ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ເອກະຊົນຈີນ ຈະຂະຫຍາຍເນື້ອທີ່ ປູກຢາງພາລາ ໃນເຂດ 4 ແຂວງ ຂອງລາວ


Iraqi demonstrators burn tires as they block the road during ongoing anti-government protests, in Baghda.
Iraqi demonstrators burn tires as they block the road during ongoing anti-government protests, in Baghda.

ບໍລິສັດເອກະຊົນຈີນ ຈະຂະຫຍາຍເນື້ອທີ່ປູກຢາງພາລາ ໃນເຂດ 4 ແຂວງ ພາກເໜືອ ຂອງລາວ ແລະສ້າງຕັ້ງໂຮງງານຜະລິດນ້ຳຢາງໃຫ້ໄດ້ 10 ແຫ່ງ ເພື່ອເພີ້ມຜົນຜະລິດ ນ້ຳຢາງພາລາ ໃຫ້ໄດ້ 3 ແສນກວ່າໂຕນຕໍ່ປີ.

ບໍລິສັດການລົງທຶນຢາງພາລາ ຢູນໜານຈຳກັດ ຈາກປະເທດຈີນ ລາຍງານວ່າ ບໍລິສັດ ໄດ້ວາງແຜນຈະຂະຫຍາຍເນື້ອທີ່ປູກຢາງພາລາ ທີ່ມີຢູ່ແລ້ວ 6,000 ກວ່າເຮັກຕາ ໃນ ເຂດແຂວງບໍ່ແກ້ວ ຫລວງພະບາງ ຫລວງນ້ຳທາ ແລະໄຊຍະບູລີ ໃຫ້ເພີ້ມຂຶ້ນເປັນ
30,000 ເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດນ້ຳຢາງພາລາ ເພີ້ມຂຶ້ນຈາກ 20,000
ໂຕນຕໍ່ປີ ໃນປັດຈຸບັນ ເປັນ 3 ແສນກວ່າໂຕນໃນປີ 2020.

ສວນຕົ້ນຢາງພາລາ ແຫ່ງນຶ່ງ ໃນ ສປປ ລາວ
ສວນຕົ້ນຢາງພາລາ ແຫ່ງນຶ່ງ ໃນ ສປປ ລາວ

ພ້ອມກັນນີ້ ບໍລິສັດຈາກຈີນ ຍັງຈະສ້າງຕັ້ງໂຮງງານຜະລິດນ້ຳຢາງໃຫ້ໄດ້ 10 ແຫ່ງ
ຈາກທີ່ມີຢູ່ພຽງ 1 ແຫ່ງທີ່ແຂວງຫລວງນ້ຳທາ ທັງຍັງຈະຂະຫຍາຍເຂດຮັບຊື້ນ້ຳຢາງ
ຈາກກະເສດຕະກອນລາວ ໄປໃນແຂວງອຸດົມໄຊ ວຽງຈັນ ບໍລິຄຳໄຊ ແລະແຂວງ
ອື່ນໆ ທີ່ມີຜົນຜະລິດນ້ຳຢາງພາລາ ໂດຍໃນຕະຫຼອດປີ 2017 ນີ້ ກໍຈະຮັບປະກັນ
ລາຄາ ຊື້ນ້ຳຢາງທີ່ລະດັບ 7,000 ກວ່າກີບຕໍ່ກິໂລກຣາມ ແລະຄາດໝາຍວ່າ ບໍລິສັດ
ຈະມີ ລາຍຮັບເກີນກວ່າ 4,500 ລ້ານຢວນ ຫຼື ຫຼາຍກວ່າ 5,400 ຕື້ກີບ ໃນປີ 2020
ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ
ປ່າໄມ້ ກໍໄດ້ໃຫ້ການຍອມຮັບຕໍ່ກອງປະຊຸມສຳມະນາ ວ່າດ້ວຍບັນຫາ ແລະກາລະ
ໂອກາດຂອງຢາງພາລາ ໃນລາວ ທີ່ມີຂຶ້ນ ເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ວ່າ ບັນຫາທີ່ຜູ້ປະກອບການ ແລະຊາວສວນຢາງພາລາໃນລາວ ກຳລັງປະເຊີນ ຢູ່ໃນ
ປັດຈຸບັນ ກໍແມ່ນລາຄາຢາງຕົກຕ່ຳ ແລະຕະຫຼາດຮອງຮັບບໍ່ໝັ້ນທ່ຽງ ເຮັດໃຫ້ຊາວ ສວນຢາງ ເກີດມີແນວຄິດທີ່ຫັນປ່ຽນໄປປູກພືດຊະນິດອື່ນໆຫຼາຍຂຶ້ນ.

ໂດຍໃນຕະຫຼອດປີ 2016 ບັນດາຜູ້ປະກອບການ ແລະຊາວສວນຢາງ ໃນທົ່ວ
ປະເທດ ລາວ ມີຜົນຜະລິດຢາງພາລາ ລວມກັນເຖິງ 309,150 ໂຕນ ທີ່ເປັນຜົນ
ຜະລິດ ຈາກເນື້ອທີ່ ປູກຢາງ 198,000 ເຮັກຕາ ຫາກແຕ່ໃນທົ່ວປະເທດລາວ ໄດ້ ປູກຢາງພາລາ ໄປແລ້ວ ໃນເນື້ອທີ່ ທັງໝົດ 282,000 ເຮັກຕາ ຊຶ່ງຈະເຮັດໃຫ້ມີ
ຜົນຜະລິດ ລວມເກີນກວ່າ 440,000 ໂຕນ ໃນປີ 2017 ເພາະສະນັ້ນ ຖ້າຫາກ
ລາຄາຢາງຍັງຕົກຕ່ຳຕໍ່ໄປ ກໍຍ່ອມຈະສົ່ງຜົນກະທົບຕໍ່ຊາວສວນຢາງໃນລາວ ຢ່າງ
ໜັກໜ່ວງເພີ້ມຂຶ້ນອີກ ນອກ ຈາກນັ້ນ ກໍຍັງມີບັນຫາດ້ານຄຸນນະພາບ ແລະອຳນາດ
ຕໍ່ລອງ ທີ່ຕ່ຳຂອງຊາວສວນ ຢາງໃນລາວອີກດ້ວຍ ດັ່ງທີ່ທ່ານບຸນມີ ມະນີວົງ
ລັດຖະມົນຕີ ຊ່ວຍວ່າການ ກະຊວງ ອຸດສາຫະກຳ ແລະການຄ້າ ໄດ້ໃຫ້ການຢືນຢັນ
ວ່າ:

“ສາເຫດວ່າລາຄາຢາງພາລາຕົກຕ່ຳນີ້ ອາດຈະເກີດມາ ຍ້ອນຫຼາຍສາເຫດ
ຄຸນນະພາບຢາງພາລາ ບໍ່ໄດ້ຕາມລະດັບທີ່ເຂົາເຈົ້າຢາກໄດ້ ມັນມີຈຳນວນນຶ່ງ
ບໍ່ເຂົ້າກຸ່ມ ມັນໄປຜະລິດແບບຜູ້ດຽວເຮັດຜູ້ດຽວຫັ້ນນ່ະ ສະນັ້ນ ຄວາມສາມາດ ຕໍ່ລອງກັບບໍລິສັດ ທີ່ເກັບຊື້ແມ່ນຍາກ ຄັນເຮົາຮວມກຸ່ມກັນ ຫລະແມ່ນຖ້າບໍ່ຊື້
ນຳຂ້ອຍ ກໍບໍ່ມີຜູ້ຂາຍ ແລະແມ່ນແນ່ນອນ ເຈົ້າຕ້ອງໄດ້ເອົາ ຕັ້ງກຸ່ມຜະລິດຢາງ ພາລາແລ້ວ ແຕ່ວ່າມີຈຳນວນນຶ່ງ ມັນກໍບໍ່ທັນເຂົ້າກຸ່ມ ສະນັ້ນ ລາຄາທີ່ວ່າ ຕົກ
ຕ່ຳນີ້ ອາດຈະແມ່ນກຸ່ມທີ່ຢູ່ນອກຫັ້ນ ອັນນີ້ ພວກເຮົາຈະໄດ້ກວດຄືນກ່ອນ.”

ທາງດ້ານ ດຣ. ວາດສະໜາ ລະອອງປິວ ນັກວິຊາການ ມະຫາວິທະຍາໄລທຳມະສາດ ຂອງໄທ ໃຫ້ການຢືນຢັນກ່ຽວກັບຜົນທີ່ໄດ້ ຈາກການເກັບຂໍ້ມູນພາກສະໜາມ ຢູ່ແຂວງ ຫລວງນ້ຳທາ ເມື່ອບໍ່ນານມານີ້ ວ່າບັນຫາທີ່ຊາວສວນຢາງໃນລາວ ກຳລັງປະເຊີນ ໃນເວລານີ້ ກໍຄືຄວາມລົ້ມແຫລວ ຂອງໂຄງການສົ່ງເສີມ ການຜະລິດແບບກະເສດ ພັນທະສັນຍາ (Contract Farming) ທັງເຮັດໃຫ້ກະເສດຕະກອນລາວ ຕ້ອງສູນ ເສຍທີ່ດິນທຳກິນ ໃຫ້ນາຍທຶນຫຼາຍຂຶ້ນນັບມື້.

ທັງນີ້ ໂດຍຄວາມລົ້ມແຫລວດັ່ງກ່າວ ເກີດຂຶ້ນຈາກການຕົກຕ່ຳລົງ ຂອງລາຄາຜົນ
ຜະລິດ ທີ່ກະເສດຕະກອນລາວ ມີພັນທະສັນຍາ ກັບບັນດານາຍທຶນ ໂດຍທີ່ລັດ
ຖະບານ ລາວ ກໍບໍ່ສາມາດທີ່ຈະໃຫ້ການຮັບປະກັນລາຄາ ຜົນຜະລິດໃຫ້ກັບກະເສດ ຕະກອນລາວໄດ້ເລີຍ ທັງກໍຍັງບໍ່ສາມາດບັງຄັບໃຫ້ບັນດານາຍທຶນຮັບຊື້ຜົນຜະລິດ ໃນລາຄາທີ່ໄດ້ຕົກລົງໄວ້ກັບກະເສດຕະກອນລາວໄດ້ອີກດ້ວຍ.

XS
SM
MD
LG