ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ລັດ​ຖະ​ບານ​ ຈີນ ຈະສ້າງ ​ລະ​ບົບ​ປ້ອງ​ກັນ ເທັກ​ໂນ​ໂລ​ຈີ ຈີນ


ຕູ້​ຂົນ​ສົ່ງ​ຢູ່​ທ່າ​ເຮືອ ນິງ​ໂບ, ແຂວງ ຊີ​ຈຽນ, ຈີນ. 28 ພຶດ​ສະ​ພາ, 2019.
ຕູ້​ຂົນ​ສົ່ງ​ຢູ່​ທ່າ​ເຮືອ ນິງ​ໂບ, ແຂວງ ຊີ​ຈຽນ, ຈີນ. 28 ພຶດ​ສະ​ພາ, 2019.

ຈີນ ກຳ​ລັງ​ສ້າງ​ລະ​ບົບ​ເພື່ອ​ປົກ​ປ້ອງ​ເທັກ​ໂນ​ໂລ​ຈີ​ຂອງ​ເຂົາ​ເຈົ້າ, ອີງ​ຕາມການ​ກ່າວ​ສື່
ມວນຊົນລັດຖະບານ, ໃນຂະນະທີ່ ສະຫະລັດ ໄດ້ຫ້າມບັນດາບໍລິສັດຕ່າງໆຂອງ ຈີນ
ຈາກການເຂົ້າຫາເທັກໂນໂລຈີຂອງ ອາເມຣິກາ ໃນບັນຫາຂັດແຍ້ງດ້ານການຄ້າທີ່ໝູນ
ວຽກໄປມານັ້ນ.

ໜັງ​ສື​ພິມ The People’s Daily ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້​ວ່າ ລະ​ບົບ​ດັ່ງ​ກ່າວ​ຈະ​ສ້າງ​
ລະບົບຄວາມປອດໄພທີ່ແຂງແກ່ນ ເພື່ອຂະຫຍາຍຄວາມສາມາດຂອງປະເທດ ເພື່ອ
ປັບປຸງໃໝ່ ແລະ ເລັ່ງພັດທະນາເທັກໂນໂລຈີທີ່ສຳຄັນ.

ໜັງ​ສື​ພິມ​ທີ່​ສຳ​ຄັນ​ຂອງ​ພັກ​ຄອມ​ມູ​ນິ​ສ​ດັ່ງ​ກ່າວ​ນັ້ນ​ໄດ້​ເວົ້າ​ ໂດຍບໍ່​ໄດ້​ອ້າງ​ເຖິງ​ ສະ​ຫະ​ລັດ
ໂດຍກົງວ່າ “ຈີນ ຈະບໍ່ມີວັນອະນຸຍາດໃຫ້ບາງປະເທດ ໃຊ້ເທັກໂນໂລຈີຂອງ ຈີນ ເພື່ອ
ຄວບຄຸມການພັດທະນາຂອງຈີນ ແລະ ປາບປາມບັນດາບໍລິສັດຂອງ ຈີນ.”

ບໍ່​ມີ​ລາຍ​ລະ​ອຽດ​ໄດ້​ເປີດ​ເຜີຍ​ອອກ​ມາ ກ່ຽວ​ກັບ ສິ່ງ​ທີ່ ຈີນ ເອີ້ນ​ວ່າ​ເປັນ​ລາຍ​ຊື່ ການ​ບໍ​ລິ​
ຫານຄວາມປອດໄພເທັກໂນໂລຈີແຫ່ງຊາດ. ແຜນການດັ່ງກ່າວໄດ້ຖືກປະກາດໃນຕອນ
ແລງວັນເສົາວານນີ້ ໃນຄຳເວົ້າສາມວັກ ທີ່ຖືກສົ່ງອອກໄປໂດຍເຈົ້າໜ້າທີ່ອົງການຂ່າວ
ຊິນຫົວ.

ເປົ້າ​ໝາຍ​ກໍ​ແມ່ນ​ເພື່ອ​ຍັບ​ຢັ້ງ ແລະ ກຳ​ຈັດ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ໃຫ້
ມີປະສິດທິຜົນຫຼາຍຂຶ້ນ, ອີງຕາມການກ່າວຂອງ ຊິນຫົວ, ແລະໄດ້ເວົ້າຕື່ມວ່າ ມາດຕະ
ການທີ່ເປັນລາຍລະອຽດ ຈະຖືກເປີດເຜີຍໃນອະນາຄົດອັນໃກ້ນີ້.

ການ​ລິ​ເລີ່ມ​ດັ່ງ​ກ່າວ​ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ລັດ ເພື່ອ​ຫ້າມ​ການ​
ຂາຍຕ່າງໆໃຫ້ບໍລິສັດເທັກໂນໂລຈີ ຫົວເຫວີຍ ແລະ ບໍລິສັດເທັກໂນໂລຈີອື່ນໆຂອງ ຈີນ
ຍ້ອນເຫດຜົນຄວາມປອດໄພແຫ່ງຊາດ.

ກະ​ຊວງ​ການ​ຄ້າ​ ສະ​ຫະ​ລັດ ໃນ​ເດືອນ​ທີ່​ຜ່ານ​ມາ ໄດ້​ເພີ່ມ​ບໍ​ລິ​ສັດ ຫົວ​ເຫວີຍ ໃນລາຍ​ຊື່
ຂອງອົງການຕ່າງໆ ທີ່ພົວພັນໃນກການປະຕິບັດການທີ່ຂັດກັບຄວາມປອດໄພແຫ່ງຊາດ
ຫຼື ຜົນປະໂຫຍດຂອງນະໂຍບາຍຕ່າງປະເທດ ສະຫະລັດ.

ດ້ວຍ​ເຫດ​ນັ້ນ, ການ​ຂາຍ​ໃດໆ​ຂອງ​ເທັກ​ໂນ​ໂລ​ຈີ ສະ​ຫະ​ລັດ ໃຫ້​ບໍ​ລິ​ສັດ ຫົວ​ເຫວີຍ ແມ່ນ​
ຈະຕ້ອງໄດ້ຮັບການອະນຸມັດໂດຍກະຊວງການຄ້າ.

ຈີນ ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການ​ເວົ້າ​ວ່າ ກະ​ຊວງ​ການ​ຄ້າ​ຂອງ​ເຂົາ​ເຈົ້າ​ຈະ​ເຮັດ​ລາຍ​ຊື່​ອົງ​
ການຕ່າງປະເທດຂອງເຂົາເຈົ້າຂຶ້ນມາເອງ ທີ່ເຂົາເຈົ້າຖືວ່າ “ບໍ່ໜ້າເຊື່ອຖື.”

China is creating a system to protect its technology, according to state media, as the U.S. restricts the access of Chinese companies to American technology in a spiraling trade dispute.

The People's Daily newspaper said Sunday that the system will build a strong firewall to strengthen the nation's ability to innovate and to accelerate the development of key technologies.

``China ... will never allow certain countries to use China's technology to contain China's development and suppress Chinese enterprises,'' the main paper of the ruling Communist Party said, without directly referring to the United States.

No details have been released about what China is calling a national technological security management list. The plan was announced Saturday evening in a brief three-paragraph dispatch by the official Xinhua News Agency.

The aim is to forestall and defuse national security risks more effectively, Xinhua said, adding that detailed measures would be unveiled in the near future.

The initiative follows U.S. moves to restrict sales to Huawei Technologies and other Chinese tech firms on national security grounds.

The U.S. Commerce Department last month added Huawei to its list of entities that are engaged in activities contrary to U.S. national security or foreign policy interests.

As such, any sale of U.S. technology to Huawei will require Commerce Department approval.

China responded by saying its Commerce Ministry would develop its own list of foreign entities that it regards as ``unreliable.''

XS
SM
MD
LG