ບໍລິສັດ ຈີນ ໄດ້ຮັບອະນຸຍາດໃຫ້ຂະຫຍາຍພື້ນທີ່ສຳປະທານຈາກ 3,000 ເປັນ 10,000 ເຮັກຕາຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສ່ວນທີ່ສະຫວັນນະເຂດ-ເຊໂນ ກໍມີຕ່າງຊາດລົງທຶນແລ້ວ 129 ລາຍ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນຢືນຢັນວ່າ ຄະນະກຳມະການເພື່ອການຄຸ້ມຄອງເຂດເສດຖະກິດພິເສດແຫ່ງຊາດ ອະນຸຍາດໃຫ້ກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ຂະຫຍາຍພື້ນທີ່ສຳປະທານໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢູ່ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອບໍ່ນານມານີ້ໂດຍການອະນຸຍາດດັ່ງກ່າວ ໄດ້ເປັນຜົນເຮັດໃຫ້ພື້ນທີ່ສຳປະທານຂອງກຸ່ມບໍລິສັດດອກງິ້ວຄຳ ເພີ່ມຂຶ້ນຈາກ 3,000 ເຮັກຕາເປັນ 10,000 ເຮັກຕາ ແລະ ມີອາຍຸສຳປະທານ 99 ປີຄືເກົ່າທີ່ນັບຈາກປີ 2007 ເປັນຕົ້ນໄປ ກໍຄືຈະຄົບອາຍຸສຳປະທານໃນປີ 2105 ນັ້ນເອງ.
ໃນປັດຈຸບັນເຂດເສດຖະກິດພິເສດສາມຫຼ່ຽມຄຳມີບັນດາບໍລິສັດ ຈີນ ເຂົ້າມາລົງທຶນ 147 ລາຍທີ່ສ່ວນໃຫຍ່ເປັນການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວ ເຊັ່ນ ໂຮງແຮມ, ສະຖານບັນເທີງຕ່າງໆ, ຮ້ານອາຫານ, ຕະຫຼາດຊັບພະສິນຄ້າ ແລະ ບ່ອນຄາຊີໂນ ໂດຍນັກທ່ອງທ່ຽວສ່ວນໃຫຍ່ກໍຄືຊາວ ຈີນ ທີ່ເດີນທາງມາໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຫຼາຍກວ່າ 600,000 ຄົນໃນປີ 2018 ແລະ ຄາດວ່າຈະເພີ່ມຂຶ້ນເປັນເກີນກວ່າ 800,000 ຄົນໃນຕະຫຼອດປີ 2019 ນີ້.
ທາງດ້ານທ່ານ ຈັນທະຈອນ ວັ່ງຟາເຊັງ ກຳມະການບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຖະແຫຼງວ່າ ໃນຊ່ວງປີ 2009 ຫາກາງປີ 2019 ກຸ່ມບໍລິສັດດອກງິ້ວຄຳ ໄດ້ຈ່າຍພັນທະພາສີອາກອນ ແລະ ຄ່າສຳປະທານທີ່ດິນໃຫ້ກັບລັດຖະບານ ລາວ ໄປແລ້ວ ຫຼາຍກວ່າ 458 ລ້ານໂດລາ ແລະ ຄາດວ່າຈະເພີ່ມຂຶ້ນເຖິງ 150 ເປີເຊັນໃນປີ 2025 ເພາະໝັ້ນໃຈວ່າຈະມີຊາວ ຈີນ ເດີນທາງມາທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳຫຼາຍກວ່າ ນຶ່ງລ້ານສອງແສນຄົນ ທັງຍັງຈະເພີ່ມຂຶ້ນເປັນຫຼາຍກວ່າ 2 ລ້ານຄົນໃນປີ 2030 ອີກດ້ວຍ.
ທັງນີ້ໂດຍກຸ່ມບໍລິສັດດອກງິ້ວຄຳ ໄດ້ລົງທຶນໄປແລ້ວຫຼາຍກວ່າ 1,500 ລ້ານໂດລາ ຫຼື 50 ເປີເຊັນຂອງມູນຄ່າການລົງທຶນລວມທັງໝົດ 3,000 ລ້ານໂດລາ ເພື່ອການພັດທະນາເຂດເມືອງໃໝ່ China Town ທີ່ມີສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ ບົນພື້ນທີ່ 3,000 ເຮັກຕາ ສ່ວນພື້ນທີ່ໆເຫຼືອອີກ 7,000 ເຮັກຕານັ້ນ ກໍຈະພັດທະນາໃຫ້ເປັນສະໜາມ ກັອຟ, ສະໜາມບິນ, ສະຖານທີ່ພັກຕາກອາກາດ ແລະ ແຫຼ່ງທ່ອງທ່ຽວທຳມະຊາດໃນເຂດປ່າສະຫງວນແຫ່ງຊາດ ພູກິ່ວລົມ ໂດຍວາງເປົ້າໝາຍທີ່ຈະພັດທະນາໃຫ້ສຳເລັດສົມບູນພາຍໃນປີ 2030 ເປັນຢ່າງຊ້າ.
ແຕ່ຢ່າງໃດກໍຕາມ ກະຊວງການເງິນ ສະຫະລັດ ອາເມຣິກາ ໄດ້ຂຶ້ນບັນຊີດຳຖືວ່າ ທ່ານ ຈ້າວ ເຫວີຍ ປະທານບໍລິສັດດອກງິ້ວຄຳນັ້ນ ເປັນອາຊະຍາກອນທີ່ກ່ຽວຂ້ອງໃນການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການຄ້າສັດປ່າຂ້າມຊາດ ເມື່ອເດືອນມັງກອນ 2018 ຊຶ່ງທ່ານ ຈ້າວ ເຫວີຍ ກໍຕອບໂຕ້ວ່າເປັນການກ່າວຫາທີ່ບໍ່ຍຸຕິທຳ ຈຶ່ງບໍ່ກະທົບຕໍ່ການລົງທຶນພັດທະນາເຂດສາມຫຼ່ຽມຄຳໃນ ລາວ.
ທາງດ້ານທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແລະ ເລຂາພັກແຂວງສະຫວັດນະເຂດ ຖະແຫຼງວ່າມີ 129 ບໍລິສັດຕ່າງຊາດທີ່ລົງທຶນໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໃນນີ້ກໍມີເຖິງ 52 ລາຍທີ່ໄດ້ນຳເງິນເຂົ້າມາລົງທຶນຕົວຈິງທີ່ເນັ້ນການຜະລິດໃນອຸດສາຫະກຳ ອີເລັກໂທຣນິກ ທີ່ໄດ້ມີການຈ້າງງານຫຼາຍກວ່າ 4,000 ຕຳແໜ່ງງານໃນປັດຈຸບັນນີ້ ດັ່ງທີ່ທ່ານ ສັນຕິພາບ ໄດ້ໃຫ້ການຢືນຢັນວ່າ
"ເຂດເສດຖະກິດພິ ເສດສະຫວັນ-ເຊໂນ ເປັນບ່ອນດຶງດູດ ແລະ ຮອງຮັບການລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນແມ່ນມີບໍລິສັດຈົດທະບຽນແລ້ວ 129 ບໍລິສັດຈາກ 12 ປະເທດ ໃນນັ້ນໄດ້ເຄື່ອນໄຫວກິດຈະການແລ້ວ 52 ບໍລິສັດ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງການປະກອບເຄື່ອງ ອີເລັກໂທຣນິກ ທີ່ນຳໃຊ້ເທັກໂນໂລຈີສູງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາມາດສ້າງວຽກເຮັດງານທຳໄດ້ 4,600 ຕຳແໜ່ງງານ."
ໃນປັດຈຸບັນ ລາວ ມີເຂດເສດຖະກິດພິເສດ 12 ແຫ່ງ ມີບໍລິສັດຕ່າງຊາດກວ່າ 700 ລາຍທີ່ລົງທຶນໃນມູນຄ່າລວມຫຼາຍກວ່າ 3,500 ລ້ານໂດລາ ແລະ ຜະລິດສິນຄ້າສົ່ງອອກໄປຕ່າງປະເທດກວ່າ 1,000 ໂດລາ ຫາກແຕ່ກໍໄດ້ມອບພັນທະໃຫ້ກັບລັດຖະບານ ລາວ ພຽງແຕ່ 36 ລ້ານໂດລາເທົ່ານັ້ນ ໃນປີ 2018 ທີ່ຜ່ານມາ.