ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ພິ​ຄາດ ຈີນ ທຳ​ການ​ຝຶກ​ຊ້ອມໄລ​ຍະ​ຍາວ​ ​ໃນ​ທະ​ເລ​ຍີ່​ປຸ່ນ


ແຜນ​ທີ່​ທະ​ເລ​ຍີ່​ປ​ຸ່ນ ບ່ອນ​ທີ່​ຈີນ​ປະ​ຕິ​ບັດ​ງານ​ການ​ເຝິກ​ຊ້ອມ
ແຜນ​ທີ່​ທະ​ເລ​ຍີ່​ປ​ຸ່ນ ບ່ອນ​ທີ່​ຈີນ​ປະ​ຕິ​ບັດ​ງານ​ການ​ເຝິກ​ຊ້ອມ

ນຶ່ງ​ໃນ​ກຳ​ປັ່ນ​ສູ້​ລົບ​ທີ່​ໃຫຍ່​ທີ່​ສຸດ ແລະມີ​ຄວາມ​ສາ​ມາດຫຼາຍ​ທີ່​ສຸດ​ຂອງ​ຈີນ ແມ່ນ​ກຳ​ລັງ​ດຳ​ເນີນ​ກາ​ນ​ຝຶກ​ຊ້ອມ​ໄລ​ຍະ​ຍາວ​ໃນ​ທະ​ເລ​ແຫ່ງ​ຍີ່​ປຸ່ນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່ມວ​ນ​ຊົນ​ລັດ​ຖະ​ບານ​ໃນ​ວັນ​ພະ​ຫັດ​ມື້ນີ້, ໃນ​ການ​ສະ​ແດງ​ຂອບ​ເຂດ​ທາງ​ທະ​ເລ​ທີ່​ເພີ່ມ​ຂຶ້ນ​ຂອງ ຈີນ.

ໜັງ​ສື​ພິມ Global Times ຂອງ​ພັກ​ຄອມ​ມູ​ນິ​ສ ໄດ້​ກ່າວ​ວ່າ​ພາ​ລະ​ກິດ​ທີ່​ວ່າ​ນັ້ນ​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ກຳ​ປັ່ນ​ພິ​ຄາດ ຫຼາ​ຊາ (Lhasa) ຊະ​ນິດ 055 ນັບ​ຕັ້ງ​ແຕ່​ມັນ​ໄດ້​ຖືກ​ນຳ​ອອກ​ມາ​ໃຊ້​ເມື່ອ​ປີ​ກາຍນີ້.

ມັນ​ໄດ້​ເດີນ​ທາງ​ໄປ​ພ້ອມ​ກັບ​ກຳ​ປັ່ນ​ພິ​ຄາດ ເຊັງ​ດູ ຊັ້ນ ລູ​ຢາງ ຊະ​ນິດ 052D ແລະ ກຳ​ປັ່ນ​ບັນ​ທຸກ​ນ້ຳ ດົງ​ປິງ​ຮູ ຊະ​ນິດ 903, ອີງ​ຕາມ​ການ​ກ່າວ​ຂອງ​ໜັງ​ສື​ພິມ, ໂດຍ​ອ້າງ​ເຖິງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຍີ່​ປຸ່ນ. ທະ​ເລ​ແຫ່ງ ຍີ່​ປຸ່ນ ຕັ້ງ​ຢູ່​ພາກ​ເໜືອ​ຂອງ ຈີນ ລະ​ຫວ່າງ​ໝູ່​ເກາະ ຊາ​ຄາ​ລິນ ຂອງ​ຍີ່​ປຸ່ນ, ແຫຼມ​ເກົາຫຼີ ແລະ ແຜ່ນ​ດິນ​ໃຫຍ່​ກ້ຳ​ຕາ​ເວັນ​ອອກ​ໄກ​ຂອງ ຣັດ​ເຊຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຍີ່​ປຸ່ນ ໄດ້​ກ່າວ​ວ່າ​ກຳ​ປັ່ນ​ສາມ​ລຳ​ນັ້ນ​ໄດ້​ຖືກ​ພົບ​ເຫັນ​ຢູ່​ປະ​ມານ 200 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ເກາະ ຟູ​ກູ​ເອະ ໃນ​ແຂວງ​ນາ​ກາ​ຊາ​ກິ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ທີ່​ເດີນ​ທາງ​ໄປ​ທິດ​ຕາ​ເວັນ​ອອກ​ສູ່​ທະ​ເລ​ແຫ່ງ​ຍີ່​ປຸ່ນ.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຍັງ​ໄດ້​ພົບ​ເຫັນ​ກຳ​ປັ່ນ​ສືບ​ລັບ​ຊັ້ນ ດອງ​ຈາວ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ປະ​ຕິ​ບັດ​ການ​ໃກ້​ກັບ​ຊ່ອງ​ແຄບ ຊຸ​ຊິ​ມະ ເຊິ່ງ​ຕໍ່​ມາ​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ທະ​ເລແຫ່ງ ຍີ່​ປຸ່ນ.

ກອ​ງ​ທັງ​ເຮືອ​ຈີນ ໄດ້​ສ້າງ​ກຳ​ປັ່ນຫຼາຍ​ລຳ​ໃນ​ລະ​ດັບ​ທີ່​ໄວຫຼາຍ ແລະ ຕອນນີ້​ໄດ້​ໂອ້ອວດ​ວ່າ​ເປັນ​ກອງ​ກຳ​ລັງ​ທະ​ຫານ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຕາມ​ຈຳ​ນວນຂອງ​ກຳ​ປັ່ນ.

ກຳ​ປັ່ນ​ທີ່​ວ່າ​ນັ້ນ​ແມ່ນ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ຊຳ​ນິ​ຊຳ​ນານ​ເຊັ່ນ​ກັນ, ດ້ວຍ​ກຳ​ປັ່ນ​ຊະ​ນິດ 055, ເຊິ່ງ​ຍັງ​ຮູ້​ຈັກ​ກັນ​ດັ່ງ​ກັບ​ຊັ້ນ ນານ​ຈາງ, ທີ່​ປະ​ກອບ​ດ້ວຍ​ການ​ອອກ​ແບບ​ທີ່​ກ້າວ​ໜ້າ ແລະ ບັນ​ຈຸ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ອາ​ກາດ ແລະ ຕໍ່​ຕ້ານ ​ກຳ​ປັ່ນ ແລະ ຕໍ່​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ພື້ນ​ດິນ, ເຊັ່ນ​ດຽວ​ກັບ​ຈະຫຼວດ​ເຮືອ​ດຳ​ນ້ຳ ຕໍ​ປີ​ໂດ.

ຈີນ ແມ່ນ​ເຊື່ອ​ວ່າ​ໄດ້​ນຳ​ໃຊ້​ກຳ​ປັ່ນ​ພິ​ຄາດ​ຊະ​ນິດ 055 ຫ້າ​ລຳໃນ​ຊຸດ​ທຳ​ອິດທີ່​ໄດ້​ວາງ​ແຜນ​ໄວ້.

One of China's largest and most capable combat ships is conducting long-distance exercises in the Sea of Japan, state media reported Thursday, in a display of China's increasing naval reach.

The Communist Party newspaper Global Times said the mission was the first for the Type 055 destroyer Lhasa since its commissioning last year.

It is accompanied by the Luyang-class Type 052D destroyer Chengdu and the Type 903 oiler Dongpinghu, the paper said, citing Japan's Defense Ministry. The Sea of Japan lies to the north of China between the Japanese archipelago, Sakhalin Island, the Korean Peninsula and the Russian Far East mainland.

Japan's Defense Ministry said the three ships were spotted about 200 kilometers (120 miles) west of Fukue island in Nagasaki on Sunday traveling east toward the Sea of Japan.

It said it also spotted a Dongdiao-class intelligence ship on Sunday operating near the Tsushima Strait which later sailed into the Sea of Japan.

China's navy has been building ships at a furious pace and now boasts the largest naval force in the world by number of hulls.

Those ships have been growing in sophistication as well, with the Type 055, also known as the Nanchang class, featuring a stealthy design and packing air-defense missiles and anti-ship and anti-land cruise missiles, as well as torpedoes.

China is believed to have commissioned five out of a planned first batch of Type 055 destroyers.

The U.S. military categorizes the Type 055 as a Renhai-class cruiser and sees them partly as a carrier escort. China operates two aircraft carriers with the launch of a third believed to be imminent.

Citing military experts, Global Times said the destroyer was part of China's military buildup aimed at deterring a foreign intervention in the event of an attack on Taiwan, the self-governing island China claims as its own and threatens to annex by force.

Such a conflict would almost certainly draw in the United States, which provides Taiwan with defensive weapons and is legally required to treat threats to the island as matters of ``grave concern,`` along with its treaty allies, the most important and closest in geographical proximity being Japan.

XS
SM
MD
LG