ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມບໍລິສັດຈີນ ຄວບຄຸມທຸລະກິດ ພາກພະລັງງານໃນລາວ ໄດ້ເປັນສ່ວນໃຫຍ່ແລ້ວ


ແບບຈຳລອງເຂື່ອນໄຟຟ້າປາກແບງ ເທິງແມ່ນໍ້າຂອງ ໃນລາວ
ແບບຈຳລອງເຂື່ອນໄຟຟ້າປາກແບງ ເທິງແມ່ນໍ້າຂອງ ໃນລາວ

ກຸ່ມບໍລິສັດຈີນ ຄວບຄຸມທຸລະກິດພາກພະລັງງານໃນລາວ ໄດ້ເປັນສ່ວນໃຫຍ່ແລ້ວ ໂດຍສະເພາະແມ່ນການຄວບຄຸມວິສາຫະກິດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຊຶ່ງຈີນມີສິດ ເກັບເອົາຜົນປະໂຫຍດ ໄດ້ເຖິງ 40 ປີນັ້ນ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ນັກທຸລະກິດໃນພາກພະລັງງານຂອງໄທ ໃຫ້ທັດສະນະວ່າ ອະນາຄົດຂອງການພັດທະນາພາກພະລັງງານຂອງລາວ ໄດ້ຕົກຢູ່ໃນການຄວບຄຸມຂອງກຸ່ມບໍລິສັດຈາກຈີນ ເປັນສ່ວນໃຫຍ່ແລ້ວໃນປັດຈຸບັນນີ້ ໂດຍສະເພາະແມ່ນການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມທຶນລະຫວ່າງ ລັດວິສາຫະກິດ ໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຂອງຈີນ (CSG) ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ດ້ວຍເປົ້າໝາຍຈະພັດ ທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງ ທີ່ທັນສະໄໝ ດ້ວຍເງິນລົງທຶນ ແລະ ເທັກໂນໂລຈີຂອງຈີນ ເພື່ອວາງລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ເຊື່ອມຕໍ່ລາວກັບແຂວງຢູນນານຂອງຈີນ ແລະ ແນໃສ່ການເຊື່ອມຕໍ່ເພື່ອສົ່ງກະແສໄຟຟ້າຂາຍໃຫ້ສະມາຊິກໃນອາຊຽນນັ້ນ ໂດຍຫຼ້າສຸດ ກຸ່ມບໍລິສັດ China Datang Oversea Investment ກັບບໍລິສັດ Gulf Energy Development (ມະຫາຊົນ) ຂອງໄທ ກໍ່ໄດ້ຮ່ວມລົງທຶນ ກໍ່ສ້າງເຂື່ອນປາກແບງເທິງແນວແມ່ນໍ້າຂອງໃນລາວ ເພື່ອສົ່ງໄຟຟ້າຂາຍໃຫ້ໄທ ອັນເປັນສ່ວນນຶ່ງໃນຂໍ້ຕົກລົງ ວ່າດ້ວຍການຊື້ຂາຍກະແສໄຟຟ້າ (PPA) ຈາກລາວ ໃນປະລິມານລວມ 10,500 MW ທັງຍັງເຮັດໃຫ້ກຸ່ມຜູ້ລົງທຶນໃນໂຄງການສາມາດທີ່ຈະຫາແຫຼ່ງເງິນທຶນກູ້ຢືມໃນໄທໄດ້ດ້ວຍນັ້ນ ກໍ່ຍິ່ງເປັນສິ່ງທີ່ຢັ້ງຢືນວ່າ ຈີນໄດ້ຄວບຄຸມທຸລະກິດພາກພະລັງງານຂອງລາວໄດ້ຢ່າງສົມບູນແລ້ວ ດັ່ງທີ່ນັກທຸລະກິດໄທ ໄດ້ໃຫ້ການຢືນຢັນວ່າ:

ຄວາມຈິງແລ້ວ ຕ້ອນນີ້ລາວເປັນຈີນ 2 ໄປແລ້ວ ເພາະວ່າລັດຖະບານລາວນັ້ນ ໜີ້ສິນລົ້ນພົ້ນໂຕ ແລ້ວບໍ່ມີເງິນຈ່າຍຈີນນະ ແລ້ວເຈົ້າໜີ້ທີ່ໃຫຍ່ທີ່ສຸດຂອງລາວ ກໍ່ຄືຈີນ. ດັ່ງນັ້ນ, ຂ້າພະເຈົ້າຈະສະຫຼຸບແບບນີ້ກໍແລ້ວກັນ ວ່າຈີນນັ້ນ ຈະມັກ ຫຼືບໍ່ມັກ ກໍ່ແລ້ວແຕ່ທ່ານເດີ ແຕ່ວ່າຕ້ອງຍອມຮັບວ່າ ຈີນຕອນນີ້ ເຂົາກໍ່ຈະເປັນຄົນສ້າງເຂື່ອນໃຫ້ລາວ ແຕ່ໃນຂະນະດຽວກັນ ກໍ່ເຂົ້າໄປໃຊ້ປະໂຫຍດຂອງລາວນໍາ ກໍ່ຄື ໄດ້ Project ເຂົ້າມາງ່າຍ ຄືຈີນນັ້ນ ເຂົາກໍ່ມີ Know How ແລ້ວຈີນກໍ່ຄິດວ່າແນວໃດໄດ້ Gulf ມາ ກໍ່ອາດຈະໄດ້ PPA ກໍ່ເອີ້ນໄດ້ວ່າເປັນ Win-Win”

ທັງນີ້ ການລົງນາມໃນສັນຍາຊື້ພະລັງງານໄຟຟ້າ ຈາກໂຄງການເຂື່ອນປາກແບງ ເທິງແນວແມ່ນໍ້າຂອງໃນລາວ ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ກັບບໍລິສັດ China Datang Oversea Investment ຈາກຈີນໃນຖານະຜູ້ຂາຍ ແລະ ຜູ້ລົງທຶນກໍ່ສ້າງເຂື່ອນປາກແບງ ທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ ແລະ ກຳນົດລາຄາການຊື້-ຂາຍ ກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ ໂດຍເປັນສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍການຊື້ໄຟຟ້າຈາກລາວ 10,500 MW ຫາກແຕ່ຂໍ້ຕົກລົງດັ່ງກ່າວນີ້ ກຳລັງ ຈະຖືກທົບທວນໂດຍທາງການຄະນະກຳມະການສິດທິມະນຸດ ແຫ່ງຊາດໄທ ໃນໄວໆນີ້ ເພາະເຫັນວ່າເປັນຂໍ້ຕົກລົງທີ່ບໍ່ໄດ້ມີການນຳສະເໜີຂໍ້ມູນໃຫ້ປະຊາຊົນໄທ ໄດ້ຮັບຮູ້ຢ່າງພຽງພໍ ຈຶ່ງເປັນການປະຕິບັດທີ່ຂັດຕໍ່ລັດຖະທຳມະນູນຂອງໄທນັ້ນ ດັ່ງທີ່ກຳມະການ ໃນຄະນະກຳມະການສິດທິມະນຸດ ແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ:

ລັດຈະວາງແຜນໃຫ້ເຮົານີ້ໄປມີຜົນກະທົບກັບຄົນໃນພື້ນທີ່ ແລ້ວກໍ່ຄົນໄທໃນພື້ນທີິ່ ກໍ່ຕ້ອງຮັບຮູ້ຂ້ໍມູນນີ້ ເພາະວ່າເຮົາກໍ່ມີລັດຖະທຳມະນູນ ຮັບຮອງສິດການເຂົ້າເຖິງຂໍ້ມູນຂ່າວສານ ສິດທິການມີສ່ວນຮ່ວມໃນການພິຈາລະນາໂຄງການ ແລະ ສິດທິທີ່ຈະໄດ້ຮັບຂໍ້ມູນສຳຄັນວ່າ ຖ້າມີຜົນກະທົບ ເຮົາຈະເຮັດຫຍັງ? ແນວໃດ? ອັນນີ້ ເຂົາຕ້ອງຮູ້ກ່ອນມີການພັດທະນາໂຄງການ ອັນນີ້ຄືປະເດັນທີ່ ຈະກວດສອບເລື້ອງນີ້ ແລ້ວກໍມີແຜນຈະເຮັດຂະບວນການໄຕ່ສວນສາທາລະນະເລື້ອງແຜນພະລັງງານສຳຮອງໄຟຟ້າ”

ໂຄງການເຂື່ອນປາກແບງຈະນຳໃຊ້ເງິນທຶນກໍ່ສ້າງທັງໝົດປະມານນຶ່ງຮ້ອຍ​ພັນລ້ານບາດ ໂດຍ ເປັນການຮ່ວມທຶນລະຫວ່າງ ບໍລິສັດ China Datang Oversea Investment ຈາກຈີນ ກັບບໍລິສັດ Gulf Energy Development (ມະຫາຊົນ) ຈາກໄທ ໃນສັດສ່ວນ 51% ຕໍ່ 49% ແຕ່ການດຳເນີນຂະບວນການກວດສອບ ແລະ ການທົບທວນແຜນການພະລັງງານໄຟຟ້າສຳຮອງຂອງໄທດັ່ງກ່າວ ກໍ່ຍ່ອມຈະສົ່ງຜົນກະທົບ ຕໍ່ໂຄງການເຂື່ອນປາກແບງ ແລະ ໂຄງການເຂື່ອນອື່ນໆ ໃນລາວ ຢ່າງຫຼີກລ່ຽງບໍ່ໄດ້.

XS
SM
MD
LG