ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ໃຫ້ເງິນ ກູ້ຢືມ ແກ່ລັດຖະບານ ລາວ 500 ລ້ານໂດລາ ເພື່ອສ້າງ ທາງລົດໄຟ


ແຜນທີ່ຂອງລົດໄຟຄວາມໄວປານກາງ ລະຫວ່າງ ອາຊຽນ ແລະ ຈີນ.
ແຜນທີ່ຂອງລົດໄຟຄວາມໄວປານກາງ ລະຫວ່າງ ອາຊຽນ ແລະ ຈີນ.

ລັດຖະບານຈີນ ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນຄ່າ 500 ລ້ານໂດລາສຳລັບນຳໃຊ້ ໃນການຮ່ວມລົງທຶນໃນການກໍ່ ສ້າງທາງລົດໄຟລາງຄູ່ ຄວາມໄວປານກາງທີ່ເຊື່ອມໂຍງຈາກ ຈີນ ມາ ລາວ ຕໍ່ໄປ ໄທ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງຖະແຫຼງວ່າ ລັດຖະບານ ຈີນ ໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນຄ່າ 500 ລ້ານໂດລາເມື່ອ ບໍ່ດົນມານີ້ ໂດຍລັດຖະບານ ລາວ ຈະນຳໃຊ້ເງິນກູ້ດັ່ງກ່າວນີ້ເພື່ອຮ່ວມລົງທຶນໃນໂຄງການກໍ່ ສ້າງທາງລົດໄຟລະບົບລາງຄູ່ ລະດັບຄວາມໄວປານກາງທີ່ເຊື່ອມຕໍ່ຈາກເມືອງຄຸນໝິງ ຂອງ ຈີນ ມາຍັງ ນະຄອນຫຼວງວຽງຈັນ.

ທັງນີ້ໂດຍລັດຖະບານ ລາວ ແລະ ຈີນ ໄດ້ຕົກລົງໃນຫຼັກການຮ່ວມກັນແລ້ວວ່າຈະຮ່ວມກັນ ລົງທຶນໂດຍກົງໃນສັດສ່ວນ 40 ເປີເຊັນຂອງມູນຄ່າການລົງທຶນທັງໝົດທີ່ຄາດວ່າຈະມີມູນຄ່າ ລວມເຖິງ 6,800 ລ້ານສ່ວນອີກ 60 ເປີເຊັນ ທີ່ເຫຼືອກໍຈະເປັນການລົງທຶນຂອງບໍລິສັດຮ່ວມ ທຶນທີ່ຈະສ້າງຕັ້ງຂຶ້ນມາຮັບຜິດຊອບການພັດທະນາໂຄງການ ການຄຸ້ມຄອງ ການບໍລິຫານ ແລະ ການກູ້ຢືມເງິນລົງທຶນຈາກສະຖາບັນການເງິນໃນປະເທດ ຈີນ.

ແຜນທີ່ຂອງລົດໄຟຄວາມໄວປານກາງ ເຊື່ອມຕໍ່ ລາວ, ໄທ ແລະ ຈີນ.
ແຜນທີ່ຂອງລົດໄຟຄວາມໄວປານກາງ ເຊື່ອມຕໍ່ ລາວ, ໄທ ແລະ ຈີນ.

ທ່ານ ບຸນຈັນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ຈະປະກອບ ສ່ວນການລົງທຶນໃນໂຄງ ການໃນມູນຄ່າລວມ 840 ລ້ານໂດລາ ຊຶ່ງໃນນີ້ກໍເປັນການກູ້ຢືມຈາກລັດຖະບານ ຈີນ ໃນມູນ ຄ່າ 500 ລ້ານໂດລາໂດຍຈະມີໄລຍະເວລາການຜ່ອນຊຳລະໜີຄືນໃນ 20 ປີດ້ວຍອັດຕາ ດອກເບ້ຍ 3 ເປີເຊັນຕໍ່ປີ ແລະ ຍັງມີໄລຍະທີ່ປອດ ການຊຳລະໜີໃນ 5 ປີທຳອິດອີກດ້ວຍຫາກ ແຕ່ວ່າລັດຖະບານ ລາວ ກໍຈະຕ້ອງຮັບປະກັນເງິນກູ້ດັ່ງກ່າວດ້ວຍລາຍໄດ້ຈາກບໍ່ແຮ່ Bauxite 1 ແຫ່ງ ແລະ ບໍ່ແຮ້ Potash 3 ແຫ່ງທີ່ເປັນການລົງທຶນ ຂອງກຸ່ມທຸລະກິດ ຈີນ ໃນ ລາວ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈະມີໄລຍະຍາວ 417 ກິໂລແມັດ ຈາກດ້ານຊາຍແດນບໍ່ເຕັນ-ບໍ່ຫານ ມາຍັງນະຄອນຫຼວງວຽງຈັນ ໂດຍເປັນລາງລົດໄຟຂະ ໜາດກວ້າງ 1.435 ແມັດທີ່ແຍກກັນລະຫວ່າງຂະບວນໂດຍສານ ແລະ ຂະບວນສິນຄ້າທີ່ມີ ຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ ໂດຍຈະມີທັງໝົດ 31 ສະຖານີ ແລະ ໃນນີ້ກໍຈະເປັນສະຖານີຂະໜາດໃຫຍ່ 5 ແຫ່ງທີ່ບ້ານນາເຕີຍ ທີ່ເມືອງໄຊ ທີ່ຫຼວງພະບາງ ທີ່ວັງວຽງ ແລະ ນະຄອນຫຼວງ ວຽງຈັນ ໂດຍຈະນຳໃຊ້ເງິນທຶນລວມເຖິງ 6,800 ລ້ານໂດລາ ຊຶ່ງລັດຖະບານ ລາວ ຈະປະກອບສ່ວນ 840 ລ້ານໂດລາສ່ວນທີ່ເຫຼືອ ກໍຈະຕ້ອງກູ້ຢືມຈາກ ຈີນ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ກໍຕຽມພ້ອມແລ້ວສຳລັບການຈັດຕັ້ງປະຕິບັດໃນພາກຕົວ ຈິງໃນດ້ານຕ່າງໆ ທັງກໍຍັງໝັ້ນໃຈດ້ວຍວ່າໂຄງການກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະສົ່ງຜົນດີ ຕໍ່ການພັດທະນາເສດຖະກິດ ແລະ ການເຊື່ອມຕໍ່ ລາວ ເຂົ້າກັບ ໄທ ແລະ ອາຊຽນ ດ້ວບດັ່ງທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເຂດເສດຖະກິດການຜະ ລິດ ແລະ ຈະລາຈອນ ໄດ້ໃຫ້ການຢືນຢັນວ່າ

“ພວກຂ້າພະເຈົ້າເວົ້າວ່າ ໂຄງການທາງລົດໄຟນີ້ຢູ່ໃນຫຼາຍປະເທດຫັ້ນນະເຮົາຮູ້ ຈັກແລ້ວ ບໍ່ແມ່ນວ່າລົງທຶນແລ້ວຫ້າປີແລ້ວໄດ້ຜົນຕອບແທນຄືນ ປະສິດທິຜົນ ການລົງທຶນຫັ້ນນະມັນ ຕ່ຳ ແຕ່ວ່າປະສິດທິຜົນເສດຖະກິດນັ້ນສູງ ປະເທດເຮົານີ້ ປະສິດທິຜົນເສດຖະກິດຂອງທາງລົດໄຟນີ້ແມ່ນ 31 ເປີເຊັນ.”

ຊຶ່ງສອດຄ່ອງກັບການລົງນາມໃນບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງ ໄທ ແລະ ຈີນ ໃນການກໍ່ສ້າງທາງລົດໄຟລາງຄູ່ຄວາມໄວປານກາງ ເມື່ອທ້າຍປີ 2014 ຢູ່ ບາງກອກ ທີ່ແນໃສ່ການພັດທະນາທາງລົດໄຟເພື່ອເຊື່ອມຕໍ່ກັນໃຫ້ໄດ້ພາຍໃນປີ 2022 ດ້ວຍການຮ່ວມ ລົງທຶນເພື່ອກໍ່ສ້າງທາງລົດໄຟລາງຄູ່ລະດັບຄວາມໄວປານກາງ 2 ເສັ້ນທາງ ໃນ ໄທ ຄືໜອງ ຄາຍ-ແກ່ງຄອຍ-ມາບຕາພຸດ ແລະ ແກ່ງຄອຍ ຫາ ບາງກອກ ເພື່ອເຊື່ອມໂຍງ ໄປ ລາວ ແລະ ຈີນ ຕໍ່ໄປເຖິງ ມາເລເຊຍ ແລະ ສິງກະໂປ ໄດ້ດ້ວຍນັ້ນເອງ.

ນອກຈາກນີ້ ລັດຖະບານ ລາວ ຍັງໄດ້ວາງແຜນການກໍ່ສ້າງທາງລົດໄຟເພີ່ມຂຶ້ນໃນ 3 ເສັ້ນ ທາງດ້ວຍກັນຄື ເສັ້ນທາງຈາກ ນະຄອນຫຼວງວຽງຈັນ ໄປທ່າແຂກ ແຂວງຄຳມ່ວນ ເຊື່ອມຕໍ່ ໄປຍັງທ່າເຮືອ Vung Ang ແຂວງ Ha Minh ຂອງຫວຽດນາມ ກັບເສັ້ນທາງຈາກ ທ່າແຂກ ໄປສະຫວັດນະເຂດ-ປາກເຊ-ດ້ານວັງເຕົ່າ ໃນແຂວງຈຳປາສັກ ເພື່ອຈະເຊື່ອມຕໍ່ກັບເສັ້ນ ທາງລົດໄຟຂອງ ໄທ ທີ່ຈັງຫວັດອຸບົນລາດຊະທານີ ແລະ ເສັ້ນທາງຈາກສະຫວັນນະເຂດ ໄປດ້ານ ລາວ ບາວ ທີ່ເຊື່ອຕໍ່ໄປຍັງທ່າເຮືອໃນແຂວງດານັງ ຂອງ ຫວຽດນາມ ອີກດ້ວຍ.

ໂດຍສຳລັບເສັ້ນທາງທີ 1 ຈະດຳເນີນການສຶກສາຄວາມເປັນໄປໄດ້ໃນທ້າຍປີ 2015 ນີ້ດ້ວຍ ການຊ່ວຍເຫຼືອຈາກລັດຖະບານ ເກົາຫຼີໃຕ້ ສ່ວນເສັ້ນທາງທີ 2 ຈະໄດ້ຮັບການຊ່ວຍເຫຼືອ ຈາກລັດຖະບານ ຍີ່ປຸ່ນ ແລະ ເສັ້ນທາງທີ 3 ເປັນການລົງທຶນຂອງບໍລິສັດ Giant ຈາກ ມາເລເຊຍ ທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2019.

XS
SM
MD
LG