ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ​ບໍລິສັດ​ຈີນ​ ລົງທຶນ​ ໃນ​ເຂດ ​ເສດຖະກິດ ​ສະ​ເພາະ ບໍ່​ເຕັນ​ແດນ​ງາມ​ ໃນລາວ


ຕົວແບບ ຈຳລອງ ເຂດເສດຖະກິດ ສະເພາະ ບໍ່ເຕັນແດນງາມ
ຕົວແບບ ຈຳລອງ ເຂດເສດຖະກິດ ສະເພາະ ບໍ່ເຕັນແດນງາມ

ກຸ່ມ​ບໍລິສັດ​ຈີນ​ທີ່​ລົງທຶນ​ ໃນ​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ
​ແດນ​ງາມ ​ໄດ້​ມຸ້ງ​ການ​ພັດທະນາ​ ທາງ​ທຸລະ​ກິດ ​ໃນ 6 ​ດ້ານ ​
ໂດຍ​ຄາດ​ຫວັງ​ວ່າ ຈະ​ສາມາດ​ດຶງ​ເອົາ​ ການ​ລົງທຶນ​ຈາກ​ຈີນ
​ແລະ ຕ່າງປະ​ເທດ​ໄດ້ຫຼາຍຂຶ້ນ.

ທ່ານ​ນາງ​ເຈິ້ນ ສົງ ຜູ້ອຳ​ນວຍ​ການ ​ກຸ່ມ​ບໍລິສັດ​ພັດທະນາ​ ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ
​ແດນ​ງາມ ຢູ່​ທີ່​ດ່ານ​ຊາຍ​ແດນ​ລາວ​ກັບ​ຈີນ ​ໃນ​ເຂດ​ແຂວງ​ຫລວງ​ນ້ຳທາ ​ໃຫ້ການ​ຢືນຢັນ​ວ່າ
ກຸ່ມ​ບໍລິສັດ​ຈີນ​ ໄດ້​ເນັ້ນໜັກ ການ​ລົງທຶນ​ເພື່ອ​ການ​ພັດທະນາ​ທາງ​ທຸລະ​ກິດ​ໃນ 6 ດ້ານ​ຄື​
ສູນ​ການ​ຄ້າ ສູນ​ການ​ເງິນ-ການ​ທະນາຄານ ສູນ​ຂໍ້​ມູນ-ຂ່າວສານ​ດ້ານ​ການທ່ອງທ່ຽວ ​ແລະ
ບໍລິການ ບ້ານ​ວັດທະນະທຳ ສາງ​ພັກ ​ແລະ ການ​ຂົນ​ຖ່າຍ​ສິນຄ້າ ອ່າງ​ເກັບ​ນ້ຳທຳ​ມະ​ຊາດ
ສວນ​ປ່າ​ທຳ​ມະ​ຊາດ ​ແລະ ສະໜາມ​ກັອຟ.

ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕ່ນ​ແດນ​ງາມ ​ເປັນ​ການ​ລົງທຶນ 100 ​ເປີ​ເຊັນ
ຂອງ​ກຸ່ມ​ບໍລິສັດ​ຈີນ ທີ່​ມີ​ອາຍຸ​ ສຳ​ປະທານ 50 ປີ ​ໃນ​ເນື້ອ​ທີ່ 1,641 ​ເຮັກຕາ ​ໂດຍ​ໄດ້​ເລີ້ມ
​ການຈັດຕັ້ງປະຕິບັດ ນັບ​ຕັ້ງ​ແຕ່​ປີ 2012 ​ເປັນຕົ້ນມາ ​ແລະ ມາ​ເຖິງ​ປັດຈຸ​ບັນ​ນີ້ ປາກົດ​ວ່າ
ກຸ່ມ​ບໍລິສັດ​ຈີນ ​ໄດ້​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສຳ​ເລັດ​ແລ້ວ ​ໃນຫຼາຍດ້ານ ​ເຊັ່ນ​ຮ້ານ​ຄ້າ​ປອດ
​ພາສີ ຖະໜົນ​ທີ່​ເຊື່ອມ​ຕໍ່​ໄປ​ສວນ​ປ່າ​ທຳ​ມະ​ຊາດ ລະຍະ​ທາງ​ຍາວ 28 ກິ​ໂລ​ແມັດ ລະບົບ​
ໄຟຟ້າ ສະຖານ​ທີ່​ພັກຜ່ອນ ຢູ່​ອ່າງນ້ຳທຳມະ​ຊາດ ​ແລະ ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ
ຢູ່​ພາຍ​ໃນ​ເຂດ​ເສດຖະກິດ​ສະ​ເພາະ ​ເປັນຕົ້ນ.

ກອງປະຊຸມ ປຶກສາຫາລື ກ່ຽວກັບ ການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕັນ ສປປ ລາວ - ບໍ່ຫານ ສປປ ຈີນ
ກອງປະຊຸມ ປຶກສາຫາລື ກ່ຽວກັບ ການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕັນ ສປປ ລາວ - ບໍ່ຫານ ສປປ ຈີນ

ທ່ານ​ນາງ​ເຈິ້ນ ສົງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ​ເຂດ​ເສດຖະ
ກິດ​ສະ​ເພາະ ບໍ່​ເຕັນແດນງາມ ຈະ​ສາມາດ​ດຶງ​ດູດ​ເອົາ​ການ​ລົງທຶນ
ຈາກຈີນ ​ແລະ ຕ່າງປະ​ເທດ​ໄດ້​ເພີ້​ມຂຶ້ນນັບ​ມື້ ​ເພາະ​ເປັນ​ເຂດ​ ທີ່​
ມີ​ຄວາມສຳຄັນ ຂອງ​ການ​ເຊື່ອມ​ຕໍ່​ທາງ​ເສດຖະກິດ ລະຫວ່າງ​ຈີນ​
ກັບປະ​ເທດ ໃນ​ລຸ່ມ​ແມ່ນ້ຳຂອງ ​ແລະ ອາ​ຊຽນ ທັງ​ກໍ​ຍັງ​ເປັນ​ເຂດ
​ເສດຖະກິດ​ສະ​ເພາະ ທີ່​ສາມາດ ​ຕໍ່​ສຳ​ປະທານ​ໄດ້​ເຖິງ 20 ຄັ້ງ
ຫລັງ​ຈາກ​ສິ້ນສັນຍາ​ສຳ​ປະທານ 50 ປີ ​ແລະ ການ​ຕໍ່​ສັນຍາ​ສຳ​
ປະທານ ​ໃນ​ແຕ່ລະຄັ້ງນັ້ນ ກໍ​ມີ​ອາຍຸ​ເຖິງ 20 ປີ ອີກ​ດ້ວຍ ສະນັ້ນ
ຈຶ່ງ​ຖື​ເປັນ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດລະຍະ​ຍາວ ​ໃຫ້​ກັບ​ບັນດາ​
ນັກ​ລົງທຶນ​ໄດ້ເປັນ​ຢ່າງ​ດີ.

ທາງ​ດ້ານ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ ​ໃນ​ນະຄອນຫຼວງວຽງ​ຈັນ ​ໄດ້​ລາຍ​ງານ​ວ່າ ກຸ່ມ​ບໍລິສັດ Wan Feng Shanghai ຈາກ​ຈີນ ​ໄດ້​ໃຊ້​ເງິນ​ທຶນ ​ໄປ​ແລ້ວຫຼາຍກວ່າ 100 ລ້ານ​ໂດ​ລາ ​ເພື່ອ​ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ ​ເຊັ່ນ​ກໍ່ສ້າງ​ຖະໜົນ​ຍາວ 4​00 ແມັດ ​ແລະ ກວ້າງ 36 ​ແມັດ ​ເຊື່ອມ​ຕໍ່​ຈາກ​ສາມ​ແຍກ​ໂພນ​ທັນ​ເຂົ້າມາ​ໃນ​ໂຄງການ ການວາງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ລະບົບນ້ຳປະປາ ລະບົບ​ກຳຈັດ​ນ້ຳ​ເປື້ອນ ການວາງ​ແນວ​ຖະໜົນ​ຢູ່​ພາຍ​ໃນ​ໂຄງການ ການ​ຂຸດ​ສວນ​ນ້ຳຂະໜາດ​ໃຫຍ່ ບົນ​ເນື້ອ​ທີ່​ກວ້າງ 50 ເຮັກຕາ ​ແລະ ການ​ກໍ່ສ້າງ ຫໍ​ພັກ Condominium ສູງ 19 ຊັ້ນ ຈຳນວນ 12 ຕຶກ.

​ໂດຍ​ສຳ​ຫລັບ Condominium ດັ່ງກ່າວ ກໍ​ຄາດໝາຍ​ວ່າ ຈະ​ດຳ​ເນີນການ​ກໍ່ສ້າງ​ແລ້ວ​ເສັດ​ຢ່າງ​ສົມບູນ​ທັງ 12 ຕຶກ ພາຍ​ໃນ​ເດືອນ​ຕຸລາ 2016 ດັ່ງນັ້ນ ກຸ່ມ​ບໍລິສັດ​ຜູ້​ລົງທຶນ ​ໃນ​ໂຄງການ ຈຶ່ງ​ໄດ້​ເລີ້ມ​ເປີດ​ໃຫ້​ທັງ​ຄົນ​ລາວ ​ແລະ ຊາວ​ຕ່າງ​ຊາດ​ເຂົ້າ​ໄປ​ຈອງ​ຊື້​ຫ້ອງ​ພັກ​ອາ​ໄສ ຫຼື ສຳນັກງານ​ຢູ່ ຄອນ​ໂດ ທັງ 12 ຕຶກ​ດັ່ງກ່າວ ​ໄດ້​ແລ້ວ​ນັບ​ແຕ່​ເດືອນ​ມີນາ​ນີ້ ​ເປັນຕົ້ນ​ໄປ ​ໂດຍ​ມີ​ລາຄາ​ເລີ້ມ​ຕົ້ນທີ່ 400,000 ​ໂດ​ລາ ສຳ​ຫລັບ ຫ້ອງ​ຂະໜາດ 4 ຫ້ອງ​ນອນ ​ແລະ 4 ຫ້ອງ​ນ້ຳ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາ​ດັ່ງກ່າວ ກໍ​ໄດ້​ມີ​ຂຶ້ນ​ໃນ​ທ່າມກາງ​ສະພາບ​ການ ທີ່​ກຸ່ມ​ບໍລິສັດ​ຈີນ ກໍ​ຍັງ​ບໍ່​ສາມາດ​ຕົກລົງ​ກັບ​ປະຊາຊົນ​ລາວ ທີ່​ພັກ​ອາ​ໄສ​ຢູ່​ໃນ​ເຂດ​ບຶງ​ທາດຫລວງ​ໄດ້​ທັງ​ໝົດ ​ໂດ​ຍທີ່​ມີສາ​ເຫດ​ມາ​ຈາກ​ການ​ທີ່​ກຸ່ມ​ບໍລິສັດ​ຈີນ​ນັ້ນ ຈະ​ຊົດ​ເຊຍ​ຄ່າ​ທີ່​ດິນ ​ໃນ​ອັດຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຜ່ານ​ມາ​ນີ້​ກະຖື​ວ່າ​ມັນ​ບໍ່​ໄປ​ຕາມ​ລະບົບ ​ເລີຍເກີດ​ມີ​ບັນຫາ​ຫຍຸ້ງຍາກ ​ເພາະວ່າ ບໍລິສັດ​ນີ້ ​ໄປ​ກວມ​ເອົາ​ດິນ​ປະຊາຊົນ ​ໂຕ​ນີ້​ນິ ຄັນວ່າ​ມັນ​ໄປ​ກວມດິນປະຊາຊົນ​ແລ້ວ ກໍ​ຕ້ອງ​ໄດ້​ແກ້ ​ໃຫ້​ບໍລິສັດ​ເປັນ​ຜູ້​ທົດ​ແທນຫຼືວ່າ ຄັນ​ປະຊາ​ຊົນ​ບໍ່​ໃຫ້ ບາງ​ເທື່ອ​ນີ້ ກະ​ບໍ່​ໄດ້ ​ເພາະວ່າ​ມັນ​ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​ເຂົາເດ້.”

ທັງ​ນີ້​ໂດຍ​ໂຄງການ​ພັດທະນາ​ເມືອງ​ໃໝ່ ຢູ່​ບຶງ​ທາດຫລວງ ມີ​ເນື້ອ​ທີ່​ສຳ​ປະທານ 365 ​ເຮັກຕາ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການ​ເວນ​ຄືນທີ່​ດິນ ຂອງ​ປະຊາຊົນ​ລາວ​ຈຳນວນ​ທັງ​ໝົດ 480 ຕອນ ​ໂດຍ​ຫລ້າ​ສຸດ​ກຸ່ມ​ລົງທຶນ​ຈາກ​ຈີນ ​ໄດ້​ລາຍງານ​ວ່າ ສາມາດ​ຕົກ​ລົງ ​ແລະ ຈ່າຍ​ຄ່າ​ຊົດ​ເຊີຍ ​ໃຫ້​ກັບ​ປະຊາຊົນ​ລາວ​ໄປ​ແລ້ວ 98 ​ເປີ​ເຊັນ ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 10 ລ້ານ​ໂດ​ລາ ຈຶ່ງ​ຍັງ​ເຫຼືອອີກ​ພຽງ 2 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ຍັງ​ບໍ່​ສາມາດ​ຕົກລົງ​ໄດ້.

XS
SM
MD
LG