ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ ຈີນ ລົງ​ທຶນ​ພັດ​ທະ​ນາ​ຟາມ​ລ້ຽງ​ງົວ​ໃນ​ລາວ ດ້ວຍ​ເປົ້າ​ໝາຍ​ຈະ​ສົ່ງ​ງົວ​ໄປ​ຈີນ​ ໃຫ້​ໄດ້ 5 ແສນ​ຕົວ​ຕໍ່​ປີ


ງົວ ທີ່ລ້ຽງຢູ່ໃນຟາມແຫ່ງນຶ່ງໃນ ສ.ປ.ປ ລາວ ເພື່ອສົ່ງອອກ.
ງົວ ທີ່ລ້ຽງຢູ່ໃນຟາມແຫ່ງນຶ່ງໃນ ສ.ປ.ປ ລາວ ເພື່ອສົ່ງອອກ.

ບໍ​ລິ​ສັດ ຈີນ ລົງ​ທຶນ​ພັດ​ທະ​ນາ​ຟາມ​ລ້ຽງ​ງົວ​ໃນ​ລາວ ດ້ວຍ​ເປົ້າ​ໝາຍ​ຈະ​ສົ່ງ​ງົວ​ໄປ​ຈີນ​ໃຫ້​ໄດ້ 5 ແສນ​ຕົວ​ຕໍ່​ປີ ໃນ​ຂະ​ນະ​ທີ່​ຊາວ​ກະ​ສິ​ກອນ​ລາວ ຍັງ​ມີ​ຄວາມ​ສາ​ມາດ​ຈະ​ສົ່ງ​ງົວ​ໄປ​ຈີນ​ພຽງ​ແຕ່ 1 ໝື່ນ​ຕົວ​ຕໍ່​ປີ.

ກົມ​ໃຫຍ່​ພະ​ລາ​ທິ​ການກອງ​ທັບ​ປະ​ຊາ​ຊົນ ລາວ ໄດ້​ລົງ​ນາມ​ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ຮ່ວມ​ກັບ​ບໍ​ລິ​ສັດ​ຮ່ວມ​ທຶນ​ກະ​ສິ​ກຳ​ຄົບ​ວົງ​ຈອນ​ຈຳ​ກັດ ແລະ ບໍ​ລິ​ສັດ​ຮຸ້ຍ​ຝູ ເທັກ​ໂນ​ໂລ​ຈີ​ຊີ​ວະ​ພາບ​ຈຳ​ກັດ​ຈາກ​ຈີນ ເມື່ອບໍ່​ນານ​ມານີ້​ເພື່ອ​ເປັນ​ຫຸ້ນ​ສ່ວນ​ກັນ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ອຸດ​ສາ​ຫະ​ກຳ​ສົ່ງ​ອອກ​ຊີ້ນ​ງົວ​ຈາກ​ລາວ​ໄປ​ຈີນ​ໃຫ້​ໄດ້​ຈາມ​ໂຄ​ຕ້າ​ທີ່​ລັດ​ຖະ​ບານ ຈີນ ຕົກ​ລົງ​ຈະ​ຮັບ​ຊື້​ຈາກ​ລາວ​ປີລະ 5 ແສນ​ຕົວ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ຫາກ​ແຕ່​ວ່າ​ຊາວ​ກະ​ສິ​ກອນ​ລາວ​ກໍ​ຍັງ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ນອກ​ຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາກ​ໄວ​ຣັ​ສ​ໂຄວິດ-19 ​ແລະ ການ​ລະ​ບາດ​ພະ​ຍາດ​ຜິວ​ໜັງອັກ​ເສບ​ຕິດ​ຕໍ່​ງົວ​ຄວາຍ​ໃນ​ປີ 2021 ແລ້ວ​ກໍ​ຍັງ​ເປັນ​ຍ້ອນ​ລະ​ບົບ​ການ​ລ້ຽງ​ງົວ-ຄວາຍ​ໃນ​ລາວ​ທີ່ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ຕ້ອງ​ການ​ຂອງ​ຈີນ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ມີ​ການ​ລົງ​ນາມ​ໃນ MOU ເພື່ອ​ໃຫ້​ບໍ​ລິ​ສັດ​ຮຸ້ຍ​ຝູ ເທັກ​ໂນ​ໂລ​ຈີ ຊີ​ວະ​ພາບ​ຈຳ​ກັດ​ເປັນ​ຜູ້​ຮັບ​ຜິດ​ຊອບ​ການ​ພັດ​ທະ​ນາ​ລະ​ບົບ​ອຸດ​ສາ​ຫະ​ກຳ​ສົ່ງ​ອອກ​ຊີ້ນ​ງົວ​ໃນ​ລາວ​ໃນ​ຄັ້ງ​ນີ້.

ທັງ​ນີ້​ການ​ລະ​ບາດ​ພະ​ຍາດ​ຜິວ​ໜັງ​ອັກ​ເສບ​ຕິດ​ຕໍ່​ງົວ-ຄວາຍ​ໃນ​ປີ 2021 ໄດ້​ສົ່ງ​ຜົນ​ກ​ະ​ທົບ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ລາວ​ສາ​ມາດ​ສົ່ງ​ງົວ​ໄປ​ຈີນ​ໄດ້​ພຽງ 2,013 ຕົວຫຼືບໍ່​ເຖິງ 5 ເປີ​ເຊັນ​ຂອງ​ແຜນ​ການ​ຍ້ອນ​ວ່າ​ທາງ​ກາ​ນ​ຈີນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການກວດ​ກາ​ສຸ​ຂະ​ພາບ​ງົວ-ຄວາຍ​ກ່ອນ​ທີ່​ຈະ​ນຳ​ເຂົ້າ​ຈາກ​ລາວ​ນັບ​ແຕ່​ເດືອນ​ມິ​ຖຸ​ນາ 2021 ຈົນ​ເຖິງ​ເດືອນ​ເມ​ສາ 2022 ຈຶ່ງ​ໄດ້​ເລີ່ມ​ຜ່ອນ​ຜັນ​ໃຫ້​ນຳ​ເຂົ້າ​ງົວ-ຄວາຍ​ຈາກ​ລາວ​ໄດ້​ອີກ​ເທື່ອ​ໃໝ່ ແຕ່​ວ່າ​ຊາວ​ກະ​ສິ​ກອນ​ລາວ​ກໍ​ມີ​ງົວ-ຄວາຍ​ພຽງ 1 ໝື່ນກວ່າ​ຕົວ​ຈາກ​ທັງ​ໝົດ 3 ໝື່ນກວ່າ​ຕົວ​ທີ່​ໄດ້​ມາດ​ຕະ​ຖານ​ຕາມ​ເງື່ອນ​ໄຂ​ທີ່​ທາງ​ການ​ຈີນ​ກຳ​ນົດ​ຍ້ອນ​ວ່າ​ຊາວ​ກະ​ສິ​ກອນ​ລາວ ຍັງ​ຂາດ​ທັງ​ຄວາມ​ຮູ້ ແລະ ເທັກ​ນິກ​ທັນ​ສະ​ໄໝ​ໃນ​ການ​ລ້ຽງ​ສັດ ລວມ​ເຖິງ​ການບໍ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ລັບ​ຮັບ​ຮອງ​ຜົນ​ຜະ​ລິດ​ຂອງ​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ຊົນ​ນະ​ບົດ​ດ້ວຍ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ກະ​ສິ​ກຳ-ປ່າ​ໄມ້​ຢືນ​ຢັນ​ວ່າ

“ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບ​ຮົບ​ການ​ເມືອງ-ແນວ​ຄິດ​ຢູ່​ບາງ​ຂົງ​ເຂດ​ວຽກ​ງານ​ຈຳ​ນວນ​ນຶ່ງ​ຍັງ​ບໍ່​ທັນ​ແຂງ​ແຮງ​ເທົ່າ​ທີ່​ຄວນ ພື້ນ​ຖານ​ທາງ​ດ້ານ​ເສດ​ຖະ​ກິດ​ກໍ​ຍັງ​ບໍ່​ທັນ​ໜັກ​ແໜ້ນ ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຫັນ​ປ່ຽນ​ກໍ​ຍັງ​ຊັກ​ຊ້າ, ການ​ຂຸດ​ຄົ້ນ ແລະ ນຳ​ໃຊ້​ທ່າ​ແຮງ​ບົ່ມ​ຊ້ອນ ຍັງ​ເຮັດ​ໄດ້​ໜ້ອຍ, ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ກໍ​ຍັງ​ອາ​ໄສ​ທຳ​ມະ​ຊາດ​ເພິ່ງ​ທຳ​ມະ​ຊາດ ແລະ ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ເພື່ອ​ສົ່ງ​ເສີມ-ດຶງ​ດູດ​ການ​ລົງ​ທຶນ​ກໍ​ບໍ່​ທັນ​ມີ​ຄວາມ​ພ້ອມ.”

ໃນ​ປັດ​ຈຸ​ບັນ​ລາວ​ມີ​ລ້ຽງ​ງົວ-ຄວາຍ​ທີ່​ໄດ້​ມາດ​ຕະ​ຖານ​ພຽງ​ແຕ່ 290 ແຫ່ງ​ທີ່​ມີ​ງົວ 45,000 ກວ່າ​ຕົວ ແລະ ຄວາຍ 7,000 ກວ່າ​ຕົວ​ເທົ່າ​ນັ້ນ ໃນ​ນີ້​ລວມ​ເຖິງ​ຟາມ​ລ້ຽງ​ງົວ​ຢູ່​ໃນ​ແຂວງ​ຊຽງ​ຂວາງ​ທີ່​ເປັນ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ເອ​ກະ​ຊົນ​ຈາກ ຍີ່​ປຸ່ນ ຊຶ່ງ​ຖື​ເປັນ​ຟາມ​ທີ່​ມີ​ລະ​ບົບ​ການ​ລ້ຽງ​ສັດ​ທີ່​ໄດ້​ມາດ​ຕະ​ຖານ​ທີ່​ສຸດ​ໃນ​ລາວ ແຕ່​ກໍ​ຍັງ​ເປັນ​ຟາມ​ທີ່​ມີ​ງົວ​ພຽງ 2,000 ກວ່າ​ຕົວ ແລະ ກຳ​ລັງ​ທົດ​ລອງ​ນຳ​ງົວ​ຈາກ ສະ​ຫະ​ລັດ ອາ​ເມ​ຣິ​ກາ ເຂົ້າ​ມາ​ລ້ຽງ​ໃນ​ປັດ​ຈຸ​ບັນ​ນີ້ ດັ່ງ​ທີ່​ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າ​ແຂວງ​ຊຽງ​ຂວາງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ພວກ​ເຮົາ​ກໍ​ໄດ້​ສົ່ງ​ເສີມ​ການ​ລ້ຽງ​ງົວ​ໂກ​ເບ​ຫັ້ນ​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຕ່າງ​ປະ​ເທດ 2,000 ກວ່າ​ຕົວ ແລະ ຢູ່​ໃນ​ນີ້​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ໃນ​ຟາມ​ຕົວ​ນີ້ ຊຶ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ດຽວນີ້​ໃກ້​ຈະ​ສຳ​ເລັດ​ແລ້ວ ມີ​ແຜນ​ນຳ​ງົວ​ນົມ​ເຂົ້າ​ມາ​ຜະ​ລິດ​ນົມ​ຂາຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ປະ​ເທດ 8,000 ກວ່າ​ຕົວ​ ໃກ້ໆ​ນີ້​ຈະ​ໄດ້​ນຳ​ເຂົ້າ​ຈາກ ສະ​ຫະ​ລັດ ອາ​ເມ​ຣິ​ກາ ເຂົ້າ​ມາ​ທົດ​ລອງ 1,222 ຕົວ​ທົດ​ລອງວ່າ​ມີ​ພູມ​ອາ​ກາດ​ຈາກ​ຕ່າງ​ປະ​ເທດ​ສາ​ມາດ​ລ້ຽງ​ໄດ້​ຕໍ່​ໄປ​ບໍ່ ມັນ​ສິ​ໃຫ້​ນົມ​ບໍ່ ອັນ​ນີ້​ສາ​ມາດ​ທົດ​ລອງ​ບາດ​ກ້າວ​ເບື້ອງ​ຕົ້ນຫຼື​ວ່າ​ຄັ້ງ​ທຳ​ອິດ​ໃນ 8,000 ກວ່າ​ຕົວ.”

ກະ​ຊວງ​ການ​ຄ້າ​ຂອງ ຈີນ ໄດ້​ສະ​ແດງ​ຄວາມ​ຕ້ອງ​ການ​ທີ່​ຈະ​ຮັບ​ຊື້​ງົວ​ຈາກ​ລາວ 5 ແສນ​ຕົວ​ຕໍ່​ປີ ເມື່ອ​ປີ 2019 ໂດຍ​ງົວ​ທີ່​ຈະ​ສົ່ງ​ໄປ​ຈີນ ຕ້ອງ​ມີ​ນ້ຳ​ໜັກ 350 ກະ​ໂລກ​ຣາມ​ຂຶ້ນ​ໄປ ອາ​ຍຸບໍ່​ເກີນ 4 ປີ​ໂດຍກອງ​ທັບ​ປະ​ຊາ​ຊົນ ລາວ ກັບ​ບໍ​ລິ​ສັດ​ສາງ​ຈຽງ​ການ​ລົງ​ທຶນ​ຈາກ​ຈີນ ໄດ້​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຶນ​ກະ​ສິ​ກຳ​ຄົບ​ງົວ​ຈອນ​ດ້ວຍ​ເງິນ​ລົງ​ທຶນ 300 ລ້ານ​ໂດ​ລາ​ເພື່ອ​ຜະ​ລິດ​ແລະ​ສົ່ງ​ງົວ​ໄປ​ຈີນ ປີ​ລະ 4 ແສນ​ຕົວ​ເປັນ​ເວ​ລາ 30 ປີ​ຕິດ​ຕໍ່​ກັນ.

XS
SM
MD
LG