ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາບໍລິສັດ ຈີນ ຄາດວ່າ ໂຮງກັ່ນນ້ຳມັນ ແຫ່ງທຳອິດ ໃນ ລາວ ຈະສ້າງແລ້ວ ສຳເລັດ ພາຍໃນປີ 2017


ປະຊາຊົນ ລຽນຄິວຕື່ມນ້ຳມັນລົດ ທີ່ປ້ຳນ້ຳມັນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.
ປະຊາຊົນ ລຽນຄິວຕື່ມນ້ຳມັນລົດ ທີ່ປ້ຳນ້ຳມັນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.

ບໍລິສັດ ຈີນ ຄາດວ່າໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ ຈະສ້າງ ສຳເລັດ ແລະ ເລີ່ມກັ່ນນ້ຳ ມັນໄດ້ໃນຕົ້ນປີ 2017 ໂດຍການດຳ ເນີນງານໃນປະຈຸບັນໄດ້ຄືບໜ້າໄປແລ້ວ 30 ເປີເຊັນ ຂອງແຜນ ການທີ່ວາງໄວ້.

ທ່ານ ອຸດອນ ແຍງວັນນະວົງ ຫົວໜ້າຄະນະບໍລິຫານເຂດພັດທະນາກວມລວມໄຊເສດຖາ ຖະແຫຼງຢືນຢັນວ່າ ໂຄງການກໍ່ສ້າງໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ ທີ່ຕັ້ງຢູ່ໃນເຂດພັດ ທະນາກວມລວມໄຊເສດຖາໃນເຂດນະຄອນຫຼວງ ວຽງຈັນ ທີ່ລົງທຶນໂດຍບໍລິສັດ ອຸດສາຫະ ກຳ ຕົງຢຽນ-ຢຸໜານ ຈາກ ຈີນ ນັ້ນໄດ້ດຳເນີນການຄືບໜ້າໄປແລ້ວ 30 ເປີເຊັນຂອງແຜນ ການ ຈຶ່ງຄາດໝາຍໄດ້ວ່າການກໍ່ສ້າງຈະສຳເລັດ ແລະ ເລີ່ມກັນນ້ຳມັນແຕ່ຕົ້ນປີ 2017 ເປັນຕົ້ນໄປ.

ໂຮງກັ່ນນ້ຳມັນດັ່ງກ່າວນີ້ມີມູນຄ່າການກໍ່ສ້າງລວມ 179 ລ້ານໂດລາ ໂດຍຈະສາມາດກັ່ນນ້ຳ ມັນແອັດຊັງໄດ້ໃນປະລິມານ 230,000 ໂຕນ ນ້ຳມັນກາຊວນ 380,000 ໂຕນ ແລະ ແກ໊ສ ແຫຼວ 12,000 ໂຕນໃນແຕ່ລະປີ ໂດຍນ້ຳມັນແອັດຊັງ ແລະ ນ້ຳມັນກາຊວນນັ້ນຈະຂາຍໃຫ້ ບໍລິສັດນ້ຳມັນເຊື້ອໄຟລາວ ສ່ວນແກ໊ສແຫຼວນັ້ນຈະສົ່ງອອກໄປຂາຍໃຫ້ປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດ ໄທ.

ທ່ານ ອຸດອນ ບອກວ່າໃນປະຈຸບັນບໍລິສັດ ຈີນ ກຳລັງດຳເນີນການກໍ່ສ້າງຖັງບັນຈຸນ້ຳມັນ ໜ່ວຍທີ 12 ຈາກທັງໝົດ 16 ຖັງໂດຍແຕ່ລະຖັງສາມາດບັນຈຸນ້ຳມັນໄດ້ 5 ລ້ານລິດ ຫຼື ຄິດ ເປັນປະລິມານລວມທັງໝົດ 80 ລ້ານລິດຊຶ່ງພຽງພໍກັບຄວາມຕ້ອງການພາຍໃນປະເທດໃນ ລະດັບປະຈຸບັນ.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າການນຳເຂົ້ານ້ຳມັນຈາກ ຕ່າງປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນປີ 2014 ລາວ ໄດ້ນຳເຂົ້ານ້ຳມັນໃນປະລິມານ ລວມເຖິງ 960 ກວ່າລ້ານລິດ ໂດຍເພີ່ມຂຶ້ນຈາກປີ 2013 ໃນອັດຕາສະເລ່ຍຫຼາຍກວ່າ 5 ເປີ ເຊັນ ແລະ ດ້ວຍສະພາບການທີ່ມີການລົງທຶນຈາກຕ່າງປະເທດໃນ ລາວ ເພີ່ມຂຶ້ນນັບມື້ກໍເຮັດ ໃຫ້ຄາດໝາຍວ່າໃນປີ 2015 ການນຳເຂົ້ານ້ຳມັນຂອງ ລາວ ຈະເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ 1,270 ລ້ານລິດໂດຍເພີ່ມຂຶ້ນຫຼາຍກວ່າ 32 ເປີເຊັນທຽບໃສ່ປີ 2014 ທີ່ຜ່ານມາ.

ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ເຂົ້າຮ່ວມໃນພິທີເປີດການກໍ່ສ້າງ ໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ
ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ເຂົ້າຮ່ວມໃນພິທີເປີດການກໍ່ສ້າງ ໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກົມພາສີ ກະຊວງການເງິນໄດ້ຢືນຢັນ ວ່າ ການນຳເຂົ້ານ້ຳມັນ ເຊື່ອໄຟເພີ່ມຂຶ້ນດັ່ງກ່າວຍັງຈະເຮັດໃຫ້ລັດ ຖະບານ ລາວ ຕ້ອງສູນເສຍລາຍຮັບ ຈາກພາສີອາກອນເພີ່ມຂຶ້ນ ອີກດ້ວຍ ເນື່ອງຈາກວ່າລັດຖະບານ ລາວ ໄດ້ຍົກເວັ້ນການເກັບພາ ສີອາ ກອນການນຳເຂົ້າສິນຄ້າ ໃຫ້ແກ່ບັນດາບໍລິສັດຕ່າງໆຊາດ ທີ່ລົງ ທຶນຢູ່ໃນ ລາວ ໃນຫຼາຍລາຍ ການທີ່ລວມເຖິງນ້ຳມັນດ້ວຍ.

ຍິ່ງໄປກວ່ານັ້ນ ການຍົກເວັ້ນພາສີອາກອນດັ່ງກ່າວຍັງໄດ້ສົ່ງຜົນກະ ທົບຕໍ່ລະບົບການຄ້າຢູ່ ພາຍໃນ ລາວ ຢ່າງກ້ວາງຂວາງອີກດ້ວຍ ເພາະການຍົກເວັ້ນພາສີອາກອນ ໃຫ້ແກ່ການນຳເຂົ້ານ້ຳມັນນັ້ນ ກາຍ ເປັນຊ່ອງທາງເຮັດໃຫ້ບໍລິສັດຕ່າງຊາດຈຳນວນໜຶ່ງໄດ້ກັນນຳເຂົ້ານ້ຳມັນເຊື້ອໄຟເກີນ ຄວາມຕ້ອງການທີ່ເປັນຈິງ ແລ້ວລັກລອບຈຳໜ່າຍໃຫ້ແກ່ບັນດາຜູ້ຄ້ານ້ຳມັນ ລາຍຍ່ອຍດັ່ງທີ່ ເຈົ້າໜ້າທີ່ ລາວ ຢຶນຢັນວ່າ

“ໃນເມື່ອວ່ານ້ຳມັນດັ່ງກ່າວນີ້ເອົາໄປລົງປ້ຳແລ້ວມັນກະສ້າງຄວາມວຸ້ນວາຍໃຫ້ ຕະຫຼາດ ນ້ຳມັນຂອງພວກເຮົາ ເພາະວ່າບໍລິສັດທີ່ເຮັດຖືກຕ້ອງແລ້ວເອົານ້ຳມັນ ໄປສົ່ງ ໃຫ້ປ້ຳ ຫັ້ນ ຖືວ່າປ້ຳຫັ້ນກະຈະໄດ້ກຳໄລລິດໜຶ່ງ 150 ກີບ ນ້ຳມັນໂຄງການນ້ຳ ມັນຍົກເວັ້ນພາສີ ເພີ່ນ ເອົາໄປລົງໃຫ້ປ້ຳນີ້ເພີ່ນກໍໄດ້ກຳໄລພໍ່ຄ້າຜູ້ບໍລິການປ້ຳຫັ້ນ ລິດໜຶ່ງ 400 ຫາ​ 500 ຮອດ 1,100 ຫາ 1,200 ກີບຕໍ່ລິດ.“

ໂດຍໄລຍະ 9 ເດືອນຕົ້ນປີ 2015 ນີ້ກໍປະກົດວ່າບັນດາບໍລິສັດຕ່າງຊາດທີ່ລົງທຶນ ຢູ່ໃນ ລາວ ໄດ້ນຳເຂົ້ານ້ຳມັນແລ້ວຄິດເປັນປະລິມານລວມຫຼາຍກວ່າ 225 ລ້ານລິດ ແລະ ຄາດວ່າຈະມີ ການນຳເຂົ້ານ້ຳມັນລວມການຫຼາຍກວ່າ 300 ລ້ານລິດໃນຕະ ຫຼອດປີ 2015 ນີ້ ແລະ ຖ້າຫາກ ວ່າເຈົ້າໜ້າທີ່ພາສີຂອງລັດຖະບານ ລາວ ປະຕິບັດໜ້າທີ່ໃນການກວດກາຢ່າງບໍ່ມີປະສິດທິ ພາບດ້ວຍແລ້ວ ຍັງຈະເປີດໂອກາດ ໃຫ້ມີການລັດລອບນຳເຂົ້ານ້ຳມັນຫຼາຍກວ່າລະດັບຄວາມ ຕ້ອງການທີ່ເປັນຈິງ ເພີ່ມຂຶ້ນອີກຢ່າງແນ່ນອນ.

XS
SM
MD
LG