ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງເສີມພະລັງງານຖ່ານຫິນ ເຊິ່ງ​ຈະເປັນ​ການ​ຖອຍ​ຫຼັງ ໃນຄວາມພະຍາຍາມເພື່ອຫຼຸດການປ່ອຍແກັ​ສ​ຄາ​ບອນ


ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 19 ພະຈິກ 2015 ນີ້, ໄດ້ເຫັນຄັວນທີ່ລອນທທັ່ງອອກມາຈາກສະຖານີພະລັງງານຖ່ານຫິນໃກ້ໆກັບເມືອງດາຖົງ (Datong), ໃນແຂວງຊານຊີ ທີ່ຢູ່ທາງທິດເໜືອຂອງປະເທດຈີນ.
ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 19 ພະຈິກ 2015 ນີ້, ໄດ້ເຫັນຄັວນທີ່ລອນທທັ່ງອອກມາຈາກສະຖານີພະລັງງານຖ່ານຫິນໃກ້ໆກັບເມືອງດາຖົງ (Datong), ໃນແຂວງຊານຊີ ທີ່ຢູ່ທາງທິດເໜືອຂອງປະເທດຈີນ.

ຈີນກໍາລັງທໍາການສົ່ງເສີມພະລັງງານຖ່ານຫິນ ໃນຂະນະທີ່ພັກຄອມມູນິສພະຍາ ຍາມຟື້ນຟູລະບົບເສດຖະກິດທີ່ເ​ຕີບໂຕຊ້າຢູ່ນີ້ ໃຫ້ກັບຄືນມາເຂັ້ມແຂງຄືນອີກຄັ້ງ, ໂດຍ​ມີ​ການເຕືອນຢ່າງໄວວາວ່າ ລັດຖະບານປັກກິ່ງ ບໍ່​ໄດ້​ປະ​ຕິ​ບັດ​ຕາມຄວາມພະຍາຍາມເພື່ອຫຼຸດການປ່ອຍອາຍພິດຄາບອນທີ່​ພາ​ໃຫ້​ມີ​ການປ່ຽນແປງສະພາບອາກາດ ຊຶ່ງ​ຈີນ​ເປັນ​ແຫຼ່ງທີ່​ມາໃຫຍ່ທີ່ສຸດໃນໂລກ​ ຂອງ​ອາຍ​ພິດ​ດັ່ງ​ກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.

ເຈົ້າ​ໜ້າ​ທີ່​ຈີນ ມີແຜນທີ່ຈະສົ່ງເສີມຄວາມສາມາດໃນການຜະລິດຖ່ານ​ຫີນ 300 ລ້ານໂຕນໃນປີນີ້ ອີງຕາມລາຍງານຂ່າວເທົ່າ ເຊິ່ງ​ເທົ່າກັບ 7 ເປີເຊັນຂອງຜົນຜະລິດໃນປີກາຍນີ້ ທີ່ມີປະລິມານ 4 ຕື້ 100 ລ້ານໂຕນ, ເຊິ່ງໄດ້ເພີ້ມຂຶ້ນ ໃນ ຈໍານວນ 5.7 ເປີເຊັນຂອງປີ 2020.

ຈີນ ເປັນນຶ່ງໃນປະເທດທີ່ລົງທຶນທາງດ້ານພະລັງງານລົມ ແລະພະລັງງານແສງອາທິດທີ່ໃຫຍ່ທີ່ສຸດໃນໂລກ, ແຕ່ ຜູ້ນໍາທັງຫຼາຍທີ່ມີຄວາມວຸ້ນວາຍໃຈນັ້ນ ໄດ້ຮຽກຮ້ອງໃຫ້ມີການນໍາໃຊ້ພະລັງງານຈາກຖ່ານຫິນ ລຸນຫຼັງທີ່ການຂະຫຍາຍໂຕຂອງລະບົບເສດຖະກິດ ໄດ້ຮັບຜົນກະທົບໃນປີແລ້ວນີ້ ເນື່ອງຈາກຂາດການສະ ໜອງພະລັງງານ ແລະໂຮງງານຫຼາຍແຫ່ງຕ້ອງໄດ້ປິດລົງ. ການໂຈມຕີຢູເຄຣນ ຂອງຣັດເຊຍ ໄດ້ເພີ້ມຄວາມກັງວົນວ່າ ການສະໜອງນໍ້າມັນແລະຖ່ານຫິນຂອງ ຕ່າງປະເທດ ອາດຈະຕ້ອງຖືກລົບ​ກວນ.

ແຟ້ມຮູບ-ຖ່ານຫິນທີ່ຖືກຂົນຍ້າຍເຂົ້າໄປລວມເປັນກອງໃຫຍ່ ທີ່ເໝືອງຖ່ານຫິນ ອູລານ (Ulan) ໃກ້ກັບເມືອງມັດຈີ (Mudgee) ທີ່ຢູ່ທາງພາກກາງຂອງລັດນິວເຊົາທ໌ເວລ, ປະເທດອອສເຕຣເລຍມ ເມື່ອວັນທີ 8 ມີນາ 2018.
ແຟ້ມຮູບ-ຖ່ານຫິນທີ່ຖືກຂົນຍ້າຍເຂົ້າໄປລວມເປັນກອງໃຫຍ່ ທີ່ເໝືອງຖ່ານຫິນ ອູລານ (Ulan) ໃກ້ກັບເມືອງມັດຈີ (Mudgee) ທີ່ຢູ່ທາງພາກກາງຂອງລັດນິວເຊົາທ໌ເວລ, ປະເທດອອສເຕຣເລຍມ ເມື່ອວັນທີ 8 ມີນາ 2018.

“ແນວຄວາມຄິດໃນການສ້າງຄວາມໝັ້ນໃຈທາງດ້ານຄວາມໝັ້ນຄົງຂອງພະລັງ ງານ ໄດ້ກາຍມາເປັນຈຸດເດັ່ນຂຶ້ນມາ, ແລະຢູ່ເໜືອກວ່າຄວາມເປັນເປັນກາງໃນ
ດ້ານ​ຄາບອນ,” ທ່ານລີ ໂຊ (Li Shuo) ເຊິ່ງເປັນທີ່ປຶກສາອາວຸໂສທາງດ້ານນະໂຍບາຍຂອງໂລກ ຂອງ​ອົງ​ການສັນຕິພາບສີຂຽວ ຫຼື Greenpeace ກ່າວ. “ພວກເຮົາກໍາລັງກ້າວເຂົ້າສູ່ຊ່ວງເວລາທີ່ເປັນລັກສະນະບໍ່ເອື້ອອໍານວຍຕໍ່ການດໍາເນີນງານຂອງການປ່ຽນແປງທາງສະພາບອາກາດຢູ່ໃນປະເທດຈີນ.”

ເຈົ້າໜ້າທີ່ທັງຫຼາຍຕ້ອງປະເຊີນກັບຄວາມກົດດັນທາງການເມືອງເພື່ອສ້າງຄວາມໝັ້ນຄົງ ໃນຂະນະທີ່ປະທານາທິບໍດີ ທ່ານສີ ຈິ້ນຜິງ ກໍາລັງພະຍາຍາມທີ່ຈະທໍາລາຍກົດການປົກຄອງແບບດັ້ງເດີມໂດຍການແຕ່ງຕັ້ງຕົນເອງ​ໃຫ້ດໍາລົງຕໍາແໜ່ງເປັນຜູ້ນໍາພັກຄອມມູນິສຈີນຕໍ່ອີກ 5 ປີ ເປັນຄັ້ງທີສາມ ໃນຊ່ວງລະດູໃບໄມ້ຫຼົ່ນທີ່ຈະມາເຖິງນີ້.

ເຈົ້າໜ້າທີ່​ໃນຄະນະລັດ​ຖະ​ບານ ກ່າວຕໍ່ກອງປະຊຸມຄັ້ງທີ 20 ເມື່ອເດືອນເມສາທີ່ໄດ້ອະນຸມັດແຜນໃນການເພີ້ມປະລິມານຂອງການຜະລິດວ່າ ຖ່ານຫິນແມ່ນມີຄວາມສໍາຄັນຕໍ່ “ຄວາມໝັ້ນຄົງທາງດ້ານພະລັງງານ,” ອີງຕາມລາຍງານຂອງວາລະສານຂ່າວທຸລະກິດ ກາຍຊິນ (Caixin).

ພັກລັດຖະບານ ຍັງໄດ້ລົງມືກໍ່ຕັ້ງໂຮງງານພະລັງງານເພື່ອເພີ້ມເງິນເຂົ້າໃນດ້ານ ເສດຖະກິດ ແລະຟື້ນຟູການຂະຫຍາຍໂຕທາງດ້ານເສດຖະກິດທີ່ຫຼຸດລົງ 4 ເປີ ເຊັນໃນນຶ່ງປີກ່ອນໜ້ານັ້ນ ໃນໄລຍະສາມເດືອນສຸດທ້າຍຂອງປີ 2021, ອັນໄດ້ຫຼຸດລົງມາຈາກການຂະຫຍາຍໂຕໝົດປີ 8.1 ເປີເຊັນ.

BEIJING (AP) — China is promoting coal-fired power as the ruling Communist Party tries to revive a sluggish economy, prompting warnings Beijing is setting back efforts to cut climate-changing carbon emissions from the biggest global source.

Official plans call for boosting coal production capacity by 300 million tons this year, according to news reports. That is equal to 7% of last year's output of 4.1 billion tons, which was an increase of 5.7% over 2020.

China is one of the biggest investors in wind and solar, but jittery leaders called for more coal-fired power after economic growth plunged last year and shortages caused blackouts and factory shutdowns. Russia's attack on Ukraine added to anxiety that foreign oil and coal supplies might be disrupted.

"This mentality of ensuring energy security has become dominant, trumping carbon neutrality," said Li Shuo, a senior global policy adviser for Greenpeace. "We are moving into a relatively unfavorable time period for climate action in China."

Officials face political pressure to ensure stability as President Xi Jinping prepares to try to break with tradition and award himself a third five-year term as ruling party leader in the autumn.

Coal is important for "energy security," Cabinet officials said at an April 20 meeting that approved plans to expand production capacity, according to Caixin, a business news magazine.

The ruling party also is building power plants to inject money into the economy and revive growth that sank to 4% over a year earlier in the final quarter of 2021, down from the full year's 8.1% expansion.

XS
SM
MD
LG