ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມບໍລິສັດຈີນ ວາງແຜນກໍ່ສ້າງ ເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ໃຫ້ແລ້ວໃນປີ 2020


ເຂື່ອນໄຟຟ້າ ນ້ຳອູ 2 ໄດ້ດຳເນີນ ການກໍ່ສ້າງ ໃນລະຍະທີ 1 ຊຶ່ງເປັນການອວ່າຍນ້ຳ ແລະ ໄດ້ກໍ່ສ້າງເຂື່ອນສຳເລັດແລ້ວ ໃນທ້າຍປີ 2015.
ເຂື່ອນໄຟຟ້າ ນ້ຳອູ 2 ໄດ້ດຳເນີນ ການກໍ່ສ້າງ ໃນລະຍະທີ 1 ຊຶ່ງເປັນການອວ່າຍນ້ຳ ແລະ ໄດ້ກໍ່ສ້າງເຂື່ອນສຳເລັດແລ້ວ ໃນທ້າຍປີ 2015.

ກຸ່ມບໍລິສັດກໍ່ສ້າງພະລັງງານໄຟຟ້າຈາກຈີນ ວາງແຜນການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ໃຫ້ແລ້ວເສັດໃນປີ 2020 ໂດຍໃນປັດຈຸບັນ ກໍໄດ້ດຳເນີນການກໍ່ສ້າງສຳເລັດແລ້ວ 3 ໂຄງການ.

ທ່ານຕູ້ ຊຸນ ກົວະ ຜູ້ອຳນວຍການໃຫຍ່ ດ້ານການລົງທຶນຕ່າງປະເທດ ກຸ່ມບໍລິສັດກໍ່ສ້າງ ພະລັງງານໄຟຟ້າຈາກຈີນ ຖະແຫລງວ່າ ການລົງທຶນກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳອູ ໃນເຂດແຂວງຜົ້ງສາລີ ແລະ ຫຼວງພະບາງ ໄດ້ສຳເລັດການດຳເນີນງານ ໃນລະຍະທີ 1 ແລ້ວ ໃນທ້າຍປີ 2015 ກໍຄືໄດ້ກໍ່ສ້າງເຂື່ອນສຳເລັດ ໃນ 3 ໂຄງການປະກອບດ້ວຍ ໂຄງ ການເຂື່ອນນ້ຳອູ 2, 5 ແລະ 6 ໂດຍມີກຳລັງຕິດຕັ້ງລວມກັນ 540 ເມກາວັດ ທີ່ສາມາດ ຜະລິດກະແສໄຟຟ້າໄດ້ ໃນປະລິມານລວມ 2,187 ລ້ານກິໂລວັດ/ໂມງ ຕໍ່ປີ.

ສຳລັບການດຳເນີນງານ ໃນລະຍະທີ 2 ທີ່ປະກອບດ້ວຍ ໂຄງການເຂື່ອນນ້ຳອູ 1, 3, 4 ແລະ 7 ນັ້ນ ກໍໄດ້ເລີ້ມລົງມືກໍ່ສ້າງ ນັບຕັ້ງແຕ່ ວັນທີ 28 ເມສາ 2016 ເປັນຕົ້ນມາ ແລະ ຄາດໝາຍວ່າ ການກໍ່ສ້າງຈະແລ້ວເສັດສົມບູນພາຍໃນເດືອນສິງຫາ 2020 ຊຶ່ງຈະເຮັດ ໃຫ້ເຂື່ອນນ້ຳອູ ທັງ 7 ໂຄງການ ມີກຳລັງຕິດຕັ້ງລວມ 1,272 ເມກາວັດ ທີ່ສາມາດຜະລິດ ກະແສໄຟຟ້າ ເພື່ອຕອບສະໜອງ ການຊົມໃຊ້ໃນລາວເປັນຫລັກ.

ພິທີອວ່າຍນ້ຳ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອູ 5 ແລະ 6 ຂອງກຸ່ມບໍລິສັດກໍ່ສ້າງເຂື່ອນໄຟຟ້າຈາກຈີນ
ພິທີອວ່າຍນ້ຳ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອູ 5 ແລະ 6 ຂອງກຸ່ມບໍລິສັດກໍ່ສ້າງເຂື່ອນໄຟຟ້າຈາກຈີນ

ທາງດ້ານທ່ານສີສະຫວາດ ທີລະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຖະແຫລງວ່າ ການຊົມໃຊ້ພະລັງງານໄຟຟ້າ ໃນທົ່ວປະເທດລາວ ໃນປີ 2015 ທີ່ຜ່ານມາ ຢູ່ທີ່ລະດັບ 989 ເມກາວັດ ຊຶ່ງຄິດເປັນການເພີ້ມຂຶ້ນ ໃນອັດຕາສະເລ່ຍ 18-20 ເປີເຊັນ ໃນແຕ່ລະປີ ຊຶ່ງເຮັດໃຫ້ສາມາດຄາດການໄດ້ວ່າ ຄວາມຕ້ອງການຊົມໃຊ້ ພະລັງງານ ໄຟຟ້າໃນລາວ ຈະເພີ້ມຂຶ້ນເປັນ 7,093 ເມກະວັດ ພາຍໃນປີ 2030.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າ ດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງຜະລິດໄຟຟ້າ ດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳລັງຕິດຕັ້ງ ລວມ 6,265 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ 33,315 ລ້ານກິໂລວັດ/ໂມງ ຕໍ່ປີ ເພີ້ມຂຶ້ນເຖິງ 200 ເທົ່າຕົວ ທຽບໃສ່ປີ 1975.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້ານັ້ນ ໄດ້ໄປເຖິງປະຊາຊົນລາວແລ້ວ 1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງ ຍັງເຫຼືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຕາໜ່າງສາຍສົ່ງກະແສໄຟຟ້າ ໄປໃຫ້ເຖິງທັງໝົດ ພາຍໃນປີ 2020 ຕໍ່ໄປ.

ທ່ານສີສະຫວາດ ໄດ້ສະແດງຄວາມໝັ້ນໃຈວ່າ ຈະສາມາດຂະຫຍາຍຕາໜ່າງກະແສ ໄຟຟ້າໄປໃຫ້ປະຊາຊົນລາວ ໄດ້ຊົມໃຊ້ ຢ່າງທົ່ວເຖິງທັງ 100 ເປີເຊັນ ເຕັມພາຍໃນປີ 2020 ໄດ້ຢ່າງແນ່ນອນເນື່ອງຈາກວ່າ ລັດຖະບານລາວ ໄດ້ລົງນາມໃນບັນທຶກຄວາມ ເຂົ້າໃຈ ຮ່ວມກັບບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດ ກ່ຽວກັບການພັດທະນາ ແຫລ່ງພະລັງງານໄຟຟ້າໄປແລ້ວເຖິງ 357 ໂຄງການ ໃນທົ່ວປະເທດ ໂດຍມີກຳລັງຕິດຕັ້ງ ລວມ 26,147 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ເຖິງ 115,118 ລ້ານກິໂລວັດ/ ໂມງ ຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການລາວໄດ້ວາງເປົ້າໝາຍໄວ້ວ່າ ຈົນເຖິງ ທ້າຍປີ 2019 ຈະມີເຂື່ອນໄຟຟ້າທີ່ສ້າງແລ້ວເສັດ ເພີ້ມຂຶ້ນອີກ 45 ໂຄງການ ຊຶ່ງຈະເຮັດ ໃຫ້ລາວມີເຂື່ອນ ທີ່ຜະລິດໄຟຟ້າເຖິງ 80 ໂຄງການ ໂດຍມີກຳລັງຕິດຕັ້ງລວມ 10,000 ເມກາວັດ ແລະຄິດເປັນກຳລັງການຜະລິດ ກະແສໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດ/ ໂມງ ໃນປີ 2019.

ທັງນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າ ເພີ້ມຂຶ້ນຈາກ 6,265 ເມກາວັດ ໃນປັດຈຸບັນເປັນ 12,500 ເມກາວັດໃນປີ 2020 ດັ່ງທີ່ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ໄດ້ໃຫ້ການ ຢືນຢັນວ່າ:

“ສຳລັບຍຸດທະສາດຂອງການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ຮອດປີ 2025 ນີ້ ພວກເຮົາວາງໄວ້ວ່າ ອັດຕາການຊົມໃຊ້ພະລັງງານໄຟຟ້າ ຢູ່ພາຍໃນ ຄອບຄົວ ເຮືອນຂອງປະຊາຊົນລາວ ຂອງພວກເຮົານີ້ ໃຫ້ສູງກວ່າ 95 ເປີເຊັນ ພ້ອມກັນນັ້ນ ກໍສືບຕໍ່ພັດທະນາແຮ່ທາດ ມີມູນຄ່າສູງ ແລະ ກະສືບຕໍ່ການເສີມ ຂະຫຍາຍ ການພັດທະນາແຮ່ທາດ ທີ່ມີປະລິມາດໃຫຍ່ ຕາມທິດພັດທະນາ ທີ່ມີຄວາມຍືນຍົງ.”

ໂດຍຈາກການສຶກສາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ ສາມາດຜະລິດ ພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000-30,000 ເມກາວັດ.

XS
SM
MD
LG