ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນ ພາກັນເຂົ້າມາລົງທຶນ ໃນທຸລະກິດ ບໍລິການແລະທ່ອງທ່ຽວ ຫຼາຍຂຶ້ນນັບມື້


ບັນດາຊົນເຜົ່າຕ່າງໆໃນແຂວງໄຊຍະບູລີ ຈັດງານບຸນ ສະເຫຼີມສະຫຼອງ ປີທ່ອງທ່ຽວລາວ 2018 ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມ ວັດທະນະທຳ ແລະທຳມະຊາດ ຢູ່ໃນລາວ.
ບັນດາຊົນເຜົ່າຕ່າງໆໃນແຂວງໄຊຍະບູລີ ຈັດງານບຸນ ສະເຫຼີມສະຫຼອງ ປີທ່ອງທ່ຽວລາວ 2018 ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມ ວັດທະນະທຳ ແລະທຳມະຊາດ ຢູ່ໃນລາວ.

ບັນດາບໍລິສັດເອກກະຊົນຈີນ ພາກັນເຂົ້າມາລົງທຶນໃນພາກທຸລະກິດບໍລິການ ແລະ
ທ່ອງທ່ຽວໃນແຂວງໄຊຍະບູລີ ເພີ່ມຂຶ້ນນັບມື້ ຊຶ່ງເຮັດໃຫ້ຜົນປະໂຫຍດສ່ວນໃຫຍ່ ຈາກ
ການທ່ອງທ່ຽວ ຕົກເປັນຂອງນັກທຸລະກິດຈີນ.

ທ່ານນາງບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ຢືນຢັນວ່າ ທຸລະກິດບໍລິການ ແລະທ່ອງທ່ຽວ ໃນແຂວງໄຊຍະບູລີ ມີທ່າອຽງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍ
ໃນປີ 2017 ຜ່ານມາ ກໍປາກົດວ່າ ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງມາໃນແຂວງ
ໄຊຍະບູລີ ຫຼາຍກວ່າ 150,000 ຄົນ ເຮັດໃຫ້ພາກທຸລະກິດບໍລິການແລະທ່ອງທ່ຽວ ໃນ
ແຂວງໄຊຍະບູລີ ມີລາຍຮັບລວມເກີນກວ່າ 6 ລ້ານ 5 ແສນໂດລາ ສ່ວນໃນປີ 2018 ຊຶ່ງ
ເປັນປີທ່ອງທ່ຽວລາວດ້ວຍນັ້ນ ກໍຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນ
ທາງເຂົ້າມາ ໃນແຂວງໄຊຍະບູລີ ຫຼາຍກວ່າ 300,000 ຄົນ ອັນຈະເຮັດໃຫ້ພາກບໍລິການ
ແລະທ່ອງທ່ຽວ ມີລາຍຮັບເກີນກວ່າ 18 ລ້ານໂດລາ ທັງຍັງເປັນປັດໄຈດຶງດູດການລົງທຶນ
ຈາກຕ່າງປະເທດ ໄດ້ເພີ່ມຂຶ້ນດ້ວຍ ໂດຍສະເພາະແມ່ນການລົງທຶນຈາກຈີນນັ້ນ ຖືເປັນ
ພາກສ່ວນທີ່ເຂົ້າມາລົງທຶນດ້ານການທ່ອງທ່ຽວ ໃນແຂວງໄຊຍະບູລີ ຫຼາຍທີ່ສຸດ ດັ່ງທີ່
ທ່ານນາງ ບຸນພັກ ໄດ້ໃຫ້ການຢືນຢັນວ່າ:

“ສຳລັບແຂວງໄຊຍະບູລີ ກໍໄດ້ຊຸກຍູ້ໃຫ້ບັນດາເມືອງ ພັດທະນາແຫລ່ງທ່ອງທ່ຽວ ກໍຄື
ບັນດາເມືອງຕ່າງໆ ໃນ 11 ເມືອງ ໃນທົ່ວແຂວງ ສຳລັບທ່າແຮງການທ່ອງທ່ຽວນັ້ນ
ເຫັນວ່າມີແຫລ່ງທ່ອງທ່ຽວ 100 ກວ່າແຫ່ງ ແຕ່ວ່າພວກເຮົາ ໄດ້ຂຶ້ນທະບຽນແລ້ວ 45
ແຫ່ງ ປັດຈຸບັນນີ້ ມີກຸ່ມບໍລິສັດລົງທຶນການທ່ອງທ່ຽວຢູນໜານ ໄດ້ມາລົງທຶນວຽກງານ
ທ່ອງທ່ຽວຢູ່ແຂວງໄຊຍະບູລີ ຊຶ່ງໄດ້ກາຍເປັນການເປີດສາກ ໃຫ້ແກ່ວຽກງານ ການ
ທ່ອງທ່ຽວທາງດ້ານວັດທະນະທຳ ທາງດ້ານທຳມະຊາດ ແລະປະວັດສາດ ຢູ່ແຂວງ
ໄຊຍະບູລີ.”

ນັກທ່ອງທ່ຽວຊາວຈີນ ກຳລັງກຽມຈະມາຢ້ຽມຢາມລາວ ແລະກໍຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວ ຕ່າງປະເທດ ເດີນທາງເຂົ້າມາ ໃນແຂວງໄຊຍະບູລີ ຫຼາຍກວ່າ 300,000 ຄົນ.
ນັກທ່ອງທ່ຽວຊາວຈີນ ກຳລັງກຽມຈະມາຢ້ຽມຢາມລາວ ແລະກໍຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວ ຕ່າງປະເທດ ເດີນທາງເຂົ້າມາ ໃນແຂວງໄຊຍະບູລີ ຫຼາຍກວ່າ 300,000 ຄົນ.

ປັດຈຸບັນ ແຂວງໄຊຍະບູລີ ມີໂຮງແຮມ 7 ແຫ່ງ ເຮືອນພັກ 167 ແຫ່ງ ຣີສອດຕ໌ 7 ແຫ່ງ
ສາມາດຮອງຮັບນັກທ່ອງທ່ຽວໄດ້ ເກືອບ 3,000 ຄົນ ໃນແຕ່ລະວັນ ມີຮ້ານອາຫານ 57
ແຫ່ງ ຮ້ານກິນ-ດື່ມ 36 ແຫ່ງ ສະຖານບັນເທີງ 19 ແຫ່ງ ສ່ວນແຫລ່ງທ່ອງທ່ຽວທີ່ຂຶ້ນ
ທະບຽນແລ້ວ 45 ແຫ່ງນັ້ນ ກໍແບ່ງເປັນແຫລ່ງທ່ອງທ່ຽວທຳມະຊາດ 29 ແຫ່ງ ສ່ວນທີ່
ເຫຼືອ ກໍເປັນແຫລ່ງທ່ອງທ່ຽວທາງປະວັດສາດ ແລະວັດທະນະທຳ ໂດຍມີບໍລິສັດທ່ອງ
ທ່ຽວ 7 ລາຍ ແລະເທດສະການທີ່ນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນ
ແຂວງ ໄຊຍະບູລີ ຫຼາຍທີ່ສຸດ ກໍຄືງານບຸນຊ້າງທີ່ຈັດຂຶ້ນເປັນປະຈຳ ໃນເດືອນກຸມພາ
ຂອງທຸກປີ ນັບແຕ່ປີ 2012 ເປັນຕົ້ນມາ ໂດຍໃນປີ 2018 ກໍປາກົດວ່າ ມີຄົນລາວ ແລະ
ຊາວຕ່າງຊາດກວ່າ 300,000 ຄົນ ທີ່ໄດ້ເຂົ້າຮ່ວມໃນງານ.

ເທດສະການທີ່ນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນ ແຂວງໄຊຍະບູລີ ຫຼາຍທີ່ສຸດ ກໍຄືງານບຸນແຫ່ຊ້າງ ທີ່ຈັດຂຶ້ນເປັນປະຈຳ ໃນເດືອນກຸມພາ ຂອງທຸກປີ ນັບແຕ່ປີ 2012 ເປັນຕົ້ນມາ.
ເທດສະການທີ່ນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນ ແຂວງໄຊຍະບູລີ ຫຼາຍທີ່ສຸດ ກໍຄືງານບຸນແຫ່ຊ້າງ ທີ່ຈັດຂຶ້ນເປັນປະຈຳ ໃນເດືອນກຸມພາ ຂອງທຸກປີ ນັບແຕ່ປີ 2012 ເປັນຕົ້ນມາ.

ສ່ວນທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະ
ນະທຳ ແລະທ່ອງທ່ຽວ ກໍຍອມຮັບວ່າ ພາກສ່ວນທີ່ໄດ້ຮັບຜົນປະໂຫຍດ ຈາກບັນດາ
ນັກທ່ອງທ່ຽວຈີນ ທີ່ເດີນທາງມາລາວເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນ ກໍຄືບັນດານັກທຸລະກິດຈີນ
ທີ່ລົງທຶນ ໃນພາກທຸລະກິດບໍລິການແລະທ່ອງທ່ຽວ ຢ່າງຄົບວົງຈອນໃນລາວ ຈຶ່ງເຮັດໃຫ້
ນັກທຸລະກິດຈີນເຫຼົ່ານີ້ ໄດ້ຮັບຜົນປະໂຫຍດສ່ວນຫຼາຍ ໃນຖານະທີ່ເປັນເຈົ້າຂອງກິດຈະ
ການໂຮງແຮມ ຮ້ານອາຫານ ແລະທຸລະກິດບັນເທີງ ທັງຍັງເປັນເຈົ້າຂອງ ບໍລິສັດທ່ອງ
ທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຈີນ 572,000 ກວ່າຄົນ ເຂົ້າມາໃນລາວດ້ວຍຕົນເອງ
ໃນປີ 2017 ທີ່ຜ່ານມາອີກດ້ວຍ.

ທັງນີ້ ພິທີເປີດປີການທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ
ວັນທີ 28 ຕຸລາ 2017 ຜ່ານມາ ໂດຍມີທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນ
ປະທານໃນພິທີ ທີ່ຈັດຂຶ້ນໃນໂອກາດດຽວກັນກັບງານບຸນນະມັດສະການພະທາດຫລວງ
ປະຈຳປີ 2017 ແລະໃນພິທີການຄັ້ງນີ້ ກໍໄດ້ມີການເຊີນສື່ມວນຊົນ ແລະແຂກຈາກ
ປະເທດສະມາຊິກ ກຸ່ມອາຊຽນ ແລະພູມິພາກອື່ນໆ ຈາກທົ່ວໂລກເຂົ້າຮ່ວມດ້ວຍ.

ໂດຍລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ
ໃຫ້ໄດ້ເຖິງ 5 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກທຸລະກິດບໍລິການໃນລາວ ມີລາຍຮັບເກີນ
ກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ ແລະງານບຸນ
ປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນການຈັດຄາລາວານລົດທ່ອງທ່ຽວ ແຕ່
ເໜືອຮອດໃຕ້ ບຸນມະໂຫລານການສະແດງສິນລະປະ ວັດທະນະທຳ ພື້ນເມືອງຂອງ
ບັນດາເຜົ່າຕ່າງໆ ການແຂ່ງລົດວິບາກ ການປີນໜ້າຜາ ການຈັດງານວັນລາວໃນຕ່າງ
ປະເທດ ເຊັ່ນ ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ແລະອັງກິດ ເປັນຕົ້ນ.

ທັງດ້ານ ສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບຈາກ
ການທ່ອງທ່ຽວໃນລາວ ຍັງມີອັດຕາສະເລ່ຍທີ່ຕ່ຳກວ່າ ປະເທດສະມາຊິກໃນອາຊຽນ
ດ້ວຍກັນ ຊຶ່ງລາຍຮັບຈາກການທ່ອງທ່ຽວທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດ
ຕະພັນລວມພາຍໃນ (GDP) ແຕ່ວ່າລາຍຮັບຂອງລາວ ຄິດເປັນພຽງ 7 ເປີເຊັນ ໂດຍ
ໃນປີ 2017 ຊາວຕ່າງຊາດຍັງໄດ້ເດີນທາງເຂົ້າມາລາວ ເຖິງ 12 ເປີເຊັນ ທຽບໃສ່ປີ
2016 ຊຶ່ງເຮັດໃຫ້ລາຍຮັບໃນພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວ ຫລຸດລົງ
ຈາກ 725 ລ້ານໂດລາ ໃນປີ 2016 ມາເປັນ 640 ລ້ານໂດລາ ໃນປີ 2017 ທີ່ຜ່ານມາ
ອີກດ້ວຍ.

XS
SM
MD
LG