີນ ຈະໄດ້ເຂົ້າມາແຊກແຊງ ແລະ ໄດ້ປ່ອຍເຮືອທີ່ຖືກຄວບຄຸມຕົວ ໄວ້ນັ້ນ ໂດຍການແລ່ນຕຳມັນ​ ໃຫ້ຫລຸດ​ອອກໄປໃນທະເລຈີນໃຕ້.

XS
SM
MD
LG