ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບັນ​ດາ​ບໍ​ລິ​ສັດຈາກ ຈີນ ຂໍ​ອະ​ນຸ​ຍາດ​ສຳ​ປະ​ທານ​ກາ​ນ​ຂຸດ​ຄົ້ນ​ແຮ່​ຄຳ ແລະ ແຮ່​ທອງ​ແດງ​ໃນ​ລາວ​ເພີ່ມ​ຂຶ້ນ


ພິ​ທີ​ເປີດ​ພິ​ທີ​ເຂົ້າ​ອຸ​ໂມງ ບໍ່​ດິ​ສ​ໂດ​ເວີ​ຣີ ເພື່ອ​ເຈາະ​ສຳຫຼວດບໍ່​ແຮ່​ໃຕ້​ດິນ.
ພິ​ທີ​ເປີດ​ພິ​ທີ​ເຂົ້າ​ອຸ​ໂມງ ບໍ່​ດິ​ສ​ໂດ​ເວີ​ຣີ ເພື່ອ​ເຈາະ​ສຳຫຼວດບໍ່​ແຮ່​ໃຕ້​ດິນ.

​ບັນ​ດາ​ບໍ​ລິ​ສັດຈາກ ຈີນ ຂໍ​ອະ​ນຸ​ຍາດ​ສຳ​ປະ​ທານ​ກາ​ນ​ຂຸດ​ຄົ້ນ​ແຮ່​ຄຳ ແລະ ແຮ່​ທອງ​ແດງ​ໃນ​ລາວ​ເພີ່ມ​ຂຶ້ນ​ພາຍຫຼັງ​ທີ່​ສຳຫຼວດ​ພົບ​ແຫຼ່ງ​ແຮ່​ຄຳ​ທີ່​ມີ​ປະ​ລິ​ມານກວ່າ 17 ລ້ານ​ໂຕນ ແລະ ແຮ່​ທອງ​ແດງ 182 ລ້ານ​ໂຕນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ 308 ລາຍ​ທີ່​ໄດ້​ຍື່ນ​ຄຳ​ຮ້ອງ​ເພື່ອ​ຂໍ​ອະ​ນຸ​ຍາດ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຈາກ​ທາງ​ການ​ລາວ ຊຶ່ງ​ກະ​ຊວງ​ແຜນ​ການ​ກຳ​ລັງ​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ດ້ານ​ຢູ່​ໃນ​ເວ​ລານີ້ ແລະ ຄາດ​ວ່າ​ຈະ​ພິ​ຈາ​ລະ​ນາ​ແລ້ວ​ສຳ​ເລັດ ແລະ ຄັດ​ເລືອ​ກ​ເອົາ​ບໍ​ລິ​ສັດ​ທີ່​ເໝາະ​ສົມ​ຈະ​ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ໃນ​ທ້າຍ​ປີ 2022 ນີ້ ໂດຍ​ສ່ວນ​ໃຫຍ່​ກໍ​ເປັນ​ບໍ​ລິ​ສັດ​ຂຸ​ດ​ຄົ້ນ​ແຮ່​ທາດ​ຈາກ​ຈີນ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກົມ​ໃຫຍ່​ສຳຫຼວດ​ທໍ​ລະ​ນີ​ສາດ ແລະ​ບໍ່​ແຮ່​ຂອ​ງ​ລັດ​ຖະ​ບານ ຈີນ ທີ່​ດຳ​ເນີນ​ການ​ສຳຫຼວດ​ໃນ​ຊ່ວງ​ປີ 2017-2021 ພົບ​ວ່າ​ໃນ​ລາວ​ມີ​ປະ​ລິ​ມານ​ສຳ​ຮອງ​ຂອງ​ແຮ່​ຄຳຫຼາຍກວ່າ 17 ລ້ານ​ໂຕນ, ແຮ່​ທາອງ​ແດງ​ເກີນກວ່າ 182 ລ້ານ​ໂຕນ ແລະ ຖ່ານ​ຫີນຫຼາຍກວ່າ 375 ລ້ານ​ໂຕນ ຈຶ່ງ​ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຈີນມອງ​ເຫັນ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ ແລະ ຢ່າງ​ຍາວ​ນານ​ໃນ​ການ​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ທາດ​ດັ່ງ​ກ່າວ​ໃນ​ລາວ​ນັ້ນ​ເອງ.

ທັງ​ນີ້​ລັດ​ຖະ​ບານ​ລາວ​ຄາດ​ຫວັງ​ວ່າ​ຈະ​ມີ​ລາຍ​ຮັບ​ຈາກ​ການ​ອະ​ນຸ​ມັດ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຄິດ​ເປັນ​ມູນ​ຄ່າ​ກວ່າ 1,000 ລ້ານ​ໂດ​ລາ​ສຳ​ລັບ​ນຳ​ໃຊ້​ໃນ​ການ​ຊຳ​ລະ​ໜີ້​ຕ່າງ​ປະ​ເທດ​ຂອງ​ລັດ​ຖ​ະ​ບານ​ລາວ​ໃນ​ປີ 2025 ໂດຍ​ໃນ​ໄລ​ຍະ​ຜ່ານ​ມາ​ລັດ​ຖະ​ບານ​ລາວ​ກໍ​ໄດ້​ທົດ​ລອງ​ອະ​ນຸ​ຍາດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ແບບນ​ຮີບ​ດ່ວນ​ກັບ 50 ບໍ​ລິ​ສັດ​ຈາກ​ຈີນ ແລະ ຢູ່​ໃນ​ຂັ້ນ​ກະ​ກຽມ​ເຊັນ​ສັນ​ຍາ 7 ບໍ​ລິ​ສັດ​ຊຶ່ງ​ສາ​ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ຂອງ​ລັດ​ໄດ້​ໃນ​ມູນ​ຄ່າ​ລວມ 100 ລ້ານ​ໂດ​ລາ ໂດຍ 9 ບໍ​ລິ​ສັດ​ໄດ້​ສົ່ງ​ແຮ່​ແຫຼັກ 515,000 ໂຕນ​ໄປ​ຈີນ ແລະ ຍັງ​ຈະ​ສົ່ງ​ເພີ່ມ​ອີກກວ່າ 250,000 ໂຕນ​ພາຍ​ໃນ​ທ້າຍ​ປີນີ້ ຈຶ່ງ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ມີ​ລາຍ​ຮັບຫຼາຍ​ຂຶ້ນ​ຕາມ​ແຜນ​ການ​ທີ່​ໄດ້​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ​ແລ້ວ​ນັ້ນ ດັ່ງ​ທີ່​ທ່ານ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພ​ະ​ລັງ​ງານ ແລະ ບໍ່​ແຮ່​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ລາຍ​ຮັບ​ນີ້​ເຫັນ​ວ່າ​ມີຫຼາຍ​ສົມ​ຄວນ ຄັ່ນ​ໄລ່​ເປັນ​ເງິນ​ໂດ​ລານີ້​ກະ​ຢູ່​ປະ​ມານ 50 ລ້ານ​ປາຍກວ່າ​ໂດ​ລາ ແລະ ເປັນ​ເງິນ​ກີບນີ້​ປະ​ມານ 300 ກວ່າ​ຕື້​ເນາະ ຄັ່ນ​ບວກ​ກັນ​ກະ​ປະ​ມານ 100 ລ້ານ​ໂດ​ລາ​ໃນ​ໄລ​ຍະ​ປີ​ນຶ່ງ ແລ້ວ​ກະ​ສິ​ເຫັນ​ວ່າ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ກະ​ມີ​ລັກ​ສະ​ນະ​ວ່າບໍ່​ສາ​ມາດ​ຂຸດ​ຄົ້ນ​ໄດ້​ເລີຍ​ເນາະ​ກະ​ຕ້ອງ​ລົງ​ໄປ​ລົງ​ມື​ກະ​ກຽມ​ຊອກ​ຫາ​ເສັ້ນ​ທາງ​ຊອກ​ຫາ​ຕະຫຼາດ ດັ່ງ​ນັ້ນ​ກະ​ສິ​ເຫັນ​ວ່າ​ລາຍ​ຮັບ​ນີ້ບໍ່​ທັນ​ໄດ້​ຕາມ​ເປົ້າ​ໝາຍ​ເທື່ອ ແຕ່​ວ່າ​ປີນີ້​ປີ 2022 ຄາດ​ໝາຍ​ກະ​ສິ​ໃຫ້​ມັນ​ໄດ້​ຕາມ​ມະ​ຕິ​ສະ​ພາ​ໄດ້​ກຳ​ນົດ​ໄວ້​ຫັ້ນ​ລະ​ທີ່​ວ່າ​ທາງ​ລັດ​ຖະ​ບານ​ໄດ້​ສະ​ເໜີ​ຫັ້ນ.”

ທາງ​ດ້ານ​ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນຖະ​ແຫຼງວ່າ​ລັດ​ຖະ​ບານ​ໄດ້​ຮັບ​ສ່ວນ​ແບ່ງ​ລາຍ​ຮັບ ແລະ ຜົນ​ປະ​ໂຫຍດ​ພຽງ​ສ່ວນ​ນ້ອຍ​ຈາກ​ການ​ອະ​ນຸ​ມັດ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່ບໍ່​ມີ​ປະ​ສິດ​ທິ​ພາບ​ຂອງ​ພະ​ນັກ​ງ​ານ​ລັດ​ທີ່​ເຫັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ສຳ​ຄັນ​ຈຶ່ງ​ມີ​ການ​ປະ​ເມີນ​ລາຍ​ຮັບ ແລະ ຜົນ​ຕອບ​ແທນ​ໃຫ້​ແກ່​ລັດ​ຖະ​ບານ​ໃນ​ລະ​ດັບ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ອະ​ນຸ​ມັດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ 82 ໂຄງ​ການ ແລະ 66 ກິດ​ຈະ​ການທີ່ໄດ້​ສົ່ງ​ອອກ​ແຮ່​ທາດ​ໄປ​ຕ່າງ​ປະ​ເທດ​ແລ້ວ​ນັ້ນ ແຕ່​ກໍ​ປາ​ກົດ​ວ່າ​ລັດ​ຖະ​ບານ​ລາວ​ໄດ້​ຜົນ​ຕອບ​ແທນບໍ່​ເກີນ 100 ລ້ານ​ໂດ​ລາ​ເທົ່າ​ນັ້ນ​ໃນ​ປີ 2021 ທີ່​ຜ່ານ​ມາ ດັ່ງ​ທີ່​ທ່ານ ບຸນ​ໂຈມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່​ນີ້​ສິ່ງ​ສຳ​ຄັນ​ພວກ​ເຮົາ​ເກັບ​ລາຍ​ຮັບ​ບໍ່​ໄດ້​ໃນ​ຜ່ານ​ມານີ້​ແມ່ນ​ຢູ່​ໃນ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃນ​ຂົງ​ເຂດບໍ່​ແຮ່​ໃນ​ຂົງ​ເຂດ​ອັນ​ນີ້​ພວກ​ເຮົາ​ເກັບ​ລາຍ​ຮັບ​ບໍ່​ໄດ້​ພວກ​ເຮົາ​ຮົ່ວ​ໄຫຼຫຼາຍ ນອກ​ຈາກ​ເຂົາ​ຕົວະ​ປະ​ລິ​ມານ​ແລ້ວ ຕົວະ​ຄຸນ​ນະ​ພາບ​ແລ້ວ​ຍັງ​ຕົວະ​ລາ​ຄາ​ອີກ ເຮັດ​ໃຫ້​ພວກ​ເຮົາ​ນີ້​ເກັບ​ບໍ່​ໄດ້​ເລີຍ ເຮົາ​ເກັບ​ໄດ້​ຈາກ​ການ​ຂຸດ​ຄົ້ນ-ສົ່ງ​ອອກ​ແຮ່​ທາດ​ທັງ​ໝົດ​ເຮົາ​ໄດ້​ປີ​ນຶ່ງບໍ່​ຮອດ 100 ລ້ານ​ໂດ​ລາ ຫຼື​ວ່າ 1,000 ຕື້​ກີບ​ເທົ່າ​ນັ້ນ ທັງ​ຄ່າ​ຊັບ​ພະ​ຍາ​ກອນ​ທັງ​ຄ່າ​ພາກຫຼວງ ທັງ​ຄ່າ​ອາ​ກອນ​ຕ່າງໆ ຖ້າ​ທຽບ​ໃສ່​ທ່າ​ແຮງ​ທີ່​ເຮົາ​ມີ​ຢູ່ນີ້​ເຮົາ​ເກັບ​ບໍ່​ທັນ​ໄດ້ ດັ່ງ​ນັ້​ນ​ລັດ​ຖະ​ບານ​ຈະ​ໄດ້​ຄົ້ນ​ຄວ້າ​ເຮັດ​ການ​ທົດ​ລອງ​ສົ່ງ​ອອກ​ແຮ່​ເຫຼັກ​ເພື່ອ​ທົດ​ລອງ​ເບິ່ງ ຫຼັງ​ຈາກ​ທ້າຍ​ປີ 2023 ສະຫຼຸບຖອດ​ຖອນ​ບົດ​ຮຽນ​ແລ້ວ​ຈຶ່ງ​ມາ​ປັບ​ປຸງ​ກົດ​ໝາຍ. ພວກ​ເຮົາ​ກໍ​ໄດ້​ຄົ້ນ​ຄວ້າ​ກ່ຽວ​ກັບ​ພາ​ສີ​ຂາ​ອອກ​ສຳ​ລັບ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ.”

ປັດ​ຈຸ​ບັນ​ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ 319 ກິດ​ຈະ​ການ​ໃຫ້​ກັບ 214 ບໍ​ລິ​ສັດ​ຕ່າງ​ຊາດ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ມີ​ລາຍ​ຮັບ​ຈາກ​ຄ່າ​ພັນ​ທະ​ຕ່າງໆ​ກວ່າ 1,000 ລ້ານ​ໂດ​ລາ​ໃນ​ຊ່ວງ​ປີ 2016-2021.

XS
SM
MD
LG